ໜີ້ສິນສາທາຣະນະ ຫຍຸ້ງຍາກ ທ້າທາຍ

ຈໍາປາທອງ
2019.06.07
F-NAS-2 ພາຍໃນກອງປະຊຸມ ຂອງສະພາແຫ່ງຊາຕລາວ ສມັຍສາມັນ ເທື່ອທີ 7 ຂອງ ສະພາແຫ່ງຊາຕ ຊຸດທີ 8
ຮູບພາບຈາກ: ປະເທດລາວ

ທ່ານ ສົມດີ ດວງດີ ຣັຖມົນຕຣີ ກະຊວງການເງິນ ເວົ້າເຖິງເຣື່ອງການແກ້ໄຂບັນຫາ ໜີ້ສິນສາທາຣະນະ ຂອງຣັຖບານລາວ ວ່າຍັງມີ ຄວາມຫຍຸ້ງຍາກ ແລະເປັນເຣື່ອງທ້າທາຍຫຼາຍ ຕໍ່ການທີ່ຈະຊໍາຣະເງິນຄືນໄດ້ ຍ້ອນການເກັບຣາຍຮັບ ຍັງໜ້ອຍກວ່າ ຣາຍຈ່າຍ, ດັ່ງ ທີ່ທ່ານໄດ້ກ່າວຕອນນຶ່ງ ຢູ່ໃນກອງປະຊຸມ ເທື່ອທີ 7 ຂອງສະພາແຫ່ງຊຸດ ທີ 8 ໃນວັນທີ 6 ມິຖຸນາ ນີ້ວ່າ:

"ຣາຍຮັບຣາຍຈ່າຍພາຍໃນເຮົານີ້ ໃຫ້ມັນຢູ່ກັນ ບໍ່ໃຫ້ມັນຂາດດຸນອີກ ໝາຍຄວາມວ່າ ຮັບເທົ່າໃດຂຶ້ນແຜນຈ່າຍເທົ່ານັ້ນ ອີງຕາມຣາຍຮັບ ສະນັ້ນຈຶ່ງວ່າ ອັນນີ້ກໍເປັນບັນຫາທ້າທາຍ.”

ກະຊວງການເງິນ ຣາຍງານກ່ຽວກັບການເງິນແຫ່ງຣັຖ ປະຈໍາໄຕຣມາດທໍາອິດ ຂອງປີ 2019 ນີ້ວ່າ ຣັຖບານ ເກັບຣາຍຮັບໄດ້ 5,600 ຕື້ປາຍກີບ ໃນຂນະທີ່ຣາຍຈ່າຍມີເຖິງ 5,800 ປາຍຕື້ກີບ ຄືຂາດດຸນ ງົບປະມານ 190 ປາຍຕື້ກີບ.

ຕາມຣາຍງານຂອງ ທະນາຄານໂລກ ເມື່ອປີ 2016, ລາວ ມີໜີ້ສິນສາທາຣະນະ 9 ຕື້ໂດລາ ສະຫະຣັຖ ແລະມາຮອດປີ 2018 ໜີ້ສິນ ນັ້ນເພິ່ມຂຶ້ນເປັນ 10 ຕື້ໂດລາ ແລະມີແນວໂນ້ມວ່າ ຈະເພິ່ມຂຶ້ນເລື້ອຍໆ ເພື່ອຫຼຸດຜ່ອນໜີ້ສາທາຣະນະ ທ່ານ ສົມດີ ກ່າວໃນກອງປະຊຸມ ນັ້ນຕອນນຶ່ງວ່າໃນປີນີ້ຣັຖບານ ຈະບໍ່ກູ້ຢືມເງິນຕ່າງປະເທດ ເພື່ອຊໍາຣະໜີ້ດອກເບັ້ຽ ໂດຍຈະໃຊ້ງົບປະມານ ທີ່ເປັນຣາຍຮັບໃນປະເທດ ເທົ່ານັ້ນ:

"ໃນປີ 2019 ນີ້ພວກເຮົາໄດ້ເວົ້າກັນວ່າ ຈະບໍ່ຢືມເງິນຕ່າງປະເທດ ມາຊໍາຣະດອກເບັ້ຽອີກນໍ ແລະຈະເອົາຢູ່ພາຍໃນຖ້າມັນຂາດດຸນກໍຕ້ອງ ລະດົມແຫຼ່ງທຶນ ຈາກພາຍໃນ ໂດຍການຂາຍພັນທະບັດ ໂດຍການລະດົມແຫ່ງທຶນຕ່າງໆ ເພື່ອມາຊໍາຣະໜີ້.”

ເວົ້າເຮຶ່ອງງົບປະມານ ກະຊວງການເງິນ ຣາຍງານວ່າ ປີ 2018 ຣັຖບານ ສາມາດຊໍາຣະໜີ້ ສາທາຣະນະ ສະເພາະດອກເບັ້ຽເງິນກູ້ ຈາກ ພາຍໃນ ແລະຕ່າງປະເທດ 180 ປາຍລ້ານໂດລາ ສະຫະຣັຖ ແລະໃນປີ 2019 ນີ້ ຕັ້ງເປົ້າໝາຍຊໍາຣະດອກເບັ້ຽ 160 ລ້ານໂດລາ.

ປັດໃຈສໍາຄັນ ທີ່ເຮັດໃຫ້ໜີ້ສາທາຣະນະ ມີຈໍານວນເພິ່ມຂຶ້ນຢ່າງໄວວານັ້ນ ແມ່ນເປັນຍ້ອນວ່າ ຣັຖບານລາວ ກູ້ຢືມເງິນຕ່າງປະເທດຫຼາຍ ໂດຍສະເພາະ ຈາກຈີນ ແລະໄທ ເພື່ອລົງທຶນ ໃນໂຄງການພັທນາຕ່າງໆ ເປັນຕົ້ນໂຄງການທາງຣົດໄຟ ລາວ-ຈີນ, ໂຄງການສ້າງ ຖນົນຕ່າງໆ.

ແລະອີກປັດຈັຍນຶ່ງທີ່ສໍາຄັນ ແມ່ນຍ້ອນວ່າ ມີການຮົ່ວໄຫລ ຍັງມີເຈົ້າໜ້າທີ່ຣັຖຈໍານວນນຶ່ງ ບໍ່ມີຄວາມໂປ່ງໃສ ໃນການປະຕິບັດໜ້າທີ່ ວຽກງານ, ມີການສໍ້ຣາດບັງຫຼວງ ເອົາງົບປະມານຂອງຣັຖ ໄປໃຊ້ເພື່ອຜົນປະໂຫຍດ ສ່ວນຕົວ.

ໜັງສືພິມ Nikkei Asian Review ຣາຍງານ ເມື່ອເດືອນມິຖຸນາ ປີກາຍວ່າ ປີ 2017 ໜີ້ສິນ ຕໍ່ລວມຍອດມູນຄ່າຜລິຕພັນພາຍໃນ ຫຼື GDP ຂອງລາວ ສູງເຖິງ 65,9% ຄືເກີນເກນມາຕຖານ ຂອງກອງທຶນ ເງິນສາກົນ IMF ທີ່ກໍານົດໄວ້ ບໍ່ຄວນເກີນ 40%.

ໃນຣາຍງານສະບັບດຽວກັນນີ້ ມາດາມ Christine Lagarde ຜູ້ອໍານວຍການ IMF ເວົ້າວ່າ ໂຄງການທາງຣົດໄຟ ລາວ-ຈີນ ໃນແຜນ ນຶ່ງແລວ-ນຶ່ງເສັ້ນທາງ ຂອງຈີນ ເປັນປັດຈັຍ ສໍາຄັນ ທີ່ເຮັດໃຫ້ລາວ ມີໜີ້ສາທາຣະນະ ເພິ່ມຂຶ້ນ ແລະອາຈຊໍາຣະບໍ່ໄຫວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.