ສວັນນະເຂດ ລົງວິນັຍ ພະນັກງານ 40 ຄົນ

0:00 / 0:00

ກອງປະຊຸມວຽກງານ ຕິດຕາມກວດກາ ທົ່ວ ແຂວງສວັນນະເຂດ ປະຈຳປີ 2018 ເມື່ອວັນທີ 20-21 ມິນາ ຜ່ານມາ ຄນະກວດກາ ພັກ-ຣັຖ ແຂວງສວັນນະເຂດ ຣາຍງານວ່າໄດ້ລຶບຊື່ພະນັກງານ ອອກຈາກພັກ 19 ຄົນ ຍ້ອນມີສ່ວນພົວພັນກັບ ການສໍ້ຣາສບັງຫຼວງ, ຮວມທັງໝົດ ໄດ້ລົງວິນັຍສະມາຊິກພັກ 40 ຄົນ, ດັ່ງເຈົ້າໜ້າທີ່ແຂວງສວັນນະເຂດ ເວົ້່າຕໍ່ ວິທຍຸເຊັຍເສຣີ ເມື່ອ 26 ມີນາ ວ່າ:

"ພວກເຮົາກາໄດ້ກວດກາຕາມຄຳຮ້ອງສເນີ ມີພຶດຕິກັມບໍ່ ອີ່ຫຍັງຕ່າງໆຫັ້ນນະ, ໂຕຢ່າງ ຫລືວ່າມີຄຳຮ້ອງຄຳສເນີ ຂອງປະຊາຊົນສເນີເຂົ້າມາ ພວກເຮົາກາຕິດຕາມ ຂໍ້ມູນຫລັງຈາກສຳເຣັດ ກາຣາຍງານທາງຄນະພັກ ຂັ້ນເທິງເພິ່ນ ແມ່ນພວກເຮົາເຮັດ ຕາມພາລະບົດບາດນະ."

ສະມາຊິກພັກ ຂອງແຂວງສວັນນະເຂດ ທີ່ຖືກລົງວິນັຍ ສ່ວນຫລາຍແມ່ນພະນັກງານ ຂັ້ນຄຸ້ມຄອງ ທີ່ມີສ່ວນຮ່ວມ ໃນການນໍາຣົດເຂົ້າ ເສັຽພາສີ ບໍ່ຖືກຕ້ອງມູນຄ່າ 45 ຕື້ກີບ, ຣະເມີດຄຳສັ່ງ ເລກທີ 15 ຂອງນາຍົກຣັຖມົນຕຣີ ສອງກໍຣະນີ, ໂດຍໄດ້ຢັ້ງຢືນ ເອົາຜລິຕພັນໄມ້ ເພື່ອສົ່ງອອກໄປ ວຽດນາມ ຂອງໂຮງງານປຸງແຕ່ງໄມ້ ຄູນຄຳ ແລະ ໂຮງງານປຸງແຕ່ງໄມ້ ຊັນຊາຍ ຈຳນວນ 5 ແສນປາຍແມັດກ້ອນ ພະນັກງານທີ່ມີສ່ວນກ່ຽວຂ້ອງ ລວມມີ 21 ຄົນ, ປັດຈຸບັນ ກຳລັງຢູ່ໃນຣະຫວ່າງ ການສືບສວນ ແລະ ການຍັກຍອກຊັບສິນ ຂອງຣັຖ, ຂອງພະນັກງານການເງິນ ເມືອງທ່າພະລານໄຊ, ເມືອງສອງຄອນ ມູນຄ່າ 700 ປາຍ ລ້ານກີບ ມີພະນັກງານກ່ຽວຂ້ອງ 4 ຄົນ ແລະ ພະນັກງານອາກອນ ເມືອງໄຊບູລີ ຍັກຍອກເງິນຣັຖ ໄປໃຊ້ສ່ວນໂຕ ມູນຄ່າ 3,3 ຕື້ກີບ ມີ ພະນັກງານກ່ຽວຂ້ອງ 5 ຄົນ, ປັດຈຸບັນ ຄວາມຜິດດັ່ງກ່າວ ໄດ້ສລຸບສຳນວນສົ່ງອັຍການແຂວງ ເພື່ອສັ່ງຟ້ອງຕາມກົດໝາຍ.

ແຂວງສວັນນະເຂດ ແມ່ນແຂວງນຶ່ງ ທີ່ໄດ້ກວດພົບການສໍ້ຣາສບັງຫລວງ ເພີ່ມຂຶ້ນເຣື້ອຍໆ ນັບແຕ່ປີ 2016 ເປັນຕົ້ນມາ. ໂດຍສະເພາະ ແມ່ນພະນັກງານທີ່ກ່ຽວຂ້ອງ ກັບການເງິນ ແມ່ນມີການສໍ້ໂກງເພີ່ມຂຶ້ນ.