ຣັຖບານລາວຕິດໜີ້ຈີນ ມີໜີ້ ອ້ອມຂ້າງຕ້ອງຈ່າຍ

ອຸ່ນແກ້ວ ສຸກສະຫວັນ
2021-08-13
Share
ຣັຖບານລາວຕິດໜີ້ຈີນ ມີໜີ້ ອ້ອມຂ້າງຕ້ອງຈ່າຍ ນາຍົກ ເນັ້ນໜັກ ໃຫ້ທະນາຄານແຫ່ງ ສປປລາວ ເປັນເຈົ້າການ ນໍາທາງຮັກສາ ສະຖຽນຣະພາບ ທາງດ້ານເງິນຕາ ໃຫ້ໝັ້ນທ່ຽງ ເຮັດໃຫ້ ອັດຕາ ແລກປ່ຽນ ມີຄວາມສງົບ
ພາບຈາກ: ວີດີໂອ ລາວມີເດັຽ

ໃນປີ 2021 ນີ້ ປະເທດລາວ ຄ້າງຈ່າຍໜີ້ ຕ່າງປະເທດປະມານ 400 ລ້ານໂດລາ ແລະ ວຽກໜັກສຳລັບ ຣັຖບານຊຸດໃໝ່ ກໍຄື ນັບແຕ່ປີ 2022-2025 ຣັຖບານລາວ ຕ້ອງໄດ້ຈ່າຍໜີ້ໃຫ້ ຕ່າງປະເທດ 1 ຕື້ ໂດລາ ຕໍ່ປີ.

ທັງນັກວິຊາການ ແລະເຈົ້າໜ້າທີ່ກ່ຽວຂ້ອງ ກໍເຫັນວ່າຣັຖບານລາວ ຈະບໍ່ສາມາດໃຊ້ໜີ້ຕ່າງປະເທດ ໄດ້ຕາມກຳນົດເວລາ ໄລຍະນີ້ ປະເທດລາວ ປະສົບກັບບັນຫາການແຜ່ຣະບາດ ຂອງໂຄວິດ-19 ເຮັດໃຫ້ເສຖກິຈລາວ ຢຸດສະງັກ. ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ໜີ້ນີ້ນິ ກະຊິຍາກນະ ຄືຊິຍາກ ຍາກທີ່ສຸດເວົ້າເຣື່ອງໜີ້ສິນ ຍາກການໃຊ້ໜີ້ນີ້ແຫຼະ ຄືນີ້ແຫຼະ ໂຕມັນຄາແຮງ ມັນຄຸມເຄືອມາແຕ່ ດົນແລ້ວ ເພິ່ນຫາກໍ່ມາດັດ ມາປັບມາແກ້ ຊຸດທີ 8 ຊຸດທີ 9 [ສະພາແຫ່ງຊາດ] ຫາກໍ່ມາດັດມາແກ້ ຊິໄປລົບໄດ້ຈັກເທື່ອ."

ອີກ 10 ປີ ກໍບໍ່ສາມາດຈ່າຍໜີ້ໄດ້, ເຈົ້າໜ້າທີ່ກ່າວວ່າ:

"ຍາກຫຼາຍ ອີກ 10 ຍັງຊິໃຊ້ບໍ່ໄດ້ນ່າ ຂ້ອຍມາເບິ່ງ ເພາະມັນຫຼາຍ ຫຼາຍ ຫຼາຍ."

ໜີ້ສິນຕ່າງໆ ຂອງລາວ ມາຈາກເງິນກູ້ຢືມ ປັບປຸງໂຄງສ້າງພື້ນຖານ ເປັນຕົ້ນ ຂແນງການໄຟຟ້າ, ຖນົນ ຫົນທາງ ແລະ ອື່ນໆອີກ. ນັກວິຊາການລາວ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ສະເພາະບ້ານເຮົານີ້ ການຊຳລະແມ່ນຫຍັງຕ່າງໆເນາະ ຫຼືວ່າ ໜີ້ທີ່ເຮົາກູ້ຢຶມມາຫັ້ນ ໂຕນີ້ແຫຼະສຳຄັນ ໂດຍສະເພາະໂຄງການສ້າງ ຫົນທາງແມ່ນຫຍັງອື່ນໆ ເນາະ ຄືຫົນທາງຈັ່ງຊີ້ ກະມະຫາສານຫຼາຍ 100 ລ້ານໂດລາ ໄດ໋ເນາະ ບາດນີ້ແຫຼ່ງຣາຍຮັບເຮົາຊ້ຳພັດ ຫຼຸດລົງ ໄປອາສັຍບໍ່ຄຳ ແມ່ນຫຍັງຕ່າງໆ ມັນໝົດແລ້ວ."

ຖ້າມກາງວິກິດໜີ້ສິນ ແລະ ໂຣຄຣະບາດ ໃນຄັ້ງນີ້ ເປັນໄປໄດ້ຍາກ ສຳລັບຣັຖບານລາວ ທີ່ຈະຈ່າຍໜີ້ຄືນໄດ້. ປະຊາຊົນທີ່ເປັນ ເຈົ້າຂອງທຸຣະກິດກໍ່ສ້າງ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ຕາມການປະເມີນເບິ່ງປີລະຕື້ນີ້ ຖືວ່າ ຜ່ານມານີ້ ເປັນໄປບໍ່ໄດ້ເລີຍ ບໍ່ແມ່ນເປັນໄປໄດ້ຍາກ ເປັນໄປບໍ່ໄດ້."

ຣາຍຮັບຈາກການເກັບພາສີ ແລະ ອາກອນ ບໍ່ມີໜ້ອຍ ຍ້ອນທຸຣະກິດ ປິດກິຈການ ແລະ ປະຊາຊົນທົ່ວໄປກໍຂາດຣາຍໄດ້ຍິ່ງເຮັດ ໃຫ້ຂາດເຂີນທຶນຮອນ. ປະຊາຊົນທ່ານນີ້ ກ່າວອີກວ່າ:

"ໂອ້, ຣາຍຮັບຈາກພາສີ-ອາກອນ ບໍ່ລົມຊາເຣື່ອງເປົ້າເນາະ ບໍ່ລົມຊາ ຜູ້ໃດກະຊິຕາຍລະນີ້ ມັນບໍ່ແມ່ນແຫ້ງໄດ໋ດຽວນີ້ ມັນລົມເປົ່າ ໜ້ອຍນຶ່ງ ລະກະແຕກເປາະລະໄດ໋ ຂາດເຂີນເງິນທຶນ ເງິນຮອນນີ້ແຫຼະ ເວົ້າແລ້ວບໍ່ມີເງິນນີ້ຫຼະ ທຸຣະກິຈບໍ່ໄປບໍ່ເດີນ ໂຄວິດມັນງັບ ແນວນີ້ ບໍ່ຕິໃຜດອກ."

ດຣ. Keith Barney ນັກປະຖະກະຖາອາວຸໂສ ຈາກ ມະຫາວິທຍາແຫ່ງຊາດ ອອສເຕຣເລັຽ ຜູ້ທີ່ຕິດຕາມເຣື່ອງສະພາບການໃນລາວ ມາຫຼາຍປີ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ຄວາມທ້າທາຍໃນການໃຊ້ໜີ້ຂອງຣັຖບານລາວ ບໍ່ສາມາດຫຼີກລ້ຽງໄດ້ ແລະ ມັນໃກ້ຈະເກີນຂີດຈໍາກັດ, ການປະສານງານ ແລະ ການດໍາເນີນໂຄງການ ສ້າງເຂື່ອນ ແລະ ໂຄງການ ຂນາດໃຫຍ່ອື່ນໆ ທີ່ບໍ່ມີປະສິດທິພາບ. ມັນເປັນໂສກນາຕກັມທາງທັມຊາດ - ມີການສ້າງເຂື່ອນໃສ່ແມ່ນໍ້າ ຫຼາຍສາຍໃນລາວ ເຊັ່ນ ແມ່ນໍ້າອູ ກໍຖືກສັງເວີຍມາສ້າງເຂື່ອນ ເພື່ອໃຫ້ໄດ້ ຣາຍຮັບທີ່ບໍ່ແມ່ນ ຂອງຣັຖ ແລະ ບໍ່ແມ່ນການພັທນາທີ່ຍື່ນຍົງ ໃຫ້ແກ່ປະຊາຊົນລາວ, ແຕ່ມັນຍິ່ງເປັນການສ້າງໜີ້ສິນ ແລະ ບັນຫາທາງການເງິນ ເພີ່ມຂຶ້ນ."

ດຣ. Keith Barney ນັກປະຖະກະຖາອາວຸໂສ ກ່າວອີກວ່າ:

"ບັນຫາດັ່ງກ່າວຍິ່ງເຮັດປະເທດລາວ ມີຂໍ້ຈໍາກັດທາງການເງິນ ກະທົບຕໍ່ການສົ່ງເສີມຄົວເຮືອນ ແລະທຸຣະກິຈຂນາດນ້ອຍ ທີ່ກໍາລັງ ຕໍ່ສູ້ດິ້ນຮົນ ໃນໄລຍະໂຄວິດ-19 ຣະບາດ. ສໍາລັບຫຼາຍປະເທດແລ້ວ, ການເສັຽສິດເປັນເຈົ້າຂອງລະບົບສາຍສົ່ງໄຟຟ້າແຫ່ງຊາດ ແບບນີ້ [ລາວ] ຖືວ່າ ເປັນບັນຫາຮ້າຍແຮງ ທີ່ກະທົບ ອະທິປະໄຕ ແລະ ຄວາມໝັ້ນຄົງ ຂອງຊາດ."

ສະນັ້ນ ຣັຖບານລາວ ກໍາລັງສືບຕໍ່ ລະດົບທຶນຈາກແຫຼ່ງທຶນຕ່າງໆ ເພື່ອແກ້ໄຂບັນຫາການດຸ່ນດ່ຽງ ແລະ ການໃຊ້ໜີ້. ມີຄົນ ເອີ່ຍວ່າ ມີແນວໂນ້ມຈະຂາຍ ໂຄງການເຂື່ອນ ທີ່ຣັດວິສາຫະກິດໄຟຟ້າລາວ ເປັນເຈົ້າຂອງ ເປັນຕົ້ນ ເຂື່ອນນໍ້າງື່ມ 3 ອີງຕາມ ດຣ. Keith Barney.

ດຣ. Keith ຍັງກ່າວວ່າ:

"ສິ່ງທີ່ຈະເກີດຂຶ້ນ ໃນໄລຍະກາງ ຫາ ໄລຍະຍາວ ຍາກທີ່ຈະຄາດເດົາໄດ້ ຊຶ່ງມັນຂຶ້ນກັບ ຜົລກະທົບທີ່ແກ່ຍາວຂອງໂຄວິດ-19 ຕໍ່ ຂແນງການທ່ອງທ່ຽວລາວ, ການຟື້ນຕົວຂອງ ເສຖກິຈລາວ, ລາຄາສິນຄ້າໃນຕລາດໂລກ, ການຂາຍໄຟຟ້າໃຫ້ໄທຍ, ຄວາມສາມາດ ໃນການເກັບຣາຍຮັບ ຂອງຣັຖບານລາວ, ການດໍາເນີນງານ ທາງດ້ານເສຖກິດ ຈາກໂຄງການ ຂນາດໃຫຍ່ ຄື ທາງຣົດໄຟລາວ-ຈີນ."

ສິ່ງທີ່ເກີດຂຶ້ນຜ່ານມາ ປະເທດລາວໄດ້ຂາຍ ໂຄງການຣະບົບສາຍສົ່ງໄຟຟ້າ ສ່ວນນຶ່ງ ໃຫ້ແກ່ ບໍຣິສັດຈີນ ທີ່ ມີຊື່ວ່າ China Southern Power Grid, ຂາຍທະນາຄານພັທນາລາວ ແລະ ທະນາຄານສົ່ງເສີມກະສິກັມ ໃຫ້ບໍຣິສັດ ຈະເລີນເຊກອງ ພາວເວີ ແລະ ບໍຣິສັດ ພົງທະວີຊັບ ກໍ່ສ້າງ. ປັດຈຸບັນເສຖກິຈ ຂອງປະເທດລາວ ມີຄວາມບອບບາງ ຍ້ອນວ່າ ເງິນຕຣາ ຢູ່ໃນຄັງສະສົມ ມີໜ້ອຍ.

ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ໄດ້ກ່າວຢູ່ໃນກອງປະຊຸມ ສໄມວິສາກັນ ເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ 9 ໃນ ວັນທີ 6 ສິງຫາ ຕອນນຶ່ງວ່າ:

"ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ກະບໍ່ແມ່ນແຕ່ 11 ດອກ ກ່ອນຫັ້ນມະຕິ 7 ມະຕິ 8 ມະຕິ 9 ຂອງຄະນະບໍຣິຫານງານສູນກາງ ສໄມທີ 10 ກໍໄດ້ເວົ້າກັນ ເສຖກິຈມະຫາພາກ ພວກເຮົາ ເປັນແນວໃດ ພວກສະຫາຍວ່າ ບອບບາງທີ່ສຸດ ຄວາມວ່າ ບອບບາງ ລະໂຕນີ້ແຫຼະ ຄັງສະສົມເປິເລີຍ ຊຳເໜືອວ່າ ບໍ່ມີແໜ ມີກໍໜ້ອຍ."

ຣັຖບານຊຸດໃໝ່ ໄດ້ອອກ ນະໂຍບາຍການປະຢັດ ເປັນຕົ້ນການສົ່ງຄືນຣົດ ປະຈຳຕຳແໜ່ງ, ການເກັບພາສີ ຈາກຫົວໜ່ວຍທຸຣະກິດ, ການຜລິດເພື່ອການສົ່ງອອກ ຊຶ່ງທັງໝົດກໍເພື່ອ ໃຫ້ມີເງິນສະສົມຢູ່ໃນຄັງ.

ປັດຈຸບັນກະຊວງການເງິນ ບໍ່ມີເງິນແຮຢູ່ໃນຄັງ ໃນເວລາຈ່າຍໜີ້ ຕ້ອງໃຫ້ທະນາຄານຈ່າຍໃຫ້ກ່ອນ. ທ່ານ ພັນຄຳ ວິພາວັນ ນາຍົກ ຣັຖມົນຕຣີ ກ່າວວ່າ:

"ການສ້າງຖານຜລິດໃໝ່ ຊິແມ່ນ ສົ່ງອອກນັ້ນ ສົ່ງອອກນີ້ ຫຼືວ່າການປະຢັດນີ້ ແລ້ວເຮົາຈຶ່ງຈະມີເງິນ ງົບປະມານຂອງເຮົາໄປຝາກ ໄວ້ນຳທະນາຄານ ຈັ່ງຊິເຫັນເງິນຕາສຳຮອງ ເງິນຕາຕ່າງປະເທດ ມັນເພີ່ມຂຶ້ນ ເພີ່ມຂຶ້ນ ມັນຈັ່ງຊິເຂັ້ມແຂງ ອັນນີ້ລະບໍ່ມີ ກະຊວງ ການເງິນຍາມໃດກະໄປ ໃຫ້ທະນາຄານຈ່າຍລ່ວງໜ້າ ໃຫ້ກ່ອນ ເຮົາຊິເຮັດຈັ່ງຕໍ່ໄປ ບໍ່ໄດ້ໄດ໋ ພວກສະຫາຍ ບໍ່ໄດ້."

ບັນຫາຣັຖວິສາຫະກິຈ ຂາດທຶນຍ້ອນວ່າ ການບໍຣິຫານບໍ່ມີຄວາມໂປ່ງໃສ ຊຶ່ງຣັຖບານເຫັນວ່າ ຕ້ອງມີການແກ້ໄຂກັນຢ່າງຮີບດ່ວນ. ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີ ກະຊວງການເງິນ ໄດ້ກ່າວຢູ່ໃນກອງປະຊຸມສໄມວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 6 ສິງຫາ ຕອນນຶ່ງວ່າ:

"ທິດ ໃນການປະຕິຮູບ ຣັຖວິສາຫະກິດ ນີ້ ກອງປະຊຸມກົມການເມືອງ ຄະນະເລຂາທິການ ສູນກາງພັກ ກໍໄດ້ມີ ກໍມີທິດຊີ້ນຳ ຢ່າງຈະແຈ້ງລະ ເພິ່ນຊີ້ນຳມີ 3 ຫຼັກການໃຫຍ່: ຫຼັກການ ອັນທີ 1 ນີ້ ແກ້ໄຂຄວາມບໍ່ໂປ່ງໃສ ຂອງ ຜູ້ບໍຣິຫານ ແກ້ໄຂກົນໄກ ທີ່ຣັຖປະກອບທຶນໄປແລ້ວ ຂາດທຶນ ອັນນີ້ ເພິ່ນໃຫ້ແກ້ໄຂ ຮີບດ່ວນ. ອັນນີ້ ປັດຈຸບັນ ຣັຖບານ ກໍຈະໄດ້ແຕ່ງຕັ້ງ ຄະນະປະຕິຮູບ ເພື່ອແກ້ໄຂ ແຕ່ລະ ຣັຖວິສາຫະກິດ."

ບັນຫາທີ່ເກີດຂຶ້ນ ກໍຄື ຫຼາຍພາກສ່ວນ ກໍຢາກຄຸ້ມຄອງຣັຖວິສາຫະກິດ, ແຕ່ ໃນເວລາຂາດທຶນແລ້ວ ບໍ່ມີໃຜ ສແດງຄວາມຮັບຊອບ. ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີ ກະຊວງ ການເງິນ ກ່າວວ່າ:

"ມາອັນທີສອງນີ້ ພວກເຮົາກະເຫັນວ່າ ຜ່ານມານີ້ແມ່ນ ບັນຫາທີ່ຣັຖວິສາຫະກິດ ເຮົາຫຼຸບທຶນນີ້ ແມ່ນຍ້ອນກົລໄກການຄຸ້ມຄອງ ຜ່ານມາ ຫຼາຍພາກສ່ວນໃຜກະຢາກຄຸ້ມຄອງ ແຕ່ໃນໂຕຈິງ ລະບໍ່ມີໃຜຢາກຮັບຜິດຊອບ ໃນເວລາມັນຂາດທຶນມາ ໃຜກະຖິ້ມໃສ່ກັນ. ອັນນີ້ ຣັຖບານ ກະໄດ້ຕັດສິນໃຈ ຕໍ່ໄປນີ້ ສຳລັບ ວິສາຫະກິດໃດ ທີ່ເປັນຍຸທສາດ ຜູ້ອຳນວຍການ ນັ້ນຈະແມ່ນຣັຖກອນ ສ່ວນວ່າ ຮອງອຳນວຍການ ຕໍ່ໄປລະແມ່ນ ວ່າຈ້າງຜູ້ມືອາຊີບມາເຮັດໝົດ ບໍ່ເອົາຄົນຣັຖ ດີບດີບແດງໆ ໄປເຮັດອີກ ສຳລັບທິດທີສອງ."

ຈາກສະພາບໜີ້ສິນທີີ່ຈໍ້ເຂົ້າມາ ແລະເສຖກິຈເກືອບຈະຢຸດສະງັກ ຍ້ອນການສະພາບການ ຣະບາດຂອງໂຄວິດ-19. ນອກຈາກນີ້ ປະເທດລາວຍັງມີບັນຫາ ກ່ຽວກັບຄົນງານລາວ ຫຼາຍແສນຄົນ ເດີນທາງກັບບ້ານ ມາຈາກປະເທດເພື່ອນບ້ານ ໃນເວລາໂຄວິດ-19 ຣະບາດ.

ຣັຖບານຕ້ອງໃຊ້ຈ່າຍງົບປະມານສຸກເສີນ ຊື້ອາຫານການກິນໃຫ້ຄົນງານລາວ ຢູ່ສູນກັກບໍຣິເວນປະມານ 40 ລ້ານກີບ ຕໍ່ສູນ/ຕໍ່ມື້ ໃນຂນະທີ່ ຢູ່ທົ່ວປະເທດ ມີສູນກັກບໍຣິເວນປະມານ 100 ສູນ. ເຈົ້າໜ້າທີ່ກ່ຽວຂ້ອງກ່າວວ່າ:

"ອັນນັ້ນຂໍ້ມູນກະ ລະດັບ 40 ກວ່າລ້ານກີບ ພຸ້ນໄດ໋ ຕໍ່ສູນນຶ່ງ ມັນໂລດແຜງນຶ່ງ ຕັ້ງທໍ່ໃດພັນຄົນ ມີສ່ວນຫຼາຍມາແຕ່ໄທຍດອກ ຢູ່ນີ້ນະ ບໍ່ຕ່ຳແຕ່ລະມື້ ແຕ່ລະມື້ ແຕ່ລະສູນ ແຕ່ລະສູນ ໂອ້ໜັກ ລ້ຽງເຂົາ ບໍ່ລ້ຽງກະບໍ່ໄດ້."

ຈໍານວນຄົນງານລາວ ທີ່ເດີນທາງມາຈາກປະເທດ ເພື່ອນບ້ານ ມີຈໍານວນຫຼາຍແສນຄົນ. ນັກວິຊາການ ກ່າວວ່າ:

"ສ່ວນຫຼາຍກະມີແຕ່ຣາຍຈ່າຍຫັ້ນແຫຼະ ບໍ່ມີຣາຍຮັບ ສ່ວນຫຼາຍກະຊິມີແຕ່ຣາຍຈ່າຍ ຣາຍຈ່າຍກະຊິເອົາມາແຕ່ໃສ ເພາະວ່າມັນຕ້ອງ ໄປສຶກສາຄົ້ນຄວ້າສະເພາະກ່ຽວກັບ ຫັ້ນນະ ເສຖກິຈ ຂອງແຮງງານນີ້ອີກ ໃນປັດຈຸບັນນີ້ ເພາະວ່າ ປີກາຍນີ້ ກະຈຳນວນຂະເຈົ້າ ມາຫັ້ນກະຈຳນວນ 100,000 ປາຍເນາະ ມາປີນີ້ ກະ 200,000 – 300,000 ພຸ້ນລະເດ້ ໃນທົ່ວປະເທດພຸ້ນໄດ໋ເນາະ ຄັນຊິວ່າ ມາມື້ກ່ອນຫັ້ນມາແຕ່ ບາງເຂດບາງແຂວງຊື່ໆ ຄືເຮົາເຫັນໂຕເລກທາງບໍ່ແກ້ວ ກະມາເນາະ ທາງໄຊຍະບູລີກະມາ ລະກະທາງໃຕ້ ຫັ້ນຈຳນວນສ່ວນຫຼາຍ."

ຄົນງານລາວ ທີ່ເຮັດວຽກ ຢູ່ປະເທດເພື່ອນບ້ານ ຈຳນວນຫຼາຍແສນຄົນ ກ່ອນເກີດການແຜ່ຣະບາດຂອງໂຄວິດ-19 ສົ່ງເງິນກັບບ້ານ ຢ່າງໜ້ອຍ 200 ລ້ານໂດລາຕໍ່ປີ. ນັ້ນເປັນສ່ວນນຶ່ງ ໃນການກະຕຸ້ນເສຖກິຈລາວ ໃນເວລາທີ່ບໍ່ມີການຣະບາດ ຂອງໂຄວິດ-19 ແຕ່ ຫຼັງຈາກມີການຣະບາດແລ້ວ ຄົນງານເຫຼົ່ານັ້ນ ກໍບໍ່ສາມາດສົ່ງເງິນກັບບ້ານມາໄດ້. ນັກວິຊາການກ່າວ:

"ປະມານ 200 ລ້ານໂດລາຕໍ່ປີ ສະເພາະປີ 2020 ໄດ໋ ທະນາຄານໂລກ ເພິ່ນຕີລາຄາວ່າເຮົາເສັຽຣາຍຮັບ ຈາກແຮງງານທີ່ສົ່ງເງິນ ຄືນກັບບ້ານຫັ້ນນ່າ ອັນປະມານ 200 ລ້ານ ໂດລາ ເນາະ ປະມານ 200 ລ້ານ."

ຄົນງານເຫຼົ່ານັ້ນ ໃນເວລາເຮັດວຽກ ຈະສົ່ງເງິນມາໃຫ້ ສະມາຊິກໃນຄອບຄົວ ເປັນຕົ້ນ ພໍ່ແມ່, ອ້າຍ ເອື້ອຍ, ນ້ອງ, ລູກ ຫຼານ. ນັກວິຊາການ ກ່າວວ່າ:

"ເສຖກິຈ ກະຖືວ່າບໍ່ດີຫັ້ນແຫຼະ ສໍາລັບການປະກອບສ່ວນ ຂອງແຮງງານທີ່ເຂົາເຈົ້າສົ່ງເງິນ ຄືນກັບມາບ້ານເນາະ ສ່ວນນຶ່ງກະແມ່ນ ສົ່ງກັບມາໃຫ້ພໍ່ແມ່ ລ້ຽງດູອ້າຍນ້ອງ ຈຸນເຈືອ ຄອບຄົວ ຫຼືວ່າ ລູກເຕົ້າທີ່ເຂົາເຈົ້າຮຽນ ຢູ່ເນາະ ຫຼື ຜູ້ທີ່ເຂົາເຈົ້າເຈັບເປັນເນາະ ທີ່ເຂົາເຈົ້າສົ່ງມາທຸກເດືອນເນາະ."

ອົງການ Fitch Rating ທີ່ເປັນອົງການ ຈັດອັນດັບຄວາມໜ້າເຊື່ອຖື ດ້ານການຈ່າຍໜີ້ ທີ່ຕັ້ງຢູ່ ສະຫະຣັຖ ອາເມຣິກາ ໄດ້ອອກບົດ ຣາຍງານ ໃນວັນທີ 9 ສິງຫາ ວ່າ:

ປະເທດລາວຍັງຄ້າງຈ່າຍໜີ້ສິນ ໃຫ້ຕ່າງປະເທດ ປະມານ 400 ລ້ານ ໂດລາ ສະເພາະໃນປີ 2021, ແລະ ແຕ່ ປີ 2022-2025 ປະເທດລາວ ມີໜີ້ຕ້ອງຈ່າຍປະມານ 1 ຕື້ໂດລາ (1,000 ລ້ານໂດລາ). ໃນຂນະທີ່ຣັຖບານລາວ ໃຊ້ໜີ້ໄດ້ພຽງ 150 ລ້ານໂດລາ ໃນເດືອນ ມິຖຸນາ ທີ່ຜ່ານມາ.

ອົງການ Fitch Ratings ຍັງລະບຸອີກວ່າ: ນອກຈາກນີ້ ປະເທດລາວ ຍັງມີໜີ້ທີ່ຈາກພັນທະບັດ ເງິນບາດໄທຍ ຄິດເປັນເງິນໂດລາ ທຽບເທົ່າກັບ 165 ລ້ານ ໂດລາ ພາຍໃນກຳນົດ ເດືອນ ຕຸລາ ແລະ ເດືອນ ພຶສຈິກາ 2021 ທີ່ຈະມາເຖິງນີ້.

ສະພາບຄ່ອງທາງການເງິນຂອງລາວ ພາຍໃນໝົດປີ 2021 ກໍຍັງພຽງພໍຢູ່ ແຕ່ຣັຖບານລາວຍັງຈະຂາດສະພາບຄ່ອງ ທາງການເງິນ ໃນປີຕໍ່ໄປອີກ.

ອົງການ Fitch Ratings ຍັງຄາດການວ່າ: ຣັຖບານລາວ ຍັງຈະສືບຕໍ່ຂາຍຊັບສິນ ແລະ ຂາຍສຳປະທານ ເພີ່ມເຕີມອີກ ເພື່ອເອົາ ເງິນມາໃຊ້ໜີ້ຕ່າງປະເທດ ໃນອີກ 5 ປີ ຕໍ່ໜ້າ ໂດຍສເພາະ ຄະນະຣັຖບານຊຸດໃໝ່ ທີ່ໄດ້ສຸມໃສ່ທຸກຄວາມພຍາຍາມ ໃນການໃຊ້ໜີ້.

ກ່ຽວກັບການຊໍາລະໜີ້ສິນ, ນັກຂ່າວຕ່າງປະເທດ ເຄີຍຣາຍງານຂ່າວທາງດ້ານເສຖກິຈລາວ ແລະ ຕິດຕາມບັນຫາ ປະເທດລາວມາ ຫຼາຍປີ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ທາງອອກທີ່ຣັຖບານລາວ ຈະເຮັດກໍຄືຂໍເລື່ອນກໍາຊໍາລະໜີ້ສິນ ຫຼືຂໍຍົກເລີກໜີ້ສິນ ມີການແລກປ່ຽນເງິນຕາກັນ ຣະຫວ່າງທະນາຄານ ແຫ່ງ ສປປລາວ ແລະ ທະນາຄານແຫ່ງ ສປຈີນ; ທະນາຄານແຫ່ງ ສປຈີນ ເອົາເງິນໃຫ້ທະນາຄານແຫ່ງ ສປປລາວ ຢືມມາເປັນຄັງ ສະສົມ ເພື່ອຈ່າຍໜີ້ ຫຼື ຈີນ ຈະເອົາເງິນກູ້ຢືມ ໃຫ້ລາວ ເພື່ອໃຊ້ໜີ້."

ນັກຂ່າວຕ່າງປະເທດ ທ່ານນີ້ ກ່າວຕື່ມວ່າ ບໍ່ວ່າທາງໃດກໍຕາມ ຈີນ ຈະຕັ້ງເງື່ອນໄຂ ເພື່ອເຂົ້າມາຄວບຄຸມລາວ ດ້ວຍການເຂົ້າມາເອົາ ຊັບສິນ ທີ່ເປັນຣັຖວິສາຫະກິດ ໃດນຶ່ງຂອງລາວ ເພື່ອແລກກັບການທີ່ຈີນ ເອົາເງິນໃຫ້ລາວມາໃຊ້ໜີ້.

Onsy Souk
Onsy Souk says:
Aug 15, 2021 05:19 PM

They killed all educated people in 70's and 80's, brought in thieves and crooks to run the country.

ບໍ່ປະສົງອອກຊື່
ບໍ່ປະສົງອອກຊື່ says:
Aug 17, 2021 10:48 AM

ບໍ່ແມ່ນ "ສິບປີໃໍຊ້ໜີ້ບໍ່ໝົດ" ຖ້າອີກ 99 ປີກໍ່ຍັງມີໜີ້ຕື່ມແຮງບໍ່ມີປັນຍາໃຊ້ມັນດອກເນາະ ເພີ່ນມັກຈັງຊັ້ນເນາະ. ມັນລົງເອີ່ຍແບບນີ້ລ່ະເນາະສູ່ມື້ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ເຕັມຫນ້າ