ທ່ານ ບຸນທອງ ຈິດມະນີ ຣາຍງານ ຕໍ່ສະພາ

ມະນີຈັນ
2019.11.11
f-bounthong ທ່ານ ບຸນທອງ ຈິດມະນີ ຮອງນາຍົກຣັຖມົນຕຣີ ຫົວຫນ້າຫ້ອງການ ກວດສອບແຫ່ງຣັຖ
Public Domain

ທ່ານ ບຸນທອງ ຈິດມະນີ ຮອງນາຍົກຣັຖມົນຕຣີ, ປະທານອົງການກວດກາຣັຖບານ ຣາຍງານກ່ຽວກັບວຽກງານ ການກວດກາໂຄງການ ຕ່າງໆທົ່ວປະເທດທີ່ທາງກະຊວງ ແລະແຂວງ ອະນຸຍາດໃຫ້ລົງທຶນ ຕໍ່ກອງປະຊຸມເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 8 ວ່າຜົນການ ກວດກາ ໂຄງການລົງທຶນ ທົ່ວປະເທດ ຍັງຖືວ່າບໍ່ເປັນໄປຕາມແຜນ:

"ການແກ້ໄຂຜົນຂອງການກວດກາ ຕາມຜົນຂອງການກວດສອບ ນໍາໄປແກ້ໄຂນັ້ນມາຮອດປັດຈຸບັນ ເຫັນວ່າຍັງຈໍານວນຫຼາຍ ບໍ່ໄດ້ຮັບ  ການແກ້ໄຂ ໂດຍສະເພາະແມ່ນການເກັບກູ້ຄືນ ຜົນເສັຽຫາຍຄືນໃຫ້ຣັດ ການຫັກລົບມູນຄ່າໜ້າວຽກ ທີ່ບໍ່ໄດ້ຈັດຕັ້ງ ປະຕິບັດ ເງິນແຮ ທີ່ບໍ່ໄດ້ນໍາໃຊ້ ແລະບັນຫາອື່ນໆ."

ທ່ານເວົ້າວ່າ ປີ 2018 ຜ່ານມາໄດ້ກວດກາໂຄງການລົງທຶນ ທີ່ມີການອະນຸຍາດແຕ່ປີ 2010 ຫາ 2019 ທັງໝົດ 188 ໂຄງການຂນາດ ໃຫຍ່ ຮວມເງິນລົງທຶນ 2 ພັນປາຍຕື້ກີບ ແຕ່ ກວດກາສໍາເຣັດ 158 ໂຄງການເທົ່ານັ້ນ. ສ່ວນທີ່ເຫຼືອອີກ 30 ໂຄງການ ຍັງບໍ່ທັນກວດກາ ສໍາເຣັດ. ສໍາລັບກວດກາໂຄງການຂນາດນ້ອຍ 24 ໂຄງການ ທົ່ວປະເທດ ຮວມມູນຄ່າເກືອບ 40 ຕື້ກີບ ຍັງບໍ່ທັນສໍາເຣັດ ຈັກໂຄງການ.

ໂຄງການທີ່ຖືກກວດກາ ແມ່ນເປັນໂຄງການ ທີ່ໄດ້ຮັບອະນຸຍາດ ໃຫ້ລົງທຶນແບບບໍ່ຖືກຕ້ອງ ຕາມຣະບຽບກົດໝາຍ, ໂຄງການທີ່ຄິດໄລ່ມູນຄ່າ ການລົງທຶນແພງເກີນຈິງ, ໂຄງການກໍ່ສ້າງ ທີ່ບໍ່ໄດ້ມາຕຖານ ເຊັ່ນການພັທນາເສັ້ນທາງ ການສ້າງກັນເຈື່ອນ ແລະ ໂຄງການເຂື່ອນໄຟຟ້າ. ສາເຫດທີ່ເຮັດໃຫ້ການກວດກາ ໂຄງການລົງທຶນຕ່າງໆ ບໍ່ໄດ້ຮັບການ ແກ້ໄຂທັນຕາມກໍານົດນັ້ນ ຍ້ອນບໍ່ໄດ້ຮັບການຊີ້ນໍາ ຈາກການນໍາຂັ້ນ ແຂວງ ເຮັດໃຫ້ເຈົ້າໜ້າທີ່ ອົງການກວດກາ ບໍ່ໄດ້ຮັບຄວາມສະດວກ ທີ່ຈະເຂົ້າໄປກວດກາ ໂຄງການເຫລົ່ານັ້ນ, ທ່ານກ່າວ:

"ບັນດາກົມກວດກາ ຂອງກະຊວງ ອົງການແລະອົງການກວດກາ ແຂວງ, ນະຄອນ, ເປັນຜູ້ດໍາເນີນການກວດການັ້ນ ແມ່ນເຮັດໄດ້ໜ້ອຍ ຍ້ອນບໍ່ຮັບການຊີ້ນໍາ ແລະອໍານວຍຄວາມສະດວກ ຈາກການນໍາ ຂັ້ນຂອງຕົນເທົ່າທີ່ຄວນ."

ພ້ອມດຽວກັນນີ້ ທ່ານ ບຸນທອງ ຍັງໄດ້ສເນີໃຫ້ນາຍົກຣັຖມົນຕຣີ ທອງລຸນ ສີສຸລິດ ສັ່ງໃຫ້ກະຊວງແລະແຂວງ ສືບຕໍ່ແກ້ໄຂ ບັນຫາການ ກວດກາໂຄງການຕ່າງໆ ໃຫ້ເຂັ້ມງວດເດັດຂາດ ມີປະສິດທິພາບ ແລະ ນໍາໃຊ້ກົດໝາຍ ຢ່າງກົງໄປກົງມາຕໍ່ຜູ້ທີ່ ຣະເມີດກົດໝາຍທຸກຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.