0:00 / 0:00
ໃນຣະຍະ 10 ປີ ທີ່ຜ່ານມາ ເທົ່າເຖິງ ປັດຈຸບັນ ປ່າໄມ້ໃນລາວ ໄດ້ຫລຸດລົງ ເຖິງ 60 ສ່ວນຮ້ອຍ ສາເຫດ ເກີດຈາກ ການລັກຕັດໄມ້ ຂອງກຸ່ມຄ້າໄມ້ ເຖື່ອນ ໃນລາວ, ການອະນຸມັດ ໂຄຕາ ໃຫ້ຕັດໄມ້ ໃນແຂວງຕ່າງໆ, ການຖາງປ່າ ເຮັດໄຮ່ ແລະ ໂຄງການ ພັທນາ ຂອງຣັຖບານ ດັ່ງການສ້າງ ເຂື່ອນໄຟຟ້າ ຂຸດຄົ້ນແຮ່ທາດ ແລະ ປູກ ຢາງພາລາ ຫລືຕົ້ນໄມ້ ເສຖກິດ ປະເພດຕ່າງໆ.
ຣັຖບານລາວ ຮ່ວມກັບ ໂຄງການ ຕ່າງຊາດ ໄດ້ຮ່າງແຜນ ການປູກປ່າ ທົດແທນ ແຕ່ການກະທຳ ດ່ັງກ່າວ ເທົ່າເຖິງ ປັດຈຸບັນ ບໍ່ປະສົບ ຜົລສຳເຣັດ ເລີຍ ຍ້ອນຂາດ ຄວາມ ເອົາໃຈໃສ່ ຂາດການຮ່ວມມື ຈາກ ເຈົ້າຫນ້າທີ່ ທ້ອງຖິ່ນ ຮ່ວມທັງ ຂາດງົປມານ ແລະ ຂາດການ ບໍຣິຫານ ຈັດການ.