ໂຄງການຣົດໄຟລາວ-ຈີນ ຢືນຢັນ ເປີດທ້າຍປີນີ້

ໄຊຍາ
2021.05.21
ໂຄງການຣົດໄຟລາວ-ຈີນ ຢືນຢັນ ເປີດທ້າຍປີນີ້ ສະພາບຄວາມຫຍຸ້ງຍາກ ທີ່ເປັນອຸປສັກນັ້ນກໍຄື ຄ່າຊົດເຊີຍ ທີ່ ຝ່າຍຣັຖບານລາວ ເປັນຜູ້ຮັບຜິດຊອບ ກໍຍັງຈ່າຍບໍ່ໝົດ.
ນັກຂ່າວພົລເມືອງ

ແຜນການກໍ່ສ້າງທາງຣົດໄຟລາວ-ຈີນ ຕາມກຳນົດການຈະໃຫ້ສຳເຣັດຕາມແຜນການ ໃນທ້າຍປີ 2021 ນີ້. ແຕ່ດ້ວຍເງື່ອນໄຂທີ່ບໍ່ ເອື້ອຍອຳນວຍ ໂດຍສະເພາະແມ່ນຜົລກະທົບ ຈາກການຣະບາດຂອງເຊື້ອໂຄວິດ-19 ໃນລາວແລະຈີນ ແຕ່ໂຄງການກໍຍັງດຳເນີນ ຕໍ່ຖ້າມກາງຄວາມຫຍຸ້ງຍາກ.

ໃນນີ້ສະພາບຄວາມຫຍຸ້ງຍາກ ທີ່ເປັນອຸປສັກນັ້ນກໍຄື ຄ່າຊົດເຊີຍ ສິ່ງກີດຂວາງທີ່ຝ່າຍຣັຖບານລາວ ເປັນຜູ້ຮັບຜິດຊອບກໍຍັງຈ່າຍ ບໍ່ໝົດ. ການກໍ່ສ້າງໂຄງຮ່າງສະຖານີນັບແຕ່ ແຂວງຫຼວງນໍ້າທາ ຮອດນະຄອນຫຼວງວຽງຈັນ ຍັງບໍ່ມີບ່ອນໃດສຳເຣັດພ້ອມໃຊ້ງານ ແລະ ຍັງຫຼາຍໜ້າວຽກ ທີ່ໂຄງການບໍ່ໄດ້ອອກມາເປີດເຜີຍ. ແຕ່ບໍຣິສັດທາງຣົດໄຟລາວ-ຈີນ ໄດ້ຖແລງຢືນຢັນວ່າທັນຕາມກຳນົດ ຢ່າງແນ່ນອນ.

ຕໍ່ບັນຫາດັ່ງກ່າວຫຼາຍຝ່າຍກໍມີຄວາມກັງວົນ ໂດຍສະເພາະແມ່ນຜູ້ປະກອບການ ທີ່ໄດ້ຮັບຜົລກະທົບຈາກເຊື້ອໂຄວິດ-19 ຕ່າງກໍ ຕັ້ງຄວາມຫວັງກັບທາງຣົດໄຟ ລາວ-ຈີນ ໃຫ້ສຳເຣັດ ທັນຕາມແຜນການ ເພື່ອຈະໄດ້ນຳໂອກາດມາຟື້ນ ເສຖກິຈໃນລາວ. ດັ່ງຜູ້ ປະກອບການ ທີ່ຂໍສງວນຊື່ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 17 ພຶສພາ ຜ່ານມາວ່າ. ທາງຣົດໄຟນີ້ຈະນຳ ຜົລປໂຍດມາສູ່ສອງ ປະເທດ ລາວ-ຈີນ ຖ້າສຳເຣັດຕາມແຜນການ:

"ຈາກປະເທດບໍ່ມີທາງອອກສູ່ທະເລ ຖ້າຫາກເສັ້ນທາງຣົດໄຟ ລາວ-ຈີນ ບັນລຸໄດ້ເຮົາສົ່ງສີນຄ້າ ຂອງພວກເຮົາອອກຕລາດໂລດ ໃຫ້ກໍຈະເປັນຫົນທາງໃນການແກ້ໄຂຈະຊ່ອຍເບິ່ງ ໃນມຸມມອງເສຖກິຈແລ້ວຊ່ອຍໄດ້ຫຼາຍການຫຼຸດຜ່ອນ ຕົ້ນທຶນຂອງການຂົນສົ່ງ ສິນຄ້າລາວ ອອກຕ່າງປະເທດ."

ສຳລັບຄົນລາວເຮົາຜູ້ນຶ່ງ ກໍມີຄວາມຫວັງຣົດໄຟ ລາວ-ຈີນ ນີ້ຈະນຳມາສູ່ຜົລປໂຍດສອງປະເທດ. ຜູ້ປະກອບການທີ່ຂໍສງວນຊື່ອີກ ທ່ານນຶ່ງກໍມີຄວາມຄິດຄ້າຍກັນ ເພາະລາວບໍ່ມີທາງ ອອກສູ່ທະເລ ຖ້າການກໍ່ສ້າງທາງຣົດໄຟ ລາວ-ຈີນ ສຳເຣັດຕາມແຜນການ ກໍເຮັດໃຫ້ຈຸດອ່ອນຂອງລາວ ກາຍເປັນຈຸດແຂງ ຄືເປັນຈຸດເຊື່ອມຕໍ່ການຂົນສົ່ງໄປ ຍັງບັນດາປະເທດ ຕ່າງໆ ເຊິ່ງຈະສ້າງປໂຍດ ອັນມະຫາສານ.

"ຖືວ່າເປັນປະເທດນຶ່ງ ທີ່ບໍ່ມີທາງເຊື່ອມຕໍ່ ກັບນໍ້າທະເລ ຜ່ານມາຖືວ່າເປັນຈຸດອ່ອນຂອງພວກເຮົາ. ແຕ່ຖ້າຫາກທີ່ວ່າທາງຣົດໄຟ ໄດ້ສົມບູນແບບ ແລະສິນຄ້າຈາກປະເທດຈີນ ຈະລຳລຽງໄປຫຼາຍປະເທດ ຫຼືວ່າສິນຄ້າ ຈາກຢູໂຣບໄປຕ່າງປະເທດໄດ້ສາມາດ ລຳລຽງໄດ້້ ອັນນີ້ແມ່ນສິ່ງນຶ່ງ ທີ່ເຮັດໃຫ້ເປັນຄວາມຫວັງໃໝ່."

ຖ້າທາງຣົດໄຟລາວ-ຈີນ ສ້າງສຳເຣັດຕາມແຜນການ ມັນກໍເປັນມີດສອງຄົມ ສຳລັບປະເທດລາວ ຖ້າບໍ່ມີການປັບປ່ຽນ ແລະການ ຈັດການທີ່ດີລາວ ກໍໄດ້ຮັບຜົລປໂຍດໃນຖານະທີ່ ເປັນປະເທດທາງຜ່ານເທົ່ານັ້ນ ກໍຄືວ່າຈະໄດ້ແຕ່ພຽງຄ່າຜ່ານ ແຕ່ມູນຄ່າຂອງ ທຸຣະກິຈ ຈະຕົກເປັນຂອງປະເທດອື່ນ.

"ຜົລປໂຍດທີ່ຈະໄດ້ຈາກບ່ອນນີ້ນິນ່າ ຖ້າພວກເຮົາອອກແບບດີໆ ໂດຍສະເພາະແມ່ນນະໂຍບາຍຂອງຣັຖບານເຂົາເອີ້ນທຸຣະກິຈ ປີ້ນອ້ອມໂຄງການອັນນີ້ແມ່ນສຳຄັນທີ່ສຸດ. ຖ້າບໍ່ດັ່ງນັ້ນພວກເຮົາ ຈະກາຍເປັນປະເທດທາງຜ່ານສື່ໆ ໂດຍທີ່ເຮົາບໍ່ໄດ້ຜົລປໂຍດ ຫຍັງເລີຍຈາກໂຄງການ."

ທາງດ້ານປະຊາຊົນລາວ ຕ່າງກໍມີຄວາມເຫັນວ່າຣົດໄຟ ຂະບວນທຳອິດຂອງລາວ ຖ້າສ້າງສຳເຣັດຈະນໍາຄວາມຈະເຣີນຮຸ່ງເຮືອງ ມາສູ່ປະເທດລາວ ແລະມີນັກທ່ອງທ່ຽວ ຈາກຕ່າງປະເທດຫຼາຍຂຶ້ນ.

ເຖີງແນວໃດກໍຕາມ ກ່ອນໜ້ານີ້ ບໍຣິສັດທາງຣົດໄຟ ລາວ-ຈີນ ໄດ້ແຈ້ງວ່າ ການກໍ່ສ້າງອາດຈະບໍ່ສຳເຣັດທັນຕາມ ແຜນການຖ້າວ່າ ການໄກ່ເກັ່ຽສິ່ງກີດຂວາງ ແລະ ການເວັນຄືນທີ່ດິນ ແຕ່ສະຖານີ ນະຄອຫລວງວຽງຈັນ ຫາ ສະຖານີວຽງຈັນໃຕ້ ຖ້າຍັງບໍ່ສາມາດ ແກ້ໄຂໄດ້ ຫລື ຊັກຊ້າອາດຈະເຮັດໃຫ້ການກໍ່ສ້າງ ທາງຣົດໄຟ ບໍສຳເຣັດ ແລະ ບໍ່ສາມາດເປີດນໍາໃຊ້ ຕາມແຜນການທີ່ວາງເອົາໄວ້.

ສ່ວນຄວາມຄືບໜ້າ ທ່ານ ຈັນຕຸລາ ພາລານາສີ ຫົວໜ້າຄຸ້ມຄອງ ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ໄດ້ຣາຍງານຕໍ່ກອງປະຊຸມ ຄະນະຊີ້ນຳໂຄງການເມື່ອທ້າຍປີ 2020 ທີ່ຜ່ານມາ ວ່າ. ການປະຕິບັດຂອງໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ໄລຍະທີ 1 ໄລຍະທາງ 409 ກິໂລແມັດ ມາຮອດທ້າຍເດືອນຕຸລາ 2020 ສຳເຣັດໄປແລ້ວ 94,15% ຂອງ ວຽກງານການກໍ່ສ້າງພື້ນຖານ ໂຄງຮ່າງທາງຣົດໄຟ ໃນນີ້ມີການກໍ່ສ້າງຂົວໃນ 165 ແຫ່ງ ໂດຍສ້າງເສົາຂົວ ສຳເຣັດ 2,041 ເສົາ, ສຳເຣັດດການວາງຂາງຂົວ 1,842 ຊ່ວງເສົາ ກວມເອົາ 88,70% ຂອງການອອກແບບທັງໝົດ.

ສ່ວນການວາງລາງທາງຣົດໄຟ ເຣີ້ມແຕ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫາ ແຂວງຫຼວງພຣະບາງ ຮອດທ້າຍເດືອນ ຕຸລາ ປີ 2020 ສຳເຣັດ 161,60 ກິໂລແມັດ ຈາກຄວາມຍາວທັງໝົດ 409 ກິໂລແມັດ ເທົ່າກັບ 39,51%. ສ່ວນຄວາມຄືບໜ້າ ການຈັດຕັ້ງໄລຍະທີ 2 ແຕ່ສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີຄ່ຽນຖ່າຍສິນຄ້າ ວຽງຈັນໃຕ້ ທ່ານາແລ້ງໄລຍະທາງ 17 ກິໂລແມັດ ປະຕິບັດສຳເຣັດ 8,49%.

ການຈ່າຍຄ່າຊົດເຊີຍ ຫົວໜ້າຄຸ້ມຄອງທາງຣົດໄຟລາວ-ຈີນ ໄດ້ສລຸບວ່າໄດ້ຈ່າຍເງິນ ສ່ວນນີ້ໃຫ້ກັບຜູ້ໄດ້ຮັບຜົລກະທົບ ທັງໃນ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທາງຜ່ານ ຂອງຣົດໄຟ ເຊັ່ນ ແຂວງວຽງຈັນ, ຫລວງພຣະບາງ, ອຸດົມໄຊ ແລະ ຫລວງນໍ້າທາ ຮວມທັງໝົດ 928,50 ຕື້ກີບ ໃນນີ້ນຳໃຊ້ງົບປະມານ ຂອງບໍຣິສັດທາງຣົດໄຟ ລາວ-ຈີນ ມູນຄ່າ 416,83 ຕື້ກີບ ແລະບ້ວງເງິນຂອງຣັຖບານ ມູນຄ່າ 511,67 ຕື້ກີບ.

ສ່ວນການເບີກຈ່າຍຄ່າຊົດເຊີຍ ສິ່ງກີດຂວາງຂອງໂຄງການ ສຳລັບ ປີ 2020 ນັ້ນມີມູນຄ່່າ 400 ຕື້ກີບ. ໂດຍຄະນະຄຸ້ມຄອງ ໂຄງການໄດ້ຈັດສັນໃຫ້ແຕ່ລະແຂວງ ຮວມມູນຄ່າ 283,53 ຕື້ກີບ ໃນນີ້ມີ ແຂວງອຸດົມໄຊ 38,49 ຕື້ກີບ, ຫລວງນໍ້າທາ ແລະ ຫລວງພຣະບາງ 30 ຕື້ກີບ, ແຂວງວຽງຈັນ 65,64 ຕື້ກີບ ແລະ ນະຄອນຫລວງວຽງຈັນ 119,39 ຕື້ກີບ.

ສ່ວນທີ່ເຫລືອ 116,46 ຕື້ກີບ ໄດ້ສເນີໃຫ້ຣັຖບານ ພິຈາຣະນາເພື່ອເບີກຈ່າຍ ສິ່ງກີດຂວາງ ໂຄງການໄລຍະ ທີ 2 ແຕ່ສະຖານີ ໂດຍສານນະຄອນຫລວງວຽງຈັນ ຫາ ສະຖານີີສິນຄ້າ ວຽງຈັນໃຕ້ ໃຫ້ທັນກັບເວລາ.

ຜູ້ຮູ້ທ່ານນຶ່ງໄດ້ໃຫ້ຄວາມເຫັນວ່າ ການກໍ່ສ້າງທາງຣົດໄຟລາວ-ຈີນ ໃນໄລຍະໂຄ້ງທ້າຍ ເປັນສີ່ງທ້າທາຍຫຼາຍເພາະເຫຼືອເວລາ ບໍ່ຫຼາຍ. ຕາມການຄາດການກໍຄົງສຳເຣັດ ແຕ່ບໍ່ແມ່ນ ທັງໝົດເພາະສະພາບ ເຊື້ອໂຄວິດ-19 ເປັນສ່ວນນຶ່ງທີ່ເຮັດການກໍ່ສ້າງ ຫຼາຍໜ້າວຽກ ຫລ້າຊ້າອອກໄປ ໂດຍສະເພາະແຮງງານ ແລະ ອຸປກອນການກໍ່ສ້າງ ໄລຍະນຶ່ງບໍ່ສາມາດນໍາ ມາແຕ່ຈີນໄດ້.

ນອກຈາກນີ້ບັນຫາເຣື່ອງເສຖກິຈ ໂດຍສະເພາະໜີ້ສີນ ຂອງ ຣັຖບານລາວ ທີ່ປະເຊີນຢູ່ໃນຂນະນີ້ ກໍແມ່ນປັດຈັຍນຶ່ງທີ່ເຮັດໃຫ້ການ ຈ່າຍຄ່າຊົດເຊີຍສິ່ງກີດຂວາງ. ເນື່ອງຈາກຜ່ານມາ ການກູ້ຢືມເງິນມະຫາສານ ເຂົ້າມາລົງທືນໃນໂຄງການນີ້ ໂດຍຣັຖບານລາວໄດ້ ຈັດສັນງົບປະ ມານ 250 ລ້ານໂດລາ ສະຫະຣັຖ ແລະ ກູ້ຢືມເພີ່ມອີກ 480 ລ້ານໂດລາ ສະຫະຣັຖຈາກ ປະເທດຈີນ ໂດຍກອງທຶນ ເງີນສຳຮອງເງິນຕຣາຕ່າງປະເທດ ຂອງລາວ ກໍຫລຸດຕໍ່າກວ່າ 1 ພັນລ້ານໂດລາ ສະຫະຣັຖ ເຊິ່ງນ້ອຍກວ່າເງິນ ທີ່ຈະໃຊ້ສຳຮະໜີ້ ປະຈຳປີຂອງປະເທດ. ສົ່ງຜົລໃຫ້ກະຊວງການເງິນຂອງລາວ ຕ້ອງຂໍໃຫ້ຈີນ ປັບໂຄງສ້າງໜີ້ສີນ ເພື່ອຫລີກລ້ຽງການຜິດນັດ ສຳຮະໜີ້

ຈາກເງື່ອນໄຂ ທີ່ວ່າມານີ້ ເຖີງວ່າມັນຈະເປັນອຸປສັກຕໍ່ໂຄງການ ຂນາດໃຫຍ່ຂອງ ລາວ-ຈີນ ກໍຕາມແຕ່ ເມື່ອວັນທີ 31 ມິນາ 2021 ທ່ານ ຫູປີນ ຫົວໜ້າບັນຊາການ ແລະ ວິສວະກອນ ຣະດັບສຸງ ບໍຣິສັດກໍ່ສ້າງທາງຣົດໄຟ ເລກ 3 ສປຈີນ ໄດ້ໃຫ້ສຳພາດວ່າ ມາຮອດປັຈຈຸບັນ ການກໍ່ສ້າງທາງຣົດໄຟລາວ-ຈີນ ມີຄວາມຄືບໜ້າຢ່າງຕໍ່ເນື່ອງ.

ສະເພາະການວາງລາງຣົດໄຟສຳເຣັດ 80% ຄາດວ່າຈະໃຫ້ສຳເຣັດ ພາຍໃນເດືອນພຶສພາ ນີ້ ແລະ ພາຍໃນເດືອນສິງຫາ ຈະເອົາຣົດໄຟມາແຕ່ຈີນ ເຣີ້ມທົດລອງແລ່ນ ໃນທ້າຍປີ 2021. ສ່ວນຄວາມຫຍຸ້ງຍາກຂອງໂຄງການ ແມ່ນໜັກໜ່ວງ ນັບແຕ່ເກີດການຣະບາດເຊື້ອໂຄວິດ-19 ເຮັດໃຫ້ການນໍາເຂົ້າອຸປກອນ ການກໍ່ສ້າງ ແລະ ແຮງງານກໍ່ສ້າງ ພົບຄວາມຫຍຸ້ງຍາກ.

ເຖິງແນວໃດກໍຕາມ ທ່ານ ຫູປີນ ໄດ້ກ່າວຢັ້ງຢືນວ່າ ການກໍ່ສ້າງທາງຣົດໄຟລາວ-ຈີນ ຈະສຳເຣັດຕາມແຜນການ ມີການມອບ-ຮັບ ໂຄງການ ຢ່າງເປັນທາງການພາຍໃນທ້າຍປີ 2021 ນີ້ຢ່າງແນ່ນອນ.

ການກໍ່ສ້າງທາງຣົດໄຟ ລາວ-ຈີນ ແມ່ນເລີ່ມລົງມືມາແຕ່ວັນທີ 25 ທັນວາ 2016 ໄລຍະເວລາໃນກໍ່ສ້າງ 5 ປີ ເຊິ່ງຈະເປີດນໍາໃຊ້ ຢ່າງເປັນທາງການ ໃນທ້າຍປີ 2021 ນຳໃຊ້ ງົບປະມານ ໃນການກໍ່ສ້າງປະມານ 5,816 ຕື້ໂດລາ ສະຫະຣັຖ, ມີທັງໝົດ 32 ສະຖານີ, ມີຄວາມຍາວທັງໝົດ 409 ກິໂລແມັດ ໂດຍກໍ່ສ້າງຕາມມາຕຖານ ເຕັກນິກຂອງຈີນ ດ້ວຍການອອກແບບຄວາມໄວ 160 ກິໂລແມັດ ຕໍ່ຊົ່ວໂມງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 24, 2021 04:28 PM

ການລົ້ມສະລາຍແລະຫາຍຍະນະຂອງມະນຸດຊາດໃນຍຸກໂລກໂຄວິດ19ຂອງເມືອງອູຫັນຄັ້ງນີ້ຖືວ່າໜັກສົມຄວນພໍໆກັບສະໄໝສເປນິສໄວລັດໃນສະໄໝ70ກ່ວາປີມາແລ້ວແຕ່ນໄໝນັ້ນມັນແມນເກີດຈາກທໍາມະຊາດແລະບໍ່ມີໃຜກີດກັ້ນແລະປົກປິດຂໍ້ມູນຄືກັບໂຄວິດ19,ມັນຈຶ່ງທໍາໄຫ້ການຜລິດຢາຮັກສາໄດ້ໄວ,ແຕ່ໂຄວິດ19ນີ້ກໍຍັງດີທີ່ມີປະເທດທີ່ບໍ່ມີເທກໂນໂໍລຈີສູງແລະບໍ່ສາມາດຈະມາແຂ່ງຂົນກັບຂຈີນໄດ້ຄືອາເມລິກາກໍຍັງສາມາດພະລິດຍາທີມີຄຸນນະພາບມາໄຫ້ທົ່ວໂລກໄດ້ມີຄວາມຫັວງກັນເຖີງ3ຫາ4ສນິດໄຫ້ຄິດເບີ່ງວ່າປະເທດທີ່ມີເທກໂນໂລຈີອັນດັບນື່ງທີ່ຄອງໂລກຍັງພະລິດວັກຊີນໄດ້1ຫາ2ສນິດແຖມຍັງຄຸນນະພາບແລະການຮອງຮັບຍັງຕໍ່າ,ຂ້ອຍເອັງກໍບໍ່ເຂົ້າໃຈ,ແລະຍັງກ່າວຫາວ່າຊາດອື່ນວ່າໄຊ້ວັກຊີນທາງການທູດອີກ,ບາດໂຕເອັງເຮັດແລ້ວບອກທົ່ວໂລກວ່າ,ຈີນກອບກູ້ໂລກວ່າຊັ້ນ,ຂ້ອຍແລ້ວງຶດແທ້ັໆເຫັນແຕ່ຄົນຜູ້ດຽວນີ້ລະໃນໂລກນີ້ທີ່ມັນໂອຫັງແໍະຂາດສັດຈາບັນຕໍ່ມະນຸດທັ້ງໂລກ.