ມາຕການກະຕຸ້ນເສຖກິດ ພາດ ເປົ້າໝາຍ

ໄຊຍາ
2018.11.30
ເສັ້ນທາງແຕ່ 3 ແຍກຈີ່ນາຍໂມ້ ຫາບ້ານຫ້ອມ ທີ່ເປັນ 1 ໃນໂຄງການທີ່ບໍ່ສຳເຣັດຈັກເທື່ອ ທັງທີ່ກໍ່ສ້າງມາເປັນ ເວລາດົນເກືອບປີ 10 ແລ້ວ
RFA/ຮູບຖ່າຍໂດຍ: ພູວົງສ໌

8 ມາຕການກະຕຸ້ນເສຖກິດ ຂອງພັກ-ຣັດ ສປປ ລາວ ຍັງບໍ່ສຳເຣັດ ຕາມຄາດໝາຍ. ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ກ່າວ ຣາຍງານ ສະພາບເສຖກິດພາຍໃນປະເທສ ຕໍ່ກອງປະຊຸມສມັຍສາມັນ ຄັ້ງທີ 6 ຂອງສະພາແຫ່ງຊາດ ຊຸດທີ 8 ເມື່ອວັນທີ 28 ພຶສຈິກາ 2018 ນີ້ ການປະຕິບັດ 8 ມາຕການກະຕຸ້ນເສຖກິດພາຍໃນປີນີ້ ຍັງບໍ່ທັນເປັນຜົລສຳເຣັດຕາມຄາດໝາຍ. ດັ່ງທ່ານໄດ້ກ່າວ ຕອນນຶ່ງວ່າ:

"ກະຊວງອັນໃດ ແຂວງໃດມີໜ້າທີ່ ເຮັດອັນໃດ ຄັນບໍ່ເຮັດກໍ່ທ້ວງໃຫ້ແນ່ ຟ້ອງມາຫານາຍົກກໍໄດ້ ພວກເຮົາສິໄປປຶກສາຫາລືກັນ ເພື່ອແກ້ໄຂ ກໍບໍ່ໄດ້ຍາກໄດ້ຊາຫຍັງ ເຂົ້າໃຈກັນງ່າຍໆ ແຕ່ວ່າເຮັດນິຍາກເບາະ ກໍບໍ່ຍາກປານໃດ ຄັນວ່າຕັດສນໃຈເຮັດ ລົງມືເຮັດ ແຕ່ດຽວນີ້ແລ້ວ ກໍຄາບ່ອນໃດແກ້ບ່ອນຫັ້ນ."

ຕໍ່ກໍຣະນີດັ່ງກ່າວ ເມື່ອຕົ້ນເດືອນພຶສຈິກາຜ່ານມາ ສະຖາບັນຄົ້ນຄວ້າເສຖກິດແຫ່ງຊາດ ໄດ້ໃຫ້ເຫດຜົລວ່າ ເປັນຫຍັງ 8 ມາຕການກະຕຸ້ນ ເສຖກິສ ຂອງຣັຖບານ ທີ່ຍັງບໍ່ປະສົບຜົລສຳເຣັດ ຍ້ອນວ່າ ການແກ້ໄຂໜີ້ສິນ ທີ່ຄຸມເຄືອແກ່ຍາວ ຣະຫວ່າງຣັຖ ກັບທຸຣະກິດ ແລະທຸຣະກິດ ກັບທະນາຄານ.

ການຈັດຫາເມັດເງິນໃໝ່ເພື່ອເພີ່ມສະພາບຄ່ອງໃຫ້ແກ່ທະນາຄານ ໄປພ້ອມກັບການປັບຫລຸດອັດຕຣາດອກເບ້ຍ ແລະເງື່ອນໄຂກູ້ ເພື່ອເອື້ອ ອໍານວຍ ໃຫ້ທຸຣະກິດສາມາດຟື້ນຕົວ ແລະເກີດໃໝ່ໄດ້, ມີນະໂຍບາຍຊ່ວຍສະໜັບສະໜູນ ດ້ານເງິນທຶນ ແລະ ນະໂຍບາຍ ພາສີ ອາກອນ ຕໍ່ປະເພດທຸຣະກິດ ທີ່ຣັຖະບານສົ່ງເສີມ, ແກ້ໄຂຂັ້ນຕອນຂໍອະນຸຍາດລົງທຶນ  ພາຍໃນ ແລະ ຕ່າງປະເທດ ໃຫ້ໄວກວ່າເກົ່າ, ແກ້ໄຂຣະບຽບ ການນຳເຂົ້າສົ່ງອອກສິນຄ້າ ແລະ ຫລຸດຜ່ອນຂັ້ນຂອດ ການຈ່າຍຄ່າທໍານຽມຕ່າງໆ ແລະຮັບປະກັນ ການປະຕິບັດຣະບຽບກົດໝາຍ ແລະ ພັນທະສັນຍາຕ່າງໆ ທີ່ໄດ້ລົງນາມແລ້ວ ເພື່ອສ້າງຄວາມເຊື່ອໝັ້ນ ໃຫ້ແກ່ນັກລົງທຶນ ແລະ ຜູ້ປະກອບການພາຍໃນ ແລະ ຕ່າງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.