ຣັຖບານລາວວ່າຈະກໍາຈັດ ພວກສໍ້ໂກງ

ອຸ່ນແກ້ວ ສຸກສະຫວັນ
2016.10.04
F-audit ອົງການກວດສອບ ແຫ່ງຣັດ ທີ່ຕັ້ງຂຶ້ນ ເພື່ອກວດກາ ຫາທາງປາບປາມ ການສໍ້ໂກງ ຂອງ ພະນັກງານຣັຖກອນ
RFA/LX

ປັດຈຸບັນ ຣັຖບານລາວ ໄດ້ມີຄຳສັ່ງ ໃຫ້ ທຸກແຂວງ ໃນທົ່ວປະເທດ ເພີ້ມເຂັ້ມງວດ ແກ້ໄຂ ບັນຫາ ການສໍ້ຣາສ ບັງຫຼວງ ໃຫ້ຫຼາຍຂຶ້ນ ຍ້ອນວ່າມັນ ເປັນສິ່ງທີ່ ທ້າທາຍຕໍ່ ຄວາມກ້າວໜ້າ ຂອງ ປະເທດ. ໃນລະຍະ 5 ປີ ຜ່ານມາ ທາງການລາວ ສາມາດ ກວດພົບການ ສໍ້ຣາສ-ບັງຫຼວງ ໄດ້ຫຼາຍກວ່າ 700 ເປົ້າໝາຍ ທີ່ສ້າງຄວາມ ເສັຍຫາຍ ຫຼາຍຕື້ກີບ, ດັ່ງ ເຈົ້າໜ້າທີ່ ຂັ້ນສູງ ກ່າວ ໃນວັນທີ 3 ຕຸລາ ວ່າ:

"ໄດ້ມີຄຳສັ່ງກວດຄືນໝົດ ການສໍ້ຣາສ ບັງຫຼວງ ປະກົດການ ແນວໃດ ກະຕ້ອງມີ ການປາບປາມ ບັນຫາ ຊຸມນີ້ ຣັຖບານ ເຮົາຕ້ອງເປັນ ເອກກະພາບ ກັນ ແລ້ວຕ້ອງໄດ້ ປະຕິບັດ ຣັຖບານ ເພິ່ນມີ ອົງການ ກວດສອບ ແຫ່ງຣັຖເດ້ ກະໄດ້ມີ ອັນນັ້ນມາ ໃຫ້ແຕ່ລະແຂວງ ຕ້ອງ ປະຕິບັດ".

ເຈົ້າໜ້າທີ່ ກ່າວວ່າ ໂດຍອີງໃສ່ ການຣາຍງານ ຂອງ ກອງປຸຊຸມໃຫຍ່ ຄັ້ງ ທີ 3 ຂອງ ອົງຄນະພັກ ຄນະກວດກາ ສູນກາງພັກ ໃນວັນທີ 28 ກັນຍາ ທີ່ຜ່ານມາ ຕອນນຶ່ງ ໄດ້ຣາຍງານ ວ່າ 5 ປີ ຜ່ານມາ ໄດ້ ປະຕິບັດ ວິນັຍ ສະມາຊິກພັກ ທີ່ໄປພົວພັນ ການສໍ້ຣາສ ບັງຫຼວງ 1 ພັນ 8 ຮ້ອຍຄົນ, ໃນນັ້ນ ຖືກໄລ່ອອກ ຈາກການ ປະມານ 1 ພັນຄົນ ໃຫ້ເປັນ ປະຊາຊົນ ທົ່ວໄປ ແລະ ຫ້າມບໍ່ໃຫ້ ກ່ຽວຂ້ອງ ວຽກງານ ການເມືອງ ອີກ.

ທ່ານ ກ່າວອີກວ່າ ບັນຫາ ການສໍ້ຣາສ ບັງຫຼວງ ໃນລາວ ບໍ່ແມ່ນ ບັນຫາ ທີ່ ແກ້ໄຂຍາກ ອີກຕໍ່ໄປ ເພາະວ່າ ປັດຈຸບັນ ທາງການໄດ້ ອອກຣະບຽບ ກວດກາ ຫຼາຍຂຶ້ນ ແລະ ສະມາຊິພັກ ຮວມທັງ ພະນັກງານ ຣັຖກອນ ມີຈຳນວນ ບໍ່ຫຼາຍຄື ປະເທດອື່ນ ແລະ ສິ່ງນຶ່ງ ທີ່ຈະຕ້ອງ ແກ້ໄຂ ຕໍ່ໄປ ກໍຄື ການໃຊ້ ຣະບົບ ເສັ້ນສາຍ ໃນ ພັກ-ຣັຖ.

ອົງການ ຄວາມໂປ່ງໄສ ສາກົນ ໄດ້ຣາຍງານ ໃນປີ ທີ່ຜ່ານມາ ວ່າ ສປປ ລາວ ເປັນປະເທດ ທີ່ມີການ ສໍ້ຣາສ ບັງຫຼວງ ທີ່ຕົກຢູ່ໃນ ອັນດັບທີ 139 ໃນຈຳນວນ ທັງໝົດ 167 ປະເທດ ໃນໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.