ປະຊາຊົນ ໃນນະຄອນຫຼວງວຽງຈັນ ຈຳນວນນຶ່ງ ຈົ່ມວ່າ ຣາຄາອາຫານການກິນ ແພງຂຶ້ນ ໃນຂະນະທີ່ ຄົນທັມມະດາສາມັນ ມີຣາຍໄດ້ ປະມານ 1,500,000 ກີບ ຕໍ່ເດືອນນັ້ນ ໃຊ້ຈ່າຍໄປ ບໍ່ຮອດເດືອນ ກໍໝົດແລ້ວ, ອີງຕາມຄຳເວົ້າ ຂອງຊາວເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ກຸມພານີ້:
“ສຳລັບຂ້ອຍ ຖືວ່າ ຄ່າຄອງຊີບ ມັນແພງຫລາຍ ອາຫານການກິນ ຄາບນຶ່ງ 10,000 ກີບ ບໍ່ພໍກິນແລ້ວ ຢ່າງຕ່ຳສຸດ ຄັນເຮົາຊື້ອາຫານ ທີ່ເປັນກ້ວຍຕ໋ຽວ (ເຝີ) ໝື່ນຫ້າ ສອງ
ປັດຈຸບັນ ຣາຄາຊີ້ນງົວ ກິໂລນຶ່ງ 75,000-80,000 ກີບ, ເປັນຣາຄາແພງຫຼາຍ, ເອົາມາແຕ່ງກິນ ໄດ້ພຽງ 3 ຄາບ. ນອກຈາກນັ້ນແລ້ວ ຣາຄາ ເຄື່ອງໃຊ້ ຄອບຄົວ ເປັນຕົ້ນແມ່ນ ຢາສີແຂ້ວ, ຢາສະຜົມ, ຢາລ້າງຖ້ວຍ ກໍແພງຂຶ້ນ ຫລື ເປັນຍ້ອນການຂຶ້ນພາສີຫຼາຍ ໃນຂະນະທີ່ ເງິນເດືອນ ຂອງພະນັກງານ ແລະ ຣັຖກອນ ມີພຽງແຕ່ 1,000,000 ປາຍກີບ ເທົ່ານັ້ນ ດັ່ງປະຊາຊົນ ເມືອງສີສັດຕະນາກ ທ່ານນຶ່ງ ກ່າວວ່າ:
“ມັນຂຶ້ນ ຢູ່ກັບການຈັດຕັ້ງ ຂອງເພິ່ນ ເກັບພາສີແພງ ຄັນຊິເວົ້າແລ້ວ ມືທີສາມເນາະ, ມືທີນຶ່ງ ເຮົາໄປຊື້ມາ ມືທີສອງ ມາເສັຍແລ້ວ ກໍມາວາງ ໃຫ້ລູກຄ້າ ມັນກໍຄ່ອຍຖີບຂຶ້ນໄປ ຈັ່ງຊັ້ນລະ 1 ເປີເຊັນ 2 ເປີເຊັນ 5 ເປີເຊັນ 10 ເປີເຊັນ ໄປຊັ້ນແລ້ວ, ມີແຕ່ວ່າ ແພງ ມີເງິນ ກໍໄປຊື້ ຄັນບໍ່ມີກະໄປຕິດໜີ້ ລະບົບຂອງມັນ."
ພ້ອມກັນນັ້ນ ຣັຖກອນ ອີກທ່ານນຶ່ງ ກໍກ່າວວ່າ ພະນັກງານ-ຣັຖກອນ ຫຼາຍຄົນ ພາກັນປູກພືດຜັກ ແລະ ລ້ຽງສັດ ເພື່ອກິນເປັນອາຫານ ແລະ ເພື່ອຫາຣາຍໄດ້ເສີມ ພໍໄດ້ເງິນ ຊື້ເຄຶ່ອງຢູ່ຂອງກິນ ໃນຕລາດ ໃນຂະນະທີ່ ຊາວນະຄອນ ຫຼວງວຽງຈັນ ຈຳນວນນຶ່ງ ເວົ້າວ່າ ການທີ່ຣາຄາ ອາຫານການກິນ ໃນທ້ອງຕລາດແພງຂຶ້ນ, ຄ່າຄອງຊີບ ຖີບຕົວສູງຂຶ້ນນັ້ນ ກໍຍ້ອນວ່າ ມີແຕ່ ໄປຊື້ຂອງເຂົາເຈົ້າ ມາກິນ, ບໍ່ຜລິດກິນເອງ.
