ເມື່ອວັນທີ 30 ຕຸລາ 2023 ທີ່ຜ່ານມານີ້ ທ່ານ ດຣ. ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີລາວ ໄດ້ພົບພໍ້ກັບ ທ່ານ ເສດຖາ ທະວີສິນ ນາຍົກຣັຖມົນຕຣີໄທຍ ພ້ອມດ້ວຍຄະນະ ຢູ່ສໍານັກງານນາຍົກຣັຖມົນຕຣີ ໃນນະຄອນຫຼວງວຽງຈັນ ເນື່ອງໃນໂອກາດ ທີ່ຄະນະຜູ້ນໍາຂອງຣັຖບານໄທຍ ໄດ້ເດີນທາງມາຢ້ຽມປະເທດລາວ, ເຊິ່ງພາຍຫຼັງ ທີ່ໄດ້ສໍາເຣັດການພົບພໍ້ກັນ ແລະຫາລື ໃນດ້ານຕ່າງໆ ທັງ 2 ນາຍົກຣັຖມົນຕຣີລາວ-ໄທຍ ກໍໄດ້ຮ່ວມກັນ ເປັນສັກຂີພະຍານ ໃນການລົງນາມເອກກະສານ ຮ່ວມມື 2 ຝ່າຍ 2 ຄື 1. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການແລກປ່ຽນ ດ້ານວັທນະທັມ ລະຫວ່າງ ກະຊວງຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ແລະ ກະຊວງວັທນະທັມ ຂອງໄທຍ ແລະ 2. ບົດບັນທຶກ ວ່າດ້ວຍຄວາມສາມາດ ແລະແຜນພັທນາທຸຣະກິຈ ການບໍຣການຣົຖໄຟ ລາວ-ໄທຍ ລະຫວ່າງ ບໍຣິສັດ ຣັຖວິສາຫະກິຈ ຣົຖໄຟແຫ່ງຊາຕລາວ ແລະສໍານັກງານຄວາມຮ່ວມມືພັທນາເສຖກິຈ ກັບປະເທດເພື່ອນບ້ານ ຫຼື NEDA ຂອງໄທຍ, ນອກຈາກນັ້ນ ຍັງມີການລົງນາມຄວາມຮ່ວມມື ທາງດ້ານອື່ນໆນໍາອີກ, ອີງຕາມການຣາຍງານ ຂອງກະຊວງການຕ່າງປະເທດ ຂອງລາວ ເມື່ອວັນທີ 30 ຕຸລາ 2023.
ທ່ານເສດຖາ ທະວີສິນ ນາຍົກຣັຖມົນຕຣີໄທຍ ໄດ້ໃຫ້ສັມພາດຕໍ່ສື່ມ່ວນຊົນ ໃນຕອນນຶ່ງວ່າ ສໍາລັບໂຄງຮ່າງພື້ນຖານ ດ້ານຄວາມເຊື່ອມໂຍ່ງ ສນັບສນູນຣັຖບານລາວ ທີ່ຕ້ອງການປ່ຽນຈາກ ເປັນປະເທດທີ່ບໍ່ມີທາງອອກສູ່ທະເລ (Land-Locked) ໃຫ້ກາຍເປັນປະເທດ ທີ່ສາມາດເຊື່ອມຕໍ່ໄດ້ກັບປະເທດອື່ນໆ (Land-Link) ແລະພ້ອມສືບຕໍ່ເຮັດວຽກຮ່ວມກັບຣັຖບານລາວ ໃນການພັທນາພື້ນຖານໂຄງຮ່າງ ເພື່ອສົ່ງເສີມການເຊື່ອມຕໍ່ ດ້ານການຄົມມະນາຄົມຂົນສົ່ງ ລະຫວ່າງ 2 ປະເທດ ແລະໄດ້ຂໍໃຫ້ທັງ 2 ປະເທດ ເລັ່ງຫາລື ກ່ຽວກັບການກໍ່ສ້າງຂົວຣົຖໄຟຂ້າມແມ່ນໍ້າຂອງ ໂດຍຣັຖບານໄທຍ ພ້ອມທີ່ ຈະສນັບສນູນແຫຼ່ງກູ້ຢືມເງິນ ແບບດອກເບັ້ຍອັດຕຣາພິເສດ ແລະອື່ນໆ, ອີງຕາມການຣາຍງານ ຂອງໜັງສືພິມມັດຕິຊົນ ໃນວັນທີ 31 ຕຸລາ 2023.
ສ່ວນກ່ຽວກັບບົດບັນທຶກ ວ່າດ້ວຍຄວາມສາມາດ ແລະແຜນພັທນາທຸຣະກິຈ ການບໍຣິການຣົຖໄຟລາວ-ໄທຍ ລະຫວ່າງ ບໍຣິສັດ ຣັຖວິສາຫະກິຈຣົຖໄຟແຫ່ງຊາຕລາວ ແລະ ສໍານັກງານຄວາມຮ່ວມມື ພັທນາເສຖກິຈ ກັບປະເທດເພື່ອນບ້ານ ຫຼື NEDA ຂອງໄທຍ ທີ່ໄດ້ມີການລົງນາມໄປແລ້ວນັ້ນ, ເຈົ້າໜ້າທີ່ສໍານັກງານຄວາມຮ່ວມມື ພັທນາເສຖກິຈ ກັບປະເທດເພື່ອບ້ານ ຫຼື NEDA ຂອງໄທຍ ນາງນຶ່ງ ໄດ້ກ່າວວ່າ ປັດຈຸບັນ ທາງຄະນະເຈົ້າໜ້າທີ່ ທີ່ເດີນທາງໄປປະເທດລາວ ຍັງບໍ່ທັນເດີນທາງກັບມາປະເທດໄທຍເທື່ອ ເນື່ອງຈາກ ມີກໍານົດການເດີນທາງ ໄປຍັງປະເທດກັມພູຊາ ຫຼັງຈາກທີ່ສໍາເຣັດການຢ້ຽມຢາມປະເທດລາວ, ສ່ວນໃນເຣື່ອງແຜນຄວາມຮ່ວມມື ກັບບໍຣິສັດ ຣັຖວິສາຫະກິຈຣົຖໄຟແຫ່ງຊາຕລາວ ກໍມີຄວາມພ້ອມຫຼາຍແລ້ວ ແຕ່ຕ້ອງລໍຖ້າ ໃຫ້ທາງຣັຖວິສາຫະກິຈຣົຖໄຟແຫ່ງຊາຕລາວ ມີການພົວພັນ ແລະສເນີມາແບບເປັນທາງການຕາມຂັ້ນຕອນ.
ດັ່ງຍານາງ ກ່າວວິທຍຸເອເຊັຽເສຣີ ໃນວັນທີ 31 ຕຸລາ ນີ້ວ່າ:
“ໂຕນີ້ ກໍມີແຜນ ແຕ່ວ່າ ຕ້ອງລໍຖ້າໃຫ້ທາງຝ່າຍລາວ ສເນີເຣື່ອງມາຍັງໜ່ວຍງານ ເຊິ່ງທາງໜ່ວຍງານຂອງພວກເຮົາ ກໍອາຈຊ່ວຍເບິ່ງແຍງ ໃນເຣື່ອງຝຶກອົບຮົມ ໃຫ້ແກ່ເຈົ້າໜ້າທີ່ຣົຖໄຟຂອງລາວ ແລະທາງໜ່ວຍງານຂອງພວກເຮົາ ກໍເຄີຍເຮັດໂຄງການທີ່ສໍາຄັນ ໃນລາວມາແລ້ວ.”
ນອກຈາກນັ້ນແລ້ວ ຄັນເວົ້າເຣື່ອງທີ່ລາວ ແລະໄທຍ ໄດ້ລົງນາມເອກກະສານຮ່ວມມື ທາງດ້ານບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການແລກປ່ຽນດ້ານວັທນະທັມ ລະຫວ່າງ ກະຊວງຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ຂອງລາວ ແລະກະຊວງວັທນະທັມຂອງໄທຍ ກໍເປັນຫົວຂໍ້ທີ່ຊາວລາວຫຼາຍຄົນ ໃຫ້ຄວາມສົນໃຈຫຼາຍ ແລະກໍຫວັງວ່າ ພາກສ່ວນທີ່ກ່ຽວຂ້ອງກັບວັທນະທັມຂອງໄທຍ ຈະມີການແລກປ່ຽນ ແລະສົ່ງເສີມດ້ານວັທນະທັມ ໃຫ້ແກ່ລາວ ຍົກໂຕຢ່າງ ການແລກປ່ຽນວັທນະທັມ ດ້ານໜັງ ຫຼືຮູບເງົາ ທີີ່ຊາວລາວຢາກໃຫ້ມີທາງດ້ານນີ້ເກີດຂຶ້ນ ເພື່ອພັທນາວົງການໜັງລາວ ເຊິ່ງເປັນສິ່ງທີ່ຊາວໜຸ່ມລາວຣຸ່ນໃໝ່ ໃຫ້ຄວາມສົນໃຈຫຼາຍ, ດັ່ງຜູ້ທີ່ມີຄວາມຮູ້ທາງດ້ານພາພຍົນໃນລາວ ທ່ານນຶ່ງ ກ່າວວ່າ:
“ຢາກໃຫ້ເນັ້ນເຣື່ອງຂອງການແຂ່ງຂັນ ແລ້ວກະມີການຝຶກອົບຮົມໄປນໍາຫັ້ນ ບໍ່ແມ່ນການໄປແຂ່ງຂັນລ້າໆ ແລກປ່ຽນການຂຽນບົດ ຫຼືວ່າ ການຖ່າຍທໍາ ການຕັດຕໍ່ ຖືວ່າ ສົນໃຈຫຼາຍເຕີບ ແຕ່ວ່າຍັງຂາດ ຂາດການສນັບສນູນທາງຫຼາຍໆອັນ.”
ໃນຂະນະດຽວກັນ ພາຍຫຼັງຈາກທີ່ໜັງໄທຍ ເຣື່ອງ “ສັບປະເຫຼີ່” ໄດ້ເຂົ້າສາຍຢູ່ໂຮງໜັງຫຼາຍແຫ່ງໃນລາວ ຈົນເກີດເປັນກະແສໂດ່ງດັງນັ້ນ ກໍເຮັດໃຫ້ຊາວລາວຈໍານວນຫຼາຍ ພາກັນໃຫ້ຄວາມສົນໃຈ ແລະຫວັງວ່າ ພາກສ່ວນຜລິດໜັງຈາກປະເທດໄທຍ ຈະມີການແລກປ່ຽນ ແລະຮ່ວມມືກັບວົງການໜັງໃນລາວ ເພື່ອສນັບສນູນໜັງລາວ ແລະໂຮງໜັງຕ່າງໆ ໃຫ້ພັທນາ ແລະຍົກລະດັບຫຼາຍຂຶ້ນ.
ດັ່ງຜູ້ຢູ່ໃນວົງການໜັງລາວ ນາງນຶ່ງ ກ່າວວ່າ:
“ຢາກຈະໃຫ້ມີການຮ່ວມມືກັນ ເພາະວ່າ ໄທຍກໍຈະມີປະສົບການຫຼາຍກ່ອນ ທາງລາວເຮົາ ເຣື່ອງອຸປະສັກນີ້ ຄິດວ່າ ຈະເປັນເຣື່ອງປະເທດລາວເຮົາ ໂຮງໜັງກະມີແຕ່ໜ້ອຍດຽວ ເຣື່ອງນີ້ກະບໍ່ແນ່ໃຈ ຊິສົ່ງເສີມກັນບໍ່ເຈົ້າ.”
ທາງດ້ານເຈົ້າໜ້າທີ່ ຂແນງການ ດ້ານວັທນະທັມ ທ່ານນຶ່ງ ກໍເຫັນວ່າ ໃນໄລຍະຜ່ານມາ ກຸ່ມຊາວໜຸ່ມຈາກບາງແຂວງ ທາງພາກອີ່ສານຂອງໄທຍ ກໍເຄີຍມາແລກປ່ຽນ ທາງດ້ານວັທນະທັມ ກັບກຸ່ມຊາວໜຸ່ມລາວ ເປັນຕົ້ນ ແມ່ນເຣື່ອງເຮັດໜັງສັ້ນ, ເຮັດເພັງ, ຖ່າຍມິວສິກວິດີໂອເພັງຕ່າງໆ ເຊິ່ງກໍເຮັດໃຫ້ເປັນທີ່ສົນໃຈ ຂອງຊາວໜຸ່ມລາວຈໍານວນຫຼາຍ ເຊິ່ງກໍຖືວ່າເປັນເຣື່ອງທີ່ດີ ແລະຢາກໃຫ້ສືບຕໍ່ຜັນຂຍາຍໃນວົງກວ້າງຂຶ້ນ.
ດັ່ງທ່ານກ່າວວ່າ:
“ຄັນມີມາກະດີ ຫວ່າງຫຼັງ ກະເຄີຍມີຢູ່ໃດ໋ ສ່ວນຫຼາຍອີ່ສານ ເຂົາເຈົ້າກະມາ ສ່ວນຫຼາຍມັນກະແລກປ່ຽນກັນ ເປັນຮູບເງົາ ກະແລກປ່ຽນກັນຢູ່ໃດ໋ ເປັນປະຖົມນິເທດ ຈັດງານຈັດຫຍັງ ເອົາໄວໜຸ່ມໄວຫຍັງ ເຂົ້າມາຮ່ວມຊີ້ນ່າ ເຂົາເຈົ້າກະສົນໃຈຢູ່ໃດ໋ ເພາະວ່າ ໂຄງການຕ່າງປະເທດຫຼາຍ ເຂົາເຈົ້າກະມາເຮັດຮູບເງົາສັ້ນອີ່ຫຍັງ.”
ນອກຈາກນີ້ແລ້ວ ຍັງມີຣາຍງານຕື່ມວ່າ ນາຍົກຣັຖມົນຕຣີໄທຍ ພ້ອມທີ່ຈະສືບຕໍ່ຊຸກຍູ້ ໃຫ້ບັນດາຂແນງການຕ່າງໆໃນໄທຍ ນໍາເອົາຜົນຂອງການພົບພໍ້ໃນຄັ້ງນີ້ ໄປຜັນຂຍາຍ ແລະຈັດຕັ້ງໃຫ້ເປັນຮູບປະທັມ ໂດຍເນັ້ນໃສ່ ເສີມຂຍາຍຄວາມສັມພັນລາວ-ໄທຍ ໃຫ້ກ້າວສູ່ລວງເລິກ ແລະນາຍົກຣັຖມົນຕຣີໄທຍ ຍັງໄດ້ເຊື້ອເຊີນ ນາຍົກຣັຖມົນຕຣີລາວ ໃຫ້ເດີນທາງໄປຢ້ຽມຢາມຢູ່ປະເທດໄທຍ ໃນປີ 2024 ທີ່ຈະເຖິງນີ້ ແລະນາຍົກຣັຖມົນຕຣີລາວ ກໍໄດ້ຕອບຮັບຄໍາເຊື້ອເຊີນດັ່ງກ່າວ ພ້ອມກັບສືບຕໍ່ປຶກສາຫາລືກັນ ຢ່າງລະອຽດ ຜ່ານຊ່ອງທາງການທູດເພີ່ມຕື່ມ, ອີງຕາມການຣາຍງານ ຂອງກະຊວງການຕ່າງປະເທດລາວ.