Moody’s ຈັດໃຫ້ ລາວເປັນປະເທດ ບໍ່ສາມາດ ຈ່າຍໜີ້ໄດ້

0:00 / 0:00

ສະ​ຖາ​ບັນ Moody’s ທີ່​ເປັນ​ສະ​ຖານ​ບັນ ​ຈັດ​ອັນ​ດັບຄວາມ​ໜ້າ​ເຊື່ອ​ຖື ຂອງ​ການ​ຈ່າຍ​ໜີ້ ໄດ້ຈັດ​ອັນ​ດັບ​ປະ​ເທດ​ລາວ ເປັນ​ປະ​ເທດ​ທີ່ບໍ່​ມີ​ຄວາມ​ສາ​ມາດ​ໃຊ້​ໜີ້ ໃຫ້​ຫຼຸ​ດ​ລົງ​ໄປ​ຕື່ມ​ອີກ ຍ້ອນ​ວ່າ ປະ​ເທດລາວ ມີ​ບັນ​ຫາຂາດ​ແຄນ​ເງິນ​ຕ​ຣາ ​ຕ່າງ​ປະ​ເທດ ແລະ ເງິນ​ຕ​ຣາ​ໃນ​ປະ​ເທດ ໃນ​ໄລ​ຍະ​ຍາວ.

ໃນ​ການ​ເດືອນ​ມິ​ຖຸ​ນາ 2022 ທີ່​ຜ່ານ​ມາ ຜ​ແນກ​ຝ່າຍ​ນັກ​ລົ​ງ​ທຶນ​ ຂອງສະ​ຖາ​ບັນ Moody’s ໄດ້​ຈັດ​ອັນ​ດັບ​ປະ​ເທດ​ລາວ ໃຫ້​ຢູ່​ໃນ​ອັນ​ດັບ Caa3 ຈາກ​ແຕ່​ກ່ອນຢູ່​ໃນ​ອັນ​ດັບ Caa2.

ແຕ່​ກ່ອນ​ລາວ ຢູ່​ໃນ​ອັນ​ດັບ Caa2 ກໍ​ເປັນ​ອັນ​ດັບ​ທີ່ ບໍ່​ມີ​ຄວາມ​ສາ​ມາດ​ ໃນ​ການ​ໃຊ້​ໜີ້​ຢູ່​ແລ້ວ ແຕ່ມາ​ຖືກ​ຈັດ​ຢູ່​ໃນ​ອັນ​ດັບ Caa3 ກໍ​ຍັງ​ຍິ່ງຢູ່​ໃນ​ອັນ​ດັບ ​ທີ່ຫຼຸດ​ລົງ ​ຫຼື​ເປັນ​ອັນ​ດັບ​ທີ່ ຂີ້​ຮ້າຍກວ່າ​ເກົ່າ.

ສະ​ຖາ​ບັນ Moody’s ມີ​ຫ້ອງ​ການ​ໃຫຍ່ ​ຕັ້ງ​ຢູ່​ປະ​ເທດ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ແລະ ຍັງ​ມີ​ຫ້ອງ​ການ​ທີ່​ເປັນ​ໂຕ​ແທນ​ຕັ້ງ​ຢູ່​ຫຼາຍ​ປະ​ເທດ (ສຖາບັນ ຈັດອັນດັບ ຄວາມໜ້າເຊື່ອຖື).

ສະ​ບັນ Moody’s ໄດ້​ຣາຍ​ງານ​ວ່າ ການ​ຕັດ​ສິນ​ໃຈ ຈັດ​ອັນ​ດັບ​ໃຫ້​ລາວ ລົງ​ມາ​ຢູ່​ໃນລະ​ດັບ Caa3 ນັ້ນ​ສະ​ທ້ອນ​ໃຫ້​ເຫັນ​ເຖິງ ​ຄວາມ​ສ່ຽງຂາດ​ແຄນ​ເງິນ​ສົດ ແລະ ຄວາມບອບ​ບາງ ທີ່​ປະ​ເທດ​ລາວຕ້ອງ​ຕົກ​ເປັນ​ໜີ້​ ລວມ​ທັງ​ ຄວາມ​ອ່ອນ​ແອ​ຂອງ​ ຣັ​ຖ​ບານ​ລາວ ທີ່​ເຮັດ​ໃຫ້​ເກີດ​ຄວາມ​​ສ່ຽງ​ຫຼາຍ​ຂຶ້ນ.

ໃນ​ການ​ແກ້​ໄຂບັນ​ຫາ ທາງ​ດ້ານ​ການ​ເງິນ, ປະ​ເທດ​ລາວ ກໍ​ຍັງ​ເພິ່ງ​ພາ​ອາ​ສັຍ ​ການ​ຄ້າ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ຫຼາຍ​ຂຶ້ນກວ່າ​ເກົ່າ ເຊິ່ງຈະສົ່ງ​ຜົ​ລ​ເຮັດ​ໃຫ້ ມີ​ການ​ເປີດ​ເຜີຍ​ໂຕ​ເອງ ຕໍ່​ຕ​ລາດທາງ​ການ​ຄ້າ ​ຫຼາຍ​ຂຶ້ນ.

ປະ​ເທດ​ລາວ ຂາດ​ດຸນ​ງົບ​ປະ​ມານປະ​ຈຳ​ປີ ແລະ ງົບ​ປະ​ມານ​ພາຍນອກ ສົ່ງ​ຜົ​ລ​ເຮັດ​ໃຫ້​ມີ​ການ​​ຂາດ​ດຸນ ງົບ​ປະ​ມານ ແລະ ຂາດ​ດຸນ​ທາງ​ບັນ​ຊີ ໃນ​ປັດ​ຈຸ​ບັນ ແບບ​ເປັນ​ຕ່ອງ​ໂສ້​ກັນ.

ເຖິງ​ວ່າ ປະ​ເທດ​ລາວ ໄດ້​ເປີດ​ໃຊ້​ເສັ້ນ​ທາງ​ຣົ​ຖ​ໄຟ ​ລາວ-ຈີນ ຢ່າງ​ເປັນ​ທາງ​ການ ແລະ ຈະ​ນຳ​ໄປ​ສູ່​ການ​ປັບ​ປຸງ​ທາງ​ການ​ຄ້າ ແລະ ການ​ທ່ອງ​ທ່ຽວ, ແຕ່ ຄວາມ​ສ່ຽງ ​ທີ່​ປະ​ເທ​ດ​ລາວ ຈະ​ຜິດ​ນັດ​ການ​ຈ່າຍ​ໜີ້ ກໍ​ຍັງ​ມີ​ສູງ​ ຍ້ອນ​ການບໍ​ຣິ​ຫານງານ​ທີ່​ອ່ອນແອ.

ສະ​ຖາ​ນັບ​ Moody’s ຍັງ​ຣາຍ​ງານ​ວ່າ ປະ​ເທດ​ລາວ​ ຍັງມີ​ຄວາມ​ສ່ຽງ​ທີ່​ຈະ​ຂາດ​ແຄນ​ເງິນທຶນ ເປັນ​ເວ​ລາ​ຢ່າງ​ໜ້ອຍ 3 ປີ ໃນ​ຕໍ່​ໜ້າ.

ລາວປ​ະ​ສົບ​ບັນ​ຫາ ການ​ແຜ່​ຣະ​ບາດ​ຂອງ​ ໂຄວິດ-19 ເປັນ​ເວ​ລາ 2 ປີ ປາຍ ທີ່​ເຮັດ​ໃຫ້​ເສ​ຖ​ກິ​ຈ ​ຂອງ​ປະ​ເທດ​ ຕ້ອງ​ຢຸດ​ສະ​ງັກ​ໄປ.

ອີກ​ປັດ​ໄຈ​ນຶ່ງ​ ກໍ​ຄືປະ​ເທດ​ລາວ ປະ​ເຊີນ​ກັບ​ບັນ​ຫາ​ພັຍ​ເງິນ​ເຟີ ຢ່າງ​ຕໍ່​ເນື່ອງ​ ນັບ​ແຕ່​ເດືອນ​ມົກ​ກະ​ຣາ 2022 ຈົນ​ມາ​ເຖິງ​ປັດ​ຈຸ​ບັນ ນັ້ນກໍ​ເປັນ​ປັດ​ໄຈ​ນຶ່ງທີ່ສົ່ງ​ຜົ​ລ ​ຕໍ່​ຄວາມ​ສາ​ມາດ​ຂອງ​ປະ​ເທດ​ລາວ ໃນ​ການ​ໃຊ້​ໜີ້​ຕ່າງ​ປະ​ເທດ.

ອີ​ຕ​ງາມ​ຂໍ້​ມູນ ​ຈາກ​ເວບ​ໄຊ້ຕ໌ ​ຂອງ​ທະ​ຫານ​ແຫ່ງ ສ​ປ​ປ ​ລາວ ພົບ​ວ່າ ອັດ​ຕ​ຣາ​ເງິນ​ເຟີ ​ຂອງ​ລາວສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ:

  • ເດືອນ​ມົກ​ກະ​ຣາ ອັດ​ຕ​ຣາ​ເງິນ​ເຟີຂອງ​ລາວ25 ເປີ​ເຊັນ
  • ເດືອນ​ກຸມ​ພາ ອັດ​ຕ​ຣາ​ເງິນ​ເຟີ31 ເປີ​ເຊັນ
  • ເດືອນ​ມີ​ນາ ອັດ​ຕ​ຣາ​ເງິນ​ເຟີ54 ເປີ​ເຊັນ
  • ເດືອນ​ເມ​ສາ ອັດ​ຕ​ຣາ​ເງິນ​ເຟີ86 ເປີ​ເຊັນ
  • ເດືອນ​ພຶ​ສ​ພາ81 ເປີ​ເຊັນ
  • ເດືອນ​ມິ​ຖຸ​ນາ61 ເປີ​ເຊັນ
  • ເດືອນ​ກໍ​ຣະ​ກະ​ດາ62 ເປີ​ເຊັນ
  • ເດືອນ​ສິງ​ຫາ01 ເປີ​ເຊັນ

ນັບ​ແຕ່​ ເດືອນມົກ​ກະ​ຣາ - ເດືອນ​ສິງ​ຫາ 2022, ສະ​ເລັ່ຽ​ແລ້ວ ເງິນ​ກີບ​ລາວ​ເຟີ ໄດ້​ເພີ່ມ​ຂຶ້ນປະ​ມານ 10 ເປີ​ເຊັນ ໃນ​ແຕ່​ລະ​ເດືອນ.

ລາ​ຄາ​ອາ​ຫານ ປະເພດເຂົ້າ, ລາ​ຄາຊີ້ນໝູ, ຊີ້ນງົວ, ເປັດ, ໄກ່ ແລະປາ ມີລາຄາແພງ ຢ່າງລະ 10 ພັນກີບຂຶ້ນໄປ ເມື່ອທຽບໃສ່ 2 ເດືອນຜ່ານມາ.

ກ່ຽວກັບເຣື່ອງນີ້ ຊາວນະຄອນຫຼວງວຽງຈັນ ຜູ້ນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ:

“ຂຶ້ນຫຼາຍ ເຂົ້າແພງຫຼາຍ ອັນໃດກະອັນແພງເບິດ. ເຂົ້າໝື່ນ ນຶ່ງ 120,000 (ກີບ) ຜ່ານມາຫວ່າງ ເດືອນ 6 ເດືອນ 7 ນ່າ, ດຽວນີ້ໝື່ນລະ 130,000, 150,000 (ກີບ) ເຂົ້າໜຽວງາມນ່າ, ຊີ້ນໝູໂລ 65,000 ດຽວນີ້ນ່າ ເດືອນແລ້ວຜ່ານມານີ້ ໂລ 55,000 ກີບ, ໂລ 50,000 ກີບ, ໄກ່ລາດ ໂລ 30,000 ກີບ ສອງເດືອນກ່ອນຜ່ານມານ່າ ມາຕົກມາດຽວນີ້ ໂລນຶ່ງ 42,000 ກີບ, ເປັດກະໂລນຶ່ງ 30,000 ກີບ ດຽວນີ້ນ່າ ແຕ່ກີ້ລະແມ່ນ ໂລ​ລະ 20,000 ກີບ, ປານິນ ໂລລະ 20,000 - 25,000 ກີບ ມາດຽວນີ້ ໂລລະ 35,000 ກີບ.”

ສ່ວນຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ:

" ກໍໄດ້ຮັບຜົລກະທົບໜັກສົມຄວນ ແລະ ຕາມການສັງເກດ ກໍເຫັນວ່າ ໃນໄລຍະນີ້ ຄົນລາວ ຈໍານວນບໍ່ໜ້ອຍ ພາກັນໃຊ້ຊີວິຕລໍາບາກຫຼາຍ ເພາະຫາເງິນຍາກຂຶ້ນ ຂະນະທີ່ລາຄານໍ້າມັນ ແລະສິນຄ້າທຸກຢ່າງ ກໍປັບລາຄາແພງຂຶ້ນຕໍ່ເນື່ອງ. "

ທາງ​ການ​ລາວ ໄດ້​ປະ​ກາດ​ປັບ​ຂຶ້ນລາ​ຄາ​ນ້ຳ​ມັນ ​​ໃນວັນ​ທີ 2 ກັນ​ຍາ 2022 ທີ່​ຜ່ານ​ມາ:

  • ແອັດ​ຊັງ​ພິ​ເສດ ຂຶ້ນ​ຈາກ 25,752 ກີບ ຕໍ່​ລິດ ມາ​ເປັນ 25,870 ກີບ ຕໍ່​ລິດ.
  • ແອັດ​ຊັງ​ທັມມະ​ດາ ຂຶ້ນ​ຈາກ 19,240 ກີບ ຕໍ່​ລິດ ມາ​ເປັນ 19,950 ກີບ ຕໍ່​ລິດ.
  • ກະ​ຊວນ ຂຶ້ນ​ຈາກ 18,860 ກີບ ຕໍ່​ລິດ ມາ​ເປັນ 19,810 ກີບ ຕໍ່​ລິດ.

ປະ​ເທ​ດ​ລາວ ​ຕິດ​ໜີ້​ຕ່າງ​ປະ​ເທດ ​ເພີ່ມ​ຂຶ້ນເປັນ​ລຳ​ດັບ ໂດຍ​ສະ​ເພາະນັບ​ແຕ່​ປີ 2010-2016 ເຊິ່ງ​ເປັນ​ປີ​ທີ່​ຣັ​ຖ​ບານ ມີ​ການ​ຢືມ​​ເງິນຕ່າງ​ປະ​ເທດ​ຫຼາຍ.

ຂໍ້​ມູນ​ຈາກ​ທາງ​ການ​ລາວ ໄດ້​ລະ​ບຸ​ວ່າ ໃນ​ປີ 2022 ປະ​ເທດ​ລາວ ຕ້ອງ​ຈ່າຍ​ໜີ້ ມູນ​ຄ່າ 1.2 ຕື້​ໂດ​ລ້າ​ຣ໌ ແລະ ປີ 2023 ປະ​ເທດລາວ ຕ້ອງ​ໃຊ້​ໜີ້ມູ​ນ່າ 1.4 ຕື້​ໂດ​ລ້າ​ຣ໌ ເຊິ່ງ​ໃນນັ້ນປະ​ມານ 70 ເປີ​ເຊັ​ນ ​ຂອງ​ຈຳ​ນວນ​ໜີ້​ສິນ​ດັ່ງ​ກ່າວ ແມ່ນ​ໜີ້​ມາຈາກ​ເງິນ​ກູ້​ຢື​ມ ແລະ ໜີ້​ຂາຍ​ພັ​ນ​ທະ​ບັດ.

ທ່ານ ບຸນ​ໂຈມ​ ອຸ​ບົນ​ປະ​ເສີດ ​ຣົ​ຖ​ມົນ​ຕ​ຣີ ກະ​ຊວງ​ການ​ເງິນ ໄດ້ກ່າວ​ ຢູ່​ໃນ​ກອງ​ປະ​ຊຸມ ສ​ມັຍ​ສາ​ມັນ​ເທື່ອ​ທີ 3 ຂອງ​​ສະ​ແຫ່ງ​ຊາຕ ຊຸດ​ທີ 9 ຫຼື ກອງ​ປະ​ຊຸມ​ສະ​ພາ ໃນ​ວັນ​ທີ 20 ມິ​ຖຸ​ນາ 2022 ຕອນ​ນຶ່ງ​ວ່າ:

" ໃນ ​ປີ 2010 ເຮົາ​ໃຊ້​ໜີ້​ຕ່າງ​ປະ​ເທດ ບໍ່​ເກີນ 160 ລ້ານ ໂດ​ລ້າ​ຣ໌ສະ​ຫະ​ຣັ​ຖ. ປົກ​ຕິ ລາຍ​ຮັບ​ພາຍ​ໃນ​ເຮົາ​ກະ​ສາ​ມາດ​ປະ​ຄັບ​ປະ​ຄອງ​ໄດ້, ແຕ່​ພວກ​ເຮົາ​ກະ​ທົບ​ແຮງ​ເຣີ່ມ​ແຕ່​ປີ 2019 ຂຶ້ນ​ມານີ້ ແມ່ນ 1,200 ລ້ານ ໂດ​ລ້າ​ຣ໌ສະ​ຫະ​ຣັ​ຖ ຕໍ່​ປີ ມາ​ຮອດ​ປີ 2022 ນີ້​ລະ​ແມ່ນ 1,400 ລ້ານ​ໂດ​ລ້າ​ຣ໌ສະ​ຫະ​ຣັ​ຖ​ຕໍ່​ປີ ສະ​ເພາະ​ໃຊ້​ໜີ້​ສິນ​ຕ່າງ​ປະ​ເທດ."

ທ່ານ ບຸນ​ໂຈມ ອຸ​ບົນປະ​ເສີດ ຍັງ​ກ່າວ​ຕື່ມ​ອີກວ່າ:

" ເຈົ້າ ​ໜີ້​ຕ່າງໆ​ນີ້ ບໍ່​ວ່າ​ແຕ່​ຝ່າຍ​ໃດ ແມ່ນ​ຖາມ​ເຮົາ​ນີ້​ວ່າ ເຈົ້າ​ຈະ​ເອົາ​ຫຍັງ​ມາ​ຊຳ​ລະ ໃນ​ກໍ​ລະ​ນີ​ເລື່ອນ​ຊຳ​ລະ​ໃຫ້ ກະ​ປີ​ນັ້ນ​ຈະ​ເອົາ​ຫຍັງ​ມາ​ຊຳ​ລະ ອັນ​ນັ້ນ​ແມ່ນ​ຄຳ​ເຈາະ​ຈີ້ມ​ ທີ່​ເຂົາ​ເຈົ້າ​ຢາກ​ໄດ້​ນຳ​ເຮົາ​ທີ່​ສຸດ ສຳ​ລັບ​ໜີ້​ສິນ​ຕ່າງ​ປະ​ເທດນີ້ ລະ​ກະ​ແຫຼ່ງ​ລາຍ​ຮັບ​ທີ່​ພວກ​ເຮົາ​ ຈະ​ຊອກ​ຄົ້ນ​ນີ້ ແມ່​ນ​ສ່​ວນ​ໃຫຍ່​ຈາກ​ແຮ່​ທາດນີ້​ແຫຼະ​ເປັນ​ພື້ນ​ຖານ."

ນອກ​ຈາກນີ້, ຣັ​ຖ​ບານ​ກໍ​ອອກ​ມາ​ຍອມ​ຮັບ​ເອງ​ວ່າ ປະ​ເທດ​ລາວເງິນ​ຢູ່​ໃນ​ຄັງ​ສະ​ສົມ​ບໍ່​ມີ ໂດຍສະ​ເພາະ​ ສະ​ກຸນ​ເງິນ​ຕ​ຣາ​ຕ່າງ​ປະ​ເທດ ແລະ ເງິນ​ຢູ່​ໃນ​ຄັງ​ສຳ​ຮອງ.

ຂໍ້​ມູນ​ທະ​ນາ​ຄານ​ໂລກ ໃນ​ເດືອນ​ເມ​ສາ 2022 ໄດ້​ລະ​ບຸວ່າ ໃນ​ປີ 2019 ໜີ້​ສິນ​ສາ​ທາ​ຣະ​ນະ ​ຂອງ​ລາວກວມ​ເອົາ 68 ເປີ​ເຊັນ ຂອງລວມຍອດ​ຜ​ລິ​ຕ​ພັນ​ພາຍ​ໃນ ຫຼື GDP ເທົ່າ​ກັບ 12.5 ຕື້​ໂດ​ລ້າຣ໌ ສ່ວນ​ວ່າ ປີ 2021 ໜີ້​ສິ​ນ​ສາ​ທາ​ຣະ​ນະ ​ຂອງ​ລາວ ກວມ​ເອົາ 88 ເປີ​ເຊັນຂອງ GDP ເທົ່າ​ກັບ 14.5 ຕື້​ໂດ​ລ້າຣ໌.

ນັກ​ຄຳ​ນວນ ​ດ້ານ​ຄະ​ນິ​ຕສ​າ​ຕ ທ່ານ​ນຶ່ງ ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ:

“ມັນ​ກະ​ບໍ່​ລອດຫັ້ນແຫຼວ. ເປັນ​ໜີ້​ເຂົາ 88 ເປີ​ເຊັນ [ຂອງ GDP] ສົມ​ມຸດ​ວ່າ ມີ​ເງິນ​ 1,000,000 ລ້ານ ຕ້ອງ​ໄປ​ໃຊ້​ໜີ້​ເຂົ້າ 880,000​ ເຫຼືອພຽງ​ແຕ່ 120,000 ຫຼື 12 ເປີ​ເຊັນ ແລະ ຖ້າຫາກ​ທຽບ​ໃສ່​ລວມຍອດ​ຜ​ລິຕພັນ​ພາຍ​ໃນ ຫຼື GDP ມັນ​ກະ​ບໍ່​ລອດ​ຫັ້ນ​ແຫຼ.”

ນັກ​ຄຳ​ນວນ​ຄະ​ນິຕ​ສາ​ຕ ທ່ານນີ້ ກ່າວ​ຕື່ມ​ວ່າ:

“ຂັ້ນ​ໜີ້ 60-70 ເປີ​ເຊັນ ສ່ວນ​ທີ່​ເຫຼືອ 30-40 ເປີ​ເຊັນ ມັນ​ກະ​ຊິ​ພໍ​ຖູ​ໄຖໄປ ແຕ່ ຖ້າ​ໜີ້ 88 ເປີ​ເຊັນ ຫັນ​ໃຈ​ຝືດ.”

ໃນ​ຈຳ​ນວນ​ໜີ້​ສິນ 14.5 ຕື້​ໂດ​ລ້າຣ໌ ໃນ​ປີ 2021 ໜີ້​ສິນ​ໃນຂ​ແນງ​ການ​ໄຟ​ຟ້າ ​ກວມ​ເອົາ 4.35 ຕື້​ໂດ​ລ້າຣ໌ ຫຼື ເທົ່າ​ກັບ 30 ເປີ​ເຊັນ ອີງ​ຕາມຂໍ້​ມູນ ​ຈາກ​ທະ​ນາ​ຄານ​ໂລກ.

ກ່ຽວກັບການຊໍາລະໜີ້ສິນ,​ ນັກຂ່າວຕ່າງປະເທດ ເຄີຍຣາຍງານຂ່າວທາງດ້ານ ເສຖກິຈລາວ ແລະ ຕິດຕາມບັນຫາ ປະເທດລາວ ມາຫຼາຍປີ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

“ທາງອອກທີ່ຣັຖບານລາວຈະເຮັດ ກໍຄື ຂໍເລື່ອນກໍາຊໍາລະໜີ້ສິນ ຫຼື ຂໍຍົກເລີກໜີ້ສິນ, ມີການແລກປ່ຽນໜີ້​ສິນ ລະຫວ່າງທນາຄານແຫ່ງ ສປປ ລາວ ແລະ ທນາຄານແຫ່ງ ສປ ຈີນ. ທະນາຄານແຫ່ງ ສປ ຈີນ ເອົາເງິນໃຫ້ທະນາຄານແຫ່ງ ສປປ ລາວ ຢືມ ມາເປັນຄັງສະສົມ ເພື່ອຈ່າຍໜີ້ ຫຼື ຈີນ ຈະເອົາເງິນກູ້ຢືມໃຫ້ລາວ ເພື່ອໃຊ້ໜີ້.”

ນັກຂ່າວຕ່າງປະເທດ ທ່ານນີ້ ກ່າວຕື່ມວ່າ:

“ບໍ່ວ່າທາງໃດ ກໍຕາມ ຈີນຈະຕັ້ງເງື່ອນໄຂ ເພື່ອເຂົ້າມາຄວບຄຸມລາວ ດ້ວຍການເຂົ້າມາເອົາຊັບສິນ ທີ່ເປັນຣັຖວິສາຫະກິຈໃດນຶ່ງ ຂອງລາວ ເພື່ອແລກກັບການທີ່ຈີນ ເອົາເງິນໃຫ້ລາວມາໃຊ້ໜີ້.”​

ສິ່ງທີ່ເກີດຂຶ້ນຜ່ານມາ ​ບໍ​ຣິ​ສັດ​ຈີນທີ່​ຊື່​ວ່າ China Southern Power Grid ເຂົ້າ​ມາ​ຄວບ​ຄຸມ ແລະ ຖື​ຮຸ້ນ​ຫຼັກໃນໂຄງການ ລະບົບສາຍສົ່ງໄຟຟ້າລາວ ຂອງ​ບໍ​ຣິ​ສັດ ຣັ​ຖວິ​ສາ​ຫະ​ກິ​ຈ​ໄຟ​ຟ້າ​ລາວ ຍ້ອນ​ວ່າ ລາວ​ຕິດ​ໜີ້​ຈີນ.