ຂ.ຜົ້ງສາລີຊື້ໄຟຟ້າ ຈາກຈີນ ແລະວຽດນາມ

0:00 / 0:00

ປັຈຈຸບັນແຂວງຜົ້ງສາລີ ຕ້ອງຊື້ໄຟຟ້າ ຈາກປະເທດຈີນ ແລະວຽດນາມ ເຖິງແມ່ນວ່າ ເຂື່ອນນໍ້າອູ 4 ແລະ 5 ສ້າງສໍາເຣັດ ແລ້ວກໍຕາມ, ຍ້ອນວ່າ ໄຟຟ້າທີ່ຜລິດຈາກ ເຂື່ອນຖືກ ສົ່ງໄປຂາຍ ຢູ່ຈີນ ແລະ ວຽດນາມ, ຍ້ອນພາຍໃນແຂວງ ບໍ່ມີສະຖານີ ຫມໍ້ແປງໄຟ ເພື່ອ ປັບ ກະແສໄຟ ແລະ ນອກຈາກນັ້ນ ການຜລິດ ກະແສໄຟຟ້າ ພາຍໃນແຂວງເອງ ກໍຍັງບໍ່ ສາມາດຜລິດໄດ້ພຽງພໍກັບ ຄວາມຕ້ອງການຂອງ ປະຊາຊົນ. ດັ່ງເຈົ້າໜ້າທີ່ ການໄຟຟ້າ ທ່ານນຶ່ງ ກ່າວວ່າ:

“ຕົວໄຟຟ້າເຮົາຊົມໃຊ້ນີ້ ຊົມໃຊ້ຢູ່ ຜົ້ງສາລີນີ້ ຍັງບໍ່ມີ ສະຖານີເທື່ອເນີ ເຮົາຊື້ໄຟນີ້ ຈາກຊື້ມາແຕ່ຈີນ ກັບດຽນບຽນ ແຂວງຜົ້ງສາລີເຮົາ ຍອດອູ ຊື້ຢູ່ນໍາເຊີນເນີ ຂອງແຂວງ ຂອງ ປະເທດຈີນ”.

ທ່ານວ່າ ປັດຈຸບັນ ກະແສໄຟຟ້າ ພາຍໃນແຂວງຜົ້ງສາລີ ສາມາດຜລິດໄດ້ ຈາກເຂື່ອນນໍ້າອູ 5 ເມືອງບຸນໃຕ້ ແຕ່ຕ້ອງສົ່ງ ກະແສໄຟຟ້າ ໄປຍັງເມືອງນາໝໍ້ ແຂວງອຸດົມໄຊ ເພື່ອ ປັບກະແສໄຟຟ້າແຮງສູງ ເປັນ 220 ໂວລ ກ່ອນຈະສົ່ງກະແສໄຟຟ້າ ໄປຕາມບ້ານເຮືອນຂອງ ປະຊາຊົນ ໄດ້.

ເຖິງຢ່າງໃດກໍຕາມ ທາງການລາວ ມີແຜນຈະສ້າງ ສະຖານີ ໝໍ້ແປງໄຟ ເພື່ອຮອງຮັບ ໄຟຟ້າ ຢູ່ເຂື່ອນ ນໍ້າອູ 4 ໃນປີໜ້າແລ້ວ ຍ້ອນວ່າ ປັຈຈຸບັນ ທາງຜູ້ພັທນາ ໂຄງການຍັງ ຄວບຄຸມ ການຜລິດໄຟຟ້າຢູ່:

“ເພີ່ນວ່າປີໜ້າໃຫ້ໄດ້ຊົມໃຊ້ ເຂື່ອນນໍ້າອູ 4 ເນີ ສນອງຢູ່ໃນແຂສງ ແຂວງຜົ້ງສາລີ ເຮົານີ້ ເພາະວ່າເຮົາຍັງບໍ່ມີ ສະຖານີ ຮັບຮອງເທື່ອ ເພີ່ນຂື້ນແຜນແລ້ວ ຕົວງົບປະມານ ຂອງໄຟຟ້າລາວ”.

ປັຈຈຸບັນເຂື່ອນໄຟຟ້ານໍ້າອູ 4 ແລະ 5 ສ້າງສໍາເຣັດແລ້ວ ແລະໄດ້ເປີດທົດລອງ ຜລິດກະແສໄຟຟ້າ ແລ້ວ, ຄື ເຂື່ອນນໍ້າອູ 5 ສາມາດຜລິດ ກະແສໄຟຟ້າ ໄດ້ປະມານ 80 ເມກະວັຕ.