ທາງການລາວ ໄດ້ ອະນຸມັດ ສັມປະທານ ທີ່ດິນ ໃຫ້ ເອກກະຊົນ ລາວ ແລະ ຕ່າງປະເທດ ໄປແລ້ວ ທັງໝົດ 2135 ສັນຍາ ກວມເອົາ ເນື້ອທີ່ 4 ແສນ ກວ່າເຮັກຕາ ຊຶ່ງ ມີວຽດນາມ ຈີນ ແລະໄທ ມີພື້ນທີ່ ສັມປະທານ ຫລາຍ ທີ່ສຸດ ຕາມລໍາດັບ.
ເຈົ້າໜ້າທີ່ ອົງການ ກວດສອບ ແຫ່ງຣັຖ ຜູ້ຂໍສງວນຊື່ ທ່ານໜຶ່ງ ເປີດເຜີຍ ຕໍ່ RFA ເຖິງ ຜົລການ ກວດສອບ ສັນຍາ ສັມປະທານ ທີ່ດິນ ທີ່ ຣັຖບານລາວ ໄດ້ ອະນຸມັດ ໃຫ້ແກ່ ເອກຊົນ ລາວ ແລະ ຕ່າງປະເທດ ໄປແລ້ວນັ້ນ ວ່າ ມີທັງໝົດ 2135 ສັນຍາ. ໃນນັ້ນ ແບ່ງ ເປັນການ ສັມປະທານ ທີ່ດິນ ຂອງ ເອກຊົນ ລາວ 1440 ສັນຍາ ແລະ ຂອງ ຕ່າງປະເທດ 540 ສັນຍາ. ສ່ວນອີກ 155 ສັນຍາ ເປັນການ ຮ່ວມທຶນ ຂອງ ເອກຊົນ ລາວ ກັບ ຕ່າງປະເທດ.
ແຕ່ໃນຄວາມ ເປັນຈິງ ແລ້ວ ເນື້ອທີ່ ສັມປະທານ ຊໍ້າພັດ ພົບວ່າ ຕ່າງປະເທດ ຄອບຄອງ ທີ່ດິນ ສັມປະທານ ຫລາຍກວ່າ ເອກຊົນລາວ ເຖິງ 3 ເທົ່າຕົວ. ໃນຂະນະ ທີ່ 1440 ສັນຍາ ຂອງ ເອກຊົນລາວ ມີເນື້ອທີ່ ສັມປະທານ ຮວມກັນ 1 ແສນ ກວ່າເຮັກຕາ ປາກົດວ່າ 540 ສັນຍາ ຂອງ ຕ່າງປະເທດ ນັ້ນ ມີເນື້ອທີ່ ສັມປະທານ ຮ່ວມກັນ ກວ້າງກວ່າ 3 ແສນ ເຮັກຕາ ຊຶ່ງແມ່ນ ເອກກະຊົນ ຈາກ ວຽດນາມ ມີພື້ນທີ່ ສັມປະທານ ຫລາຍ ອັນດັບໜຶ່ງ ໂດຍສະເພາະ ຢູ່ ແຂວງ ພາກໃຕ້ ມີ 70 ສ່ວນຮ້ອຍ ຂອງ ພື້ນທີ່ ສັມປະທານ ທັງໝົດ ໃນທົ່ວ ປະເທດ. ຮອງລົງມາ ກໍແມ່ນຈີນ ໃນ ແຂວງພາກເໜືອ. ຕໍ່ມາ ກໍແມ່ນ ໄທ ໃນເຂດ ພາກກາງ.
ການກວດສອບ ຍັງພົບອີກວ່າ ໄດ້ມີການ ຕັດໄມ້ ທໍາລາຍປ່າ ຢ່າງກວ້າງຂວາງ ທັງ ໃນແລະນອກ ເຂດ ສັມປະທານ ໂດຍສະເພາະ ໃນເຂດ ພາກໃຕ້ ເປັນເຂດ ທີ່ ປ່າໄມ້ ໄດ້ຖືກຕັດ ທໍາລາຍໄປ ຢ່າງໄວວາ. ຮອງລົງມາ ກໍແມ່ນ ເຂດພາກກາງ ແລະພາກເໜືອ ຕາມ ລໍາດັບ.
