ນະຄອນຫຼວງວຽງຈັນ ໃຊ້ດິນ ຊໍາຮະໜີ້

ຈໍາປາທອງ
2020.10.28
f-450-2 ເສັ້ຮທາງຫຼວງ 450 ປີ ແຕ່ຂົວມິຕພາບລາວ-ໄທ ເຖິງ 4 ແຍກໄຟແດງຫລັກ 9 ທາງເຂົ້າ ມະຫາວິທຍາໄລແຫ່ງຊາດ ຫລື ຖນົນດົງໂດກ ຍາວ 20.3 ກິໂລແມັດ ໄດ້ສ້າງສໍາເຣັດ ໃນປີ 2010.
ນັກຂ່າວພົລເມືອງ

ນະຄອນຫລວງວຽງຈັນ ທີ່ເປັນເຈົ້າຂອງໂຄງການກໍ່ສ້າງທາງ 450 ປີ ແຕ່ສີ່ແຍກດົງໂດກ ໄປເຖິງໜ້າສາງ ບ້ານທ່ານາແລ້ງ ຊຶ່ງມີຄວາມ ຍາວ 20.3 ກິໂລແມັດ ມູນຄ່າ 78 ລ້ານໂດລາ ສະຫະຣັຖນັ້ນ ໄດ້ກໍ່ສ້າງ ສໍາເຣັດ ໃນປີ 2010 ແລ້ວ.

ແຕ່ນະຄອນຫຼວງວຽງຈັນ ຍັງເປັນໜີ້ທະນາຄານແຫ່ງ ສປປລາວ. ເພື່ອປົດໜີ້ນັ້ນ ທາງນະຄອນຫລວງວຽງຈັນ ໄດ້ເຮັດສັນຍາໃນມື້ວັນທີ 23 ຕຸລາ ນີ້ ໂອນສິດນໍາໃຊ້ທີ່ດິນ ແຄມທາງນັ້ນເບື້ອງລະ 50 ແມັດ ໃຫ້ບໍຣິສັດ ກຸ່ມດວງຈະເລີນ ພັທນາກໍ່ສ້າງ ຈໍາກັດ ຜູ້ດຽວ ທີ່ຈະເປັນຜູ້ໃຊ້ ໜີ້ນັ້ນ ໃຫ້ທະນາຄານແທນ.

ບໍຣິສັດດັ່ງກ່າວ ຈະຖົມດິນ, ເອົານໍ້າປະປາ ແລະໄຟຟ້າເຂົ້າ ເພື່ອໃຫ້ຄົນມາຊື້ດິນ ແລະຂາຍດິນນັ້ນໄດ້ໃນໄລຍະເວລາ 5 ປີ ພາຍຫລັງທີ່ ທາງບໍຣິສັດໄດ້ຮັບໃບຕາດິນໄປແລ້ວ ແລະ ທາງບໍຣິສັດນີ້ ຈະເປັນຜູ້ ຊໍາຮະໜີ້ ທີ່ທາງນະຄອນຫລວງວຽງຈັນ ຕິດທະນາຄານນັ້ນໃຫ້, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ກະຊວງໂຍທາທິການ ແລະຂົນສົ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 28 ຕຸລາ ນີ້:

“ດິນແຄມທາງ 450 ປີ ເບື້ອງຕົ້ນເປັນຂອງເອກຊົນເນາະ ດວງຈະເຣີນ ເປັນຜູ້ກໍ່ສ້າງ ແລ້ວຖືວ່າຣັຖເປັນຜູ້ບໍຣິຫານ ຊັບສິນເງິນທຶນເນາະ ເປັນຂອງຣັຖຫັ້ນແຫລະ ຣັຖຄຸ້ມຄອງ ຜູ້ໃດຢາກຊື້ກະໄປຊື້ ກະບໍຣິສັດ ແຫລ້ວເປັນຜູ້ລົງທຶນ ແລ້ວກະທາງບໍຣິສັດ ແລ້ວກະເອົາໄປໃຊ້ໜີ້ ຈ່າຍຄ່າກໍ່ສ້າງ.”

ໃນຂນະດຽວກັນ ເຈົ້າໜ້າທີ່ບໍຣິສັດ ກຸ່ມດວງຈະເລີນ ພັທນາກໍ່ສ້າງ ຈໍາກັດຜູ້ດຽວ ທີ່ຂໍສງວນຊື່ທ່ານນຶ່ງ ກໍໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ ແຕ່ບໍ່ສາມາດໃຫ້ຣາຍລະອຽດໄດ້, ມີແຕ່ວ່າ ທາງຣັຖໄດ້ ມອບສິດນໍາໃຊ້ ນໍາໃຊ້ທີ່ດິນ ໃຫ້ບໍຣິສັດນີ້ແທ້ ແຕ່ທາງພາກຣັຖ ກໍຍັງມີສ່ວນຮ່ວມ ໃນການບໍຣິຫານງານ ຢູ່:

“ເພິ່ນແຕ່ງຕັ້ງຄະນະຮ່ວມ ເຮົາກະເປັນສ່ວນນຶ່ງນໍາເພິ່ນຫັ້ນນະ ສ່ວນກ່ຽວຂ້ອງຫັ້ນນະ ມາປະຈໍາການເພື່ອຂາຍ ດິນຈໍານວນນີ້ວ່າຊັ້ນສະ.”

ກ່ຽວກັບເຣື່ອງທີ່ວ່ານີ້ ຊາວບ້ານຢູ່ເມືອງໄຊທານີ ຜູ້ຂໍສງວນຊື່ ຢູ່ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 28 ຕຸລາ ນີ້ວ່າ ການທີ່ຣັຖບານ ໃຫ້ໂອນດິນແຄມທາງ 450 ປີ ໃຫ້ບໍຣິສັດເອກກະຊົນ ເປັນຜູ້ລົງທຶນ ພັທນາ ແລະໃຊ້ໜີ້ທະນາຄານ ແທນນັ້ນ ສະແດງໃຫ້ເຫັນວ່າ ການບໍຣິຫານຂອງພາກຣັຖ ມີຂໍ້ບົກຜ່ອງ, ບໍ່ມີຄວາມສາມາດ ທີ່ຈະແກ້ໄຂບັນຫາ ໃນການໃຊ້ໜີ້ສິນໄດ້:

"ມັນກະສະແດງເຖິງ ການບໍຣິຫານຂອງຣັຖບານ ເໝືອນກັບບົກຜ່ອງເນາະ ຄັນເຈົ້າເຮັດແບບຊີ້ນະ ກະບໍ່ສາມາດໃຫ້ມັນບັນລຸເປົ້າໝາຍໄດ້ ກະສະແດງວ່າເຈົ້າມີຈຸດອ່ອນ ໃຊ້ໜີ້ໃຊ້ສິນກະບໍ່ພໍ ຄັນຈະປະໄວ້ ພັທນາເອງ ມັກະມີເງື່ອນໄຂ ຫລາຍໆອັນ ເຣື່ອງທຶນຮອນນີ້ແຫລະ ບໍ່ຮູ້ວ່າຈະເອົາທຶນ ມາແຕ່ໃສ ທຸກມື້ນີ້ນະ ອາສັຍແຕ່ເງິນຕ່າງຊາດ.”

ແລະຊາວບ້ານ ຢູ່ເມືອງໄຊທານີ ຜູ້ຂໍສງວນຊື່ນາງນຶ່ງ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ສ່ວນໂຕແລ້ວບໍ່ເຫັນດີນໍາ ທາງພາກຣັຖ ທີ່ໂອນດິນແຄມທາງ 450 ປີ ນັ້ນໃຫ້ບໍຣິສັດ ເອກກະຊົນ ແລະ ບໍຣິສັດດັ່ງກ່າວ ຈະມີສິດພິເສດ ຫລາຍກວ່າພາກຣັຖ ເຖິງແມ່ນວ່າ ຣັຖຈະເປັນຜູ້ຄຸ້ມຄອງດິນ ນັ້ນກໍຕາມ:

“ຄວາມຮູ້ສຶກສ່ວນໂຕ ແບບເຮົາເປັນປະຊາຊົນຂິເນາະ ໂອ໋ເຮົາກະຄຶດວ່າຄັກແທ້ເນາະ ທາງຣັຖບານຈະໄປມອບສິດ ໃຫ້ເອກຊົນເປັນຄົນເຮັດ ທຸກສ່ວນ, ສ່ວນຫລາຍຄັນເປັນຈັ່ງຊັ້ນ ຊ່ວຍເຂົາເຈົ້າກະໄດ້ເຕັມໆ ສະວ່າ.”

ອີງຕາມການຣາຍງານຂ່າວ ຂອງທາງການລາວ ວັນທີ 27 ຕຸລາ ນີ້ ປະທານບໍຣິສັດ ກຸ່ມດວງຈະເລີນ ກໍ່ສ້າງ ກ່າວວ່າ ໃນໄລຍະ 10 ປີ ທີ່ຜ່ານມາ ທະນາຄານແຫ່ງ ສປປລາວ ຮ່ວມກັບນະຄອນຫຼວງວຽງຈັນ ໄດ້ຂາຍດິນທີ່ວ່າ ນັ້ນພຽງ 20% ຊຶ່ງເປັນດິນທີ່ຕັ້ງຢູ່ຕິດ ກັບຕົວ ເມືອງ ແລະ ດິນບ່ອນງາມ. ສ່ວນດິນທີ່ຍັງເຫລືອ ແມ່ນຂາຍບໍ່ໄດ້ ຍ້ອນມັນຫ່າງໄກ ຕົວເມືອງ, ດິນບ່ອນບໍ່ງາມ ຄືເປັນບ່ອນຫລຸບ, ບໍ່ມີ ນໍ້າປະປາ, ບໍ່ມີໄຟຟ້າ, ເປັນທົ່ງນາ ເປັນໜອງ ແຕ່ວາງຣາຄາຂາຍ ສູງກວ່າຣາຄາ ໃນທ້ອງຕລາດປັດຈຸບັນ ເຮັດໃຫ້ບໍ່ມີຄົນມາຊື້.

ເພື່ອຂໍຮູ້ກ່ຽວກັບເຣື່ອງນີ້ຕື່ມ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາຜແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ແຕ່ເຈົ້າໜ້າທີ່ ບໍ່ສາມາດໃຫ້ຄໍາເຫັນໄດ້.

ໂຄງການກໍ່ສ້າງທາງ 450 ປີ ແຕ່ຂົວມິຕພາບ ລາວ-ໄທ ເຖິງ 4 ແຍກໄຟແດງ ຫລັກ 9 ທາງເຂົ້າ ມະຫາວິທຍາລັຍແຫ່ງຊາດ ຫລື ຖນົນດົງໂດກ ຍາວ 20.3 ກິໂລແມັດ ໄດ້ເລິ້ມກໍ່ສ້າງປີ 2008 ແລະສໍາເຣັດ ໃນປີ 2010. ເສັ້ນທາງສາຍດັ່ງກ່າວ ກວມເອົາດິນຂອງ ປະຊາຊົນ 3 ເມືອງ ຄື; ເມືອງໄຊທານີ, ເມືອງໄຊເສດຖາ ແລະ ເມືອງຫາດຊາຍຟອງ; ທາງການໄດ້ໃຫ້ ຄ່າຊົດເຊີຍແກ່ປະຊາຊົນ ທີ່ເສັຍດິນໄປແລ້ວ ເຖິງແມ່ນປະຊາຊົນ ເຫັນວ່າ ຄ່າຊົດເຊີຍນັ້ນບໍ່ເໝາະສົມກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.