ຄົນລາວຈຳນວນຫຼາຍ ຖືກຊາຍຊາວຈີນຜູ້ໜຶ່ງ ຕົວະຂາຍໂທລະ iPhone ປອມໃຫ້

ຈຳປາທອງ
2024.10.17
ຄົນລາວຈຳນວນຫຼາຍ ຖືກຊາຍຊາວຈີນຜູ້ໜຶ່ງ ຕົວະຂາຍໂທລະ iPhone ປອມໃຫ້ ຜູ້ເດີນທາງ ກຳລັງຈົດຈໍ່ກັບການໃຊ້ໂທລະສັບມືຖືຂອງຕົນເອງ ໃນຂະນະທີ່ລໍຖ້າເດີນທາງ ທີ່ສະຖານີລົດໄຟລາວ-ຈີນ ແຫ່ງໜຶ່ງ. ວັນທີ່ 17 ສິງຫາ 2023.
ຮູບພາບຈາກພົນລະເມືອງ

ຄົນຈີນ ທີ່ຍັງບໍ່ຮູ້ຊື່ ອາຍຸປະມານ 50 ປີ ເລາະຕົວະຂາຍໂທລະສັບມືຖືປອມ ໃຫ້ຮ້ານຂາຍໂທລະສັບຂອງຄົນລາວ, ຮ້ານຂາຍເຄື່ອງທົ່ວໄປ ແລະຕາມບ້ານຕ່າງໆ ຢູ່ແຂວງວຽງຈັນ, ນະຄອນຫຼວງວຽງຈັນ ແລະນະຄອນຫຼວງພະບາງແລ້ວໜີໄປ ໂດຍທີ່ທາງການລາວ ຍັງບໍ່ທັນຈັບໄດ້ເທື່ອ.

ຄົນຈີນຜູ້ທີ່ວ່ານີ້ ໄດ້ນໍາເອົາໂທລະສັບ iPhone ລຸ້ນ 15 Pro Max ມາຕົວະຂາຍໃຫ້ບ່ອນຂາຍສັດປີກແຫ່ງນຶ່ງ ໃນຕະຫຼາດພູຄໍາ ເມືອງກາສີ ແຂວງວຽງຈັນ ໃນມື້ວັນທີ 14 ຕຸລາ 2024 ນີ້ ໂດຍອ້າງວ່າ ຈະຂາຍເອົາເງິນເປັນຄ່າເດີນ ທາງກັບປະເທດ, ອີງຕາມຄໍາເວົ້າຂອງຜູ້ທີ່ໄດ້ຊື້ ໂທລະສັບ iPhone ນາງນຶ່ງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 16 ຕຸລານີ້ ກ່ຽວກັບວີທີການຕົວະຂາຍ iPhone ຂອງຄົນຈີນນັ້ນວ່າ:

ມັນຈະທໍາທ່າວ່າ ບໍ່ມີເງິນກັບປະເທດ ແລ້ວມັນຈະຂາຍ ອຸບາຍ ມັນກໍຄືມັນເຄີຍເຮັດແບບນັ້ນນໍ ແລ້ວເວລາມັນສິໜີ ມັນເຮັດຈັບຄືນວ່າ ເອົາບໍ່ ບໍ່ເອົາບໍ່ ຈັ່ງຊີ້ນະ ຄືວ່າຟ້າວໄປ ລົດສິອອກ ທໍານອງນີ້ວ່າ ແລ້ວມັນຈະຂາຍ 9 ລ້ານ (ກີບ) ແລ້ວບາດນັ້ນ ຂ້ອຍນັບເງິນໃຫ້ ຈັງຫວະນັ້ນມັນປ່ຽນໜ່ວຍ ໂຕທີ່ຂ້ອຍເຊັກເປັນຂອງແທ້ ແລ້ວພໍລູກສາວມາ ມາຈັບໂທລະສັບມາປັດເບິ່ງ ແມ່ຂອງກັອບ ມີຄົນທີ່ເສຍຫາຍມາ 2-3 ຄົນ ບາງຄົນຫັ້ນເປັນລົມເລີຍ ບາງຄົນຢືມເງິນໝູ່ມາຊື້ນໍາມັນ.

ນາງເວົ້າວ່າ ກ່ອນຈະຕົກລົງຊື້ ນາງໄດ້ເຊັກ iPhone ນັ້ນຢ່າງລະອຽດ ເປັນຂອງແທ້ 100%. ເຂົາຈະຂາຍໃນລາຄາ 9 ລ້ານກີບ. ຍ້ອນລູກສາວຂອງນາງຢາກໄດ້ ຈຶ່ງບໍ່ຄິດຫຍັງຫຼາຍ, ຕັດສີນໃຈຊື້ໃຫ້. ແຕ່ຕອນທີ່ນາງນັບເງີນຢູ່ນັ້ນ ເຂົາຈັບເອົາໂທລະສັບໄປ ວ່າຈະເອົາບໍ່, ເຮັດທ່າຄືຟ້າວໄປ ຄືຢາກຮ້າຍ ເຂົາຢືນຂື້ນ ເຮັດຄືຈະໄປ ແລ້ວນາງເວົ້າວ່າເອົາ. ເວລາກົ້ມນັບເງິນໃຫ້ແປບດຽວ ຊຶ່ງຫນ້າຈະແມ່ນຈັງຫວະນີ້ ເຂົາລັກປ່ຽນ ເອົາອັນປອມໃຫ້. ພໍນາງຍື່ນເງິນໃຫ້ ເຂົາກໍເອົາເງິນໃສ່ຖົງໂສ້ງ ຟ້າວຢ່າງໄປຫາລົດ ແລ້ວເລັ່ງລົດອອກໄປ ເພາະເຂົາຢ້ານນາງນໍາທັນ. ນາງເວົ້າວ່າ ມັນຕຽມການໄວ້ລ່ວງຫນ້າແລ້ວ.

ຫຼັງຈາກຖືກຄົນຈີນຕົວະຂາຍ iPhone ໃຫ້ແລ້ວ ນາງກໍໄດ້ໄປແຈ້ງຄວາມ ໃຫ້ຂໍ້ມູນແກ່ເຈົ້າໜ້າທີ່ຕໍາຫຼວດຮູ້.

ແລະເມື່ອກ່ອນໜ້ານັ້ນ ຈີນຄົນຜູ້ດຽວກັນນີ້ ກໍໄດ້ເອົາໂທລະສັບ iPhone ລຸ້ນ 15 Pro Max ປອມຄືກັນນັ້ນ ໄປຕົວະຂາຍໃຫ້ຮ້ານຂາຍໂທລະສັບຂອງຄົນລາວ ຢູ່ບ້ານ ດົງສ້າງຫີນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນມື້ວັນທີ 29 ກັນຍາທີ່ຜ່ານມາ ໂດຍໃຊ້ວິທີຕົວະຂາຍແບບລັກສະນະດຽວກັນຄືດັ່ງກ່າວ ດັ່ງເຈົ້າຂອງຮ້ານຄ້າ ຜູ້ເສັຍຫາຍ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ຄົນດຽວກັນ ແລ້ວກໍເຮັດລັກສະນະດຽວກັນ ມັນຈະເວົ້າພາສາໄທປົນພາສາອັງກິດ ຈີນ ເຮັດວຽກຢູ່ ອັນ ຄາສິໂນ ຢາກກັບບ້ານ ຢາກກັບບ້າ ບໍ່ມີເງິນກັບບ້ານ ມັນກໍສ້າງຄວາມປັ່ນປ່ວນນິດນຶ່ງ ແບບຄືຟ້າວໆຫັ້ນນະ ທາງເຮົາກໍເຊື່ອ ທີ່ວ່າມັນມາແບບເປີດທັງໜ້າຕາ ມັນບໍ່ໄດ້ໃສ່ໝວກກັນນ໊ອກ ໄລຍະທີ່ຈະເອົາເງິນໃຫ້ມັນ ປຸບ ມັນຈະປ່ຽນໂທລະສັບ ເປັນເຄື່ອງໃໝ່ມາໃຫ້ ມັນຮ້ອງວ່າ 11 ລ້ານນໍ ບາດນີ້ໝູ່ເຮົາຕໍ່ໄດ້ປະມານ 9 ລ້ານ ແລ້ວມັນເຮັດແບບບໍ່ພໍໃຈ ຄືແບບລັກສະນະໄດ້ເງິນໜ້ອຍຫັ້ນນະ ເວລາຍື່ນເງິນໃຫ້ສຸດ ແລ້ວກໍບິດຈັກລົດໄປເລີຍ.

ເຖິງແມ່ນຈະຮູ້ວ່າ ຖືກຄົນຈີນຕົວະຂາຍ iPhone ປອມໃຫ້ແລ້ວ ແຕ່ເຈົ້າຂອງຮ້ານຄ້າກໍຍັງບໍ່ທັນໄດ້ໄປແຈ້ງຄວາມ ໃຫ້ເຈົ້າໜ້າທີ່ຕໍາຫຼວດຮູ້ເທື່ອ.

ໃນຂະນະດຽວກັນ ເຈົ້າຂອງຮ້ານຂາຍໂທລະສັບແຫ່ງນຶ່ງ ຢູ່ບ້ານໜອງໜ່ຽງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກໍເວົ້າວ່າ ພາຍຫຼັງຮູ້ຂ່າວວ່າ ມີຄົນຈີນຕົວະຂາຍໂທລະສັບປອມ ກໍເຮັດໃຫ້ເຈົ້າຂອງຮ້ານຂາຍໂທລະສັບຫຼາຍແຫ່ງ ລະມັດລະວັງຫຼາຍຂື້ນ, ເມື່ອມີຄົນແປກໜ້າໂດຍສະເພາະ ຄົນຈີນມາຈ່າວຂາຍໂທລະສັບໃຫ້ ກໍຕ້ອງໄດ້ກວດເບິ່ງໂທລະສັບນັ້ນຄັກແນ່ເປັນພິເສດ ດັ່ງທີ່ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ຕຸລານີ້ວ່າ:

“ຄົນແປກໜ້າ ຄົນຕ່າງແຂວງ ຖາມຂາຍເຄື່ອງ ເຮົາກໍບໍ່ຄ່ອຍຮັບຊື້ປານໃດນະ ມັນກໍຕ້ອງແບບເຄື່ອງຮອດມືເຮົາກ່ອນ ບໍ່ຊັ້ນຕ້ອງມີຄົນຮູ້ຈັກ ຫຼືວ່າ ເຂົາຝາກມາກ່ອນ ຄັນລາຄາ ໂດຍສະເພາະລຸ້ນແພງແລ້ວ ເຂົາເຈົ້າມາຂາຍຖືກ ມັນກໍບໍ່ແມ່ນແລ້ວ ລັກສະນະແບບວ່າ ເອີ ຕົວະເຮົາແລ້ວ.

ກ່ຽວກັບບັນຫາທີ່ວ່ານີ້ ສໍາລັບຢູ່ແຂວງວຽງຈັນ ເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບແຂວງທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ຕຸລານີ້ວ່າ ຫຼັງຈາກເຈົ້າໜ້າທີ່ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍແລ້ວ ກໍໄດ້ລາຍງານໄປຍັງກອງບັນຊາການຕໍາຫຼວດ ເພື່ອຂໍຄໍາສັ່ງສືບສວນ-ສອບສວນ, ຈະປະສານໄປທາງເມືອງ ແລະແຂວງຕ່າງໆ ເພື່ອໃຫ້ຊ່ອຍຕິດຕາມເລື່ອງນີ້ ແລະວ່າ ຍັງບໍ່ທັນຈັບຄົນຈີນ ທີ່ເລາະຕົວະຂາຍໂທລະສັບມືຖືປອມນັ້ນໄດ້ເທື່ອ. ດັ່ງທີ່ທ່ານກ່າວວ່າ:

ພາຍຫຼັງທີ່ເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມແລ້ວ ສິ ລາຍງານກອງບັນຊາການ ຂໍຄໍາສັ່ງເພີ່ນເປີດການສືບສວນ-ສອບສວນ ໃສ່ເຫດການຫັ້ນ ກັບຜູ້ມາແຈ້ງຄວາມ ມາໃຫ້ຂໍ້ມູນຕໍ່ເຈົ້າໜ້າທີ່ ກໍລອຍຕົວຫັ້ນແຫຼະ ເຈົ້າໜ້າທີ່ເຮົາຍັງບໍ່ເຫັນຫັ້ນນະ ຂ້າພະເຈົ້າກໍສິປະ ສານໄປທາງແຂວງ ບັນດາເມືອງ ບັນດາຕ່າງແຂວງຫັ້ນນະ ຖ້າເຫັນເປົ້າໝາຍນີ້ ກໍໃຫ້ເຂົາເຈົ້າປະສານຫາຄືນ ດຽວນີ້ບໍ່ຮູ້ທີ່ຢູ່ແນ່ນອນຫັ້ນ ຈັກສິໄປຊອກແນວໃດ.

ພ້ອມດຽວກັນນັ້ນ ທ່ານກໍເວົ້າວ່າ ຢາກໃຫ້ຜູ້ເສຍຫາຍ ແລະປະຊາຊົນທົ່ວໄປ ເປັນເຈົ້າການແຈ້ງເບາະແສຂອງຄົນຈີນຜູ້ຕົວຂາຍໂທລະສັບປອມນັ້ນ ໃຫ້ເຈົ້າໜ້າທີ່ຕໍາຫຼວດຮູ້ ເພື່ອຈະໄດ້ນໍາຕິດຕາມຈັບຜູ້ກ່ຽວ ມາດໍາເນີນຄະດີ ຕາມລະ ບຽບກົດໝາຍ.

ມີຫຼາຍກໍລະນີ ທີ່ຄົນຈີນຜູ້ນີ້ ໄດ້ເລາະຕົວະຂາຍໂທລະສັບມືຖືປອມ ຮວມທັງຢູ່ແຂວງຫຼວງພະບາງ ເຊັ່ນໃນມື້ວັນທີ 12 ຕຸລາ 2024 ເຂົາໄດ້ຕົວະຂາຍ ຢູ່ບ້ານວັງເງິນ ນະຄອນຫຼວງພະບາງ. ຜູ້ກ່ຽວເວົ້າກັບຄົນ ທີ່ເຂົາຕ້ອງການຂາຍໂທລະສັບໃຫ້ ເປັນພາສາອັງກິດ ໂດຍບອກວ່າ ເຂົາເປັນຄົນໄຕ້ຫວັນ, ບໍ່ມີເງິນເປັນຄ່າເດີນທາງກັບປະເທດ, ຢາກຂາຍໂທລະສັບນີ້ ໃນລາຄາ 10 ລ້ານກີບ, ແຕ່ເມື່ອຜູ້ທີ່ຈະຊື້ເວົ້າວ່າ ມັນແພງຫຼາຍ ແລ້ວກໍຕໍ່ລົງມາ, ໃນທີ່ສຸດເຂົາກໍຂາຍໂທລະສັບປອມໃຫ້ໃນລາຄາ 4 ລ້ານກີບ.

ເວົ້າເຖິງຄົນຈີນ ທີ່ເຂົ້າມາລາວ ນອກຈາກບັນຫາຕົວະຂາຍໂທລະສັບປອມ ໃຫ້ຄົນລາວ ຄືທີ່ວ່ານັ້ນແລ້ວ ກໍຍັງມີບັນຫາອັນບໍ່ດີອີກຫຼາຍໆຢ່າງ ຮວມທັງການຄ້າມະນຸດ ດ້ວຍຫຼາຍຮູບແບບ ເຊັ່ນການແຕ່ງດອງແບບແອບແຝງ, ການຊັກຊວນໄປອອກແຮງງານ. ເວົ້າສະເພາະຢູ່ນະຄອນຫລວງວຽງຈັນ ກໍມີເຖິງ 24 ບ້ານ ທີ່ມີຄວາມສ່ຽງ ເປັນຕົ້ນຕໍ່ຊາວໜຸ່ມ ຍິງສາວ ຜູ້ທີ່ບໍ່ຮູ້ທັນ ເລ້ລ້ຽມ ກົນອຸບາຍ ຂອງພວກຄ້າມະນຸດນັ້ນ ຈະຕົກເຂົ້າໃນວົງຈອນຂອງການຄ້າມະນຸດ.

ມີຂໍ້ມູນກ່ຽວກັບວ່າ ໃນຈໍານວນບ້ານດັ່ງກ່າວນັ້ນ ມີແມ່ຍິງລາວຈໍານວນນຶ່ງ ແຕ່ງດອງກັບຄົນຈີນ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງຫາດຊາຍຟອງ ຕໍ່ວິທຍຸເອເຊັຽເສຣີ ທີ່ຜ່ານມາ.

ຢູ່ແຂວງຫລວງນໍ້າທາ ທີ່ຜ່ານມາ ຄະນະກໍາມະການຕ້ານການຄ້າມະນຸດແຂວງ ນີ້ ກໍໄດ້ໃຫ້ການຊ່ວຍເຫລືອ ແມ່ຍິງລາວຜູ້ເຄາະຮ້າຍຈາກການຄ້າມະນຸດແລະ ຜູ້ທີ່ມີຄວາມສ່ຽງ ຕໍ່ການທີ່ຈະຖືກຄ້າມະນຸດ ໄດ້ທັງໝົດ 16 ຄົນ ຊຶ່ງສ່ວນຫລາຍເປັນເດັກນ້ອຍແມ່ຍິງຊົນເຜົ່າ ອາຍຸຕໍ່າກວ່າ 18 ປີ ຈາກຫລາຍແຂວງຂອງລາວ ທັງຈາກແຂວງຫລວງນໍ້າທາເອງ ແລະແຂວງອື່ນໆ ເປັນຕົ້ນແຂວງອຸດົມໄຊ, ຫລວງພະບາງ, ໄຊຍະບູລີ, ຫົວພັນ, ຊຽງຂວາງ, ສະຫວັນນະເຂດ ແລະແຂວງຈໍາປາສັກ. ພວກເຂົາເຈົ້າຖືກພວກຈີນ ທີ່ເຂົ້າມາທ່ອງທ່ຽວແບບແອບແຝງ ແລ້ວຊອກຫາສູ່ຂໍເດັກນ້ອຍແມ່ຍິງລາວ ໄປເປັນເມຍຢູ່ປະເທດຈີນ ດ້ວຍການໃຫ້ສິນສອດ ເຄື່ອງໝັ້ນຫລາຍ. ແຕ່ເມື່ອພໍໄດ້ໄປຮອດຈີນແລ້ວ ກໍຖືກບັງຄັບໃຫ້ນອນນໍາຜູ້ຊາຍຄົນອື່ນ ແລະຂາຍໃຫ້ຜູ້ຊາຍຈີນຄົນອື່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.