ທາງການລາວຢາກໄດ້ຣົດໄຟ ປີນີ້

ອະວາຣີ
2015.06.01
F-Somsavath ທ່ານ ສົມສະຫວາດ ເລັ່ງສະຫລວັດ ໃນກອງປະຊຸມ ຄນະ ກັມມາທິການ ຮ່ວມມື ດ້ານເສຖກິດ ການຄ້າ ແລະ ເຕັກນິກ ລາວ-ຈີນ, ຄັ້ງທີ 7 ຈັດຂຶ້ນ ໃນວັນທີ 28 ພຶສພາ 2015 ທີ່ ນະຄອນ ຫຼວງ ວຽງຈັນ.
ຄໍາວົງສັກ ບັນດິດ/laogov

ທ່ານ ສົມສວາດ ເລັ່ງສວັດ ຮອງ ນາຍົກ ຣັຖມົນຕຣີ ສປປ ລາວ, ຮຽກຮ້ອງ ໃຫ້ ຈີນ ສນັບສນູນ ໂຄງການ ສ້າງ ທາງ ຣົດໄຟ ຄວາມໄວ ສູງ ລາວ-ຈີນ, ຊຶ່ງ ທາງຝ່າຍ ລາວ ຢາກ ໃຫ້ ມີການ ລົງມື ສ້າງ ພາຍໃນ ທ້າຍ ປີ ນີ້. ເມື່ອ ອາທິດ ທີ່ແລ້ວ ທີ່ ນະຄອນ ຫລວງ ວຽງຈັນ, ຄນະ ກັມມາທິການ ຮ່ວມມື ລາວ-ຈີນ ໄດ້ ປະຊຸມ ຫາລື ກັນ ກ່ຽວກັບ ແຜນການ ຮ່ວມມື ສອງຝ່າຍ ລາວ-ຈີນ 5 ປີ ຂ້າງໜ້າ, ຄື ນັບແຕ່ ປີ 2016 ຈົນເຖິງ ປີ 2020.

ໃນ ໂອກາດ ນີ້ ທາງ ຝ່າຍລາວ ໄດ້ ຂໍຮ້ອງ ໃຫ້ ຝ່າຍ ຈີນ ແຕ່ງຕັ້ງ ທິມງານ ສຳລັບ ເຮັດວຽກນ ຮ່ວມກັບ ຝ່າຍລາວ, ເພື່ອ ຊ່ວຍກັນ ຮ່າງ ແຜນ ຮ່ວມມື ປີ 2016-20 ຊຶ່ງ ຮວມທັງ ໂຄງການ ສ້າງ ທາງ ຣົດໄຟ ຄວາມໄວ ສູງ ຣະຫວ່າງ ສອງ ປະເທດ.

ທ່ານ ວິຈິດ ສິນດາວອນ ຮອງ ຫົວໜ້າ ຄນະ ກັມມາທິການ ຮ່ວມມື ລາວ-ຈີນ ກ່າວກັບ ໜັງສືພິມ ວຽງຈັນ ທາມສ ຂອງ ທາງການ ລາວ ວ່າ, ທາງຝ່າຍ ຈີນ ຈະ ຮ່ວມມື ກັບ ຝ່າຍລາວ ເພື່ອ ດຳເນີນ ໂຄງການ ສ້າງ ທາງ ຣົດໄຟ ລາວ-ຈີນ ໄດ້ ເກີດ ເປັນ ຜົນ ສຳເຣັດ.

ນອກຈາກ ໂຄງການ ສ້າງ ທາງ ຣົດໄຟ ທາງ ຝ່າຍລາວ ຍັງ ຂໍຮ້ອງ ໃຫ້ ຝ່າຍຈີນ ຊ່ວຍ ຮັບຊື້ ຜົນຜລິດ ທາງ ດ້ານ ກະສິກັມຈາກ ລາວ ນໍາດ້ວຍ, ເປັນຕົ້ນ ກ້ວຍ, ສາລີ, ໝາກໂມ, ແລະ ເຂົ້າ. ເຣື່ອງ ທີ່ ສໍາຄັນ ອີກ ຢ່າງນຶ່ງ ທາງການ ລາວ ແລະ ຈີນ ຍັງໄດ້ ທົບທວນ ເບິ່ງ ການໃຫ້ ເງິນ ຊ່ວຍເຫລືອ ແກ່ ສປປລາວ ຂອງ ຈີນ. ເມື່ອ ປີກາຍ ຈີນ ໃຫ້ ເງິນ ຊ່ວຍເຫລືອ ແກ່ ລາວ ທັງໝົດ 250 ລ້ານ ດອນລ່າ ສະຫະຣັຖ ໃນ ນັ້ນ 114 ລ້ານ ດອນລ່າ ເປັນ ເງິນ ຊ່ວຍເຫລືອ ລ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.