ຣັຖມົນຕຣີຊັພຍາກອນ ສເນີ ແກ້ບັນຫາ ທີ່ດິນ
2018.11.26
ທ່ານ ສົມມາດ ພົນເສນາ ຣັຖມົນຕຣີກະຊວງຊັພຍາກອນ ທັມຊາດ ແລະສິ່ງແວດລ້ອມ ສເນີແນວທາງແກ້ໄຂບັນຫາທີ່ດິນ ຊຶ່ງຍັງມີຄວາມ ຫຍູ້ງຍາກ ຫລາຍຢ່າງ ໂດຍສະເພາະ ບັນຫາທີ່ດິນ ຂອງປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການສັມປະທານ ຂນາດໃຫຍ່ ທີ່ບໍ່ທັນ ໄດ້ຮັບການແກ້ໄຂ ຕໍ່ກອງປະຊຸມສມັຍສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 8; ດັ່ງ ທີ່ທ່ານກ່າວຕອນນຶ່ງວ່າ:
"ຜົລກະທົບຈາກໂຄງການ ຈະຕ້ອງໄດ້ຈັດຕັ້ງຄນະກັມການ ໂຍກຍ້າຍຈັດສັນ ຂ້າພະເຈົ້າເລີຍຢາກ ສເນີວ່າໃນຕໍ່ໄປ ຖ້າບໍ່ໄດ້ແກ້ໄຂ ການ ໂຍກຍ້າຍເວນຄືນ ຈັດສັນຊົດເຊີຍໃຫ້ປະຊາຊົນຫັ້ນ ບໍ່ຄວນໃຫ້ເລີ່ມຕົ້ນໂຄງການ ຢາກສເນີຄືຈັ່ງສັນສະ ຄືຕົວນີ້."
ຣັຖບານລາວ ຄວນປັບປຸງຂໍ້ຕົກລົງ ກັບນັກລົງທຶນ ຫາກຈະອະນຸມັດໃຫ້ສັມປະທານໂຄງການໃດກໍຕາມ. ໃນຕໍ່ໜ້າຈະຕ້ອງແກ້ໄຂບັນຫາ ໃຫ້ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຮວມທັງເຣຶ່ອງຄ່າຊົດເຊີຍຄວາມເສັຍຫາຍ, ການຟື້ນຟູຊີວິດການເປັນຢູ່ ແລະ ພັທນາ ແລະຈັດຫາອາຊີບໃຫ້ ຍ້ອນປະຊາຊົນ ທີ່ໄດ້ຮັບຜົລກະທົບຈຳນວນນຶ່ງ ພົບຄວາມຫຍຸ້ງຍາກ ຫລາຍຂຶ້ນຕື່ມ ດັ່ງທີ່ທ່ານກ່າວວ່າ:
"ສເນີໃຫ້ຣັຖບານລາວ ກວດກາແລະປະເມີນຄືນ ຜົລກະທົບທີ່ປະຊາຊົນ ໄດ້ຮັບຈາກໂຄງການພັທນາໄຟຟ້າ ໂຄງການພັທນາບໍ່ແຮ່ ເພາະວ່າ ປະຊາຊົນ ຈໍານວນນຶ່ງ ທີ່ໄດ້ຮັບຜົລກະທົບຈາກໂຄງການ ດັ່ງກ່າວນັ້ນ ຍັງບໍ່ໄດ້ການ ຊົດເຊີຍຄ່າເສັຽຫາຍ ການຟື້ນຟູຊີວິດ ແລະການເປັນຢູ່ ແລະການຈັດຫາອາຊີບ ໃຫ້ປະຊາຊົນ ທີ່ຖືກຜົລກະທົບນັ້ນ ຍັງເຮັດບໍ່ທັນໄດ້ດີປະຊາຊົນ ຈໍານວນນຶ່ງຍັງພົບກັບຄວາມຫຍູ້ງຍາກຂຶ້ນຕື່ມ ແລະ ສເນີໃຫ້ມີແຜນພັທນາອາຊີບ ທີ່ໝັ້ນຄົງໃຫ້ຂະເຈົ້າ."
ພ້ອມກັນນັ້ນ ທ່ານ ສົມມາດ ກໍກ່າວເຖິງໂຄງການເຂື່ອນໄຟຟ້ານໍ້າອູ 2 ຢູ່ເມືອງງອຍ ແຂວງຫຼວງພຣະບາງ ທີ່ຍັງເປັນບັນຫາ ຢູ່ໃນຂນະນີ້ ຍ້ອນມີປະຊາຊົນ 174 ຄອບຄົວ ທີ່ຖືກໂຍກຍ້າຍອອກຈາກບ້ານເດີມ ມາຢູ່ບ້ານຈັດສັນໃໝ່ ຍັງບໍ່ທັນມີອາຊີບ ທີ່ໝັ້ນຄົງ ບໍ່ມີທີ່ດິນ ທໍາມາຫາກິນ.
ແລະໂຄງການເຂື່ອນໄຟຟ້າໄຊຍະບູຣີ ຢູ່ແຂວງໄຊຍະບູຣີ ກໍໄດ້ໂຍກຍ້າຍປະຊາຊົນທັງໝົດ 15 ບ້ານ, 663 ຄອບຄົວ, ເກືອບ 3 ພັນຄົນ ໄປຢູ່ ບ້ານຈັດສັນ ຊຶ່ງພວກເຂົາເຈົ້າ ກໍຍັງຮຽກຮ້ອງໃຫ້ຣັຖບານລາວ ຊ່ວຍຫາດິນທຳການຜລິດໃຫ້ຕື່ມ ຍ້ອນວ່າດິນ ທີ່ທາງການຈັດສັນ ໃຫ້ນັ້ນມີເນື້ອທີ່ບໍ່ເຖິງເຮັກຕາ ຄືມີພຽງແຕ່ 0 ຈຸດ 7 ເຮັກຕາ ບໍ່ພຽງພໍສໍາລັບການປູກຝັງ ຫລື ເຮັດກະສິກັມອື່ນ ດັ່ງປະຊາຊົນ ຜູ້ໄດ້ຮັບ ຜົລກະທົບ ຈາກເຂື່ອນໄຊຍະບູຣີ ທີ່ຖືກໃຫ້ໂຍກຍ້າຍ ໄປຢູ່ບ້ານຈັດສັນ ກ່າວຕໍ່ RFA ວ່າ:
"ອັນນັ້ນເພິ່ນໃຫ້ຄ່າຊົດເຊີຍ ໝົດແລ້ວ ຂໍ້ຫຍູ້ງຍາກໃນການລໍ ເຣື່ອງທີ່ດິນທໍາການຜລິດເອີ ກໍມີຢູ່ແຕ່ມັນບໍ່ພຽງພໍ ເພາະວ່າຄອບຄົວນຶ່ງ ໄດ້ແຕ່ 0 ຈຸດ 70 ບໍ່ຮອດເຮັກຕາ."
ໃນຣະຍະຜ່ານມາ ປະຊາຊົນທີ່ໄດ້ຮັບຜົລກະທົບ ຈາກໂຄງການເຂື່ອນໄຊຍະບູຣີ ໄດ້ເຮັດໜັງສືຮ້ອງຮຽນໄປຍັງອຳນາດ ການປົກຄອງແຂວງ ໄຊຍະບູຣີ ເພື່ອຂໍໃຫ້ຂຍາຍທີ່ດິນ ຫລື ຫາທີ່ດິນບ່ອນໃໝ່ ທີ່ພຽງພໍກັບການຜລິດ ເພື່ອລ້ຽງຊີບໃຫ້. ແຕ່ມາເຖິງປັດຈຸບັນ ກໍຍັງບໍ່ທັນໄດ້ຮັບ ຄໍາຕອບເທື່ອ.