ສປປ ລາວ ຕິດໜີ້ຫຼາຍ ຢ້ານໄປບໍ່ລອດ

0:00 / 0:00

ຜູ້​ນຳ​ລາວ ໃຫ້​ຄຳ​ເຫັນ​ວ່າ ປະ​ເທດ​ລາວບໍ່​ໄດ້​ຕິດ​ກັບ​ດັກ​ໜີ້ ຫຼື ​ຕິດ​ໜີ້ຈົນ​ບໍ່​ສ​າ​ມາດ​ໃຊ້ແທນ​ຄືນ​ໄດ້​ໝົດ ໃນ​ຂະ​ນະ​ທີ່​ສະ​ຖາ​ບັນ​ການ​ເງິນ ໄດ້​ອອກ​ບົດ​ຣາຍ​ງານ​ວ່າ ໜີ້​ສິນ​ສາ​ທາ​ຣະ​ນະ​ຂອງ​ລາວສູງ​ຂຶ້ນ ແລະ ນັກ​ວິ​ຊາ​ການ ລວມ​ທັງນັກ​ທຸ​ຣະ​ກິ​ຈ ກໍ​ມີ​ຄຳ​ເຫັນ​ສວນ​ທາງ​ກັບ​ຜູ້​ນຳລາວ.

ຢູ່​ໃນ​ກອ​ງ​ປະ​ຊຸມຄັ້ງ​ທີ 27 ທີ່​ມີ​ຫົວ​ຂໍ້​ວ່າ ອະ​ນາ​ຄົດ​ຂອງເອ​ເຊັຽ ທີ່​ຈັດ​ຂຶ້ນ​ຢູ່ນະ​ຄອນ​ຫລວງ​ໂຕ​ກຽວ ປະ​ເທດ​ຍີ່​ປຸ່ນ ໃນ​ວັນ​ສຸກ ໂດຍ​ຜ່ານ​ລະ​ບົບ​ວີ​ດີ​ໂອ, ທ່ານ ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດ​ລາວ ໄດ້​ກ່າວ ຕອນ​ນຶ່ງວ່າ: " ພວກ​ເຮົາ​ກຳ​ລັງ​ພະ​ຍາ​ຍາມ​ຈ່າຍ​ໜີ້ ຕາມ​ຄວາມ​ສາ​ມາດ ແລະ ຕາມລະ​ບົບ ແລະ ຕາມຄວ​າມ​ຈຳ​ເປັນ​ຂອງ​ສະ​ພາບ​ການ​ປັ​ຈຸ​ບັນ ຂ້າພະ​ເຈົ້າ​ [ທ່ານ ທອງ​ລຸນ] ຈະ​ເວົ້າ​ວ່າ ພວກ​ເຮົາ​ບໍ່​ໄດ້​ຕິດ​ກັບ​ດັກ​ໜີ້ ໃນ​ຕອນນີ້."

ແຕ່ ຂໍ້​ມູນ​ທະ​ນາ​ຄານ​ໂລກ ໃນ​ເດືອນ​ເມ​ສາ 2022 ໄດ້​ລະ​ບຸວ່າ ໃນ​ປີ 2019 ໜີ້​ສິນ​ສາ​ທາ​ຣະ​ນະ​ຂອງ​ລາວກວມ​ເອົາ 68 ເປີ​ເຊັນຂອງລວມຍອດ​ຜ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ເທົ່າ​ກັບ 12.5 ຕື້​ໂດ​ລ້າຣ໌ ສ່ວນ​ວ່າ ປີ 2021 ໜີ້​ສິ​ນ​ສາ​ທາ​ຣະ​ນະ​ຂອງ​ລາວ ກວມ​ເອົາ 88 ເປີ​ເຊັນຂອງ GDP ເທົ່າ​ກັບ 14.5 ຕື້​ໂດ​ລ້າຣ໌.

ນັກ​ຄຳ​ນວນ​ດ້ານ​ຄະ​ນິ​ຕສ​າ​ຕ ທ່ານ​ນຶ່ງ ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ: "ມັນ​ກະ​ບໍ່​ລອດຫັ້ນແຫຼວ ເປັນ​ໜີ້​ເຂົາ 88 ເປີ​ເຊັນ [ຂອງ GDP] ສົມ​ມຸດ​ວ່າ ມີ​ເງິນ​ 1,000,000 ລ້ານ ຕ້ອງ​ໄປ​ໃຊ້​ໜີ້​ເຂົ້າ 880,000​ເຫຼືອພຽງ​ແຕ່ 120,000 ຫຼື 12 ເປີ​ເຊັນ ແລະ ຖ້າຫາກ​ທຽບ​ໃສ່​ລວມຍອດ​ຜ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ມັນ​ກະ​ບໍ່​ລອດ​ຫັ້ນ​ແຫຼ."

ນັກ​ຄຳ​ນວນ​ຄະ​ນິຕ​ສາ​ຕ ທ່ານນີ້ ກ່າວ​ຕື່ມ​ວ່າ: "ຂັ້ນ​ໜີ້ 60-70 ເປີ​ເຊັນ ສ່ວນ​ທີ່​ເຫຼືອ 30-40 ເປີ​ເຊັນ ມັນ​ກະ​ຊິ​ພໍ​ຖູ​ໄຖໄປ ແຕ່ ຖ້າ​ໜີ້ 88 ເປີ​ເຊັນ ຫັ້ນ​ໃຈ​ຜືດ."

ສ່ວນ​ວ່າ ເຈົ້າ​ໜ້າ​ທີ່​ອົງ​ການ​ພາກ​ປະ​ຊາ​ສັງ​ຄົມ ທ່ານ​ນຶ່ງ ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ: "ອັນນີ້ ສະແດງວ່າບໍ່ຍອມຮັບຄວາມຈິງ , ມາຮອດປັດຈຸບັນ ສປປລ ມີໜີ້ສິນ 88 ເປີເຊັນຂອງ GDP ແລ້ວ ໃນປີ 2017 ລາວມີໜີ້ສິນ 60% ຂອງ GDP."

ເຈົ້າ​ໜ້າ​ທີ່​ອົງ​ການ​ພາກ​ປະ​ຊາ​ສັງ​ຄົມ ຍັງ​ກ່າວ​ຕື່ມ​ວ່າ: "ຄົງ​ຈະ​ມີ​ເຫດ​ຜົ​ລ​ທາງ​ການ​ເມືອງ ທີ່ບໍ່​ຢາກບອກວ່າ ຕິດ​ໜີ້​ຈີນ."

ໃນ​ຈຳ​ນວນ​ໜີ້​ສິນ 14.5 ຕື້​ໂດ​ລ້າຣ໌ ໃນ​ປີ 2021 ໜີ້​ສິນ​ໃນຂ​ແນງ​ການ​ໄຟ​ຟ້າ​ກວມ​ເອົາ 4.35 ຕື້​ໂດ​ລ້າຣ໌ ຫຼື ເທົ່າ​ກັບ 30 ເປີ​ເຊັນ ອີງ​ຕາມຂໍ້​ມູນ​ຈາກ​ທະ​ນາ​ຄານ​ໂລກ.

ຫຼາຍ​ຄົນກໍ​ໃຫ້​ຄຳ​ນິ​ຍາມ ກັບ​ດັກ​ໜີ້ທີ່​ແຕກ​ຕ່າງ​ກັນ ເຊັ່ນ ການ​ຢືມ​ເງິນ​ແລ້ວ ບໍ່ສາ​ມາດ​ໃຊ້​ໜີ້​ແທນ​ໄດ້ ແລະ ຍັງ​ສືບ​ຕໍ່​ຢືມ​ອີກ ແລ້ວ​ສຸດ​ທ້າຍ​ເຂົາ​ກໍ​ເຂົ້າ​ມາ​ຢຶດ​ ກິຈ​ການ​ທີ່​ເປັນ​ຣັ​ຖວິ​ສາ​ຫະ​ກິ​ຈ​.

ນັກ​ທຸ​ຣະ​ກິຈ​ລາວ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ: " ເຈົ້າ ໄປ ກູ້ ໄປ ກູ້ ທຳ ອິດນີ້ ເປັນ ກັບ ດັກ ບໍ່ ຍັງ ບໍ່ ທັນ ເປັນ ປານ ໃດ ແລ້ວແລກ ກັບ ຜົ ໂຍດ ນັກ ທຸ ຣະ ກິດ ຂອງ ເຂົາ ຕ້ອງ ເຂົ້າ ມາ ລົງ ທຶນ ໃນ ບ້ານ ເຈົ້າ ໂຕນີ້ ແລ້ວ ລະ ມັນ ເສ ກິ ລົ້ມ ລະ ລາຍ ແລ້ວ ເຈົ້າ ຕ້ອງ ກູ້ ຕື່ມ ຄັນ ກູ້ ຕື່ມ ແລ້ວ ເຮັດ ໃຫ້ ເຈົ້າບໍ່ ມີ ຄວາມ ສາ ມາດ ໃຊ້ ໜີ້ ຄັນ ບໍ່ ມີ ຄວາມ ສາດ ໃຊ້ ໜີ້ ເຈົ້າ ຕ້ອງ ປ່ອຍ ໃຫ້ ເຂົາ ເຂົ້າ ມາ ບໍ ຣິ ຫານ ໂຄງ ການ ໃຫຍ່ໆ ແທນ ເຫັນ ບໍ່ ຄື ສີ ລັງ ກາ ຫັ້ນ ແລ້ວ ກັບ ດັກ ໜີ້ ."

ບາງ​ກໍ​ລະ​ນີ ກໍ​ມີ​ການ​ປີບ​ໃນ​ກູ້​ຢືມ​ແບບ​ທາງ​ອ້ອມ ແລະ ຕໍ່​ມາ​ເມື່ອບໍ່​ສາ​ມາດ​ໃຊ້​ໄດ້​ແລ້ວ ເຈົ້າ​ໜີ້​ກໍ​ເຂົ້າ​ມາ​ຢຶດ​ຊັບ​ສິນ.

ນັກ​ທຸ​ຣະ​ກິຈ​ທ່ານນີ້ ກ່າວ​ຕື່ມ​ອີກວ່າ: " ເວົ້າ​ພາ​ສາ​ຊາວ​ບ້ານ​ກໍ​ຄື ບີບ​ໃຫ້​ບໍ່​ມີ​ລະ​ໄປ​ກູ້ ກູ້​ແລ້ວ​ລະ ບໍ່​ສາ​ມາດ​ໃຊ້​ໄດ້​ລະ​ກະ ຢຶດ​ຊັບ​ທໍ່​ນັ້ນ​ຕີ້ ບໍ່​ມີ​ຊັບ​ໃຫ້ ມີ​ລູກ​ສາວ​ງາມກະ​ໄປ​ຂັດ​ດອກ ."

ກ່ຽວກັບການຊໍາລະໜີ້ສິນ,​ ນັກຂ່າວຕ່າງປະເທດ ເຄີຍຣາຍງານຂ່າວທາງດ້ານເສຖກິຈລາວ ແລະ ຕິດຕາມບັນຫາປະເທດ ມາຫຼາຍປີ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ: “ທາງອອກທີ່ຣັຖບານລາວຈະເຮັດ ກໍຄື ຂໍເລື່ອນກໍາຊໍາລະໜີ້ສິນ ຫຼື ຂໍຍົກເລີກໜີ້ສິນ, ມີການແລກປ່ຽນໜີ້​ສິນ ລະຫວ່າງທນາຄານແຫ່ງ ສປປ ລາວ ແລະ ທນາຄານແຫ່ງ ສປ ຈີນ - ທະນາຄານແຫ່ງ ສປ ຈີນ ເອົາເງິນໃຫ້ທະນາຄານແຫ່ງ ສປປ ລາວ ຢືມມາເປັນຄັງສະສົມ ເພື່ອຈ່າຍໜີ້ ຫຼື ຈີນ ຈະເອົາເງິນກູ້ຢືມໃຫ້ລາວ ເພື່ອໃຊ້ໜີ້.”

ນັກຂ່າວຕ່າງປະເທດ ທ່ານນີ້ ກ່າວຕື່ມວ່າ: “ບໍ່ວ່າທາງໃດ ກໍຕາມ ຈີນຈະຕັ້ງເງື່ອນໄຂ ເພື່ອເຂົ້າມາຄວບຄຸມລາວ ດ້ວຍການເຂົ້າມາເອົາຊັບສິນ ທີ່ເປັນຣັຖວິສາຫະກິຈໃດນຶ່ງຂອງລາວ ເພື່ອແລກກັບການທີ່ຈີນເອົາເງິນໃຫ້ລາວມາໃຊ້ໜີ້.”​

ສິ່ງທີ່ເກີດຂຶ້ນຜ່ານມາ ​ບໍ​ຣິ​ສັດ​ຈີນທີ່​ຊື່​ວ່າ China Southern Power Grid ເຂົ້າ​ມາ​ຄວບ​ຄຸມ ແລະ ຖື​ຮຸ້ນ​ຫຼັກໃນໂຄງການລະບົບສາຍສົ່ງໄຟຟ້າລາວ ຂອງ​ບໍ​ຣິ​ສັດ ຣັ​ຖວິ​ສາ​ຫະ​ກິ​ຈ​ໄຟ​ຟ້າ​ລາວ ຍ້ອນ​ວ່າ ລາວ​ຕິດ​ໜີ້​ຈີນ ອີ​ງ​ຕາມ​ການ​ຣາຍ​ງານຂອງສຳ​ນັກ​ຂ່າວ Reuters ຂອງ​ອັງ​ກິດ ສ່ວນ​ວ່າ ທາງ​ການ​ລາວ ກໍ​ອອກ​ມາ​ປະ​ຕິ​ເສດ​ເຣື່ອງນີ້ ໂດຍທາງ​ການ​ລາວ ໄດ້​ຊີ້​ແຈງວ່າ ຈີນບໍ່​ໄດ້​ເຂົ້າ​ມາ​ຄວບ​ຄຸມ.

ນອກ​ຈາກນີ້ ທີ່​ຜ່ານ​ມາ ສຳ​ນັກ​ຂ່າວ​ຂອງ​ລາວ ກໍ​ໄດ້​ຣາຍ​ງານ​ວ່າ: ທາງ​ການ​ລາວ ໄດ້ຂາຍທະນາຄານພັທນາລາວ ແລະ ທະນາສົ່ງເສີມກສິກັມ ໃຫ້ບໍຣິສັດ ຈະເລີນເຊກອງ ພາວເວີຣ໌ ແລະ ບໍຣິສັດ ພົງທະວີຊັບ ກໍ່ສ້າງ.

ອົງການ Fitch Rating ທີ່ເປັນ​ອົງ​ການ ​ຈັດ​ອັນ​ດັບ​ຄວາມ​ໜ້າ​ເຊື່ອ​ຖື​ດ້ານການ​ຈ່າຍ​ໜີ້ ທີ່​ຕັ້ງ​ຢູ່ ສ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ອອກ​ບົດ​ຣາຍ​ງານ ໃນ​ວັນ​ທີ 9 ສິງ​ຫາ 2021 ວ່າ: ປະ​ເທດ​ລາວ​ຍັງ​ຄ້າງ​ຈ່າຍ​ໜີ້​ສິນໃຫ້​ຕ່າງ​ປະ​ເທດ ປະ​ມານ 400 ລ້ານ ໂດ​ລ້າຣ໌ ສະ​ເພາະ​ໃນ​ປີ 2021, ແລະ ແຕ່ ​ປີ 2022-2025 ປະ​ເທດ​ລາວ ມີ​ໜີ້​ຕ້ອງ​ຈ່າຍ​ປະ​ມານ 1 ຕື້ ໂດ​ລ້າຣ໌ (1,000 ລ້ານ ໂດ​ລ້າຣ໌) ໃນ​ຂ​ນະ​ທີ່​ ຣັ​ຖ​ບານ​ລາວ ໃຊ້​ໜີ້​ໄດ້​ພຽງ 150 ລ້ານ ໂດ​ລາ ໃນ​ເດືອນ ມິ​ຖຸນ​າ 2021 ທີ່​ຜ່ານ​ມາ.

ອົງການ Fitch Ratings ຍັງ​ຄາດ​ການ​ວ່າ: ຣັ​ຖ​ບານ​ລາວ ຍັງ​ຈະ​ສືບ​ຕໍ່ຂາຍ​ຊັບ​ສິນ​ ແລະ ຂາຍ​ສັມ​ປະ​ທານ​ ເພີ່ມ​ເຕີມ​ອີກ ເພື່ອ​ເອົາ​ເງິນ​ມາ​ໃຊ້​ໜີ້​ຕ່າງ​ປະ​ເທດໃນ​ອີກ 5 ປີ ຕໍ່​ໜ້າໂດຍ​ສ​ເພາະ ຄ​ະນະ​ຣັ​ຖ​ບານຊຸດ​ໃໝ່ ທີ່ໄດ້​ສຸມໃສ່​ທຸກ​ຄວາມ​ພ​ຍາ​ຍາມ ໃນ​ການ​ໃຊ້​ໜີ້.

ແຕ່ໃນ​ສ່ວນ​ຂອງ ທ່ານ ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດ​ລາວ ຍັງ​ກ່າວຢູ່​ໃນ​ກອ​ງ​ປະ​ຊຸມຄັ້ງ​ທີ 27 ທີ່​ມີ​ຫົວ​ຂໍ້​ວ່າ ອະ​ນາ​ຄົດ​ຂອງເອ​ເຊັຽ ຕື່ມ​ວ່າ: “ການ​ອີງ​ໃສ່ຊັບ​ພະ​ຍາ​ກອນ​ ຂອງ​ປະ​ເທດ​ດຽວ ບໍ່​ພຽງ​ພໍ. ພວກ​ເຮົາ​ໄດ້ພົວ​ພັນ​ກັບ​ຫຼາຍ​ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ເພື່ອ​ຊ່ວຍ​ພວກ​ເຮົາ ພັ​ທນາ​ໂຄງ​ສ້າງ​ພື້ນ​ຖານ.”

ທ່ານ ກ່າວ​ຕື່ມ​ວ່າ: “ພວກ​ເຮົາ​ປຶກ​ສາ ແລະ ເຈ​ຣະ​ຈາ ກັບປະ​ເທດ​ຈີນ​, ວຽດ​ນາມ, ຍີ່​ປຸ່ນ, ທະ​ນາ​ຄານ​ພັ​ທ​ນາ​ເອ​ເຊັຽ ແລະ ທະ​ນາ​ຄານ​ໂລກ ແລະ ປະ​ເທ​ດ​ອື່ນໆ ທີ່​ໃຫ້​ເງິນ​ກູ້ ແລະ ໃຫ້​ການ​ສ​ນັບ​ສ​ນູນ ສ​ປ​ປ​ລາວ.”

ປະ​ເທດ​ລາວ ​ປະ​ສົບກັບວິ​ກິ​ຕການ ​ຣະ​ບາດ​ຂອງ​ໂຄວິດ-19 ຈົນ​ຕ້ອງ​ປິດ​ປະ​ເທດ​ເປັນ​ເວ​ລາ 2 ປີ​ປາຍ.

ນອກ​ຈາກນີ້ ປະ​ເທດ​ລາວ ຍັງ​ປະ​ສົບ​ກັບ​ບັນ​ຫາ​ນ້ຳມັນ​ແພງ, ເມື່ອວັນທີ 19 ພຶສພານີ້ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ອອກແຈ້ງການປັບຂຶ້ນລາຄານໍ້າມັນ ຂາຍຍ່ອຍທຸກຊນິດໃນທົ່ວປະເທດ.

ສະ​ເພາະ​ຢູ່ ແຂວງຫລວງພຣະບາງ ປັບລາຄານໍ້າມັນແອັດຊັງພິເສດ ຈາກ 22,560 ກີບເປັນ 24,140 ກີບຕໍ່ລິດ, ແອັດຊັງທັມມະດາ ຈາກ 17,670 ກີບເປັນ 18,940 ກີບ ແລະກາຊວນ ປັບຂຶ້ນຈາກ 18,200 ກີບເປັນ 18,530 ກີບ ສ່ວນ​ວ່າ ຢູ່​ແຂວງ​ອືື່ນໆ ລວມ​ທັງ​ນະ​ຄອນ​ຫລວງວຽງ​ຈັນ ກໍ​ປັບ​ຂຶ້ນກົນ​ໄກຂອງ​ກະ​ຊວງ​ໄດ້​ວາງ​ອອກ. ການປັບຂຶ້ນລາຄານໍ້າມັນຄັ້ງນີ້ ເປັນຄັ້ງທີ 12 ໃນປີ 2022.

ລາ​ຄາໄຂ່ໄກ່ ປັດຈຸບັນນີ້ລາຄາ 46,000 ກີບຕໍ່ແຕະ ຈາກແຕ່ກ່ອນ 35,000 ກີບຕໍ່ແຕະ ແຕ່ບາງ​ຮ້ານ​ທີ່​ຂາຍ​ເປັນ​ໜ່ວຍຈາກ​ 1,000 ປາຍກີບຕໍ່​ໜ່ວຍ ໃນ​ປີ 2021 ມາ​ເປັນ 2,000 ກີບຕໍ່​ໜ່ວຍ ໃນ​ປັດ​ຈຸ​ບັນ ອີງ​ຕາມ​ຂໍ້​ມູນ​ຈາກ​ປະ​ຊາ​ຊົນ.

ເວບ​ໄຊທ໌​ຂອງ​ທະ​ນາ​ຄານ​ແຫ່ງ ສ​ປ​ປ ​ລາວ ໄດ້​ລະ​ບຸ​ວ່າ ອັດ​ຕ​ຣາ​ເງິນ​ເຟີ້ໃນ​ເດືອນ​ເມ​ສາ​ ທີ່​ຜ່ານ​ມາ ເກືອບ 10 ເປີ​ເຊັນ.

ອັ​ດຕ​ຣາ​ແລກ​ປ່ຽນ​ເງິນ ​ຢູ່​ຮ້າ​ນແລກ​ປ່ຽນນອກຣະ​ບົບ ທີ່ບໍ່​ແມ່ນ​ຢູ່​ໃນ​ທະ​ນາ​ຄານ ເຊັ່ນ ເງິນ​ບາດ 500 ປາຍ​ກີບ ຕໍ່ 1 ບາດ, ສ່ວນ​ວ່າ ເງິນ​ໂດ​ລ້າ​ຣ໌ ປະ​ມານ 15,000 ກີບຕໍ່ 1 ໂດ​ລ້າ​ຣ໌ ອີງ​ຕາມ​ປະ​ຊາ​ຊົນຜູ້​ທີ່​ໄປ​ແລກ​ເງິນ, ແຕ່ ອັດ​ຕ​ຣາ​ຢູ່​ທະ​ນາ​ຄານ ແລະ ຮ້ານ​ແລກ​ປ່ຽນ​ອື່ນໆ ຈະ​ມີ​ຫຼຸດ​ລື່ນ​ກັນ.

ໃນ​ວັນ​ທີ 10 ພຶ​ສ​ພາ ທີ່​ຜ່ານ​ມາ, ຫ້ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ໄດ້​ອອກ​ແຈ້ງ​ການ ໃຫ້ 5 ທະ​ນາ​ຄານຫຼັກ​ຢູ່​ໃນ ສ​ປ​ປ​ ລາວ ມາ​ປະ​ຊຸມ​ຮ່ວມ​ກັບ ເອ​ອັກ​ຄະ​ຣັ​ຖ​ທູດຈີນ, ວຽ​ດ​ນາມ ແລະ ຣັ​ສ​ເຊັຽ ປະ​ຈຳ​ລາວ, ກະ​ຊວງ​ກ່ຽວ​ຂ້ອງ ແລະ ຜູ້​ປະ​ກອບ​ການ ເພື່ອ​ແກ້​ໄຂ​ບັນເງິນ​ເຟີ້ ແລະ ອັດ​ຕ​ຣາ​ແລກ​ປ່ຽນ.

ແຈ້ງ​ການ​ດັ່ງ​ກ່າວ ຍັງ​ລະ​ບຸ​ວ່າ: “ໂຕ​ແທນທະ​ນາ​ຄານ​ທີ່​ ຖືກ​ເຊີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລວມ​ມີ ຮອງ​ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ແຫ່ງ​ການ​ຄ້າ ​ຕ່​າງ​ປະ​ເທດ​ລາວ ​ມະ​ຫາ​ຊົນ, ປະ​ທານທະ​ນາ​ຄານ​ພັ​ທ​ນາ​ລາວ, ປະ​ທານ​ທະ​ນາ​ຄານ​ສົ່ງ​ເສີມ​ກະ​ສິ​ກັມ, ປ​ະ​ທານ​ທະ​ນາ​ຄານ ເອັ​ສທີແບ້ງ, ປະ​ທານ​ທະ​ນາ​ຄານ​ພົງ​ສະ​ຫວັນ.”

ທ່ານ Alex Kremer ຜູ້​ຕາງ​ໜ້າ​ຫ້ອງ​ການ​ທະ​ນາ​ຄານ​ໂລກ ປະ​ຈຳ​ປະ​ເທດ​ລາວ ໄດ້​ກ່າວຢູ່​ໃນ​ບົດ​ຖ​ແລງ​ຂ່າວ ໃນ​ວັນ​ທີ 13 ພຶ​ສ​ພາ ວ່າ: “ສະ​ພາບ​ການ​ໃນ​ ສ​ປ​ປ ​ລາວ ຍິ່ງ​ທ້າ​ທາຍ​ເປັນ​ພິ​ເສດ ເນື່ອງ​ຈາກ​ບັນ​ຫາ​ໜີ້​ສິນ ​ສາ​ທາຣະ​ນະ ແລະ ການ​ຈັດ​ເກັບ​ລາຍ​ຮັບ​ທີ່​ຍັງ​ບໍ່​ທັນ​ດີ ດັ່ງ​ນັ້ນ ບູ​ລິ​ມະ​ສິດ ແມ່ນ​ຄວນ​ເລັ່ງ​ໃສ່​ການ​ເກັບ​ລາຍ​ຮັບ ໂດຍການ​ທົບ​ທວນ​ຄືນນະ​ໂຍ​ບາຍ​ການ​ຍົກ​ເວັ້ນ ພາ​ສີ​ອາ​ກອນ ໃນ​ໂຄງ​ການ​ລົງ​ທຶນ.”

ແຕ່​ວ່າ ອີງ​ຕາມຜົ​ລ​ຂອງກອງ​ປະ​ຊຸມ ຣັ​ຖ​ບາ​ນ​ສ​ມັຍ​ສາ​ມັນ ປະ​ຈຳ​ເດືອນພຶ​ສ​ພາ ທີ່​ຜ່ານ​ມາ, ໃນ​ ເດືອນມິຖຸນາ 2022 ຣັ​ຖ​ບານ ຈະສຸມໃສ່ການຄຸ້ມຄອງເງິນຕາ, ບັນຫານ້ຳມັນເຊື້ອເພີງ ໃຫ້ມີຄວາມສະຫງົບ, ແກ້ໄຂໜີ້ສິນທັງພາຍໃນ ແລະຕ່າງປະເທດ ໃຫ້ໄປຕາມແຜນທີ່ກຳນົດໄວ້ ລວມທັງປັບບປຸງກົນໄກການເຮັດວຽກໃຫ້ຮັດກຸມ, ສະດວກ, ວ່ອງໄວ, ທັນການ ແລະ ຮັບປະກັນປະສິດທິຜົລສູງສຸດ.