ບໍຣິສັດ KP ຈ່າຍຄ່າ ສົ່ງສະການ ຄົນງານ

ໄມຊູລີ
2018.11.06
ສະພາບຂອງອ່າງເກັບນໍ້າ ໃນສວນປູກກ້ວຍ ຂອງຈີນ ທີ່ ພັງລົງທັບຄົນງານ ຈົນເສັຽຊີວິດ 4 ຄົນ ບາດເຈັບ 6 ຄົນ
ນັກຂ່າວແຂວງຫຼວງພຣະບາງ

ບໍຣິສັດ KP ຈາກຈີນ ຊຶ່ງເປັນບໍຣິສັດ ປູກກ້ວຍຢູ່ ບ້ານທົ່ງພຽງວິໄລ ເມືອງນານ ແຂວງ ຫລວງພຣະບາງ ໃຫ້ເງິນຊ່ວຍເຫລືອ 28 ລ້ານ ປາຍກີບ ເພື່ອເປັນຄ່າສົ່ງສະການ ຄົນງານ ສວນກ້ວຍ 4 ຄົນ ທີ່ເສັຍຊີວິດ ຍ້ອນອ່າງນໍ້າແຕກ ເມື່ອເດືອນຜ່ານມາ ຊຶ່ງໃນນັ້ນບໍ່ໄດ້ຮວມ ເຖິງຄ່າຫົວ ຂອງຜູ້ເສັຍຊີວິດ. ດັ່ງເຈົ້າໜ້າທີ່ ຫ້ອງການແຮງງານ ແລະສວັດດິການສັງຄົມ ເມືອງນານ ແຂວງຫລວງພຣະບາງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 5 ພຶສຈິກາ ນີ້ວ່າ:

"ທໍາອິດອ້າຍນ້ອງໄປເອົາຂໍ້ມູນແລ້ວ ແມ່ນ 28 ລ້ານ 7ແສນກິບ ເພິ່ນໃຫ້ໄປຫັ້ນນະ ໂຕນີ້ຫັ້ນແມ່ນຊົດເຊີຍ ເຣື້ອງຄ່າສົ່ງສະການ ຊື່ໆ ເຣື້ອງຄ່າຫົວ ຫຍັງກໍບໍ່ທັນໄດ້ ລົມກັນຣະອຽດ.”

ທ່ານກ່າວຕື່ມວ່າ ອີກບໍ່ດົນນີ້ ທາງພາກສ່ວນກ່ຽວຂ້ອງ ຈະຫາຣຶກັບເຈົ້າຂອງສວນກ້ວຍ KP ກ່ຽວກັບເຣື້ອງ ຄ່າຊົດເຊີຍໃຫ້ແກ່ຄົນງານ ທີ່ເສັຍຊີວິດຕາມຣະບຽບ ຂອງກົດຫມາຍແຮງງານ ແລະພ້ອມກັບ ຄ່າປິ່ນປົວ ໃຫ້ແກ່ຄົນງານ ເຜົ່າມົ້ງ 6 ຄົນ ທີ່ໄດ້ຮັບບາດເຈັບ ຈາກ ອ່າງນໍ້າແຕກ ແລະຖືກສົ່ງໄປ ປິິ່ປົວຢູ່ໂຮງໝໍ ແຂວງຫລວງພຣະບາງ ແລະໂຮງໝໍແຂວງໄຊຍະບູຣີ ໂດຍເຈົ້າຂອງສວນກ້ວຍ ບອກວ່າ ພ້ອມທີ່ຈະໃຫ້ຄ່າຊົດເຊີຍ ແບບເປັນທັມ ໃຫ້ໝົດທຸຄົນ.

ໃນຂນະດຽວກັນ ເຈົ້າໜ້າທີ່ຕໍາຣວດ ແຂວງຫລວງພຣະບາງ ກໍາລັງສອບສວນ ເຈົ້າຂອງສວນກ້ວຍຈີນ ແລະ ຄົນງານພາຍໃນເຖິງ ສາເຫດ ອ່າງນໍ້າແຕກ ໂດຍສະເພາະ ເຣື້ອງທີ່ວ່າ ສ້າງ ອ່າງນໍ້າແບບ ບໍ່ໄດ້ມາຕຖານ.

ຕາມຣາຍງານ ຂອງເຈົ້າໜ້າທີ່ ໜ່ວຍສຶບສວນ, ອ່າງນໍ້າ ດັ່ງກ່າວ ມີຄວາມຍາວ 5 ແມັດ, ກ້ວາງ 3 ແມັດ, ແລະ ສູງ 2 ແມັດ ເຮັດດ້ວຍ ດິນຈີ່ ບໍ່ມີເຫຼັກເສິມ, ສ້າງຂຶ້ນເພື່ອເປັນບ່ອນເກັບນໍ້າ ໃຫ້ຄົນງານອາບ. ເມື່ອວັນທີ 27 ຕຸລາ ຜ່ານມາມີຄົນງານ 10 ຄົນ ໄດ້ໄປອາບນໍ້າ ໃກ້ອ່າງດັ່ງກ່າວ ແລະ ອ່າງນໍ້າແຕກ ໃສ່ຄົນງານ ທີ່ກໍາລັງອາບນໍ້າຢູ່ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.