ຄົນລາວຈຳນວນຫຼາຍ ຕ້ອງການໄປເຮັດວຽກ ຢູ່ເກົາຫຼີໃຕ້
2024.01.19

ກົມການຈັດຫາງານ ກະຊວງແຮງງານ ແລະສວັດດິການສັງຄົມ ໄດ້ຈັດສົ່ງຄົນງານລາວ ໄປເຮັດວຽກຕາມລະບົບ ຫຼື Employment Permit System (EPS) ໃນຂແນງອຸດສາຫະກັມ ຢູ່ປະເທດເກົາຫລີໃຕ້ ໄລຍະຍາວ 3 ຫາ 5 ປີ ເປັນຄັ້ງທີ 58 ຈໍານວນ 50 ຄົນ ຊຶ່ງໃນນັ້ນ ເປັນຍິງ 6 ຄົນ ເມື່ອໃນມື້ວັນທີ 16 ມົກກະຣານີ້.
ຜູ້ທີ່ໄດ້ໄປເຮັດວຽກ ໄລຍະຍາວນັ້ນ ຕ້ອງໄດ້ຮຽນຮູ້ພາສາເກົາຫລີກ່ອນ ແລະຕ້ອງໄດ້ສອບເສັງໃຫ້ຜ່ານນໍາດ້ວຍ. ທາງກົມຈັດຫາງານ ຈະປະກາດເປີດລົງ ທະບຽນສອບເສັງ ຜ່ານທາງຂ່າວສານ ເພຈເຟສບຸກຄ໌ ຈັດຫາງານ.
ບຸກຄົນໃດສອບເສັງຜ່ານ ກໍຈະມີຣາຍຊື່ ເຂົ້າໃນລະບົບຂອງບໍຣິສັດເກົາຫລີໃຕ້ ເພື່ອຈະເລືອກໄປເຮັດວຽກ ອີກທື່ອນຶ່ງ ຊຶ່ງໃຊ້ເວລາພໍສົມຄວນ ແລະຖ້າໄດ້ໄປ ກໍຈະມີຄ່າໃຊ້ຈ່າຍ ທັງໝົດ 1,668 ໂດລ້າຣ໌ສະຫະຣັຖ. ເຣື່ອງຄ່າປີ້ເຮືອບິນ, ຄ່າວີຊ້າ, ຄ່າເອກກະສານຕ່າງໆ ແລະອຶ່ນໆ ຖ້າຜູ້ໃດບໍ່ມີເງິນ ກໍຈະມີທະນາຄານ ທີ່ຮ່ວມເຊັນສັນຍາ ກັບກະຊວງແຮງງານ ແລະສວັດດິການສັງຄົມ ໃຫ້ກູ້ດ້ວຍດອກເບັ້ຍຕໍ່າ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກົມການຈັດຫາງານ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ມົກກະຣານີ້.
“ລະບົບຈ້າງງານ EPS ນີ້ເນາະຕ້ອງໄດ້ໄປຕຽມຮຽນກ່ອນ ເຮົາຊິແຈ້ງມື້ມາລົງ ທະບຽນ ຈະຖືວ່າລົງທະບຽນແລ້ວ ເຮົາຈະແຈ້ງມື້ເສັງ ໂດຍທີ່ວ່າຈະແຈ້ງໃນເຟສບຸກຄ໌ ຂອງກົມເນາະ. ນາຍຈ້າງເລືອກແລ້ວເຮົາຊິໄດ້ມາຈ່າຍອີກຕື່ມ 1,668 ໂດລ້າຣ໌. ເງິນບໍ່ພໍບໍ່ ມີທະນາຄານທີ່ເຂົ້າສັນຍາກັບເຮົາແລ້ວ ເພິ່ນໃຫ້ກູ້ດອກເບັ້ຽຕໍ່າ. ສໍາລັບແຮງງານທີ່ຈະໄປເຮັດວຽກ ໃນເກົາຫລີໃຕ້.”
ນອກຈາກນັ້ນ ກົມການຈັດຫາງານ ກໍມີແຜນ ທີ່ຈະຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ເກົາຫລີໃຕ້ ຢ່າງຕໍ່ເນື່ອງ ທັງເຮັດວຽກຕາມຣະດູການ 3-6 ເດືອນ ແລະໃນໄລຍະຍາວ 3-5 ປີ ເພາະປະເທດເກົາຫລີໃຕ້ ຍັງຕ້ອງການຄົນງານອີກຫລາຍ. ທີ່ຜ່ານມາ ຫລາຍຄົນ ກໍໄດ້ໄປເຮັດວຽກຕາມຣະດູການ ໃນຂແນງກະສະກັມ. ສ່ວນການເຮັດວຽກໄລຍະຍາວ ຈະເຮັດໃນຂແນງອຸດສາຫະກັມ ໂດຍຈະໄດ້ຮັບເງິນ ຢ່າງໜ້ອຍ 1,600 ໂດລ້າຣ໌ສະຫະຣັຖ ຕໍ່ເດືອນ ຊຶ່ງສູງກວ່າຄ່າແຮງງານໃນລາວຫລາຍເທົ່າ. ໃນປີ 2024 ນີ້ ທາງການລາວ ຈະເປີດຮັບສມັກຄົນງານລາວ ແລະຈະມີການສອບເສັງ ເປັນໄລຍະໆ, ຈະເປີດສມັກຮັບຕາມເມືອງ ໃນແຕ່ລະແຂວງນໍາດ້ວຍ. ແຕ່ຍັງບໍ່ຮູ້ວ່າ ທາງບໍຣິສັດເກົາຫລີໃຕ້ ຈະຮັບເອົາຈໍານວນເທົ່າໃດ.
ເຣື່ອງການໄປເຮັດວຽກ ຢູ່ປະເທດເກົາຫລີໃຕ້ນີ້ ມີຄົນລາວຫລາຍຄົນ ຕ້ອງການຢາກໄປເຮັດ ຍ້ອນໄດ້ເງິນເດືອນສູງກວ່າຢູ່ລາວຫລາຍ, ມີເງິນກ້ອນເງິນເກັບມາໃຊ້ຈ່າຍໃນຄອບຄົວ, ຜູ້ໄດ້ໄປແລ້ວກັບມາ ກໍຢາກໄປອີກ, ຫລາຍຄົນແມ່ນຢາກໄປເຮັດວຽກ ຕາມຣະດູການຫລາຍກວ່າ ໄປເຮັດວຽກໃນໄລຍະຍາວ ເພາະບໍ່ຕ້ອງໄດ້ເສັຍຄ່າໃຊ້ຈ່າຍ ຮຽນພາສາ.
ປະຊາຊົລາວຜູ້ນຶ່ງ ເວົ້າວ່າ ລູກ ແລະຍາດພີ່ນ້ອງ ຢາກໄປເຮັດວຽກຢູ່ເກົາຫລີໃຕ້ ເພາະຢູ່ລາວ ໄດ້ເງິນເດືອນໜ້ອຍ ບໍ່ກຸ້ມກິນ.
“ກໍຫລາຍຄົນຢູ່ກໍ໋ ເຂົາເຈົ້າຢາກໄປນ່າທັງເອື້ອຍທັງນ້ອງ ບໍ໋. ແລ້ວກໍມີລູກເຂີຍລູກສາວແດ່ ໄປມາແລ້ວກໍຍັງຢາກໄປອີກຢູ່ນີ໋. ຕ້ອງໄປທາງດ້ານການກະເສດນ່າ ສ່ວນຫລາຍ ດຽວນີ້ລູກເອື້ອຍກໍເຮັດຢູ່ວັງວຽງນີ້, ເຮັດງານນ່າ ໄດ້ເດືອນນຶ່ງ 2 ລ້ານ 5. ກິນເອງອີກແດ່ຫັ້ນນ່າ ມັນກໍບໍ່ກຸ້ມກິນຫັ້ນແຫລະ.”
ຊາວລາວອີກຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຢາກໄປເຮັດວຽກ ໄລຍະສັ້ນ ຢູ່ເກົາຫລີໃຕ້ຄືກັນ ເພາະໄດ້ເງິນເດືອນຫລາຍ. ຢູ່ລາວ ຫາເງິນໄດ້ໜ້ອຍ ເສຖກິຈບໍ່ດີ, ເງິນເຟີ້, ສິນຄ້າແພງ, ມີຄົນຢາກໄປຫາເງິນກັນຫລາຍ.
“ໄປໂຕ 3 ເດືອນ 6 ເດືອນນີ້ແມ່ນບໍ່ໄດ້ພາສາເກົາຫລີ ກໍໄປໄດ້ ອັນໄປໂຕຫລາຍປີຫັ້ນ ມັນໄດ້ຮຽນພາສາເກົາຫລີ. ອີງຕາມເສຖກິຈບ້ານເຮົາຫັ້ນແຫລະ ເງິນເດືອນບ້ານເຮົາມີແຕ່ລ້ານປາຍ 2 ລ້ານ. ໄປບ້ານເຂົາມັນຫລາຍ ເປັນເງິນເຮົາມັນຫລາຍຂຶ້ນ ເປັນປັດໄຈທີ່ເຮັດໃຫ້ຄົນເຮົາຢາກໄປຫລາຍ ຫັ້ນນ່າ.”
ໃນຂະນະດຽວກັນ ຊາວລາວອີກຜູ້ນຶ່ງ ກໍເວົ້າວ່າ ການໄປເຮັດວຽກ ຢູ່ເກົາຫລີໃຕ້ ຍາກກວ່າໄປໄທຍ, ແຕ່ຖ້າມີໂອກາດ ກໍຢາກໄປເຊັ່ນກັນ ຍ້ອນໄດ້ເງິນ ເດືອນ ສູງກວ່າຢູ່ລາວຫລາຍ, ຫາກໄປໄລຍະຍາວ ຕ້ອງໄດ້ໄປຮຽນພາສາເກົາຫລີກ່ອນ.
“ຖ້າມີໂອກາດກໍນ່າໄປ ເພາະວ່າເງິນເດືອນກໍສູງແດ່ ຢູ່ລາວສ່ວນຫລາຍກໍເງິນ ເດືອນຕໍ່າ ເຂົາເຈົ້າວ່າຄັນຈະໄປເກົາຫລີ. ຕ້ອງໄດ້ໄປຮຽນພາສາກ່ອນ ຂອງເຮົາເອງໝົດ ມີແຕ່ວ່າເຮົາໄປຮອດພຸ້ນແລ້ວແລ້ວເຂົາເຈົ້າຈ່າຍເງິນໃຫ້ເຮົາເບາະ ແບບນີ້ແຫລະ. ເຮົາໄດ້ເຮັດວຽກທົດແທນ ໄປໄທຍໄປງ່າຍກວ່າ.”
ໃນໄລຍະຜ່ານມາ ມີຫລາຍເມືອງ ຫລາຍແຂວງຂອງເກົາຫລີໃຕ້ ທີ່ທາງການລາວ ໄດ້ເຊັນສັນຍາກັບທາງການເກົາຫລີໃຕ້ ເພື່ອຈັດສົ່ງຄົນງານລາວ ໄປເຮັດວຽກ ຕາມຣະດູການ ໄລຍະສັ້ນ 5-6 ເດືອນ ທີ່ບໍ່ຈໍາເປັນຕ້ອງຮູ້ພາສາ ເພາະສ່ວນໃຫຍ່ ໄປເຮັດວຽກກະສິກັມ.
ໃນໄລຍະເດືອນ ກຸມພາ 2024 ນີ້ ທາງຜແນກແຮງງານ ແລະສວັດດິການສັງຄົມ ແຂວງຊຽງຂວາງ ກໍຈະໄດ້ຈັດສົ່ງຄົນງານ ສະເພາະຄົນເມືອງຄໍາ ແຂວງຊຽງຂວາງ ໄປເຮັດວຽກຕາມຣະດູການ ຢູ່ເກົາຫລີໃຕ້ ຕື່ມອີກ 80 ຄົນ.
ຕັ້ງແຕ່ປີ 2020 ຫາ 2023 ມີຄົນລາວ ຕ້ອງການໄປເຮັດວຽກຢູ່ເກົາຫລີໃຕ້ຫລາຍ. ອີງຕາມຂໍ້ມູນ ຂອງກະຊວງແຮງງານ ແລະສວັດດິການສັງຄົມ ຂອງລາວ, ໃນປີ 2020 ມີຜູ້ສມັກ ຜ່ານການຄັດເລືອກ 157 ຄົນ, ປີ 2021 ມີ 56 ຄົນ, ປີ 2022 ມີ 837 ຄົນ ແລະໃນປີ 2023 ມີເຖິງ 2,477 ຄົນ, ແຕ່ບໍ່ໄດ້ໄປໝົດທຸກຄົນ ເພາະທາງການເກົາຫລີໃຕ້ ມີໂຄຕ້າຮັບຈໍາກັດ.