ທ່ານ ທອງລຸນ ສີສຸລິດ ຮອງ ນາຍົກ ຣັຖມົນຕຣີ ລາວ ເວົ້າ ໃນ ວັນທີ 28 ພຶສພາ 2015 ວ່າ ປັດຈຸບັນ ໂຄງການ ທາງ ຣົດໄຟ ຄວາມໄວ ສູງ ລາວ-ຈີນ ແລະ ສວັນ-ລາວບາວ ຍັງ ຢູ່ໃນ ຂັ້ນຕອນ ການ ເຈຣະຈາ ກັນ ຢູ່ ຣະຫວ່າງ ຣັຖບາລ ລາວ, ຈີນ ແລະ ໄທ, ກ່ຽວກັບ ຣາຍ ຣະອຽດ ກ່ອນເລິ່ມ ລົງມື ປະຕິບັດ ເພື່ອ ເຮັດໃຫ້ ການ ກໍ່ສ້າງ ເປັນໄປ ຕາມ ແຜນການ ແລະ ມີ ປະສິດ ທິພາບ:
"ກຳລັງ ເຈຣະຈາ ກັບ ຈີນ ຢູ່, ເຣຶ່ອງ ຣົດໄຟ ຄວາມໄວ ສູງ ຈາກ ຍຸນນ່ານ ມາ ຜ່ານລາວ ມາທາງ ໄທ, ແຕ່ວ່ານີ້ ກໍຕ້ອງ ໄດ້ ປຶກສາ ຫາລື ກັນ ທັງ ສາມ ຝ່າຍ ຈີນ ລາວ ໄທ, ຈີນ ກໍປາກົດ ວ່າມີ ຄວາມພ້ອມ ຈະໃຫ້ ການສນັບ ສນູນ ຢູ່ ແຫລະ ຣົດໄຟ ຈາກ ຈີນ ມາລາວ ຖ້າ ບໍ່ ຕໍ່ເນື່ອງ ໄປໄທ ກະບໍ່ມີ ຄວາມໝາຍ ມັນຈະເປັນ ເສັ້ນ ທາງ ກຸດ".
ທ່ານ ກ່າວຕື່ມ ອີກວ່າ ໃນ ປີນີ້ ຫລັງຈາກ ໄດ້ ຍິນ ຂ່າວວ່າ ທາງການ ໄທ, ໄດ້ ຈິງຈັງ ກັບ ໂຄງການ ສ້າງ ທາງ ຣົດໄຟ ຄວາມໄວ ສູງ ເຊື່ອມຕໍ່ ກັບ ລາວ ເຮັດໃຫ້ ທາງການ ລາວ ຮູ້ສຶກ ດີໃຈ ນຳ, ເພາະ ຢາກເຫັນ ການ ລົງມື ສ້າງ ຕົວຈິງ ດົນ ແລ້ວ ແລະ ຍັງຈະໄດ້ ປຶກສາ ກັນ ກັບ ຝ່າຍໄທ ໃນ ເຣຶ່ອງ ຄວາມໄວ ຂອງ ຣົດໄຟ ທີ່ ຈະ ເຊື່ອມຕໍ່ ກັນ ຣະຫວ່າງ ສອງ ປະເທສ.
ພ້ອມກັນ ນັ້ນ ທ່ານ ກໍໄດ້ ເວົ້າເຖິງ ຄວາມ ຄືບໜ້າ ຂອງ ໂຄງການ ທາງ ຣົດໄຟ ຄວາມໄວ ສູງ ສວັນ-ລາວບາວ ຢູ່ ແຂວງ ສວັນນະເຂດ, ວ່າ ບໍຣິສັດ Giant Consolidated ຂອງ ມາເລເຊັຽ, ຍັງ ສຳຣວດ ແລວທາງ ນັ້ນ ຢູ່ ຍັງ ບໍ່ສາມາດ ເວົ້າ ໄດ້ວ່າ ໂຄງການ ນັ້ນ ຈະເລິ່ມ ກັນໄດ້ ເມື່ອໃດ. ຈາກ ການ ຣາຍງານ ຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງລາວ, ທາງການ ຍັງ ໜັກໃຈ ນຳ ທັງສອງ ໂຄງການ ດັ່ງກ່າວ, ໂດຍ ສະເພາະ ໂຄງການ ທາງ ຣົດໄຟ ສວັນ-ລາວບາວ ຍ້ອນ ບໍຣິສັດ ຜູ້ ລົງທຶນ ບໍ່ຢາກ ພົບກັບ ທາງການ ລາວ, ຍັງສຶກສາ ສຳຣວດ ແບບ ງຽບໆ ຢູ່ ຕໍ່ໄປ.