ລາວຜລິດເຂົ້າໄດ້ ແຕ່ບາງແຂວງ

0:00 / 0:00

ສປປລາວ ໂດຍທົ່ວໄປ ສາມາດ ຜລິດເຂົ້າ ກຸ້ມຢູ່ ກຸ້ມກິນ ແຕ່ມີບາງ ເຂດ ຍັງຂາດແຄນ ຢູ່.

ການຜລິດເຂົ້າ ໃນລາວ ໄດ້ເພີ້ມຂຶ້ນ ຢ່າງຫລວງຫລາຍ ເລີ້ມແຕ່ ຊຸມປີ 1990 ເປັນຕົ້ນມາ ຍ້ອນການຂຍາຍ ພື້ນທີ່ ການຜລິດ ແລະ ການເຕີບໂຕ ຂອງ ຜົລຜລິດສູງ ການຜລິດເຂົ້າ ຢູ່ລາວ ເພີ້ມຂຶ້ນ ສອງເທົ່າ ຣະຫວ່າງປີ 1991 ຫາປີ 2011 ທີ່ ສ້າງຜົລເກັບກ່ຽວ ໄດ້ເຖິງ 3.3 ລ້ານຕັນ ໃນປີ 2011.

ສປປລາວໄດ້ ສຳເຣັດຜົລ ໃນການຜລິດເຂົ້າ ກຸ້ມຢູ່ກຸ້ມກິນ ໃນຣະດັບ ປະເທດ ແຕ່ໃນເຂດ ທ້ອງຖິ່ນ ການຜລິດເຂົ້າ ມີຄວາມ ແຕກຕ່າງກັນ ໃນແຕ່ລະແຂວງ ສ່ວນໃຫຍ່ ແຂວງ ພາກເຫນືອ ຈະບໍ່ສາມາດ ຜລິດເຂົ້າ ພຽງພໍກັບ ປະຊາຊົນ ແຕ່ບໍ່ໄດ້ ຫມາຍຄວາມ ວ່າເປັນການ ສ່ຽງຕໍ່ ຄວາມປອດພັຍ ທາງດ້ານ ອາຫານ ການກິນ ໃນ ແຂວງເຫລົ່ານັ້ນ.

ສປປລາວ ຍັງຈະສືບຕໍ່ ການສົ່ງເຂົ້າ ອອກໄປຂາຍ ຕ່າງປະເທດ ເຖິງແມ່ນວ່າ ຈະມີການ ເພີ້ມຂຶ້ນ ຂອງ ປະຊາຊົນ ກໍຕາມ. ອັດຕຣາ ການສົ່ງອອກ ເຂົ້າສານ ຂອງ ສປປລາວ ຈະຕົກຢູ່ ໃນສັດສ່ວນ 0.45-0.5 ລ້ານຕັນ ໃນປີ 2015 ຈາກ 0.3 ລ້ານ ຕັນ ໃນປັດຈຸບັນ. ການເພິ້ມຂຶ້ນຂອງຜົລຜລິດເຂົ້າໃນລາວບໍ່ໄດ້ຫມາຍຄວາມວ່າ ເພິ້ມລາຍໄດ້ ໃກ້ແກ່ຊາວນາ ຍ້ອນຣາຄາຕົກຕ່ຳແລະຄ່າຜລິດສູງ ເຮັດໃຫ້ຊາວ ນາບໍ່ມີລາຍໄດ້ຫລາຍປານໃດ.

ໃນປັດຈຸບັນ ຊາວກະສິກອນ ລາວ ຫັນປ່ຽນ ຈາກການຜລິດເຂົ້າ ໄປຜລິດ ພຶດແນວອຶ່ນ ຊຶ່ງອັດຕຣາ ສ່ວນຊາວນາ ໃນລາວ ໄດ້ຫລຸດລົງ ຈາກ 77% ໃນປີ 1998 ແລະ 99 ມາເປັນ 71% ໃນປີ 2011 ແລະ 2012.