ໃນປັດຈຸບັນ ໂຮງຮຽນຫລາຍແຫ່ງ ໃນເຂດສອກຫລີກ ຫ່າງໄກ ທີ່ແຂວງຫລວງພຣະບາງ ຍັງຕ້ອງການໄມ້ ຊິເມັນ ແລະດິນຈີ່ ເພື່ອ ມາປຸກ ໂຮງຮຽນ ຍ້ອນວ່າ ໂຮງຮຽນບາງແຫ່ງ ຍັງສ້າງບໍ່ແລ້ວ, ບາງໂຮງຮຽນ ນັກຮຽນໄດ້ນັ່ງ ກັບພື້ນດິນ ຮຽນໜັງສື, ໃນຫ້ອງຮຽນ ທີ່ບໍ່ມີຫຼັງຄາ ແລະໂຮງຮຽນບາງແຫ່ງ ກໍບໍ່ມີຝາແອ້ມ. ດັ່ງເຈົ້າຫນ້າທີ່ ແຂວງຫຼວງພຣະບາງ ທ່ານນຶ່ງກ່າວຕໍ່ ເອເຊັຽເສຣີ ໃນມື້ວັນທີ 21 ມິນາ ນີ້ວ່າ:
"ຕາມທີ່ເຫັນສະພາບ ຂອງໂຮງຮຽນຢູ່ເຂດນອກ ບາງໂຮງຮຽນ ກໍບໍ່ມີຝາແອ້ມ ບໍ່ມີອີ່ຫຍັງຊ້ຳ ບາງໂຮງຮຽນ ຈະມຸງແຕ່ຫຍ້າ ຫລືວ່າມຸງ ສັງກະສີ ແລ້ວກໍຈະຂັ້ນ ຝາຫ້ອງ ດ້ວຍກະດານ ແລ້ວກໍຮຽນຮວດໄປ ແບບບໍ່ມີຫຫຍັງ ມາແອ້ມຫັ້ນນະ".
ທ່ານວ່າ ທີ່ແຂວງຫລວງພຣະບາງ ໂຮງຮຽນທີ່ຕັ້ງ ຢູ່ເຂດໃນເມືອງ ບໍ່ຄ່ອຍມີບັນຫາ ປານໃດ ຍ້ອນວ່າໄດ້ຮັບ ງົບປະມານ ຈາກສ່ວນກາງ ແຕ່ສຳລັບໂຮງຮຽນ ຢູ່ສອກຫລີກຫ່າງໄກ ເປັນຕົ້ນທີ່ ເມືອງນ້ຳບາກ ເມືອງວຽງຄຳ ແລະເມືອງແຊງ ຍັງບໍ່ໄດ້ມາຕຖານ ເທື່ອ, ຫຼາຍແຫ່ງ ຍັງສ້າງບໍ່ແລ້ວ ແລະກໍຮຽນໄປ ຕາມມີຕາມເກີດ ຍ້ອນບໍ່ມີ ງົບປະມານ ຈາກສ່ວນກາງ. ທ່ານກ່າວ ເພີ້ມວ່າ:
"ຄັນຖ້າເປັນໄປໄດ້ ຄັນເຂດໃດ ໄມ້ເຫລືອຫລາຍ ເຖິງຂັ້ນປະມູນຂາຍ ກັນໄດ້ ກໍລົງມາເບິ່ງເນາະ ແຕ່ລະເຂດ ແຕ່ລະທ້ອງຖິ່ນ ຫັ້ນນະ ຂະເຈົ້າຍັງມີ ຄວາມຕ້ອງການ ຫລາຍຢູ່ ສຳລັບເອົາມາ ປຸກສ້າງ ຄວາມຈິງແລ້ວ ຍັງສເນີແຕ່ວ່າ ແຕ່ວ່າສ່ວນກາງ ເພິ່ນກໍຖ້າ ກອງທຶນ ຈາກພາກສ່ວນອື່ນໆ ມາມອບໃຫ້".
ກ່ຽວກັບກໍຣະນີ ເອົາໄມ້ປະມູນ ມາສ້າງໂຮງຮຽນນັ້ນ ເຈົ້າຫນ້າທີ່ ທ່ານນຶ່ງເວົ້າວ່າ ເປັນໄປໄດ້ຍາກ ຍ້ອນເປັນໄມ້ ຄົນລະແບບກັນ ບໍ່ແມ່ນ ໄມ້ ສ້າງໂຮງຮຽນ ນອກຈາກວ່າ ເງິນທີ່ຂາຍໄມ້ໄດ້ ນັ້ນມາແບ່ງໃຫ້ ແຂວງທີ່ຕ້ອງການ ສ້າງໂຮງຮຽນ ອາດເປັນໄປໄດ້ ແຕ່ກໍບໍ່ຮູ້ວ່າຈະໄດ້ ໜ້ອຍຫຼາຍປານໃດ.
