ຣັຖກອນຜີ ມີຊື່ຮັບ ເງິນເດືອນ

ໄຊຍາ
2019.11.12
f-pm-office ສໍານັກງານ ນາຍົກຣັຖມົນຕຣີ ທີ່ ນະຄອນຫຼວງວຽງຈັນ
RFA

ການອອກບັດຣັຖກອນແມ່ນນຶ່ງ ໃນກົນໄກປາບປາມຣັຖກອນ ທີ່ບໍ່ມີໂຕຕົນ ແຕ່ຍັງກິນເງິນເດືອນຢູ່ ພ້ອມນີ້ຍັງເປັນການກວດກາຈຳນວນ ໂຕເລກຣັຖກອນທີ່ມີ ໃນປັຈຈຸບັນ. ເພາະທີ່ຜ່ານມາ ທາງກະຊວງພາຍໃນ ທີ່ມີໜ້າທີ່ຮັບຜິດຊອບ ວຽກງານຄຸ້ມຄອງຣັຖກອນ ໂດຍກົງນັ້ນ ຍັງພົບເຫັນ ບາງຫ້ອງການຍັງໂອນເງິນເດືອນ ເຂົ້າບັນຊີພະນັກງານຜີ ຫຼື ພະນັກງານມີແຕ່ຊື່ ແຕ່ບໍ່ໄດ້ເຮັດວຽກ ຫຼື ລາອອກໄປແລ້ວ. ດັ່ງ ເຈົ້າໜ້າທີ່ຫ້ອງການ ປະຊາສຳພັນ ກົມບໍຣິຫານຈັດການ ພະນັກງານຣັຖ ໄດ້ໃຫ້ສຳພາດຕໍ່ ນັກຂ່າວເອເຊັຽເສຣີ ໃນວັນທີ 12 ພຶສຈິກາ ວ່າ:

"ຍົກໂຕຢ່າງວ່າພະນັກງານ ທີ່ວ່າອອກໄປແລ້ວ ແຕ່ເຂົາຍັງມີຣາຍຊື່ ກິນເງິນດ້າມເງິນເດືອນຢູ່ ມີຊື່ອອກເປັນພະນັກງານ ເບັ້ຽບຳນານໄປແລ້ວ ແຕ່ກໍສິຍັງຢູ່ ຫຼືວ່າເຂົາເອົາລູກຫຼານ ເຂົ້າມາເປັນຣາຍຊື່ ໂຕຢ່າງວ່າມາເປັນພະນັກງານຂ້ອຍ ແຕ່ລູກຫຼານເຈົ້າ ບໍ່ໄດ້ຢູ່ຫັ້ນນ່າ ແຕ່ໃນຣາຍຊື່ ຍັງມີ, ແລ້ວກິນເງິນເດືອນຂອງຣັຖ ໄປເລື້ອຍໆ."

ທ່ານໃຫ້ສຳພາດຕື່ມວ່າ ທາງການໄດ້ແຈ້ງໃຫ້ຫ້ອງການຣັຖ ທົ່ວປະເທດ ສົ່ງຊື່ພະນັກງານຂອງຕົນ ໃຫ້ສູນກາງເພື່ອອອກບັດຣັຖກອນໃຫ້ ກ່ອນຈະໂອນເງິນເດືອນເຂົ້າບັນຊີ. ໂດຍຂະບວນການອອກບັດນີ້ ຈະຊ່ອຍໃຫ້ລົບລ້າງ ພະນັກງານຜີອອກຈາກ ບັນຊີໄດ້ ຊຶ່ງສ່ວນຫຼາຍ ຈະມີຢູ່ຕ່າງແຂວງ.

"ຮູບແບບຂອງຂະເຈົ້າມັນກໍຫາກມີຢູ່ດອກ ເພາະວ່າຣາຍເຊັນຢູ່ນໍາເຂົາ ການເບີກຈ່າຍຢູ່ນໍາເຂົາ ການກວດກາຢູ່ນໍາເຂົາ ແຂວງເຂດນອກ ກະແຂວງທາງພາກເໜືອ ທາງພາກໃຕ້ບໍ່ ແຂວງນອກພຸ້ນນ່າ ຄືຢ່າງຫຼວງນໍ້າທາ, ຜົ້ງສາລີ, ອຸດົມໄຊ, ທາງໃຕ້ກໍ ອັດຕະປື, ຈຳປາສັກ, ຄຳມ່ວນ, ໄປຊັ້ນລະ."

ການອອກບັດດັ່ງກ່າວ ກະຊວງພາຍໃນ ໄດ້ຮັບອະນຸມັດຈາກຣັຖບານ ໃຫ້ອອກບັດຣັຖກອນໃຫ້ໄດ້ 37 ອົງການຂອງຣັຖ ພາຍໃນປີນີ້. ຂັ້ນຕົ້ນແມ່ນຈະອອກບັດ ໃຫ້ຂັ້ນສູນກາງກ່ອນ ສ່ວນພະນັກງານຕ່າງແຂວງ ແມ່ນເລີ້ມ ປີ 2020. ພ້ອມກັນນີ້ ຣັຖບານ ຍັງອະນຸມັດ ໃຫ້ຮ່ວມມືກັບ ທະນາຄານການຄ້າ ຕ່າງປະເທດລາວ ອອກແບບບັດຣັຖກອນ ໃຫ້ສາມາດຖອນເງີນເດືອນ ຈາກ ຕູ້ເອທີເອັມໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.