ເຂື່ອນນໍ້າງຽບ 1 ໄກ່ເກັ່ຽ ຄ່າຊົດເຊີຍ

ໄຊຍາ
2018.10.16
ເຂື່ອນນໍ້າງຽບ1
NamNgiep1-dam web site/PN

ປະຊາຊົນ 200 ຄອບຄົວ ຈາກ ທັງໝົດ 520 ຄອບຄົວ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ເຂື່ອນນໍ້າງຽບ 1 ເມືອງບໍລິຄັນ ແຂວງບໍລິຄຳໄຊ ຍັງບໍ່ພໍໃຈ ທີ່ໄດ້ຮັບຄ່າຊົດເຊີຍ ໜ້ອຍບໍ່ເໝາະສົມ ກັບສະພາບເປັນຈິງ. ມາຮອດ ປັດຈຸບັນ ທາງການລາວ ກ່າວວ່າ ໄດ້ໄກ່ເກັ່ຽ ກັບປະຊາຊົນ ໃນຈຳນວນນັ້ນໄປໝົດແລ້ວ. ດັ່ງເຈົ້າໜ້າທີ່ ຫ້ອງວ່າການປົກຄອງ ແຂວງບໍລິຄຳໄຊ ກ່າວຕໍ່ ວິທຍຸ RFA ໃນ ວັນທີ 15 ຕຸລາ ຜ່ານມາ.

"ແມ່ນແຫຼະເພິ່ນອັດນໍ້າແລ້ວເດ້ ເພິ່ນເຣີ້ມປິດນໍ້າແລ້ວເດ້ ເພິ່ນຍັງບໍ່ທັນມີກຳນົດອັດນໍ້າໄວ້ແຫຼະ ຕາມກຳນົດ ຕາມແຜນເພິ່ນແຫຼະ ປີ 2019 ແລ້ວໝົດແລ້ວເດ້ ປະຊາຊົນຈຳນວນ ທີ່ວ່ານັ້ນເພິ່ນກໍຈັດສັນ ໃຫ້ຢູ່ສ່ວນນຶ່ງ ເຂົາກໍ່ໄປຕາມຍາດຕິພີ່ນ້ອງເຂົາ ບໍ່ໆມີ."

ທ່ານກ່າວຕື່ມວ່າປະຊາຊົນ 200 ຄອບຄົວ ບໍ່ພໍໃຈໂຄງການເຂື່ອນນໍ້າງຽບ 1 ຍ້ອນບັນຫາຈ່າຍຄ່າຊົດເຊີຍ ບໍ່ສົມເຫດສົມຜົລ ຕໍ່ສະພາບ ຕົວຈິງ ໄດ້ຄ່າຊົດເຊີຍໜ້ອຍເກີນໄປ, ສ່ວນປະຊາຊົນ 320 ຄອບຄົວ ຮັບເອົາເງີນຊົດເຊີຍ ພຽງຢ່າງດຽວ ແລະສມັກໃຈໄປ ຢູ່ບ່ອນອື່ນ ບ່ອນຂໍອາສັຍພາຍໃນບ້ານຈັດສັນ.

ສ່ວນມູນຄ່າການຊົດເຊີຍ ເປັນຕົ້ນເງິນຊົດເຊີຍ ການກໍ່ສ້າງບ້ານຈັດສັນ ແລະ ໂຄງຮ່າງພື້ນຖານຕ່າງໆ ຮວມທັງໝົດ 10 ລ້ານໂດລາ ສະຫະຣັຖ.

ບ້ານຈັດສັນພູໂຮມໄຊ ແມ່ນເປັນຊື່ບ້ານທີ່ ເຂື່ອນນໍ້າງຽບ 1 ສ້າງຮອງຮັບປະຊາຊົນ ທີ່ຖືກຍົກຍ້າຍ ຈາກຜົລກະທົບເຂື່ອນ ໂດຍມີສີ່ງ ອຳນວຍຄວາມສະດວກຕ່າງ ໆ ເປັນຕົ້ນ ນໍ້າປະປາ, ໄຟຟ້າ, ສຸຂສາລາ, ຕະຫຼາດ, ໂຮງຮຽນອະນຸຍານ, ໂຮງຮຽນປະຖົມ ສົມບູນ, ໂຮງຮຽນມັທຍົມຕອນຕົ້ນ ແລະ ຣະບົບຊົລປະທານ.

ມາເຖິງປັດຈຸບັນເຂື່ອນນໍ້າງຽບ 1 ກໍ່ສ້າງເກືອບຈະສຳເຣັດ 100% ແລະ ກຳນົດເປີດໃຊ້ຢ່າງເປັນທາງໃນປີໜ້າ.

ໂຄງການເຂື່ອນໄຟຟ້າ ນໍ້າງຽບ 1 ຕັ້ງຢູ່ນໍ້າງຽບ ແຂວງບໍລິຄຳໄຊ ກຳລັງການຜລິດ 290 ເມກາວັດ ເຊິ່ງເປັນການຮ່ວມລົງທຶນ ຣະວ່າງ ບໍຣິສັດ Kansai Electric Power Company ຈາກປະເທດຢີ່ປຸ່ນຖືຮຸ້ນ 45%  ກັບ ບໍຣິສັດ  EGATI ຈາກປະເທດໄທ ຖືຮຸ້ນ 30%  ແລະ ບໍຣິສັດ LHSE ຂອງປະເທດລາວ ຖືກຮຸ້ນ 25% ລວມມູນຄ່າການລົງທຶນ ທັງໝົດ 860 ລ້ານໂດລາ ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.