ຊາວສວນບໍ່ໄດ້ເງິນຄ່າ ມັນຕົ້ນ

ສິດນີ
2017.11.06
F-Casava ໂຮງງານມັນຕົ້ນ ຂອງຈີນ ບ້ານໂພນສຳພັນ ເມືອງລອງ ແຂວງຫລວງນໍ້າທາ
RFA

ຊາວກະສິກອນປູກມັນຕົ້ນ ທີ່ເມືອງປາກງື່ມ ນະຄອນຫລວງວຽງຈັນ ຍັງບໍ່ໄດ້ຮັບເງິນ ຄ່າຂາຍມັນຕົ້ນ ໃຫ້ກັບບໍຣິສັດ ລາວ-ອິນໂດຊາຍນາ ຂອງຈີນ ມາແຕ່ປີ 2014 ໃນຈຳນວນ ເງິນທັງຫມົດ ປະມານ 100 ລ້ານກີບ ນັ້ນເທື່ອ. ເຖິງແມ່ນວ່າ ໃນປີ 2017 ທາງການລາວ ໄດ້ມອບ ໃຫ້ທະນາຄານແຫ່ງຊາດລາວ ເປັນຜູ້ແກ້ໄຂບັນຫາ ນີ້ກໍຕາມ ຊຶ່ງໃນປັດຈຸບັນ ຍັງຢູ່ຂັ້ນຕອນ ການແກ້ໄຂບັນຫາ ນີ້ຢູ່. ດັ່ງ ຊາວກະສິກອນ ທ່ານນຶ່ງ ກ່າວໃນມື້ວັນທີ 6 ພຶສຈິກາ ນີ້ວ່າ:

"ກຳລັງສິຄືນເງິນໃຫ້ຫມົດປະມານ 100 ປາຍຕື້ກີບ ມີເຖົ້າແກ່ ມາແຕ່ຈີນພຸ້ນ ມາສົມທົບກັນ ສິໃຫ້ເງິນຄືນຫມົດ ຍັງຫລາຍຢູ່ ບ້ານເຮົາຜູ້ລະ 70 ປາຍລ້ານ ຜູ້ດຽວເຈົ້າດຽວໄດ້ຜູ້ 40 ກໍມີ ຜູ້ 20 ລ້ານກໍມີ ເພິ່ນສິສົ່ງຄືນໝົດ ດຽວນີ້ເພິ່ນຍັງບໍ່ທັນ ເພິ່ນປັບປຸງ ໂຮງງານຢູ່ ມື້ໃດປັບປຸງ ໂຮງງານແລ້ວ ເພິ່ນສິຮ້ອງບ້ານ ຮ້ອງຄະນະຈັດຕັ້ງ ທຸກພາກສ່ວນ ມາແລ້ວກໍມາເຊັນສັນຍາກັນ".

ຊາວກະສິກອນ ທ່ານນີ້ກ່າວຕື່ມວ່າ ຫຼັງຈາກມີເຈົ້າຫນ້າທີ່ ສະເພາະກິດ ຈາກທະນາຄານແຫ່ງຊາດ ລົງມາແກ້ໄຂບັນຫາ ດັ່ງກ່າວແລ້ວກໍຮູ້ສຶກ ສະບາຍໃຈ ແລະຫມັ້ນໃຈວ່າ ຈະໄດ້ຮັບເງິນຄືນຫມົດ ໂດຍຫນ່ວຍງານ ສະເພາະກິດ ເວົ້າວ່າ ອາດຈະໄດ້ເງິນ ຄືນຫມົດ ໃນຕົ້ນປີຫນ້າ.

ບໍຣິສັດ ລາວ-ອິນໂດຊາຍນາ ໄດ້ເຂົ້າມາລົງທຶນສ້າງ ໂຮງງານຜລິດແປ້ງມັນຕົ້ນໃນລາວ ໂດຍມີເປົ້າໝາຍຫຼຸດຜ່ອນ ຄວາມທຸກຍາກໃນລາວ ດ້ວຍການຊື້ມັນຕົ້ນ ຈາກກະສິກອນລາວ ທີ່ເມືອງປາກງື່ມເລີ້ມແຕ່ປີ 2008 ເປັນຕົ້ນມາ ແລະກໍເຮັດໃຫ້ຫຼາຍຄອບຄົວ ມີຢູ່ມີກິນ. ເມື່ອມາ ຮອດປີ 2014 ບໍຣິສັດມີບັນຫາທາງດ້ານການເງິນ ສົ່ງຜົລເຮັດໃຫ້ ບໍຣິສັດບໍ່ສາມາດ ຈ່າຍຄ່າມັນຕົ້ນ ໃຫ້ຊາວກະສິກອນໄດ້.

ຂໍ້ມູນຈາກທະນາຄານ ແຫ່ງຊາດລາວ ຣະບຸວ່າ ບໍຣິສັດ ລາວ-ອີນໂດຊາຍນາ ໄດ້ຕີດຫນີ້ ທະນາຄານ ແລະຊາວກະສິກອນ ປູກມັນຕົ້ນຫຼາຍ ຕື້ກີບ. ວິທຍຸເອເຊັຽເສຣີ ກໍໄດ້ຕີດຕໍ່ໄປຫາ ຄນະກັມມະການ ສະເພາະກິດ ທະນາຄານແຫ່ງຊາດ ເພື່ອຣາຍລະອຽດ ແຕ່ເຈົ້າຫນ້າທີ່ ບໍ່ ສະດວກທີ່ຈະໃຫ້ຂໍ້ມູນ ເພາະຍັງດຳເນີນການ ແກ້ໄຂບັນຫາ ນີ້ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.