ທາງຣົຖໄຟ ລາວ-ຈີນ ບໍ່ສາມາດ ສ້າງລາຍຮັບ ມາໃຊ້ໜີ້ໄດ້

0:00 / 0:00

ປະ​ເທດ​ລາວ ໄດ້​ລົງ​ທຶນ​ໃສ່​​ໂຄງ​ການ ທາງ​ຣົ​ຖ​ໄຟ​ລາວ-ຈີນ ໃນ​ອັດ​ຕ​ຣາ​ສ່ວນ 30% ຂອງ​ມູນ​ຄ່າ​ ໂຄ​ງ​ການ​ທັງ​ໝົດ ປະ​ມານ 6 ຕື້ ໂດ​ລ້າຣ໌ສະ​ຫະ​ຣັ​ຖ ໃນ​ຂ​ະ​ນະ​ທີ່ ຈີນ ຖືກ​ຮຸ້ນ​ 70% ຕາມ​ສັດ​ສ່ວນ.

ເງິນ​ທີ່​ຣັ​ຖ​ບານ​ລາວ ເອົາ​ມາ​ລົງ​ທຶນ ​ໃສ່​ໂຄງ​ການ​ທາງ​ຣົ​ຖ​ໄຟ​ ລາວ-ຈີນ ໃນ​ອັດ​ຕ​ຣາ​ສ່ວນ 30%, ສ່ວນ​ຫຼາຍ​ເປັນ​ເງິນ​ກູ້​ຢືມ ​ຈາກ​ຈີນ ຊຶ່ງ​ຄິດ​ເປັນ​ມູນ​ຄ່າ​ປະ​ມານ 1.5 ຕື້​ໂດ​ລ້າຣ໌ ບວກ​ໃສ່​ກັບເງິນ ​ງົ​ບ​ປະ​ມານ​ຈຳ​ປີ​ຂອງ​ຣັ​ຖ​ບານ​ລາວ 250 ລ້ານ​ໂດ​ລ້າຣ໌.

ໜີ້​ສິນ​ 1.5 ຕື້ ໂດ​ລ້າ​ຣ໌ ທີ່​ຣັ​ຖ​ບານ​ລາວ ກູ້​ຢືມ​ມາ​ສ້າງ​ທາງ​ຣົ​ຖ​ໄຟ​ ລາວ-ຈີນ ດັ່ງ​ກ່າວນັ້ນ ຣັ​ຖ​ບານບໍ່​ສາ​ມາດ ທີ່​ຈະ​ໃຊ້​ແທນ​ໄດ້ ຍ້ອນ​ວ່າ ໂຄງ​ການຣົ​ຖ​ໄຟ​ ລາວ-ຈີນ ບໍ່​ສາ​ມາດ​ທີ່​ສ້າງ​ຜົ​ລ​ກຳ​ໄລ​ ໂດຍ​ຕຣົງ ເພື່ອ​ມາ​ໃຊ້​ໜີ້​ໄດ້.

ເຈົ້າ​ໜ້າ​ທີ່ ທ່າງ​ການ​ລາວ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສຣີ ວ່າ:

“ບໍ່​ໄດ້​ລະ ຕາມ​ກຳ​ນົດ​ທີ່​ເວົ້າ​ນີ້ ບໍ່​ໄດ້​ລະ. ເອີ! ​ປີນີ້​ເດີ ຊິ​ໃຊ້​ວ່າ ຕື້​ໂດ​ລ້າຣ໌ ນີ້ ຊິ​ໃຊ້​ໂອ​ຍາກໆ ໄດ້​ເຄິ່ງ​ນຶ່ງ​ກໍ​ຍັງ​ບຸນ​ລະ.”

ໃນ​ສາຍ​ຕາ ​ຂອງ​ນັກ​ວິ​ຊາ​ການ ​ຕ່າງ​ປະ​ເທດ​ແລ້ວ, ມັນ​ເປັນ​ໄປ​ໄດ້​ຍາກ ທີ່ໂຄງ​ການ​ທາງ​ຣົ​ຖ​ໄຟ​ ຈະ​ສ້າງ​ຜົ​ລ​ກຳ​ໄລ​ມາ ໃຊ້​ໜີ້​ແທນຄືນ​ໄດ້.

ດຣ.​ Keith Barney ນັກປະຖະກາຖາ ອາວຸໂສ ຈາກມະຫາວິທຍາໄລ ແຫ່ງຊາຕ ອອສເຕຣເລັຍ ຜູ້ທີ່ຕິດຕາມເຣື່ອງ ສະພາບການໃນລາວ ມາຫຼາຍປີ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ວ່າ:

“ບໍ່​ມີ​ຄວາມ​ໂປ່ງ​ໄສ ຢູ່​ໃນ​ບໍ​ຣິ​ສັດ ຮ່ວມ​ທຶນ​ຣົ​ຖ​ໄຟ ລາວ-ຈີ​ນ ມາ​ເຖິງ​ປັດ​ຈຸ​ບັນ ສະ​ນັ້ນ ​ຈຶ່ງ​ເວົ້າ​ໄດ້​ຍາກ ວ່າ ບໍ​ຣິ​ສັດ ດັ່ງ​ກ່າວ​ ຈະ​ເອົາ​ຜົ​ລ​ກໍ​າ​ໄລ​ ມາ​ຈາກ​ໃສ.”

ຣັ​ຖ​ບານ​ລາວ ແລະ ຈີນ ໄດ້​ສ້າງ​ຕັ້ງ ບໍຣິ​ສັດ ຮ່ວມທຶນ​ຣົ​ຖ​ໄຟ​ ລາວ-ຈີນ ໂດຍມີ​ມູນ​ຄ່າປະ​ມານ 1 ຕື້ໂດ​ລ້າ​ຣ໌ ປາຍ ໃນ​ນັ້ນ​ ປະ​ເທດ​ລາວ ໄດ້​ຢືມ​ເງິນ 480 ລ້ານ​ໂດ​ລ້າ​ຣ໌ ມາ​ຮ່ວມ​ທຶນ​ ໃນ​ບໍ​ຣິ​ສັດ​ດັ່ງ​ກ່າວ ໂດຍ​ມີ​ໄລ​ຍະ​ເວ​ລ​ພັກ​ໜີ້ 5 ປີ.

ດຣ.​ Keith Barney ນັກປະຖະກາຖາອາວຸໂສ ຍັງ​ກ່າວ​ຕື່ມ​ວ່າ:

" ມີ ​​ຜ​ລິ​ຕະພັນ​ທາງ​ເສ​ຖ​ກິ​ຈ ທີ່ກວ້າງ​ຂວາງ ຈາກ​ໂຄງ​ການ​ຣົ​ຖ​ດັ່ງ​ກ່າວ ໃນ​ຮູບ​ແບບການ​ ສ​ນັບ​ສ​ນູນກິ​ຈ​ກັມ​ທາງ​ເສ​ຖ​ກິ​ຈ ແລະ ການ​ເຕີບ​ໂຕ​ ທາງ​ເສ​ຖ​ກິ​ຈ ທີ່​ກວ້າງ​ຂວາງ ເຊິ່ງ​ມັນ​ບໍ່​ໃຫ້​ຜົ​ລກຳ​ໄລ​ຫຍັງ​ ໂດຍ​ກົງໃຫ້​ແກ່ ບໍ​ຣິ​ສັດ​ຮ່ວ​ມ​ທຶນ​ຣົ​ຖ​ໄຟ ​ລາວ-ຈີນ, ແຕ່ ມັນ​ພຽງ​ສາ​ມາດ​ຊ່ວຍ ​ຣັ​ຖ​ບາ​ນ​ລາວ ຜ່ານ​ການ​ເກັບ​ພາ​ສີ ແລະ ລາຍ​ຮັບ​ເທົ່າ​ນັ້ນ."

ສະ​ພາບ​ການ​ຣະ​ບາດ​ ຂອງ​ໂຄວິດ-19 ແລະ ບັນ​ຫາ​ສົງ​ຄາມ ກາຍ​ເປັນ​ປັດ​ໄຈ ທີ່​ເຮັດ​ໃຫ້​ລາວ ບໍ່​ສາ​ມາດ​ໃຊ້​ໜີ້ໄດ້​ຕາມ​ກຳ​ນົດ​ເວ​ລາ.

ນັກ​ທຸ​ຣະ​ກິຈ ທ່ານ ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ:

“ຕາມ​ເບິ່ງນີ້ ກະ​ຄື​ຊິບໍ່​ເປັນ​ໄປ​ຕາມ​ແຜນ ບໍ່​ເປັນ​ຕາມ​ແຜນ ເພາະ​ວ່າ ພິດ​ໂຄວິດ​ລະ​ຍັງ​ບໍ່​ແລ້ວ ແລະ ພິດ​ສົງ​ຄາມ ກໍ່​ມັນ​ຊິບໍ່​ເປັນ​ໄປ​ຕາມ​ແຜນ ເພາະ​ສະ​ນັ້ນ ຄົນ​ສ່ວນ​ໃຫຍ່​ທົ່ວ​ໂລກ ຕ້ອງ​ເຊບ​ໂຕ​ເອງ ນັ້ນ​ກະ​ຄື​ເງິນ​ຫາ​ຍາກ ທົ່ວ​ໂລກ​ເກີດ​ສະ​ພາ​ວະ​ເງິນ​ເຟີ້, ເງິນ​ຝືດ.”

ສະ​ນັ້ນ ຍັງ​ບໍ່​ທັນ​ມີ​ການ​ປະ​ເມີນ​ຜົ​ລ​ໄດ້​ຮັບ​ ທາງ​ເສ​ຖ​ກິ​ຈຂອງ​ທາງ​ຣົ​ຖ​ໄຟ. ມີ​ຂ່າວ​ທາງບວກ​ ກ່ຽວ​ກັບຄວາມ​ຕ້ອງ​ການ​ ໃຊ້​ບໍ​ຣິ​ການ​ທາງ​ຣົ​ຖ​ໄຟ ແຕ່ນັກ​ວິ​ຊາ​ການ​ເຫັນ​ວ່າ ​ຕ້ອງ​ລໍ​ຖ້າ​ຂໍ້​ມູນ ອອກ​ມາ​ເພີ່ມ​ເຕີມ ກ່ອນ​ທີ່​ຈະ​ສ​າ​ມາດ​ ປະ​ເມີນ​ຜົ​ລ​ໄດ້​ຮັບ ຢ່າງ​ເຕັມ​ທີ່.

ດຣ.​ Keith Barney ນັກປະຖະກາຖາອາວຸໂສ ກ່າວ​ວ່າ:

" ເຖິງ ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຮົາ​ສາ​ມາດ​ເຫັນ​ໄດ້​ວ່າ ປະ​ເທດ​ລາວຕົກ​ຢູ່​ໃນ​ສະ​ພາບ​ ຄວາມ​ຫຍຸ້ງ​ຍາກ​ທາງ​ການ​ເງິນ ຈາກ​ບັນ​ຫາ​ໜີ້​ສິນ​ໃນ​ຫຼາຍ​ປີ​ຜ່ານ​ມາ. ຄື​ດັ່ງ​​ທີ່​ທ່ານ​ຮູ້ ປະ​ເທດ​ລາວ ຈະ​ຕ້ອງ​ໃຊ້​ໜີ້ ມູນ​ຄ່າປະ​ມານ 1 ຕື້ ໂດ​ລ້າ​ຣ໌ ຕໍ່​ປີ ບັບ​ແຕ່ນີ້ ຈົນ​ຮອດ​ປີ 2025."

ແຕ່ ​ເດືອນ​ມິ​ຖຸ​ນາ ຫາ​ ເດືອນ ສິງ​ຫາ, ທະ​ນາ​ຄານ​ແຫ່ງ ສປ​ປ ລາວ ໄດ້​ອອກ​ພັ​ນ​ທະ​ບັດ ຢູ່​ຕ​ລາດ​ພາຍ​ໃນ ມູນ​ຄ່າ 4,000 ຕື້ກີບ, ປະ​ມານ 260 ລ້ານ​ໂດ​ລ້າ​ຣ໌ ຈາກ​ມູນ​ຄ່າ​ທີ່​ຣັ​ຖ​ຕັ້ງ​ເປົ້າ​ໄວ້ 5,000 ຕື້ກີບໂດຍ ໃຫ້​ດອກ​ເບັ້ຽ 20% ​ຕໍ່​ປີ ໃນ​ເວ​ລາ​ດຽວ​ກັນ ອັດ​ຕ​ຣາ​ເງິນ​ເຟີ້ ໃນ​ເດືອນສິງ​ຫາ ສູງ​ເຖິງ 30%, ແລະ ອັດ​ຕ​ຣາ​ແລກ​ປ່ຽ​ນ​ກີບ ກັບ​ເງິນ​ໂດ​ລ້າ​ຣ໌ ໃນ​ຫຼາຍ​ອາ​ທິດ​ຜ່ານ​ມາ ຢູ່​ທີ່​ປະ​ມານ 16,000 ກີບ ຕໍ່​ໂດ​ລ້າ​ຣ໌ ອີງ​ຕາມ​ຂໍ້​ມູນ ​ຈາກ​ທາງ​ການ​ລາວ.

ເມື່ອບໍ່​ດົນ​ມານີ້ ນັກ​ວິ​ຈານ​ໃຫ້​ຂໍ້​ຄິດ​ເຫັນ​ວ່າ ປະເທດ​ຈີນ​ຈະ​ບໍ່​ປ່ອຍ​ໃຫ້​ ປະ​ເທດ​ລາວ ປະ​ສົບ​ບັນ​ຫາການຜິດ​ນັດ​ການ​ຈ່າຍໜີ້, ແລະ ການ​ຈ່າຍ​ໜີ້​ໃຫ້​ຈີນ​ ຈະ​ຖືກ​ເລື່ອນ​ອອກ​ໄປ.

ຕໍ່​ບັນ​ຫາ​ດັ່ງ​ກ່າວ, ດຣ.​ Keith Barney ນັກປະຖະກາຖາອາວຸໂສ ໃຫ້​ຄຳ​ເຫັນ​ວ່າ:

" ນີ້ ​ອາ​ຈ​ເປັນ​ຄວາມ​ຈິງ ແຕ່​ວ່າ ບໍ່​ແມ່ນ​ຈະ​ເປັນການ​ເລື່ອນ​ ຊຳ​ລະ​ໜີ້​ສິນກັບ​ເຈົ້າ​ໜີ້​ທັງ​ໝົດ. ນີ້ ຈະ​ອາ​ຈ​ຊ່ວຍ​ແບ່ງ​ເປົາບັນ​ຫາ ​ທາງ​ດ້ານ​ເສ​ຖ​ກິ​ຈ ແລະ ການ​ເງິນ​ໃຫ້​ແກ່​ລາວ."

​ທີ່​ຜ່ານ​ມາ, ຣັ​ຖ​ບານ​ລາວ ໄດ້​ການ​ຂາຍ​ຮຸ້ນ 90 ເປີ​ເຊັນ ​ບໍ​ຣິ​ສັດສາຍ​ສົ່ງ​ໄຟ​ຟ້າ ທີ່​ເປັນ​ຂອງ ບໍຣິ​ສັດ ຣັ​ຖວິ​ສາ​ຫະ​ກິ​ຈ ​ໄຟ​ຟ້າ​ລາວ ໃຫ້​ບໍ​ຣິ​ສັດຈີນ, ມີ​ການ​ຂາຍ ຮຸ້ນທະ​ນາ​ຄານພັ​ທ​ນາ​ລາວ 70% ໃຫ້​ບໍ​ຣິ​ສັດ​ຈະ​ເລີນ​ເຊກອງ, ຂາຍຮຸ້ນ​ຂອງ​ບໍ​ຣິ​ສັດ ຜລິຕ-​ໄຟ​ຟ້າ​​ລາວ ມະ​ຫາ​ຊົນ 25% ໃຫ້ ບໍ​ຣິ​ສັດ ພົງ​ຊັບ​ທະ​ວີ, ແລະ ຫັນ​ປ່ຽນ​ເຂື່ອນ​ນ້ຳ​ງື່ມ 3 ທີ່​ເປັນ​ຂອງ ບໍ​ຣິ​ສັດ​ຣັ​ຖວິ​ສາ​ຫະ​ກິຈ ໄຟ​ຟ້າ​ລາວ ໄປ​ເປັນ​ຂອງ​ເອກ​ຊົນ ນັກ​ລົງ​ທຶນໄທ​ຍ, ປັດ​ຈຸ​ບັນ ​ກໍ​ມີ​ຣາຍ​ງານ​ວ່າ ເຂື່ອນ​ໄຟ​ຟ້ານ້ຳ​ງື່ມ 4 ໃກ້​ຈະ​ສ້າງ​ສຳ​ເຣັດ​ແລ້ວ ແລະ ຈະ​ໂອນ​ໃຫ້​ເປັນ​ຂອງ​ເອ​ກ​ຊົນ ອີງ​ຕາມ​ຂໍ້​ມູນ​ຈາກ ດຣ.​ Keith Barney.

ດຣ.​ Keith Barney ນັກປະຖະກາຖາອາວຸໂສ ກ່າວ​ຕື່ມ​ວ່າ:

“ເງິນ​ກີບ​ອ່ອນ​ຄ່າ, ເງິນ​ໂດ​ລ້າ​ຣ໌​ແຂງ​ຄ່າ, ແລະ ອັດ​ຕ​ຣາ​ດອກ​ເບັ້ຽໃນ​ທົ່ວ​ໂລກ​ສູງ​ຂຶ້ນ ນັ້ນຍັງ​ຄົງ​ຈະ​ສືບ​ຕໍ່​ກົດ​ດັນ​ສະ​ພາບ​ໜີ້​ສິນ ​ຂອງ​ປະ​ເທດ​ລາວ. ໃນ​ຂະ​ນະ​ທີ່ ບັນ​ຫາ​ໂຄວິດ​ ຫາກໍ່​ຜ່ານ​ໄປ ແລະ ການ​ກັບ​ມາ​ຂອງ​ນັກ​ທ່ອງ​ທ່ຽວ ຈະ​ຊ່ວຍ​ໄດ້​ຫຼາຍ ໃນ​ການ​ຟື້ນ​ຟູ​ເສ​ຖ​ກິ​ຈ, ແຕ່ຂ້າ​ພະ​ເຈົ້າບໍ່​ແນ່​ໃຈວ່າ ປະ​ເທດ​ລາວ​ຈະ​ສາ​ມາດ ແກ້​ໄຂບັນ​ຫາ​ ທາງ​ດ້ານ​ການ​ເງິນ ໂດຍ​ບໍ່​ມີ ການ​ສ​ນັບສ​ນູນ ຫັນ​ປ່ຽ​ນຮູບ​ແບບ​ການ​ໃຊ້​ໜີ້.”

ເຈົ້າ​ໜ້າ​ທີ່​ ທາງກ​ານ​ລາວ ໄດ້ເອົາ​ບໍ່​ແຮ່ ຄ້ຳ​ປະ​ກັນ ໃນ​ການ​ຢືມ​ເງິນ ມາ​ເຮັດ​ໂຄງ​ການ​ ທາງ​ຣົ​ຖ​ໄຟ​ລາວ-ຈີນ.

ທ່ານ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ອະດີ​ຕ ​ຮອງນາ​ຍົກ​ຣັ​ຖມົນ​ຕ​ຣີ ຂອງ​ລາວ ເຄີຍ​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາຕ ກ່ອນ​ທີ່​ຈະ​ເຣີ່ມ​ໂຄງ​ການ ທາງ​ຣົ​ຖ​ໄຟ​ ລາວ-ຈີນ ​ວ່າ:

“ຫຼັງຈາກຄິດໄລ່ແລ້ວ, ພວກເຮົາເຫັນວ່າ ພວກເຮົາຈະສາມາດ ຈ່າຍໜີ້ໄດ້ ຍ້ອນວ່າ ພວກເຮົາມີບໍ່ແຮ່ Potash 5 ແຫ່ງ ແລະ ຖ້າພວກເຮົາຂຸດຄົ້ນບໍ່ແຮ່ນັ້ນ ແລະ ເອົາລາຍຮັບຈາກມັນ ພວກເຮົາຈະບໍ່ມີບັນຫາໃນການໃຊ້ໜີ້ຄືນພາຍໃນ 5 ປີ ແທນທີ່ຈະໃຊ້ເວລາ 30 ປີ.​”

ແຕ່​ຣັ​ຖ​ບານ​ລາວ ກໍ​ປະ​ຕິ​ເສດ​ເຣື່ອງ​ທີ່​ລາວ​ຕົກ​ເປັນ​ໜີ້​ຈີນ ໃນ​ໂຄງ​ການ​ທາງ​ຣົ​ຖ​ໄຟ​ ລາວ-ຈີນ.

ທ່ານ ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ກ່າວ ໃນ​ເດືອນ​ທັນ​ວາ 2021 ຕອນ​ນຶ່ງ ​ວ່າ:

“ຂັ້ນ​ມີ​ຜູ້ມາ​ໂຈມ​ຕີ ເວົ້າ​ລະວ່າ ລາວ​ເຮົາ​ເປັນ​ໜີ້​ສິນ​ຂອງ​ຈີນຫຼາຍ ຍ້ອນ​ທາງ​ຣົ​ຖ​ໄຟ ມັນ​ບໍ່​ແມ່ນ ຜູ້​ທີ່​ຕິດ​ໜີ້​ລະ​ແມ່ນ ບໍ​ຣິ​ສັດ ທາງ​ຣົ​ຖ​ໄຟ​ ລາວ-ຈີນ ກະ​ໝາຍ​ຄວາມ​ວ່າ ແມ່ນ​ບໍ​ຣິ​ສັດ ເປັນ​ຜູ່​ຕິດ​ໜີ້ ບໍ​ຣິ​ສັດ ຈະ​ເປັນ​ຜູ້ຫາ​ເງິນ​ມາ​ເພື່ອ​ໃຊ້​ໜີ້ ໂດຍ​ການ​ອູ້ມ​ຊູ ຍູ້​ໜູນ​ຂອງ​ຣັ​ຖ​ບານ​ ລາວ-ຈີນ.”

ແຕ່ປະ​ຊາ​ຊົນ ບາງ​ຄົນ​ກໍ​ມີ​ຊີ​ວິຕ ການ​ເປັນ​ຢູ່​ ປ່ຽນ​ແປງໄປ ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ ​ເສັຽ​ທີ່​ດິນ​ໃຫ້​ໂຄງ ​ການ​ທາງ​ຣົ​ຖ​ໄຟ​ ລາວ-ຈີນ.

ບາງ​ຄົນ ຈາກ​ທີ່​ເຄີຍ​ເຮັດ​ນາ​ໄດ້​ເຂົ້າ​ກິນ ປີ​ລະ ​90 ເປົ໋າ​ປ່ານ ຄິດ​ເປັນ​ມູນ​ຄ່າ ເກືອບ 30 ລ້ານ ກີບ ຕໍ່​ປີ, ແຕ່​ ຫຼັງ​ຈາກ​ເສັຽ​ທີ່​ດິນ​ໄປ​ແລ້ວ ເຂົາ​ເຈົ້າ​ກໍ​ບໍ່​ສາ​ມາດ​ຫາ​ລາຍ​ໄດ້​ຫຍັງ​ໄດ້​ເລີຍ.

ຊາວ​ນະ​ຄອນ​ຫລວງວຽງ​ຈັນ ທ່ານ​ນຶ່ງ​ທີ່​ເສັຽດິນ ​ໃຫ້​ທາງ​ຣົ​ຖ​ໄຟ ​ລາວ-ຈີນ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ:

“ແຕ່​ກີ້​ ດິນ​ເຮົາ​ກະ​ລ້ຽງ​ປູ ​ລ້ຽງ​ປາ ເຮັດ​ໄຮ່​ເຮັດ​ນາ​ກິນ ດຳ​ໄຮ່​ ດຳ​ນາ​ກິນ ຄື​ວ່າ​ເຮັດ​ນາ​ສອງ​ຣະ​ດູ ນາ​ປີ ​ນາ​ແຊງ​ຈັ່ງ​ຊີ້​ນ່າ. ນາ​ປີ ນາ​ແຊງ ເຮົາ​ໄດ້​ຂາຍ​ເຂົ້າ​ ຂາຍ​ນ້ຳ ເສ​ຖ​ກິ​ຈ ພໍ​ພຽງ​ເຮົາ​ກະ​ມີ​ພໍ​ຢູ່ ພໍ​ກິນ​ເນາະ. ນາ​ແຊງ​ເຮົາ​ກະ​ເຮັດ ນາ​ປີ ເຮົາ​ກະ​ເຮັດ ດິນ​ດຳ​ນ້ຳ​ຊຸ່ມ ດິນ​ທີ່​ວ່າ ໂຕ​ເຮົາ​ຖືກ​ໂຄງ​ການ​ຫັ້ນ​ນ່າ ນາ​ປີ​ເຮົາ​ກະ​ໄດ້ 50 ເປົ໋າ​ປ່ານ ນາ​ແຊງ​ເຮົາ​ກະ​ໄດ້​ຢູ່ 40 ເປົ໋າ​ປ່ານ ເຮົາ​ກະ​ໄດ້​ພໍ​ຢູ່​ພໍ​ກິນ ເຮົາ​ບໍ່​ໄດ້​ເຮັດ​ນາ​ກິນ ເຮົາ​ກະ​ໄປ​ຊື້​ເຂົ້າ​ກະ​ໂລ​ມາ​ກິນ​ດຽວນີ້.”