ຂ.ຫຼວງພຣະບາງ 2 ພັນຄົນ ໄດ້ວຽກ ໂຄງການ ທາງຣົດໄຟ

0:00 / 0:00

ປັດຈຸບັນ ຄົນງານລາວຢູ່ແຂວງຫລວງພຣະບາງ ເຮັດວຽກໃນໂຄງການສ້າງທາງ ຣົດໄຟ ຄວາມໄວສູງ ລາວ-ຈີນ ປະມານ 2 ພັນຄົນ, ມີທັງເຮັດວຽກເຈາະອຸໂມງ ສ້າງຂົວແລະຂັບຣົດ. ບໍຣິສັດຮັບເໝົາກໍ່ສ້າງ ຮັບເອົາຄົນງານລາວ ເຂົ້າເຮັດວຽກນໍາຫລາຍ ກໍແມ່ນປະຕິບັດ ຕາມນະໂຍບາຍຂອງ ພັກ-ຣັຖ ທີ່ຢາກໃຫ້ຄົນງານລາວ ມີສ່ວນຮ່ວມສ້າງ ໃນໂຄງການນີ້ ຫລາຍທີ່ສຸດ, ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ແຂວງຫລວງພຣະບາງ ໃນມື້ວັນທີ 17 ພຶສຈິການີ້:

"ຕາມເພິ່ນແຈ້ງໃຫ້ກັນກະວ່າແນວນັ້ນ 2 ພັນຄົນແລ້ວ ສ່ວນຫລາຍກັມມະກອນ ທີ່ຊ່ວຍກະແມ່ນຄົນລາວ ເອົາປະຊາຊົນ ທີ່ບ້ານຢູ່ໃກ້ ກັບເຂດສ້າງນີ້ໄປຊ່ວຍ ເຈາະອຸໂມງ ກັບສ້າງສະພານຂ້າມ ແມ່ນໍ້າຂອງ ຣັຖບາລເພິ່ນກະວ່າ ໃຫ້ບຸຣິມະສິດ ສະເພາະຄົນລາວກ່ອນ."

ທ່ານກ່າວວ່າ ຄົນງານລາວຫລາຍຄົນ ທີ່ເຮັດວຽກໃນໂຄງການສ້າງທາງຣົດໄຟນີ້ ສ່ວນໃຫຍ່ແມ່ນຄົນງານ ທົ່ວໄປ ທີ່ພໍມີຄວາມຮູ້ ແລະມີສີມື ບໍ່ຈໍາເປັນວ່າຈະຕ້ອງເວົ້າ ຫລືອ່ານພາສາຈີນໄດ້ ແລະການຄັດເລືອກເອົາ ຄົນງານນັ້ນ ກໍບໍ່ຍາກຄືກັນກັບຄົນເຂົ້າໃຈ. ທຸກມື້ນີ້ຍັງມີຜູ້ສມັກ ເຂົ້າເຮັດວຽກນັ້ນນໍາຢູ່ ຊຶ່ງຄາດວ່າ ທາງບໍຣິສັດຮັບເໝົາກໍ່ສ້າງ ຈະຮັບເອົາຄົນງານລາວ ເຂົ້າເຮັດວຽກນໍາຫລາຍຂຶ້ນ ເມື່ອຮອດເວລາເລີ້ມສ້າງ ທາງຣົດໄຟແທ້ໆແລ້ວ.

ທ່ານກ່າວຕື່ມອີກວ່າ ສ່ວນຄົນງານຈີນ ທີ່ມີແຜນນໍາເຂົ້າມາເຮັດວຽກ ໃນໂຄງການນີ້ ຢູ່ແຂວງຫລວງພຣະບາງ ຫລັງລະດູຝົນນັ້ນ ມາຮອດມື້ນີ້ ກໍຍັງບໍ່ທັນນໍາເຂົ້າມາເທື່ອ ແລະບໍ່ມີສັນຍານວ່າ ຈະເຂົ້າມາໃນໄວໆນີ້. ປັດຈຸບັນ ມີແຕ່ນັກວິຊາການ ແລະ ວິສວະກອນຈີນ ເຮັດວຽກຢູ່.

ນອກຈາກຢູ່ແຂວງຫລວງພະບາງແລ້ວ ຢູ່ແຂວງອຸດົມໄຊ ບໍຣິສັດຮັບເໝົາກໍ່ສ້າງ ທາງຣົດໄຟ ກໍຈ້າງຄົນງານລາວ ເພີ້ມຂຶ້ນເປັນ ປະມານ 1 ພັນຄົນ ຊຶ່ງເຈົ້າໜ້າທີ່ແຂວງອຸດົມໄຊ ທ່ານນຶ່ງເວົ້າວ່າ ຄ່າແຮງງານ ຂອງຄົນງານລາວ ແມ່ນເລີ້ມຕັ້ງແຕ່ 1 ລ້ານ 5 ແສນກີບ ຫາ 6 ລ້ານກີບຕໍ່ເດືອນ ແຕ່ສໍາລັບຜູ້ທີ່ເວົ້າພາສາຈີນໄດ້ ກໍໄດ້ຄ່າແຮງງານ ຫລາຍກວ່ານັ້ນອີກ.

ບໍຣິສັດຮັບເໝົາກໍ່ສ້າງຈີນ ຢູ່ແຂວງອຸດົມໄຊ, ຫລວງນໍ້າທາ ແລະຫລວງພຣະບາງ ທັງໝົດມີ 6 ບໍຣິສັດ ມີແຜນທີ່ຈະຮັບເອົາ ຄົນງານລາວ ເຂົ້າເຮັດວຽກນໍາ ທັງໝົດ 7,112 ຄົນ.