ພົບແລ້ວ 5 ຄົນ ຕິດຖໍ້າ ໄຊສົມບຸນ ແຕ່ ຍັງ 2 ຄົນ

ກູ້ໄພ ກໍາລັງຄົ້ນຫາ 2 ຄົນ ທີ່ເຫຼືອ

ພົບເຫັນແລ້ວ ຄົນລາວ 5 ຄົນ ຈາກທັງໝົດ 7 ຄົນ ທີ່ຕິດຖ້ຳ ຢູ່ບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ເມື່ອເວລາ 16:30 ໂດຍທຸກຄົນປອດ ໄພດີ ແລະກຽມລຳລຽງອອກຈາກຖ້ຳ ສ່ວນຄົນລາວອີກ 2 ຄົນ ທີ່ຍັງບໍ່ພົບເຫັນນັ້ນ ເຈົ້າໜ້າທີ່ກູ້ໄພ ຍັງຄົງສືບຕໍ່ຄົ້ນຫາຕໍ່ໄປ.

ພົບແລ້ວ 5 ຄົນ ຕິດຖໍ້າ ໄຊສົມບຸນ ແຕ່ ຍັງ 2 ຄົນ

ສຳລັບ ພາລະກິດການຄົ້ນຫາຄົນລາວ ທັງ 7 ຄົນ ພາຍໃນຖ້ຳຄັ້ງນີ້ແມ່ນມີຄວາມ ຫຍຸ້ງຍາກຫຼາຍ ເນື່ອງຈາກວ່າບໍລິເວນປາກຖ້ຳ ແລະ ທາງໃນຖ້ຳ ແມ່ນຍັງມີນ້ຳ ອັງອໍ.

ບາງຈຸດມີດິນຊາຍເຈືອນທັບຖົມລົງ ເນື່ອງຈາກ ສະພາບດິນຟ້າອາກາດ ບໍ່ເອື້ອ ອຳນວຍ ມີຝົນຕົກໜັກລົງມາແຕ່ລະໄລຍະທາງໃນຖ້ຳບາງຈຸດນ້ອຍ ແລະ ຄັບ ແຄບຫຼາຍ ເຮັດໃຫ້ທາງກູໄພທີ່ຈະເຂົ້າໃຫ້ການຊ່ວຍເຫຼືອພົບຄວາມລຳບາກ ແລະ ເປັນອັນຕະລາຍ ແຕ່ເຈົ້າໜ້າທີ່ກູ້ໄພ ຄາດວ່າ ຈະຊ່ວຍເຫຼືອສຳເລັດ ຕາມເປົ້າໝາຍໃຫ້ໝົດທຸກຄົນດ້ວຍຄວາມປອດໄພ.