ຫ້ອງວ່າການສໍານັກງານາຍົກຣັຖມົນຕຣີ ຕົກລົງຮັບຮອງປັບຂຶ້ນຄ່າແຮງງານຂັ້ນຕໍ່າ ຢູ່ ສປປລາວຈາກ 9 ແສນກີບເປັນ 1 ລ້ານ 1 ແສນກີບ ເລີ້ມແຕ່ວັນທີ 1 ພຶສພາ 2018 ນີ້ເປັນຕົ້ນໄປ, ໂດຍມອບໃຫ້ກະຊວງແຮງງານ ແລະສວັດດີການສັງຄົມ ເປັນເຈົ້າການ ຕິດຕາມກວດກາ.
ເຖິງວ່າມີການຂຶ້ນຄ່າແຮງງານ ຖ້າທຽບໃສ່ຄ່າຄອງຊີບ ປັດຈຸບັນປະຊາຊົນກໍວ່າ ຍັງບໍ່ກຸ້ມຢູ່ກຸ້ມກິນ ໂດຍສະເພາະ ຄ່າໄຟຟ້າ, ຄ່ານໍ້າປະປາ, ຄ່ານໍ້າມັນຣົດ, ຄ່າໂທຣະສັບ, ຄ່າເຊົ່າຫ້ອງ ແລະຄ່າສະບຽງອາຫານ ກໍຂຶ້ນລາຄາ ສູງກວ່າຣາຍຮັບຂອງ ຄ່າແຮງງານຂັ້ນຕໍ່າ ແມ່ນລື່ນກັນ 3 ທົບ; ດັ່ງຄຳເວົ້າຂອງກັມມະກອນ ຄົນນຶ່ງວ່າ:
"ຄົນທີ່ເຮັດວຽກໄດ້ຮັບເງິນເດືອນເນາະ ນຶ່ງລ້ານສອງ ໝາຍເຖີງວ່ານຶ່ງລ້ານສອງ ນີ້ຄົນດຽວແລ້ວ ພໍກຸ້ມຢູ່ກຸ້ມກິນຢູ່ ເຮົາຍັງມີຫຼາຍ ລາຍຈ່າຍ ເນາະ ບໍ່ວ່າຈະເປັນຄ່່ານໍ້າ ຄ່າໄຟ ແຕ່ຖ້າວ່າເຮົາຢູ່ຫ້ອງເຊົ່າ ແຕ່ກາດີແລ້ວ ຫາກວ່າເພິ່ນມີນະໂຍບາຍ ໃຫ້ຄ່າແຮງ ຂັ້ນຕໍ່າໃນລ້ານສອງ ເພາະຜ່ານມາຄ່າແຮງຂັ້ນຕໍ່າ ຍັງມີແຕ່ 8 ແສນ ຫາ 9 ແສນ ເຖິງວ່າຈະບໍ່ພໍກໍຕາມ ຍັງດີທີ່ວ່າມີການເພີ້ມ."
ເຖິງແນວໃດກໍ່ຕາມ ຖ້າສົມທຽບຄ່າແຮງງານຂັ້ນຕໍ່າ ໃນອາຊຽນໃນປີ 2017 ຜ່ານມາເຫັນວ່າລາວ ຢູໃນກຸ່ມທີ່ມີຣາຍຮັບຕໍ່າທີ່ສຸດ ຮ່ວມກັບ ພະມ້າແລະກັມພູຊາ ໂດຍຄ່າແຮງງານ ແມ່ນບໍ່ສອດຄ່ອງກັບ ສະພາບເສຖກິສ ໃນປັດຈຸບັນ ເປັນສາເຫດເຮັດໃຫ້ ຄົນງານຍ້າຍໄປເຮັດວຽກ ຢູ່ໄທ.
ເມື່ອ 4 ເດືອນກ່ອນ ສະຫະພັນກັມມະບານລາວ ສະເໜີໃຫ້ຂຶ້ນເງິນເດືອນ ຕໍ່າສຸດເປັນ 1 ລ້ານ 2 ແສນກີບ ແຕ່ສະພາ ອຸດສະຫະກັມ ແລະການຄ້າ ບໍ່ເຫັນດີເພາະວ່າສູງເກີນໄປ ແລະສເນີໃຫ້ຂຶ້ນເປັນ 1 ລ້ານ 1 ແສນກີບ.
ການປັບຂຶ້ນຄ່າແຮງງານຂັ້ນຕໍ່າ ເລິ້ມແຕ່ປີ 2015 ເປັນຕົ້ນມາຈາກ 6 ແສນ 26 ພັນກີບມາເປັນ 9 ແສນກີບ ແລ້ວຫລ້າສຸດ ຈະເລີ້ມ ປະຕິບັດ ໃນວັນທີ 1 ພຶສພາ 2018 ນິ້ຈາກ 9 ແສນກີບ ມາເປັນ 1 ລ້ານ1 ແສນກີບ.
