ຂ.ຜົ້ງສາລີ ມີໄຟຟ້າ ໃຊ້ໃນ ໂຕເມືອງ

0:00 / 0:00

ປັດຈຸບັນ ປະຊາຊົນ ຢູ່ແຂວງຜົ້ງສາລີ 70 ເປີເຊັນ ໄດ້ໃຊ້ໄຟຟ້າ ຊຶ່ງສ່ວນຫລາຍ ກໍແມ່ນຜູ້ທີ່ຢູ່ ໃນຕົວເມືອງ ແລະ ຜູ້ທີ່ມີເງິນ ຕິດຕັ້ງໄຟຟ້າ ແລະກົງເຕີໄຟ. ສ່ວນວ່າ ປະຊາຊົນ ທີ່ທຸກຍາກ ບໍ່ມີເງິນ ທີ່ຈະຕິດຕັ້ງໄຟນັ້ນ ກໍບໍ່ມີໂອກາດ ໄດ້ໃຊ້ໄຟຟ້າ ນຳເພິ່ນ, ເຖິງວ່າທາງການ ຈະມີ ໂຄງການ ໃຫ້ຂະເຈົ້າກູ້ຢືມເງິນ ເພື່ອຕິດຕັ້ງໄຟຟ້າ ນັ້ນກໍຕາມ. ດັ່ງເຈົ້າໜ້າທີ່ ໄຟຟ້າລາວ ແຂວງຜົ້ງສາລີ ໄດ້ກ່າວ:

"ອັນນີ້ເຣື່ອງຄວາມທຸກຍາກ ຫັ້ນແຫລະ ໂຄງການພີທູພີ ກໍເຂົ້າໄປຢູ່ເນາະ ແຕ່ວ່າປະຊາຊົນບາງສ່ວນ ກໍບໍ່ໃຫ້ຄວາມຮ່ວມມືເນາະ ໂຄງການ ທີ່ວ່າ ຊ່ວຍເຫລືອລາວເນາະ ຄ່າກົງເຕີໄຟຟ້າ ເພິ່ນຊ່ວຍເຫລືອລາວ ແລ້ວເອົາທຶນກູ້ຢືມ ໃຫ້ອີກ 7 ແສນເນາະ".

ໂດຍທົ່ວໄປແລ້ວ ຄ່າຕິດຕັ້ງ ກົງເຕີໄຟຟ້າ ຕາມເຮືອນຕ່າງໆ ໃນແຂວງນີ້ ປະມານ 1 ລ້ານ 5 ແສນກີບ ແລະຄ່າໄຟຟ້າ ຄົວເຮືອນນຶ່ງ ປະມານ 20 ພັນກີບ ແຕ່ກໍຂຶ້ນຢູ່ກັບວ່າ ໃຊ້ໜ້ອຍໃຊ້ຫລາຍ ຂນະທີ່ ປະຊາຊົນ ຈຳນວນນຶ່ງ ທີ່ຢູ່ເຂດຫ່າງໄກ ກໍຕິດຕັ້ງແຜງ ໂຊລ່າເຊລ ທີ່ຊື້ມາຈາກ ປະເທດຈີນ.

ທ່ານເວົ້າຕື່ມວ່າ ເຖິງແມ່ນທາງຣັຖບານ ຈະມີແຜນການ ແລະຕັ້ງເປົ້າໝາຍ ໃຫ້ປະຊາຊົນລາວ ໃນທົ່ວປະເທດ 90 ເປີເຊັນ ໄດ້ໃຊ້ໄຟຟ້າ ພາຍໃນປີ 2020 ແຕ່ໃນພາກ ປະຕິບັດ ຕົວຈິງແລ້ວ ສຳລັບ ຢູ່ແຂວງຜົ້ງສາລີ ນີ້ອາຈເປັນໄປ ໄດ້ຍາກ ເພາະ ປະຊາຊົນ ຍັງທຸກຍາກ ຫລາຍຢູ່:

"ຕີເປັນເປີເຊັນນີ້ກໍ 90 ຖືວ່າຄາດໝາຍຂອງພັກຣັຖ ເພິ່ນກໍຢາກໃຫ້ໄດ້ຄວາມເປັນຈິງ ແຕ່ວ່າປະຕິບັດ ອັນນີ້ແຜນຂອງຣັຖບານ ແຜນກໍຂຶ້ນ ຢູ່ກັບປະຊາຊົນ ຈະໃຫ້ຄວາມຮ່ວມມື ເຮົາບໍ່ຢາກໃຫ້ ປົດປ່ອຍຕົວນີ້".

ປັດຈຸບັນປະຊາຊົນລາວ ຈຳນວນບໍ່ໜ້ອຍ ຢູ່ຫຼາຍເມືອງ, ຫຼາຍແຂວງ ຍັງບໍ່ມີໄຟຟ້າໃຊ້ ໃນບ້ານເຮືອນ ຍ້ອນຄວາມ ທຸກຍາກ ຂາດເຂີນ.