ໂຄງການທາງຣົດໄຟ ຄຳມ່ວນ ຈຳປາສັກ

ອຸ່ນແກ້ວ ສຸກສະຫວັນ
2020.10.19
F-Champassak ແຂວງຈໍາປາສັກ
File photo 2018: RFA

ຣັຖບານລາວ ຕຽມ ໃຫ້ບໍຣິສັດເອກະຊົນໄທຍ ຊື່ວ່າ ສິນນະຄອນການໂຍທາ ຈຳກັດ ມະຫາຊົນ ສຶກສາສຳຣວດ ແລະ ອອກແບບລະອຽດ ຄວາມເປັນໄປໄດ້ ໃນການພັທນາ ໂຄງການທາງຣົດໄຟ ຈາກ ເມືອງທ່າແຂກ ແຂວງຄຳມ່ວນ ຜ່ານ ສວັນນະເຂດ, ສາລະວັນ ໄປຫາ ປາກເຊ-ວັງເຕົ່າ ແຂວງຈຳປາສັກ ຊຶ່ງ ມີຄວາມຍາວ 345 ກິໂລແມັດ.

ເຈົ້າໜ້າທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 19 ຕຸລາ ວ່າ:

“ອັນນີ້ສິນນະຄອນເນາະ ເຂົາມາຂໍລົງທຶນຢູ່ກະຊວງແຜນການ ແລະການລົງທຶນ ແລ້ວເຂົາລະເຊັນບົດບັນທຶກ MOU ແລ້ວ ຂັ້ນຕອນທຳອິດ ເພິ່ນກະມີແຕ່ຊິສຶກສາ ຄວາມເປັນໄປໄດ້ເບິ່ງວ່າ ເພິ່ນອາດຈະເຮັດໄປ 1.435 ແມັດ [ຂນາດລາງມາຕຖານ] ຫັ້ນເລີຍເປັນທາງຍຸທສາດໄດ້, ໂຕນີ້ມັນມີແລວທາງມາດົນແລ້ວ ຫຼາຍປີແລ້ວໄດ໊ ແຕ່ວຽງຈັນລົງມາຫາ ປາກເຊ-ວັງເຕົ່າ."

ທ່ານກ່າວຕື່ມອີກວ່າ ໂຄງການດັ່ງກ່າວນີ້ ຈະສຳຣວດສຶກສາ ແລະ ອອກແບບເປັນຂນາດລາງມາຕຖານ 1.435 ແມັດ ທີ່ສາມາດເຊື່ອມຈອດ ກັນໄດ້ ທຸກສະຖານນີ ໃນອະນາຄົດ ໂດຍຈະເປັນຮູບແບບ ການຮ່ວມທຶນ ລະຫວ່າງ ຣັຖບານລາວ ກັບ ບໍຣິສັດ ສິນນະຄອນ ການໂຍທາ, ໃນຂນະທີ່ ສັດສ່ວນການຖືຮຸ້ນ ຍັງບໍ່ສາມາດລະບຸໄດ້ ຈົນກ່ວາ ຈະມີການເຊັນສັນຍາ ກໍ່ສ້າງຂຶ້ນ.

ກ່ຽວກັບໂຄງການທາງຣົດໄຟ ຄຳມ່ວນ-ຈຳປາສັກ, ຊາວບ້ານໃນເມືອງປາກເຊ ແຂວງຈຳປາສັກກ່າວວ່າ ການມີທາງຣົດໄຟ ກໍສະດວກສະ ບາຍຂຶ້ນ, ແຕ່ຕ້ອງໃຫ້ຄ່າຊົດເຊີຍ ປະຊາຊົນທີ່ໄດ້ຮັບ ຜົນກະທົບ:

"ຄັນໃນນາມທີ່ວ່າ ຄົນປາກເຊ ໂດຍຕົງເນາະ ກະເຫັນດີ ເພາະວ່າ ມັນມີຄວາມສະດວກຫຼາຍຂຶ້ນ ກວ່າເກົ່າ ມັນຈະມີຂຍາຍ ແລ້ວກະເຮັດ ໃຫ້ບ້ານເມືອງ ເຮົາມີການພັທນາຫຼາຍຂຶ້ນ ກວ່າເກົ່າ ຊິມີຜົນກະທົບ ດ້ານໃດແດ່ ກະຕ້ອງໄດ້ມີ ຄ່າຊົດເຊີຍໂຕນີ້ ນັ້ນບໍ່ ຖືກດິນຕອນຫຍ້າ ຂອງປະຊາຊົນໃນເງື່ອນໄຂ ທີ່ວ່າ ຄວາມເໝາະສົມ."

ຊາວບ້ານຢູ່ເມືອງສາລະວັນ ແຂວງສາລະວັນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ເຫັນດີກັບທາງການລາວ ທີ່ຈະສ້າງທາງຣົດໄຟ ຄຳມ່ວນ-ຈຳປາສັກ:

"ຄິດວ່າຫັ້ນແລ້ວ ຢາກໄດ້ຢູ່ແລ້ວເດ້ ຢາກເຫັນຢູ່ເດ້ ປະເທດເຮົາຍັງທັນລະມີ ກະແນວນັ້ນແລ້ວ ຢາກເຫັນດີ ແຮ່ງຢາກໄດ້ແລ້ວ ທາງຣົດໄຟ ບໍ່ເຄີຍມີ."

ເຈົ້າຂອງເຮືອນພັກຢູ່ເມືອງທ່າແຂກ ແຂວງຄຳມ່ວນ ກ່າວຕໍ່ເອເຊັຽເສຣີ ວ່າ ຢາກໄດ້ທາງລົດໄຟ ເພາະວ່າ ຈະມີຄົນມາໃຊ້ ບໍຣິການບ້ານພັກ:

"ໂອ້ກະຍາກໄດ້ແລ້ວເນາະ ຈຸດປະສົງຢາກໄດ້ ມັນກະມີຫຼາຍຢ່າງນ່າເນາະ ຈຸດຫຼັກໆ ກະໃຫ້ຄົນທ່ອງທ່ຽວ ມາພັກບ້ານຫັ້ນ ແຫຼະເນາະ."

ໃນຂນະທີ່ ນັກວິຊາການ ກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ບໍ່ປະສົງອອກຊື່ ແລະສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: "ໂຄງການດັ່ງກ່າວ ເປັນນຶ່ງໃນຍຸທສາດ ຂອງປະເທດ ຊຶ່ງເນັ້ນໜັກໄປ ທາງໂລຈີສຕິກ ຂົນສົ່ງສິນຄ້າ ຂົນສົ່ງຄົນ ແລະ ອື່ນໆ ແລະ ທຸກເສັ້ນທາງຈະເຊື່ອມ ຫາກັນ ທັງລາວ-ຈີນ, ລາວ-ໄທຍ ແລະ ລາວ-ວຽດນາມ."

ອີງຕາມລາຍງານຂອງກະຊວງໂຍທາທິການ ແລະ ຂົນສົ່ງ, ໃນວັນທີ 16 ຕຸລາ 2020 ຢູ່ນະຄອນຫລວງວຽງຈັນ ໄດ້ມີການເຊັນບົດບັນທຶກ ຄວາມເຂົ້າໃຈ ເພື່ອສຶກສາສຳຣວດ ແລະ ອອກແບບລະອຽດ ຄວາມເປັນໄປໄດ້ ໃນການພັທນາໂຄງການ ທາງຣົດໄຟ ຄຳມ່ວນ-ຈຳປາກສັກ ຄວາມຍາວ 345 ກິໂລແມັດ ມີມູນຄ່າ 20 ຕື້ ບາດ ເປັນສະກຸນເງິນໄທຍ.

ໃນໂອກາດດັ່ງກ່າວ ທ່ານ ສຸເມດ ກ້ອນພັນທະວົງ ຕາງໜ້າບໍຣິສັດ ຂົວທາງ 13 ໃຕ້ ແຂວງສວັນນະເຂດ ເປັນທີ່ປຶກສາ ບໍຣິສັດສິນນະຄອນ ການໂຍທາຈຳກັດມະຫາຊົນ ກ່າວວ່າ ໂຄງດັ່ງກ່າວ ຈະເລີ່ມລົງມື ສຳຣວດ ຫລັງຈາກທີ່ປະເທດລາວ ແລະ ໄທຍ ເປີດດ່ານສາກົນ ຫຼື ສາຍການບິນ ຍ້ອນວ່າ ນັກວິຊາການ-ຊ່ຽວຊານເກືອບທັງໝົດ ຈະມາຈາກໄທຍ ຊຶ່ງ ການສຳຣວດນີ້ ຈະໃຊ້ເວລາ 6-10 ເດືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.