ຂ.ເຊກອງຈະຝຶກອົບຮົມ ວິຊາຊີບ

ຈໍາປາທອງ
2017.10.30
f-kaleum ເມືອງກະລຶມຕັ້ງໃໝ່ ແຂວງເຊກອງ
RFA/PN

ທາງການແຂວງເຊກອງ ຈະຈັດການຝຶກອົບຮົມ ວິຊາຊີບຕ່າງໆ ຮວມທັງ ແປງຣົດຈັກ, ປູກຝັງ, ລ້ຽງສັດ ທີ່ຕລາດແຮງງານ ຕ້ອງການໃຫ້ ປະຊາຊົນ ຫຼາຍເມືອງ ມີວຽກເຮັດງານທຳຕໍ່ໄປ ຊຶ່ງຂະນະນີ້ ຍັງເປັນບັນຫາ ທີ່ຈະຕ້ອງໄດ້ ຮັບການແກ້ໄຂ. ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ແຂວງເຊກອງ ໃນມື້ວັນທີ 27 ຕຸລາ 2017:

"ພວກເຮົາກໍມີແຜນໂຄງການ ທີ່ຈະສືບຕໍ່ເຣຶ່ອງການສ້ອມແປງຣົດຈັກ ຝຶກອົບຮົມ ລະອັນນາສ້ອມແປງຈັກ ແລະກໍກ່ຽວກັບວ່າ ການປະກອບ ກຸ່ມທຸຣະກິດນີ້ນະ ຈະມີກຸ່ມລ້ຽງໄກ່ນໍ ແລ້ວກໍກຸ່ມກາເຟ ພວກເຮົາກະເຫັນ ຫລັກໆນີ້ແມ່ນເຮັດໃຫ້ ພວກເຂົາມີ ວຽກເຮັດງານທຳ ແລ້ວກໍມີ ອັນນ່າ ຣາຍໄດ້ດີຂຶ້ນ ແລະກໍມີຣາຍໄດ້ຫັ້ນແຫລະ".

ທ່ານເວົ້າວ່າ ການຝຶກອົບຮົມວິຊາຊີບ ໃຫ້ປະຊາຊົນທີ່ວ່ານີ້ ຈັດຂຶ້ນມາໄດ້ 2-3 ປີແລ້ວ ຢູ່ເມືອງດາກຈຶງ ເມືອງກະລຶມ ແລະເມືອງທ່າແຕງ ແຕ່ປະຊາຊົນ ບາງສ່ວນຍັງບໍ່ສົນໃຈພໍປານໃດ ບໍ່ເຂົ້າຮ່ວມການຝຶກອົບຮົມ ຍ້ອນພວກເຂົາເຈົ້າຍັງຕິດພັນກັບ ການເຮັດໄຮ່ເຮັດນາ ຕາມທີ່ ເຄີຍໄດ້ເຮັດມາ.

ການຝຶກອົບຮົມຄັ້ງຕໍ່ໄປນີ້ ຄາດວ່າຈະມີຂຶ້ນໃນຕົ້ນປີ ຫາກາງປີໜ້າ ແລະຈະຈັດຢູ່ເມືອງລະມາມ, ເມືອງດາກຈຶງແລະເມືອງທ່າແຕງ ແຕ່ລະ ເມືອງ ຈະຝຶກອົບຮົມວິຊາຕ່າງກັນ ເຊັ່ນເມືອງທ່າແຕງ ຈະຝຶກເຣຶ່ອງການປູກ ແລະແປຮູບກາເຟ ເປັນຫລັກ ຍ້ອນເປັນເຂດ ທີ່ມີດິນເໝາະ ສົມດີ. ສ່ວນຢູ່ເມືອງອື່ນແມ່ນຈະເນັ້ນໃສ່ຝຶກ ເຮຶ່ອງການແປງຣົດຈັກ ແປງເຄື່ອງຈັກຕ່າງໆຕາມຄວາມເໝາະສົມ ແລະຕາມຄວາມຕ້ອງການ ຂອງຕລາດ ໂດຍອີງໃສ່ຜົລການເກັບກໍາຂໍ້ມູນ ຂອງພາກສ່ວນທີ່ກ່ຽວຂ້ອງ.

ທ່ານເວົ້າອີກວ່າ ນອກຈາກຈະໄດ້ຝຶກອົບຮົມວິຊາຊີບແລ້ວ ກໍໄດ້ມີການທົດລອງຂຸດໜອງລ້ຽງປາ ໃຫ້ປະຊາຊົນຫຼາຍບ້ານ ຢູ່ເມືອງລະມາມ ແລະເມືອງດາກຈຶງ ເພື່ອໃຫ້ພວກເຂົາເຈົ້າ ຮູ້ຈັກວິທີຂຸດໜອງປາ ເພື່ອລ້ຽງປາ ມີຣາຍໄດ້ເຂົ້າຄອບຄົວ. ດັ່ງທີ່ ທ່ານກ່າວວ່າ:

"ເປັນການທົດລອງຂຸດໜອງປາ ຂຸດສະປາ ວິທີ່ການລ້ຽງປາຕ່າງໆ ນີ້ເຮົາກໍຂຸດເປັນໜອງສາທິດ ໃຫ້ບ້ານຫັ້ນ ເປັນອັນລວມຂອງບ້ານ ບ້ານດາກເຕີບ ບ້ານຕາອຸນ ດຽວນີ້ກໍກຳລັງຂຍາຍ ມາອີກສອງບ້ານ ບ້ານປະຫິງ ກັບບ້ານດາກວາຍ ທີ່ເຮົາເວົ້າມານີ້ ເມືອງລະມາມ ກັບເມືອງດາກຈຶງ".

ທ່ານເວົ້າວ່າ ປີຜ່ານໆມາ ຈາກຜົລຂອງການລົງຊຸກຊູ້ ໃຫ້ປະຊາຊົນຫລາຍເມືອງ ຝຶກອົບຮົມວິຊາຊີບຕ່າງໆ ເພື່ອໃຫ້ມີອາຊີບ ທຳມາຫາກິນ ແລະມີຣາຍໄດ້ ເຂົ້າຄອບຄົວນັ້ນ ກໍຍັງເຫັນວ່າ ບໍ່ໄດ້ຮັບຜົລສຳເຣັດ ເທົ່າທີ່ຄວນ ຍ້ອນວ່າປະຊາຊົນ ບາງສ່ວນ ຍັງບໍ່ສົນໃຈນຳຄຳແນະນຳ ຂອງທາງການ ພໍເທົ່າໃດ ເພາະພວກເຂົາເຈົ້າ ຍັງຕິດພັນກັບການເຮັດໄຮ່ ເຮັດສວນ ພໍກຸ້ມຢູ່ກຸ້ມກິນ ເປັນຫລັກນັ້ນຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.