ແຕ່ປີ 2016 ຫາ ປິ 2020 ເຈົ້າໜ້າທີ່ການນໍາ ໃນຂແນງຕ່າງໆ ຫຼາຍພັນຄົນ, ໃນ 4,600 ໂຄງການ ຊຶ່ງສ່ວນໃຫຍ່ ຢູ່ໃນຂແນງ ວິສາຫະກິດໄປສະນີລາວ, ສາງສິນຄ້າທ່ານາແລ້ງ, ກະຊວງການເງິນ, ໂຄງການກໍ່ສ້າງໂຄງຮ່າງພື້ນຖານ, ຖນົນຫົນທາງ ແລະ ໂຄງການພັທນາຕ່າງໆ ເຂົ້າຂ່າຍສໍ້ຣາດບັງຫລວງ. ປັດຈຸບັນ ພວກດັ່ງກ່າວ ຢູ່ໃນຂັ້ນຕອນການດໍາເນີນ ຄະດີຂອງສານ. ເຈົ້າໜ້າທີ່ ອົງການກວດກາແຫ່ງຣັຖ ໄດ້ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 29 ມິນາ ນີ້ວ່າ:
“ໃນ 4 ພັນກວ່າ ເປົ້າໝາຍ ບາງອັນມັນກໍບໍ່ໄດ້ນອນຢູ່ໃນ ພຶດຕິກັມການສໍ້ຣາດບັງຫຼວງ ໂດຍສະເພາະ ກໍຢູ່ໃນບໍຣິສັດໄປສະນີນີ້ແຫຼະ ແບບລັກສນະເອົາເງິນເຂົາມາຝາກຂອງ ໄປສະນີ ແລ້ວເພິ່ນເອົາການໃຊ້ແທນຄືນ ບໍ່ເຂົ້າຄັງໄປສະນີ ເພິ່ນເປັນອົງການ ການປ່ອຍ ເງິນນີ້ນະ ທີ່ຈິງມັນກໍບໍ່ຖືກ ບໍ່ເຂົ້າຄັງໄປສະນີ ເພິ່ນເປັນອົງການປ່ອຍເງິນນີ້ນະ ທີ່ຈິງມັນກໍບໍ່ຖືກ ທັມດາທະນາຄານ ເພິ່ນຕ້ອງໄດ້ເຮັດ ແຕ່ເພິ່ນເອົາເງິນໂຕນັ້ນມາປ່ອຍ. ກະຊວງການເງິນກໍແມ່ນ ຕິດພັນກັບໂຄງການ ບໍ່ມີຕົວຕົນຢູ່ອຸດົມໄຊ ຢູ່ສາງທ່ານາແລ້ງ ໄປດໍາເນີນ ການປຸກສ້າງ ມູນຄ່າມັນສິສູງເກີນຂອບເຂດ.”
ທ່ານກ່າວຕື່ມວ່າໃນ 5 ປີຕໍ່ ໜ້ານັບແຕ່ປີ 2021 ນີ້ເປັນຕົ້ນໄປ ທາງການທີ່ກ່ຽວຂ້ອງ ມີມາດຕະການໂຄສະນາໃຫ້ພະນັກງານຣັຖ ເປັນຫູເປັນຕາຊ່ວຍກັນ ສະກັດກັ້ນການສໍ້ຣາດ ບັງຫລວງ ແລະຊ່ວຍວຽກງານກວດກາ, ຫາກມີຂໍ້ມູນກ່ຽວກັບ ພະນັກງານຣັຖຄົນໃດ ມີຊັພສິນລໍ້າລວຍຜິດປົກກະຕິ ກໍໃຫ້ແຈ້ງພາກສ່ວນທີ່ກ່ຽວຂ້ອງ ຊາບເພື່ອຈະໄດ້ກວດສອບ ຕາມຣະບຽບການທັນທີ ຍ້ອນການສໍ້ຣາດ ບັງຫລວງ ເປັນອາຊຍາກັມພິເສດ ຊຶ່ງສ່ວນຫລາຍຈະກ່ຽວຂ້ອງ ກັບພະນັກງານ ທີ່ມີຕໍາແໜ່ງ ແລະ ຜູ້ທີ່ເຄີຍມີຄຸນງາມຄວາມດີຕໍ່ ປະເທດຊາດ.
ເຈົ້າໜ້າທີ່ຫ້ອງວ່າການ ສໍານັກງານນາຍົກຣັຖມົນຕຣີ ທ່ານນຶ່ງ ກ່າວວ່າ ສາເຫດທີ່ພາໃຫ້ມີການສໍ້ຣາດບັງຫລວງ ຢ່າງແພ່ຫລາຍ ໃນຖັນແຖວພະນັກງານຣັຖ ລ້ວນແລ້ວແຕ່ພົວພັນ ກັບຜູ້ເປັນຫົວໜ້າ, ຜູ້ເປັນນາຍໃນຂແນງການນັ້ນໆ ແລະ ວ່າວິທີການສໍ້ຣາດ ບັງຫລວງ ກໍບໍ່ໜີໄປຈາກການເອົາຕໍາແໜ່ງ ຂອງຕົນໄປສວຍໃຊ້ ໂດຍບໍ່ຄໍານຶງເຖິງ ຣະບຽບກົດໝາຍ ບ້ານເມືອງ.
ແລະເຈົ້າໜ້າທີ່ຫ້ອງວ່າການ ສໍານັກງານນາຍົກຣັຖມົນຕຣີອີກທ່ານນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ປັດຈຸບັນ ປະເທດລາວ ມີປະທານ ປະເທດ ແລະນາຍົກຣັຖມົນຕຣີຄົນໃໝ່ທີ່ກໍາລັງ ເອົາຈິງເອົາຈັງກັບພວກ ທີ່ບໍ່ປະຕິບັດຕາມພາຣະໜ້າທີ່ ແລະ ຣະບຽບກົດໝາຍ:
“1. ກໍແມ່ນການໃຊ້ພາຣະບົດບາດເກີນ ໄປເອື້ອເຟື້ອໃນການຈັດຕັ້ງປະຕິບັດ ວຽກງານຂອງຕົວເອງຫັ້ນ. 2. ມາກໍບໍ່ປະຕິບັດຕາມ ກົດໝາຍ ຂອງຕາມຣະບຽບ ທີ່ທາງກົດໝາຍເພິ່ນ ວາງໄວ້ຫັ້ນ. ມັນກໍມີຫລາຍພາກ ສ່ວນຫັ້ນແຫລະ ກໍມີແຕ່ວິຊາການ ຈົນຮອດ ຂັ້ນກົມພຸ້ນແຫລະ ເຮົາຕ້ອງໄດ້ກວດຕາມຫລັກຖານ ແລະການເຊື່ອມໂຍງ ຂອງຜູ້ກະທໍາຜິດຫັ້ນ. ມັນມີຜູ້ສັ່ງການ ມີຜູ້ປະຕິບັດງານ ດຽວນີ້ປະທານປະເທດຜູ້ໃໝ່ ກັບນາຍົກ ກໍາລັງເອົາຈິງເອົາຈັງ ກັບວຽກງານ ການສໍ້ຣາດບັງຫລວງ.”
ແຕ່ເຖິງຢ່າງໃດກໍຕາມ ຊາວບ້ານຢູ່ບ້ານຊຽງແລນາ ເມືອງປາກງື່ມ ນະຄອນຫລວງວຽງຈັນ ກໍເວົ້າວ່າ ຕ້ອງລໍຖ້າເບິ່ງຕໍ່ໄປວ່າຕໍ່ໄປນີ້ ບັນຫາການສໍ້ຣາດບັງຫຼວງ ຢູ່ປະເທດລາວ ຈະຫຼຸດລົງຫຼືບໍ່ ເນື່ອງຈາກເຫັນຂ່າວ ໃນສື່ສັງຄົມອອນລາຍເວົ້າວ່າ ນາຍົກຣັຖມົນຕຣີລາວ ຄົນໃໝ່ ຈະປາບປາມການສໍ້ຣາດບັງຫລວງ ຢ່າງເດັດຂາດ ນັ້ນຈະເປັນໄປໄດ້ບໍ ດັ່ງທີ່ ທ່ານກ່າວວ່າ:
“ທ່ານນາຍົກເພິ່ນວ່າ ເພິ່ນສິປາບປາມ ພວກສໍ້ຣາດບັງຫລວງນີ້ແຫລະ. ແຕ່ວ່າມີຈັກຮອຍຄົນ 5-600 ຄົນ ບໍ໋ທົ່ວປະເທດລາວ ຣັຖວິສາ ຫະກິດແດ່ ມີພະນັກງານແດ່ ກໍລໍເບິ່ງຫັ້ນແຫຼະ ເພິ່ນຫາກໍ່ໄດ້ເປັນນາຍົກໃໝ່ນີ໋ ເພິ່ນສິເຮັດແນວໃດບໍ໋ ກໍເບິ່ງຕົວຈິງນໍາກັນເນາະ.”
ແລະປະຊາຊົນຢູ່ບ້ານພູດິນແດງ ເມືອງວັງວຽງ ແຂວງວຽງຈັນ ກໍເວົ້າວ່າ ທີ່ຜ່ານມາ ພາຍໃນບ້ານນີ້ ລົມກັນວ່າ ພະນັກງານຣັຖທີ່ເປັນ ຜູ້ໃຫຍ່ ພາຜູ້ນ້ອຍສໍ້ຣາດບັງຫລວງ ກ່ຽວກັບດິນ ແລະກໍຄາດວ່າ ໃນຕໍ່ໜ້າ ບັນຫາການສໍ້ຣາດບັງຫລວງ ຢູ່ປະເທດລາວຈະຫລຸດລົງ ເນື່ອງຈາກວ່າ ມີຄະນະສະພາະກິດກວດກາ ເຣື່ອງນີ້ຄັກແນ່:
“ບາງຄົນ ເຂົາສິເວົ້າ ເບື້ອງພາກຣັຖຂັ້ນເທິງ ແບບວ່າຜູ້ໃຫຍ່ ກັບຜູ້ນ້ອຍຫັ້ນແຫລະເນາະ ບາງເທື່ອກໍຜູ້ໃຫຍ່ພາເຮັດ ບາງເທື່ອກໍຜູ້ ນ້ອຍນ່າ ເຣື່ອງດິນດອນຕອນຫຍ້ານີ້ ທຸກມື້ນີ້ ກໍຄືວ່າສິຫລຸດລົງຢູ່ ເພິ່ນມີຄະນະສະເພາະກິດ ທີ່ວ່າສິກວດກາເນາະ.”
ກ່ຽວກັບເຣື່ອງທີ່ວ່ານີ້ ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງຣັຖ ກ່າວໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາ ແຫ່ງຊາດຊຸດທີ 9 ເມື່ອວັນທີ 27 ມິນາ 2021 ວ່າ ໃນໄລຍະ 5 ປີ ແຕ່ປີ 2016 ຫາປີ 2020 ຜ່ານມາ ອົງການກວດກາແຫ່ງຣັຖ ກວດພົບ 4,000 ປາຍເປົ້າໝາຍ ໃນ 4,600 ໂຄງການ ສໍ້ຣາດບັງຫລວງ, ຣັຖເສັຍຫາຍເກືອບເຖິງ 5,700 ຕື້ກີບ, 31 ລ້ານ ໂດລາ ສະຫະຣັຖ ແລະ 38 ລ້ານບາດ.
ປະທານອົງການກວດກາແຫ່ງຣັຖ ເວົ້າວ່າ ທຸກການນໍາໃນຂແນງການ ຕ້ອງເປັນເຈົ້າການໃນການຕ້ານການສໍ້ຣາດບັງຫລວງຢ່າງ ເດັດຂາດ ແລະມີຄວາມຫວັງ ໃນການປາບປາມ ການຕ້ານການສໍ້ຣາດບັງຫລວງ ໃຫ້ຫລຸດໜ້ອຍຖອຍລົງ ຈາກສັງຄົມລາວຢ່າງ ແນ່ນອນ -ອີງຕາມລາຍງາຍ ຂອງໜັງສືພິມລາວພັທນາ ວັນທີ 27 ມິນາ 2021.
