ໄປສະນີ ລາວ-ໄທ ລົງນາມຮ່ວມມື

0:00 / 0:00

ໄປສະນີ ລາວ ແລະໄທ ລົງນາມ ຮ່ວມມື ເປີດ ບໍຣິການ ໂອນ ເງິນ ທະນາບັດ ທາງ ອີເລັກໂທຣນິກ ລະຫ່ວາງ ປະເທດ ເພື່ອໃຫ້ ປະຊາຊົນ ສອງ ປະເທດ ມີຄວາມໝັ້ນໃຈ ສະດວກ ສະບາຍ ແລະ ເປັນການ ຕຽມພ້ອມ ເຂົ້າສູ່ ປະຊາຄົມ ອາຊຽນ, ຕາມລາຍງານ ໜັງສືພິມ ຜູ້ຈັດການ. ລາຍງານວ່າ ການລົງນາມ ການຮ່ວມມື ມີຂື້ນ ເມື່ອວັນທີ່ 18 ກໍຣະກະດາ ຜ່ານມາ ນີ້ເອງ ຢູ່ທີ່ສາຂາ ໄປສະນີ ມະຫາວິທຍາໄລ ແຫ່ງຊາຕ ດົງໂດກ ເພື່ອແນໃສ່ ບໍຣິການ ປະຊາຊົນ ທົ່ວໄປ ນັກຮຽນ ນັກສຶກສາ ແລະ ຄົນງານ ຂອງ 2 ປະເທດ.

ຄ່າບໍຣິການ ຂອງ ບໍຣິສັດ ໄປສະນີ ນີ້ ມີຣາຄາ ຖືກກ່ວາ ບໍຣິສັດ ເອກກະຊົນ ອື່ນໆ ທີ່ໃຫ້ການ ບໍຣິການ ແບບດຽວກັນ ຄືວ່າ ມີແຕ່ 200 ບາດ ເທົ່ານັ້ນ ສໍາລັບ ໂອນເງິນ ຈໍານວນ ບໍ່ກາຍ 20,000 ບາດ. ການໂອນເງິນ ນັ້ນ ມີຢູ່ໃນ ທຸກສາຂາ ໄປສະນີ ຂອງ ໄທ ແລະ ລາວ, ແຕ່ວ່າ ປັດຈຸບັນ ລາວ ເປີດ ບໍຣິການ ພຽງແຕ່ 15 ສາຂາ ແລະ ຈະເປີດຕື່ມ ເລື້ອຍໆ ໃນ ອະນາຄົດ.