ຣັຖບາລສັ່ງຫ້າມເກັບເງິນ ໃນກິຈກັມ ພັກ-ຣັຖ

ຈໍາປາທອງ
2019.02.28
ຖນົນສີໃຄ ນະຄອນຫຼວງວຽງຈັນ
RFA/LX

ຊາວນະຄອນຫລວງວຽງຈັນ ດີໃຈ, ໃນການທີ່ຣັຖບາລປະກາດຫ້າມບໍ່ໃຫ້ອົງການຈັດຕັ້ງ ຂອງທາງການ ຫຼື ອໍານາດການປົກຄອງທ້ອງຖິ່ນ ເກັບເງິນຈາກປະຊາຊົນ ໄປໃຊ້ໃນກິຈກັມຕ່າງໆ ຂອງພັກແລະຣັຖ ນັບຕັ້ງແຕ່ປີ 2019 ນີ້ເປັນ ຕົ້ນໄປ ແລະກໍບໍ່ເຫັນ ພາກສ່ວນໃດມາ ລະດົມເກັບເງິນ ຈາກປະຊາຊົນອີກ. ຕາມຄໍາເວົ້າຂອງຊາວເມືອງ ສີໂຄດຕາບອງ ນະຄອນຫລວງວຽງຈັນ ນາງນຶ່ງ, ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ກຸມພາ ນີ້:

"ດີໃຈແຫຼະ, ແຮງບໍ່ຢາກເສັຽເງິນຫ້າພັນ, ສິບພັນ, ຕະກີ້ຫັ້ນມີນໍ, ຖືກງານເທສການກະແມ່ນລະດົມເກັບເງິນ, ຄອບຄົວລະເທົ່ານນັ້ນເທົ່ານີ້ ຫັ້ນແຫລະ, ງານລ້ຽງຂອງຂແນງການໃດຂແນງການນຶ່ງ, ເກັບເງິນທາງຄອບຄົວບໍ, ແຈ້ງລົງມາໃຫ້ທາງບ້ານເກັບ."

ນາງເວົ້າຕື່ມອີກວ່າ, ເງິນທີ່ຊາວບ້ານເສັຽໃຫ້ແກ່ກິຈກັມ ຫລື ງານສລອງຕ່າງໆຂອງພັກແລະຣັຖ ຊຶ່ງພວກເຂົາເຈົ້າ ບໍ່ມີສ່ວນກ່ຽວຂ້ອງ ໂດຍກົງນັ້ນ, ເຖິງແມ່ນວ່າຈະເກັບບໍ່ຫຼາຍປານໃດກໍຕາມ, ແຕ່ຕົນເຫັນວ່າ ບໍ່ສົມຄວນທີ່ຈະມາເກັບນໍາປະຊາຊົນ, ຫາກຂແນງການໃດ, ຈະຈັດກິຈກັມໃດນຶ່ງຂຶ້ນ, ຂແນງການນັ້ນຄວນຈັດຫາງົບປະມານດ້ວຍຕົນເອງ ແລະທັງວ່າ ຕົນຢາກໃຫ້ທາງການເພິ່ນ ໃຊ້ກົດຣະບຽບ ນີ້ຕໍ່ໆໄປ.

ແລະຊາວນະຄອນຫລວງວຽງຈັນ ອີກຜູ້ນຶ່ງ ທີ່ບໍ່ປະສົງອອກຊື່ ແລະສຽງ ກໍເວົ້າວ່າ, ຕົນກໍມີຄວາມດີໃຈຫລາຍ ທີ່ບໍ່ຕ້ອງໄດ້ເສັຽເງິນ ໃຫ້ແກ່ກິຈກັມ ຂອງທາງການອີກ ເພາະທຸກມື້ນີ້ ຄ່າຄອງຊີບຢູ່ລາວ ກໍນັບມື້ນັບສູງຂຶ້ນ, ປະຊາຊົນແຕ່ລະຄົນ ກໍມີແນວໃຊ້ ແນວຈ່າຍ ສໍາລັບຕົນເອງ ແລະຄອບຄົວຢູ່ແລ້ວ.

ໃນຣະຫວ່າງກອງປະຊຸມຣັຖບາລ ປະຈໍາເດືອນທັນວາ ປີກາຍ, ນອກຈາກອອກຄໍາສັ່ງ, ຫ້າມບໍ່ໃຫ້ເກັບເງິນນໍາປະຊາຊົນ, ຄືທີ່ວ່ານັ້ນແລ້ວ ກໍຍັງອອກຣະບຽບຫ້າມບໍ່ໃຫ້ຕັດເງິນເດືອນ ຂອງພະນັກງານ ແລະຣັຖກອນ ເພື່ອໃຊ້ເຂົ້າໃນການສເລີມສລອງງານ ຕ່າງໆຂອງທາງການ ຊຶ່ງໃນນັ້ນຮວມທັງການສລອງວັນຊາດ ສປປ ລາວ 2 ທັນວາ, ແລະວັນສ້າງຕັ້ງກອງທັບ, ຫາກພາກສ່ວນໃດຝ່າຝືນ ຈະຖືກລົງໂທດທາງ ວິນັຍ ຢ່າງຮ້າຍແຮງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.