ຂໍ້ຂັດແຍ່ງທີ່ດິນ ຢູ່ບ້ານພອນໄຊ ເມືອງຫຼວງພຣະບາງ ແຂວງຫຼວງພຣະບາງ ທີ່ບໍຣິສັດ ດວງປະເສີດ ອ້າງກໍາມະສິດ ເປັນເຈົ້າຂອງ ແລະ ສັ່ງໃຫ້ຣົດ ໄປດຸດເຮືອນ ຊາວບ້ານ ຢູ່ທີ່ດິນຕອນ ດັ່ງກ່າວ ໃນວັນທີ 15 ກໍຣະກະດາ2017.
ຊາວບ້ານທັງໝົດ 55 ຄອບຄົວ ທີ່ອາສັຍຢູ່ ດິນຕອນນັ້ນ ສ່ວນຫຼາຍແມ່ນ ທະຫານ ອອກບໍານານ ທີ່ໄດ້ພາກັນ ຮຽກຮ້ອງ ໃຫ້ຣັຖບານ ພິຈາຣະນາ ຊ່ວຍເຫຼືອ, ດັ່ງຊາວບ້ານ ທ່ານນຶ່ງໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 18 ກໍຣະກະດາ ວ່າ:
"ຈັ່ງໃດກະຢາກໃຫ້ຂັ້ນເທິງ ນີ້ຊ່ວຍພິຈາລະນາ ໃຫ້ພວກອ້າຍພວກລຸງແດ່ ແນວໃດກະເບິ່ງກະແຍງ ພວກຂ້ອຍແດ່ ສະໄໝຕໍ່ສູ້ກູ້ຊາດ ກິ້ງເກືອກລີເລືອ ແມ່ນພວກອ້າຍ ພວກລຸງ, ບາດຢູ່ສຸກ ຢູ່ສະບາຍ ຊິພາເມັຽສ້າງສາ ພັທນາ ລະມາເຮັດຈັ່ງຊິ ໃຫ້ພວກອ້າຍພວກລຸງ ມັນກໍບໍ່ພໍໃຈ ປານໃດໂອ້".
ຊາວບ້ານກ່າວອີກວ່່າ ເຂົາເຈົ້າມາຢູ່ທີ່ດິນຕອນນັ້ນ ນັບແຕ່ປີ 2010, ແຕ່ບໍຣິສັດ ດວງປະເສີດ ກໍມາແລ່ນເຮັດ ໃບຕາດິນຖາວອນ ໃນປີ 2011:
"ນາງອຸໄທ ກັບດວງປະເສີດ ຟ້ອງວ່າພວກຂ້ອຍ ບຸກລຸກດິນລາວ ຄວາມຈິງແລ້ວ ລາວເຮັດໃຫ້ພວກຂ້ອຍກ່ອນປີ 2010 ພວກຂ້ອຍເຮັດ ລະປີ 2011 ດວງປະເສີດ ເຮັດ ລະຈ້າງຈຸການເງິນ ລະເຮັດໃບແຂບຄໍາ ໃຫ້ລາວ".
ແຕ່ເຈົ້າໜ້າທີ່ ທາງການ ກໍຊີ້ແຈງວ່າ ດິນຕອນດັ່ງກ່າວ ເປັນຂອງເອກກະຊົນ, ດັ່ງທ່ານ ຈັນທະວົງ ຜົນນະຈິດ ຫົວໜ້າຜແນກ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ ໄດ້ກ່າວຕໍ່ ເອເຊັຍເສຣີ ໃນວັນທີ 21 ກໍຣະກະດາ ຜ່ານມາວ່າ:
"ມີຄນະກໍາມະການ ເພິ່ນແຕ່ງຕັ້ງຈາກ ທ່ານເຈົ້າແຂວງ ແລ້ວເນາະ ມີກວດກາ ຣັຖບານຂັ້ນແຂວງ ມີ ກອງບັນຊາການ ທະຫານແຂວງ, ມີກອງບັນຊາການ ປກສ ແຂວງ ເປັນຜູ້ຮັບຜິດຊອບ ໂດຍກົງ ເພື່ອແກ້ໄຂບັນຫາ ດັ່ງກ່າວ ເພາະວ່າ ດິນຕອນດັ່ງກ່າວ ມັນເປັນຂອງພາກ ເອກກະຊົນ ແລະ ແມ່ນປະຊາຊົນ ເຂົ້າໄປບຸກລຸກ ດິນ ຂະເຈົ້າ".
ທ່ານ ກ່າວຕື່ມອີກວ່າ:
"ເຈົ້າໜ້າທີ່ແຂວງ ມີການສເນີໃຫ້ ປະຊາຊົນອອກ ແລະມີການໄກ່ເກັ່ຽຫຼາຍຄັ້ງແລ້ວ ແຕ່ປະຊາຊົນກະບໍ່ອອກ ບັນຫານີ້ ມັນແກ່ຍາວ ມາແຕ່ປີ 2010".
ບໍຣິສັດ ດວງປະເສີດ ໄດ້ຂຶ້ນທະບຽນ ທີ່ດິນຕອນດັ່ງກ່າວ ໃນເດືອນ ມີນາ ປີ 2011 ຊຶ່ງມີເນື້ອທີ່ ທັງໝົດປະມານ 3 ເຮັກຕາ ອີງຕາມ ຂໍ້ມູນຈາກເອກກະສານ ທີ່ດິນ ຂອງບໍຣິສັດ ດວງປະເສີດ.
ແຕ່ ປະຊາຊົນ ກໍໃຫ້ເຫດຜົນວ່າ ເຂົາເຈົ້າມີສິດໃຊ້ ຕາມການອະນຸຍາດ ຂອງ ທາງການເມືອງ ໃນປີ 2010 ແລະ ກໍໄດ້ເສັຽຄ່າ ທຳນຽມ ທີ່ດິນ ເຊັ່ນດຽວກັນ.