ໄມ້ເຖື່ອນເມືອງຕຸ້ມລານ ສົ່ງອອກຫວຽດນາມ

ຊາວບ້ານ ພາກັນຕັດໄມ້ຂາຍໃຫ້ພໍ່ຄ້າຫວຽດ ແຕ່ ເຈົ້າໜ້າທີ່ເສີຍ

ມີການລັກລອບຕັດໄມ້ ຢູ່ເຂດເມືອງຕຸ້ມລານແຂວງ ສາລະວັນ ເພື່ອສົ່ງອອກໄປຂາຍຫວຽດນາມ.

ລົດແກ່ໄມ້ຈາກລາວ ຂວໍ້າຢູ່ຫວຽດນາມ ຍ້ອນແກ່ໄມ້ເກີນ

ປັດຈຸບັນ ໄມ້ທີ່ຕັດອອກມາມີການແປຮູບເປັນໄມ້ຕັບ ແລ້ວມາກອງໄວ້ສະໜາມໄມ້ ຢູ່ເຂດເມືອງຕຸ້ມລານເພື່ອກຽມໃສ່ລົດສົ່ງໄປຫວຽດນາມ.

ຊາວບ້ານເມືອງຕຸ້ມລານ ກ່າວວ່າ ໄມ້ດັ່ງກ່າວມີຈໍານວນຫຼາຍ 1,000 ແມັດກ້ອນ ແລະ ຈະຄ່ອຍທະຍອຍຂົນອອກໄປຜ່ານດ່ານຊາຍແດນລະໄລ ຢູ່ເມືອງສະໝ້ວຍ ແຂວງສາລະວັນ ທີ່ຕິດກັບຊາຍແດນຫວຽດນາມ.

ເຈົ້າໜ້າທີ່ ແຂວງສາລະວັນ ທ່ານນຶ່ງ ໄດ້ກ່າວວ່າ ຈຸດທ້ອນໂຮມໄມ້ຫ່າງຈາກໂຕເມືອງຕຸ້ມລານປະມານ 3-4 ກິໂລແມັດ ເທົ່ານັ້ນ.

ຊາວບ້ານ ຍັງກ່າວວ່າ ໄມ້ດັ່ງກ່າວ ເປັນໄມ້ຜິດກົດໝາຍເປັນຂອງປະຊາຊົນຢູ່ເຂດດັ່ງກ່າວ ໂດຍມີເຈົ້າໜ້າທີ່ເມືອງເປັນໃຈ ໃຫ້ຊາວບ້ານ.

ປະຊາຊົນພາກັນໄປຕັດໄມ້ ແລ້ວຂາຍໃຫ້ນັກທຸລະກິດຫວຽດນາມ ແລ້ວ ສົ່ງໄມ້ອອກໄປປະເທດຫວຽດນາມ.

ຊາວບ້ານເມືອງຕຸ້ມລານ ທ່ານນີ້ ກ່າວວ່າ ມີການຕັດໄມ້ຢູ່ເຂດເມືອງຕຸ້ມລານມາໄດ້ປະມານ 3 ປີແລ້ວ ແລະ ທີ່ຜ່ານມາ ກໍມີການຕັັດໄມ້ຢູ່ເຂດບ້ານນາກະເຈິີມ ເມືອງຕຸ້ມລານແຂວງສາລະວັນ.

ນອກຈາກນີ້ ໃນວັນທີ 9 ມິຖຸນາ ຍັງເກີດມີລົດແກ່ໄມ້ຂ້ວາມ ຢູ່ດ່ານຊາຍແດນ ຢູ່ ແຂວງ ສະຫວັນນະເຂດ.