ຊາວບ້ານຈັດສັນນໍ້າເທີນ 2 ຂາຍດິນ ລ້ຽງຄອບຄົວ

ໄຊຍາ
2019.01.31
F-Namtheun ນໍ້າເທີນ ເຂດເມືອງນາກາຍ ແຂວງຄໍາມ່ວນ
Public Domain

ປະຊາຊົນທີ່ຢູ່ເຂດບ້ານຈັດສັນເຂື່ອນນໍ້າເທີນ 2 ເມືອງນາກາຍ ແຂວງຄຳມ່ວນ, ຕ້ອງການຂາຍດິນທໍາການຜລິດຈຳນວນນຶ່ງ, ເພື່ອເອົາເງິນ ມາລ້ຽງຄອບຄົວ, ເນື່ອງຈາກຣາຍໄດ້ຈາກການຫາປາ ທີ່ຄນະຈັດສັນຊຸກຍູ້ ກໍຫຼຸດລົງບໍ່ກຸ້ມກິນ. ດັ່ງຄຳເວົ້າຂອງ ເຈົ້າໜ້າທີ່ທ້ອງຖິ່ນ ເມືອງ ນາກາຍ, ກ່າວໃນວັນທີ 29 ມົກຣາ ນີ້ວ່າ:

"ຄົນຫາປາຢູ່ເຂດອ່າງນີ້, ນຶ່ງ ກໍປາຣາຄາຫຼຸດໂຕນ, ສອງ ມາກໍນໍ້າໃນອ່າງນີ້ມັນຂຶ້ນມັນສູງມັນລົງ, ແລ້ວກໍຫາຍາກຜູ້ເປັນໜີ້ບໍ່ມີເງິນເສັຽຄ່ານັ້ນ ຄ່ານີ້, ກໍເລີຍຈຳເປັນເອົາດິນນັ້ນໄປຂາຍແກ້ໄຂເສັຍກ່ອນນະ, ກໍ 10 ປາຍຄອບຄົວໄດ໋ລູກເອີຍ, ສ່ວນນຶ່ງກໍຂາຍ ໃຫ້ຄົນພາຍໃນບ້ານນີ້ ຜູ້ທີ່ມີເງິນກວ່ານັ້ນ, ແລ້ວກໍ ສອງມາກໍຂາຍໃຫ້ພະນັກງານໃນ ຄືໃນເມືອງຫັ້ນ."

ທ່ານກ່າວຕື່ມວ່າ, ປະຊາຊົນ 14 ຄອບຄົວທີ່ຈຳເປັນຕ້ອງຂາຍດິນໄປນັ້ນ, ເປັນປະຊາຊົນທີ່ຢູ່ກຸ່ມບ້ານຈັດສັນເຂດນາກາຍເໜືອ, ເຊິ່ງເຂົາເຈົ້າ ເຮັດອາຊີບຫາປາເປັນຫຼັກ, ຍ້ອນດິນທໍາການຜລິດ ທີ່ໄດ້ຮັບຈັດສັນມາເປັນດິນຫີນຜາ, ແລະດິນແດງບໍ່ສາມາດ ປູກຫຍັງໄດ້ ແລະການຫາປາ ກໍມີຣາຍໄດ້ຫຼຸດລົງ.

ນອກຈາກນີ້ປາເຂດດັ່ງກ່າວ ແຕ່ກ່ອນເຄີຍຫາໄດ້ມື້ນຶ່ງບໍ່ຕໍ່າກ່ວາ 10 ກິໂລ ດຽວນີ້ຫາໄດ້ 5 ກິໂລ ກໍທັງຍາກ, ຍ້ອນປາພາກັນອົພຍົບໄປຢູ່ ວັງສະຫງວນ ບ່ອນທີ່ທາງການຫວງຫ້າມ:

"ເຣື່ອງຈັດສັນອາຊີບນີ້ກໍເວົ້າເຣື່ອງປະມົງ ມັນບໍ່ແນ່ນອນ, ປານີ້ເຂົ້າໄປຢູ່ປ່າສງວນ ບ່ອນວັງສງວນ ທາງການຫວງຫ້າມ, ມັນກໍຈຳເປັນແຫຼະ ດຽວນີ້ມື້ເຊົ້າມື້ວານ ທາງການກໍໄດ້ໄລ່ລຸເອົາມອງ ປະຊາຊົນໝົດ 10-20 ຄົນພຸ້ນ ມັນເປັນບັນຫາຢູ່ໃນຂັ້ນ ພື້ນຖານຍາກໄດ໋ ເມືອງອັນນີ້ ໜະ."

ເຖິງແນວໃດກໍຕາມ, ກ່ຽວກັບເຣື່ອງດັ່ງກ່າວນີ້ເຈົ້າໜ້າທີ່ຫ້ອງການ ຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ຂອງເມືອງນາກາຍ ບໍ່ມີ ຄຳເຫັນຕໍ່ເຣື່ອງດັ່ງກ່າວ.

ໂຄງການເຂື່ອນນໍ້າເທີນ 2 ມີການຜລິດຂນາດ 1070 ເມກາວັດ ເຣລີ້ມຜລິດໄຟຟ້າຂາຍແຕ່ປີ 2012 ປະຊາຊົນທີ່ໂຍກຍ້າຍ ອອກຈາກ ໂຄງການ 1,310 ຄອບຄົວ. ເຂື່ອນດັ່ງກ່າວ ທາງການລາວຍົກໃຫ້ເປັນເຂື່ອນ ໂຕຢ່າງທີ່ໄດ້ມາຕຖານ ທີ່ສຸດໃນລາວ.

ພາຍຫຼັງສິ້ນສຸດການຊ່ອຍເຫຼືອປະຊາຊົນ, ຈາກທະນາຄານໃນເດືອນມົກຣາປີ 2018 ກໍມີບໍຣິສັດ ADS ຂອງຝຣັງ ເຊິ່ງເປັນບໍຣິສັດໄດ້ຮັບ ທຶນ ຈາກທະນາຄານໂລກ, ເຂົ້າມາສືບຕໍ່ຊ່ອຍເຫຼືອດ້ານງົບປະມານ ໃນການແກ້ໄຂບັນຫາທີ່ເກີດຈາກ ເຂື່ອນນໍ້າເທີນ 2, ເຊິ່ງຫາກໍເຊັນ ສັນຍາ ໃນວັນທີ 28 ມິຖຸນາ ປີ 2018 ວ່າ ທາງບໍຣິສັດ ຈະໃຫ້ງົບປະມານ 750 ພັນໂດລາ ສະຫະຣັດ ທຸກໆປີ ໄປຈົນຮອດປີ 2035 ເພື່ອສືບຕໍ່ຊ່ອຍເຫຼືອ ຜູ້ໄດ້ຮັບຜົລກະທົບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.