ທາງການລາວລົງວິນັຍ ຣັຖກອນ ຍ້ອນສໍ້ຣາສ
2020.02.26
ໃນປີ 2019 ຜ່ານມາ ມີພະນັກງານພັກປະຊາຊົນປະຕິວັດລາວ ແລະ ຣັຖ ສປປລາວ ຈໍານວນ 745 ຄົນ ຖືກປະຕິບັດວິນັຍ ພາຍຫລັງ ກວດພົບວ່າສໍ້ຣາດບັງຫຼວງ ຊຶ່ງສ່ວນຫຼາຍໃນຂແນງພາສີ ແລະສ່ວຍສາອາກອນ ຜແນກການເງິນແຂວງ, ອີງຕາມ ຄໍາເວົ້າຂອງເຈົ້າໜ້າທີ່ ອົງການກວດກາຣັຖບານ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 26 ກຸມພາ ນີ້:
“ປີກາຍນີ້ຈະໄດ້ກວດລົງຜແນກການກ່ຽວກັບໂຄງລ່າງ ໂຄງການຫລັກໆລະຄືອາກອນ ເວົ້າເລຶ່ອງຜົລປະໂຫຍດແລ້ວມາແບ່ງສັນປັນສ່ວນກັນ ຫັ້ນແລ້ວ ມັນຈຶ່ງມີເງິນເຫລືອເງິນໄດ້ນໍ ຕົວຢ່າງວ່າ ບໍລິສັດ ກ. ມາລາຍຮັບ 10 ຕື້ ແລ້ວມີຢຄູ່ 10 ໂຄງການ ຕົວຢ່າງຊີ້ນະ ມັນພັດເອົາ ແຕ່ສາມສີ່ໂຄງການ ມາເປັນລາຍຮັບ ມີແຕ່ສາມສີ່ຕື້ ສ່ວນເຈັດແປດຕື້ ມັນກໍບໍ່ເອົາມາຄິດໄລ່ ສິນະ ມັນໄລ່ມັນກໍໄລ່ນອກ ແລ້ວມັນກໍປັນກັນ.”
ທ່ານເວົ້າວ່າ ພະນັກງານພັກ-ຣັຖ ທີ່ຖືກກວດພົບຍັກຍອກເງິນນັ້ນ ສ່ວນຫລາຍແມ່ນພະນັກງານເກັບ ພາສີ-ອາກອນ ນໍາບໍຣິສັດ ແລ້ວເອົາ ເງິນທີ່ເກັບໄດ້ນັ້ນ ເຂົ້າງົບປະມານຂອງຣັຖ ພຽງສ່ວນນຶ່ງ ແລະ ອີກສ່ວນນຶ່ງເອົາໄປໃຊ້ສ່ວນຕົວ ຫຼືເອົາໄປແບ່ງກັນ ກັບຜູ້ທີ່ມີສ່ວນຮູ້ເຫັນ. ໃນຈໍານວນພະນັກງານພັກ-ຣັຖ ທີ່ຖືກປະຕິບັດວິນັຍເກືອບຮອດ 800 ຄົນທີີ່ວ່ານັ້ນມີພຽງ 84 ຄົນຖືກດໍາເນີນຄະດີ ຕາມຣະບຽບກົດໝາຍ. ສ່ວນທີ່ເຫຼືອຖືກປົດຕໍາແໜ່ງ, ຖືກໄລ່ອອກຈາກພັກ ແລະກ່າວຕັກເຕືອນຄວາມຜິດ.
ກ່ຽວກັບເຣຶ່ອງການປະຕິບັດວິນັຍ ແລະລົງໂທດພະນັກງານພັກ-ຣັຖ ທີ່ສໍ້າຣາດບັງຫຼວງ ຍານາງ ວາລີ ເວດສະພົງ ສະມາຊິກສະພາ ແຫ່ງຊາດ ເຂດ 1 ນະຄອນຫລວງວຽງຈັນ ເຄີຍໄດ້ສເນີຕໍ່ກອງປະຊຸມສະພາແຫ່ງຊາດ ເທື່ອລ້າສຸດເມື່ອທ້າຍປີກາຍນີ້ວ່າ, ຂໍໃຫ້ຣັຖບານ ເພິ່ມການລົງໂທດ ແລະປະຕິບັດວິນັຍຕໍ່ທຸກຄົນ ທີ່ສໍ້ຣາດບັງຫຼວງ ແລະມີມາດຕະການ ລົງໂທດຢ່າງເດັດຂາດ ບໍ່ເລືອກປະຕິບັດ, ດັ່ງ ຍານາງໄດ້ກ່າວຕອນນື່ງວ່າ:
”ຕ້ອງມີມາດຕະການລົງໂທດ ເນື່ອງຈາກວ່າປັດຈຸບັນນີ້ ຜູ້ເຮັດຜິດ ແຕ່ບໍ່ມີໂທດ ແຕ່ວ່າພວກເຮົາບໍ່ມີມາດຕະການລົງໂທດແບບເດັດຂາດ ມີລົງໂທດແຕ່ ແປະໆບາງໆນໍ.”
ແລະຊາວນະຄອນຫຼວງວຽງຈັນ ກໍເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 26 ກຸມພາ ນີ້ວ່າພະນັກງານພັກ-ຣັຖ ຄົນໃດກໍຕາມ ທີ່ສໍ້ຣາດບັງຫຼວງ ຣັຖບານຄວນຈະລົງໂທດ ດໍາເນີນຄະດີພະນັກງານຄົນນັ້ນ ຕາມຣະບຽບກົດໝາຍ ຢ່າງເດັດຂາດ ດັ່ງທີ່ທ່ານ ກ່າວວ່າ:
`ຮ້ວຍ ຕາມຫລັກການມັນຕ້ອງດໍາເນີນຄະດີ ຫັ້ນແລ້ວ ຄັນວ່າຜູ້ໃດຜິດນີ້ ໄດ້ວາງກົດໝາຍກໍເພື່ອຫຍັງ ກໍເພື່ອບໍ່ໃຫ້ປົກປັກຮັກສາຄວາມ ບໍ່ດີບໍ່ງາມ ຫັ້ນແລ້ວເຂົາຈຶ່ງວາງກົດໝາຍ ບໍ່ແມ່ນວ່າຖືກລູກເຈົ້າຫຼານນາຍ ແລ້ວສິຍົກເວັ້ນ ຍົກເວັ້ນບໍ່ໄດ້ ລູກໃຜກໍຢ່າ ເມັຍໃຜກໍແລ້ວ ຖ້າວ່າມັນຜິດພາດແລ້ວ ຕ້ອງປະຕິບັດຕາມຂັ້ນຕອນ."
ໃນພິທີສລອງວັນສ້າງຕັ້ງອົງການກວດກາ ພັກ-ຣັຖ ຄົບຮອບ 38 ປີ ທີ່ນະຄອນຫຼວງວຽງຈັນ ໃນມື້ວັນທີ 18 ກຸມພາ 2020 ນີ້ ທ່ານ ສີໄນ ມຽງລາວັນ ຮອງປະທານຄະນະກວດກາ ສູນກາງພັກ ແລະອົງການກວດກາຣັຖບານ ໄດ້ຣາຍງານກ່ຽວກັບວຽກງານ ກວດກາພະນັກງານ ພັກ-ຣັຖ ປີ 2019 ຊຶ່ງກວດພົບວ່າ ມີພະນັກງານພັກ-ຣັຖ ສໍ້ຣາດບັງຫລວງຈໍານວນ 745 ຄົນ.