ຫຼັງຈາກ ໂຄວິດ-19 ຣະບາດ ແລະ ຕໍ່ມາກໍເກີດໄພເງິນເຟີ້ຂຶ້ນ, ຄົນງານລາວພາກັນເດີນທາງ ໄປເຮັດວຽກຢູ່ປະເທດໄທຍ ນັ້ນເປັນຜົລຕໍ່ການຂາດແຄນຄົນງານ ໃນພາກການຜລິດ ຢູ່ໃນພາຍໃນປະເທດ.
ເຈົ້າໜ້າທີ່ອົງການຈັດຕັ້ງ ພາກປະຊາສັງຄົມ ຜູ້ທີ່ເຮັດວຽກທາງດ້ານແຮງງານ ເຄື່ອນຍ້າຍ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:
" ມັນກະຜົລກະທົບຫຼັກໆ ກະໃສ່ການຜລິດນີ້ລະເນາະ ພາກກະສິກັມ , ອຸດສາຫະກັມ, ທ່ອງທ່ຽວ, ບໍຣິການ ນີ້ກໍ ກະທົບ. ກະທົບໄປໝົດລະ ມັນເຣີ່ມກະທົບແຕ່ຕອນ ຕອນຂະເຈົ້າເຣີ່ມກັບໄປ [ໄທຍ] ກັບໄປບາດນີ້ ມັນມາມີປັດໄຈກະທົບ ເຣື່ອງເງິນເຟີ້ນີ້ ອີກກະເຮັດໃຫ້ຄົນຫຼັ່ງໄຫຼ ໄປຫຼາຍຕື່ມ."
ເຈົ້າໜ້າທີ່ ອົງການຈັດຕັ້ງ ພາກປະຊາສັງຄົມ ທ່ານນີ້ ກ່າວຕື່ມອີກວ່າ:
" ປັດໄຈດຶງດູດ ກໍຄືປະເທດປາຍທາງ ຕ້ອນການແຮງງານຫຼາຍ ປັດໄຈຜັກດັນນີ້ກໍຄື ຄົນເຮົາຮຽນຈົບມາແລ້ວ ວຽກງານ ມັນກະບໍ່ຄ່ອຍຕອບສນອງ. ຜົລກະທົບນີ້ກະຄືເຮົາເຫັນ ກະສິກັມ, ການຜລິດ ໃນຂແນງການອື່ນໆ ກະຖືວ່າ ຂາດແຮງງານ. "
ສາເຫດທີີີ່ແຮງງານລາວ ພາກັນຫຼັ່ງໄຫຼໄປເຮັດວຽກ ຢູ່ຕ່າງປະເທດ ຍ້ອນວ່າ ເງິນເຟີ້ຈາກແຕ່ກ່ອນ ປະມານ 1,000,000 ກິີບ ຕໍ່ 100 ໂດລ້າຣ໌ ແຕ່ ປັດຈຸບັນ 2,000,000 ປາຍກີບຕໍ່ 100 ໂດລ້າຣ໌ ແລະ ຄ່າສິນຄ້າແພງຂຶ້ນ.
ປະຊາຊົນ ຢູ່ແຂວງພາກໃຕ້ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
" ຫ້ວຍຄົນໄປຫາກິນເນາະ ກະແບບ ກຸ້ມປາກໃຜປາກມັນ . ເຈົ້າບໍ່ໄປຫາ ເຮັດຈັ່ງໃດ ເຈົ້າຊິມີຂອງກິນ ຊິມີອິສັງ. ເຮື່ອນຊານ ເຂົ້າກິນ ເຈົ້າຊິມີຊັ້ນເບາະ. ເຈົ້າບໍ່ໄປ ເຈົ້າຊິເຮັດຈັ່ງໃດ."
ບາງຄອບຄົວ ກໍພາກກັນໄປໄທຍເກືອບໝົດ ເຫຼືອແຕ່ ຜູ້ເຖົ້າກັບເດັກນ້ອຍ ຢູ່ເຮືອນ. ພໍ່ເຖົ້າຄົນນຶ່ງ ຢູ່ແຂວງພາກໃຕ້ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
" ໂອ້ຍ ຄອບຄົວນີ້ໄປ 5 ຄົນ . ມີລູກສາວ, ມີລູກເຂີຍ. ຂ້ອຍເອງ ກະຢູ່ກັບ 2 ເຖົ້າ ກະເບິ່ງຫຼານ."
ໃນວັນທີ 3 ພຶສຈິກາ 2023 ທີ່ຜ່ານມາ, ທ່ານ ປະເດີມພອນ ສົນທະນີ ຮອງຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດິການສັງຄົມ ໄດ້ຊີ້ແຈງຕໍ່ກອງປະຊຸມ ສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ກ່ຽວກັບສາເຫດທີ່ຄົນງານລາວ ຫຼັ່ງໄຫຼໄປເຮັດວຽກ ຢູ່ຕ່າງປະເທດ ມີ 4 ປັດໄຈ ທີ່ເຮັດໃຫ້ຄົນລາວຫຼັ່ງໄຫຼ ໄປເຮັດວຽກຢູ່ຕ່າງປະເທດ:
- ຍ້ອນໄດ້ຮັບຜົລກະທົບ ຈາກການແຜ່ຣະບາດ ຂອງໂຄວິດ-19 ແລະ ການຜັນແປ ຂອງເສຖກິຈໂລກ ໃນປັດຈຸບັນ ເຊິ່ງເຮັດໃຫ້ເກີດສະພາບເງິນເຟີ້, ຕົ້ນທຶນການຜລິດ ແລະ ລາຄາສິນຄ້າສູງຂຶ້ນ ແລະ ສົ່ງຜົລກະທົບແກ່ຊີວິດ ຄວາມເປັນຢູ່ຂອງຄົນງານລາວ,
- ປະເທດເພື່ອນບ້ານ ສ້າງນະໂຍບາຍເພື່ອດຶງດູດ ຄົນງານລາວ ເຂົ້າໄປເຮັດວຽກ,
- ໂຮງງານ ພາຍໃນປະເທດ ບໍ່ສາມາດຕອບສນອງເງິນເດືອນ ແລະ ສວັດດິການທີ່ສອດຄ່ອງກັບຄ່າຄອງຊີບ ຂອງຄົນງານລາວ ອີກທັງຄົນງານລາວ ຈຳນວນຫຼາຍ ບໍ່ສາມາດເຮັດວຽກ ທີ່ຕ້ອງການທັກສະສູງໄດ້,
- ຄົນງານລາວ ຈຳນວນຫຼາຍມີຄ່ານິຍົມ ຢາກໄປເຮັດວຽກ ຢູ່ຕ່າງປະເທດ ຢູ່ແລ້ວ.
ຂໍ້ມູນຈາກກົມແຮງງານ, ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ລະບຸວ່າ ໃນປີ ນີ້ ມີຄົນງານລາວເດີນທາງໄປເຮັດວຽກ ຢູ່ປະເທດໄທຍ ແບບມີເອກະສານ ປະມານ 50,000 ຄົນ ເຊິ່ງຍັງບໍ່ລວມກັບຈໍານວນ ທີ່ໄປໃນປີທີ່ຜ່ານມາ ແລະ ຈໍານວນທີ່ໄປເຮັດວຽກ ແບບບໍ່ມີເອກະສານ.
ສະເພາະຂແນງການຕັດຫຍິບ ຕ້ອງການແຮງງານ ປະມານ 15,000-20,000 ຄົນ, ແຕ່ ຈໍານວນແຮງງານ ທີ່ສາມາດຕອບສນອງໄດ້ ພຽງແຕ່ 6,000-7,000 ຄົນ, ອີງຕາມຂໍ້ມູນ ຈາກສະມາຄົມ ໂຮງງານຕັດຫຍິບລາວ.
