ສະຖາບັນສະຖິຕິ ແຫ່ງຊາດລາວ ແລະ ທະນາຄານໂລກ ທີ່ເຜີຍແຜ່ ເມື່ອວັນ 21 ຕຸລາ 20 ວ່່າອັດຕຣາຄວາມທຸກຍາກ ຂອງປະເທດລາວ ຈະເພີ່ມຂຶ້ນ 1,4%-3.1%ໃນປີ 2020. ໂດຍໄດ້ຮັບ ຜົລກະທົບຈາກ ພຍາດໂຄວິດ-19.ນອກຈາກນີ້ບັນດາກອງທຶນ ຫຼຸດຜ່ອນຄວາມທຸກຍາກ ຂອງແຕ່ລະແຂວງ ກໍຂາດງົບປະມານ ໃນການດຳເນີນໂຄງການ. ດັ່ງເຈົ້າໜ້າທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 26 ຕຸລາ ວ່າ:
"ກອງທຶນທຸກຍາກຢູ່ລາວ ນີ້ແມ່ນມັນເພີ່ມຂຶ້ນ ເພາະໂຕຫຼັກໆ ລະແມ່ນງົບປະມານ ໃນການພັທນາເນາະ ເພາະມັນຖືກຊ່ວງໂຄວິດ-19 ນີ້ນ່າ ແລະ ບາດນີ້ເຣື່ອງພັຍພິບັດ ຂອງອັນນ່າຢູ່ລາວນີ້ເນາະຢູ່ໃນຊ່ວງ ຍາກນີ້ ເພາະວ່າພວກເຮົາ ກໍບໍ່ສາມາດດຳເນີນໄດ້ ເພາະວ່າຂາດທາງດ້ານ ງົບປະມານ ພວກເຮົາ ບໍ່ໄດ້ມີເດ້."
ທ່ານໄດ້ສົມທຽບໃຫ້ເຫັນວ່າ ໃນປີ 2019 ຄວາມທຸກຍາກ ຢູ່ລາວແມ່ນ 18,3% ເຊີ່ງເປັນໂຕເລກ ຫຼຸດລົງ 6,3% ໂດຍໃຊ້ເວລາຫຼາຍກວ່າ 6 ປີ ນັບຈາກ 24,6% ໃນປີ 2013 ເປັນ 18,3% ໃນປີ 2019.
ຕໍ່ກັບບັນຫາອັດຕຣາຄວາມທຸກຍາກ ເພີ່ມຂຶ້ນ ແຂວງໄຊສົມບູນ ກໍ່ແມ່ນແຂວງນຶ່ງ ທີ່ມີອັດຕຣາເພີ່ມຂຶ້ນ 3,000 ມາເປັນ 4,397 ຄອບຄົວ ເມື່ອສົມທຽບໃສ່ປີ 2015 ມີຄອບຄົວທຸກຍາກ ພຽງ 1.000 ຄອບຄົວ. ພ້ອມນີ້ບັນຫາເຣື່ອງງົບປະມານ ກໍເປັນປັດຈັຍນຶ່ງ ທີ່ສົ່ງຜົລກະທົບ ຕໍ່ການພັທນາໂຄງການ ຫຼຸດຜ່ອນຄວາມທຸກຍາກ ເຊັ່ນກັນ. ດັ່ງເຈົ້າໜ້າທີ່ ຜແນກະສິກັມ ແລະ ປ່າໄມ້ ແຂວງໄຊສົມູບູນ ໄດ້ກ່າວວ່າ:
"ຄອບຄົວທຸກຍາກແມ່ນເພີ່ມຂຶ້ນຕາມເພດານເຮົາ, ງົບປະມານຊົມໃຊ້ ພັທນາຊົນນະບົດ ແລະ ສະຫະກອນເຮົາບໍ່ທັນໄດ້ຮັບ ໄດ້ຮັບພັທນາ ສ້າງບ້ານໃຫຍ່ ໂຕເມືອງນ້ອຍ ໃນຊົນນະບົດ, ບໍ່ໄດ້ຈັກໂຄງການ ເຂົາເອີ້ນວ່າໂຕຊີ້ວັດ ສູ້ຊົນ 4 ແສນກີບ ຕໍ່ຄົນ ຕໍ່ເດືອນ ຈື່ງພົ້ນທຸກ ຂອງເຮົາບາງຄອບຄົວໄດ້ 1 ແສນກີບ ບາງຄອບຄົວ ໄດ້ 2 ແສນກີບ."
ແຂວງບໍຣິຄຳໄຊ ກໍ່ແມ່ນນຶ່ງໃນແຂວງທີ່ມີຄອບຄົວທຸກຍາກ ເພີ່ມຂຶ້ນໃນປີ 2020 ຈາກ 2,705 ຄອບຄົວ ມາເປັນ 3,644 ຄອບຄົວ ເມື່ອ ທຽບໃສ່ ປີ 2019 ນັ້ນມີຄອບຄົວ ທຸກຍາກພຽງ 939 ຄອບຄົວ. ສາເຫດ ກໍ່ເນື່ອງມາຈາກ ທາງແຂວງຂາດ ງົບປະມານຄືກັນກັບແຂວງອື່ນ ເຮັດໃຫ້ ການຍົກຣະດັບ ຣາຍຮັບ ຂອງປະຊາຊົນໃນພື້ນທີ່ເຂດ ຊົນນະບົດ ຫ່າງໄກສອກຫຼີກນັ້ນ ບໍ່ສາມາດບັນລຸ ຕາມໂຄງການວາງໄວ້ 4 ແສນກີບ ຕໍ່ຄົນຕໍ່ເດືອນ.ດັ່ງເຈົ້າໜ້າທີ່ ຜແນກ ກະສິກັມ ແລະ ປ່າໄມ້ ແຂວງບໍຣິຄຳໄຊ ກ່າວວ່າ:
"ມັນກໍຊິຄ້າຍໆ ຄືກັນໝົດຫັ້ນແຫຼະ ເຣື່ອງໂຄວິດ-19 ນີເນາະມັນກໍມີຜົລ ແຕ່ລະແຂວງທົ່ວປະເທດ ມັນຕ້ອງມີຜົລຢູ່ແລ້ວ. ພວກທີ່ຢູ່ເຂດຫ່າງ ໄກສອກຫຼີກ ນັ້ນແຫຼະ ຄືເມືອງໄຊຈຳພອນ ກໍຍັງບໍ່ຮອດເເສັ້ນທາງ ກໍຍັງທຽວໄດ້ຣະດູ ດຽວນຶ່ງ. ຍົກໂຕຢ່າງຣະດູແລ້ງຫັ້ນ ຫວ່າງຝົນ ກໍຍັງ ຫຍຸ້ງຍາກ ຢູ່ບາງເທື່ອກໍຍັງໄດ້ໄປທາງເຮືອ ເພາະວ່າມັນບໍ່ມີເສັ້ນທາງ ມັນກໍ່ເຮັດຜລິດໄປໃສ ມັນກໍຍາກນັ້ນແຫຼະ.ມັນບໍ່ມີບ່ອນຂາຍເນາະ ໂຄງການເຮົາບໍ່ໄດ້ເນາະ."
ແຂວງຫົວພັນຕາມການປະເມີນໃນປີ 2019 ຈາກ 348 ຄອບຄົວທຸກຍາກກໍຍັງຄົງເພີ່ມຂຶ້ນ 100% ໃນຈຳນວນ 728 ບ້ານ. ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ໄດ້ກ່າວວ່າ:
"2019 ເຮົາປະເມີນຕາມ 348 ເພີ່ມຂຶ້ນ ແນ່ນອນເພີ່ມຂຶ້ນ 100% ຈາກທີ່ເຄີຍມີບ້ານພັທນາ 2018 ອີງໃສ່ 309 ຖືວ່າມັນໄດ້ຢູ່ຈຳນວນ 200 ກວ່າບ້ານ ນັບແຕ່ປີ 2010 ຂຶ້ນຈາກນັ້ນທີ່ມາປະເມີນໃສ່ 348 ທຸກ 100% ເລີຍ 728 ບ້ານ."
ສປປ ລາວ ໄດ້ຮັບຮອງເອົາການລຶບລ້າງ ຄວາມທຸກຍາກ ເຊິ່ງສະຫະປະຊາຊາດ ໄດ້ກຳນົດ ມີສອງແບບເຊັ່ນ. ແບບເດັດຖານ ໝາຍຄວາມ ວ່າເປັນການຂາດເຂີນ ປັດຈັຍໂຕຈິງ ໃນການ ດຳລົງຊີວິດ ແລະ ແບບທີສອງແມ່ນທຽບຖານ ໝາຍເຖິງສະພາບທີ່ຄົນບໍ່ມີຄືສັງຄົມ ຫຼື ເວົ້າ ອີກຢ່າງນຶ່ງ ແມ່ນການມີວັດຖຸສີ່ງຂອງ ທີ່ບໍ່ສາມາດທຽບເທົ່າຄົນອື່ນໄດ້.
ສຳລັບການຄາດຄະເນເຖິງຄວາມທຸກຍາກ ເພີ່ມຂຶ້ນນັ້ນ, ທ່ານ ຈິດທະວີໃສ ຜູ້ອຳນວຍການກອງທຶນຫຼຸດຜ່ອນ ຄວາມທຸກຍາກໄດ້ກ່າວ ໃນ ກອງປະຊຸມ ຂອງທຶນຫຼຸດຜ່ອນ ຄວາມທຸກຍາກ ເມື່ອວັນທີ 16 ຕຸລາ ວ່າຄວາມທຸກຍາກແມ່ນເກີດຈາກ ປະກົດການທາງດ້ານສັງຄົມມະນຸດ ສ້າງຂຶ້ນ ຮວມທັງສາເຫດພັຍພິບັດ ໂດຍການແກ້ໄຂແມ່ນຕ້ອງຕິດພັນ ກັບການໄຂຄວາມແຕກໂຕນທາງສັງຄົມ.