ຊາວສວນກາເຟໝາກແດງ 300 ປາຍຄອບຄົວ ໃນ 33 ບ້ານ ຢູ່ເມືອງດາກຈຶງ ແຂວງເຊກອງ, ດີໃຈທີ່ຣັຖບາລຈະປັບຣາຄາ ຜົລຜລິດຂອງ ພວກຕົນຂຶ້ນຈາກ ກິໂລນຶ່ງ 1,400 ກີບ ມາໄດ້ 2 ປີແລ້ວນັ້ນ ຂຶ້ນເປັນ 2,200 ກີບ, ຕາມຄໍາເວົ້າຂອງ ຊາວສວນກາເຟ ເມືອງດາກຈຶງ ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 28 ກຸມພາ ນີ້:
"ສິໄດ້ເງິນແລ້ວໃຜສິບໍ່ດີໃຈ ເພາະວ່າກອງປະຊຸມການຄ້າ, ຢູ່ເມືອງດາກຈຶງຫັ້ນເຂົາວ່າ, ໝາກແດງຫັ້ນສິແມ່ນໄດ້ຢູ່ 2,200-2,300 ນີ້ແຫຼະ ຕໍ່ກິໂລ, ໝົດທົ່ວພາກໃຕ້ ຄືປົກກະຕິກັບເຂດປາກຊ່ອງພຸ້ນແຫຼະ."
ການປັບຂຶ້ນຣາຄາກາເຟໝາກແດງທີ່ວ່ານີ້, ແມ່ນມາຈາກການແຈ້ງການຂອງຫ້ອງວ່າການ ສໍານັກງານນາຍົກຣັຖມົນຕຣີ ສະບັບວັນທີ 21 ກຸມພາ 2019 ທີ່ສັ່ງໃຫ້ພາກສ່ວນກ່ຽວຂ້ອງ 4 ແຂວງພາກໃຕ້ ຮີບຮ້ອນແກ້ໄຂບັນຫາຣາຄາກາເຟຕົກຕໍ່າ ແລະ ສົ່ງເສີມໃຫ້ຊາວສວນປູກ ກາເຟ ໝາກຂາວ ທີ່ຂາດຕລາດໃນປັດຈຸບັນ ໄປພ້ອມໆກັນກັບການປູກກາເຟໝາກແດງນັ້ນ.
ໃນກອງປະຊຸມສະພາການຄ້າແຂວງເຊກອງ, ກ່ຽວກັບການແກ້ໄຂບັນຫາຣາຄາກາເຟໝາກແດງຕົກຕໍ່າ, ທີ່ຖືກຈັດຂຶ້ນຢູ່ເມືອງດາກຈຶງ ເມື່ອ ວັນທີ 25 ກຸມພາ ນີ້ໄດ້ປັບຣາຄາຈາກ 1,400 ກີບຕໍ່ກິໂລຂຶ້ນເປັນ 2,200 ກີບ ເພື່ອໃຫ້ຊາວສວນ ມີຣາຍໄດ້ດີຂຶ້ນ.
ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງເຊກອງ ເວົ້າວ່າ, ຣາຄາກາເຟໝາກແດງ ຈະຂຶ້ນໃນລະດູເກັບກາເຟ ປີ 2020, ສ່ວນວ່າປີນີ້ ຣາຄາຈະຍັງຢູ່ຄືເກົ່າ. ສໍາລັບກາເຟທີ່ຕົກຄ້າງນັ້ນ ທາງການແຂວງໄດ້ຊອກຕລາດ ຢູ່ນະຄອນຫຼວງວຽງຈັນ ແລະແຂວງອື່ນໆ ໃຫ້ມາເກັບຊື້ ທັງໝົດ ຊຶ່ງຊາວສວນກໍພາກັນດີໃຈ ດັ່ງທີ່ທ່ານກ່າວວ່າ:
"ໃນກອງປະຊຸມພວກເຮົາເວົ້າກັນຫັ້ນ, ຄັນໝາກແດງແລ້ວແມ່ນພວກເຮົາ ກໍຕົກລົງວ່າ 2,200 ນໍ້, ຊາວສວນເກັບແລ້ວຂາຍໃຫ້ຫົວໜ່ວຍ ທຸຣະກິດ ພວກຊອກຕລາດໃຫ້ຫລາຍບໍຣິສັດນໍ, ບໍຣິສັດໃຫຍ່ໆຫັ້ນນະ ມີດາວເຮືອງ ມີກັດເຊກັດຫຍັງແລ້ວ ກໍຫລາຍຫົວໜ່ວຍຫຍັງ ຕື່ມອີກ ກໍແມ່ນຄຸ້ມໆ ເຂົາກໍໃຫ້ຣາຄາ 2,200."
ຢ່າງໃດກໍຕາມທ່ານເວົ້າວ່າ, ເຖິງແມ່ນຊາວສວນກາເຟໝາກແດງ ຈະໄດ້ຂາຍ ຜົລປູກຂອງຕົນ, ໃນຣາຄາທີ່ໜ້າພໍໃຈກໍດີ, ແຕ່ພວກເຂົາເຈົ້າ ກໍຍັງຢາກໃຫ້ມີ ບໍຣິສັດມາເກັບຊື້ແບບຕໍ່ເນື່ອງ ແລະເປັນປະຈໍາ ເພາະວ່າ ເຖິງຈະໄດ້ຣາຄາດີຂຶ້ນ ແຕ່ບໍ່ມີຜູ້ມາ ຮັບຊື້ປະຈໍານັ້ນ ກໍບໍ່ມີ ຄວາມໝາຍ.
ເມືອງດາກຈຶງມີເນື້ອທີ່ປູກກາເຟ 3 ພັນເຮັກຕາ ໃນນັ້ນ 30% ປູກກາເຟແດງ. ສ່ວນທີ່ເຫຼືອ ປູກກາໝາກດໍາ, ໝາກຂາວ ແລະໝາກຂຽວ. ໃນຈໍານວນຊາວສວນ 300 ປາຍຄອບຄົວ ທີ່ປູກກາເຟໝາກແດງນັ້ນ ກໍມີຈໍານວນນຶ່ງປູກ ກາເຟໝາກຂາວ ແລະ ໝາກດໍາ ແຊມໄປນໍາ.
