ຣັຖມົນຕຣີ ຕ່າງປະເທດ ລາວ ເວົ້າວ່າ ໄທແລະລາວ ກໍາລັງ ແກ້ໄຂ ບັນຫາ ແຮງງານລາວ ໃນໄທ.
ປັດຈຸບັນ ຈໍານວນ ຄົນງານລາວ ໃນປະເທດໄທ ແບບ ຜິດກົດໝາຍ ນັ້ນ ບໍ່ມີສິດ ໄດ້ຮັບ ສວັດດີການ ຈາກນາຍຈ້າງ ຫລື ຈາກ ກົມແຮງງານ ຕາມກົດ ແຮງງານ ສາກົນ. ຕໍ່ບັນຫາ ແຮງງານລາວ ໃນໄທນີ້, ເອເຊັຽເສຣີ ໄດ້ຮຽນຖາມ ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ສປປ ລາວ ໃນວັນ ສລຸບ ກອງປະຊຸມ ການຮ່ວມມື ໄທ-ລາວ ທີ່ ເມືອງຫົວຫີນ ແຂວງ ປະຈວບຄີຣິຂັນ ໃນວັນທີ 3 ເມສາ 2013 ທ່ານກໍໄດ້ ຕອບວ່າ:
"ອັນນີ້ ມີຫນ່ວຍງານ ໄທແລະລາວ ເຮັດຢູ່ ຄິດວ່າທາງໄທ ໄດ້ເອົາໃຈໃສ່ ເປັນຢ່າງດີ ທາງລາວ ກໍມີການ ປະສານງານ ເປັນຢ່າງດີ. ພວກເຮົາມີ ຫນ່ວຍງານ ດໍາເນີນ ວຽກງານ ອັນນີ້ຢູ່ ວ່າ ທັງສອງຝ່າຍ ແລະ ສອງຣັຖບານ ບໍ່ມີຄວາມປະສົງ ເຮັດໃຫ້ ແຮງງານລາວ ທີ່ເຮັດວຽກ ຢູ່ໄທນີ້ ເປັນເຄື່ອງ ລະເມີດບໍ່ ຫລືວ່າຖືກ ເອົາລັດ ເອົາປຽບ ແຕ່ວ່າມັນມີ ຈໍານວນຫລາຍ ພວກເຮົາ ກໍາລັງ ກວດກາຢູ່ ວ່າ ແຮງງານ ຈໍານວນໃດ ທີ່ບໍ່ສາມາດ ກັບມາເປັນ ແຮງງານ ທີ່ຖືກຕ້ອງ ຕາມກົດໝາຍ ຈະພຍາຍາມ ເຮັດໃຫ້ ມັນຖືກຕ້ອງ ອັນນີ້ ຕ້ອງ ຮ່ວມມືກັນ".
ໃນໂອກາດ ດຽວກັນ ທ່ານ ສຸຣະພົງ ໂຕຈັກວິໄຊກຸນ ຮອງນາຍົກ ຣັຖມົນຕຣີ ຂອງໄທ ກໍໄດ້ກ່າວ ໃນຕອນສລຸບ ກອງປະຊຸມ ວ່າ:
“ຄວາມຮ່ວມມື ດ້ານແຮງງານ ສອງຝ່າຍ ໄດ້ຕົກລົງ ຈະຮ່ວມ ດໍາເນີນການ ເພື່ອຜ່ອນຜັນ ການທໍາງານ ຂອງ ແຮງງານລາວ ໃນປະເທດໄທ ຕາມມະຕິ ຂອງ ຄະນະ ຣັຖມົນຕຣີ ເມື່ອວັນທີ 15 ມົກກະຣາ ທີ່ຜ່ານມາ ຊຶ່ງທັງສອງຝ່າຍ ຈະດໍາເນີນ ການຂື້ນ ທະບຽນ ແຮງງານ ໃຫ້ແລ້ວໄວ”.
ຂ່າວລ້າສຸດຈາກກົມ ຈັດຫາງານ ກະຊວງ ແຮງງານໄທ ໃນວັນທີ 4 ເມສາ ນີ້ວ່າ ການດໍາເນີນ ການອອກ ເອກກະສານ ໃຫ້ແຮງງານ ຕ່າງດ້າວ ຜິດກົດໝາຍ ທັງ 3 ຊາຕ ທີ່ມາຂໍ ຂື້ນທະບຽນ ເປັນແຮງງານ ທີ່ ຖືກຕ້ອງ ຕາມກົດໝາຍ ກ່ອນຈະໝົດ ກໍານົດ ໃນວັນທີ 13 ເມສາ ນີ້ວ່າ ມີຈໍານວນ ຂໍຂຶ້ນທະບຽນ ເພື່ອ ຂໍອານຸຍາດ ທໍາງານ ທັງໝົດ 414,820 ຄົນ ໃນນັ້ນມີ ຄົນລາວ 44,712 ຄົນ, ມີລູກ ແຮງງານລາວ ທີ່ຕິດຕາມ ພໍ່ແມ່ມາ ຈໍານວນ 756 ຄົນ. ກົມການ ຈັດຫາງານ ວ່າ ສາມາດ ດໍາເນີນ ການອອກ ເອກກະສານ ໃຫ້ຄົນງານ ຕ່າງດ້າວ ໄປແລ້ວ 30,000 ຄົນ, ຍັງເຫລືອອີກ 380,000 ຄົນ. ຫລັງຈາກ ວັນທີ 13 ເມສາ ນີ້ໄປ ທາງກົມ ຈັດຫາງານ ວ່າ ຈະຕ້ອງ ໃຊ້ເວລາ ອີກ 120 ມື້ ໃນການອອກ ເອກກະສານ ທັງໝົດ ໃຫ້ແລ້ວ.
ກະຊວງ ແຮງງານ ຕ້ອງນໍາສະເໜີ ຕໍ່ ກອງປະຊຸມ ຄະນະ ຣັຖມົນຕຣີ ໃນວັນທີ 9 ເມສາ ນີ້ ເພື່ອຂໍ ອະນຸຍາດ ຕໍ່ເວລາ ໃນການອອກ ເອກກະສານ ແກ່ຄົນງານ ຈໍານວນ ທີ່ຍັງເຫລືອຢູ່ ໃຫ້ແລ້ວ ແລະ ຜ່ອນຜັນ ບໍ່ໃຫ້ຄົນງານ ທີ່ ຍື່ນເອກກະສານ ແລ້ວນັ້ນ ຖືກຈັບ.
ການຂໍມະຕິ ຄະນະ ຣັຖມົນຕຣີ ດັ່ງກ່າວ ບໍແມ່ນການ ຂໍຕໍ່ເວລາ ໃນການ ຂໍໂຄຕ້າ ທໍາງານ ຮ່ວມທັງ ບໍ່ແມ່ນການ ຄຸ້ມຄອງ ແຮງງານ ຕ່າງດ້າວ ຜິດກົດໝາຍ.
