ລາວ ພຍາຍາມຫຼຸດຈາກ ດ້ອຍພັທນາ

0:00 / 0:00

ຣັຖບານ ສປປລາວ ພຍາຍາມທີ່ຈະເຮັດ ໃຫ້ປະເທດຫລຸດພົ້ນອອກຈາກ ການມີຖານະເປັນ ປະເທດດ້ອຍພັທນາທີ່ສຸດ ຫລືທີ່ມັກເອີ້ນກັນ ໂດຍຫຍໍ້ເປັນພາສາອັງກິດວ່າ LDC ແລະໄດ້ຈັດກອງະຊຸມປຶກສາຫາຣື ເຣື່ອງນີ້ ຮ່ວມກັບຕ່າງປະເທດ ແລະອົງການ ຈັດຕັ້ງສາກົລຕ່່າງໆ ທີ່ໃຫ້ການສນັບສນູນຊ່ອຍເຫລືອ.

ໃນຣະຫວ່າງວັນທີ 12 ຫາ 13 ມິນາ 2019 ທີ່ນະຄອນຫລວງວຽງຈັນ ກະ ຊວງການຕ່າງປະເທດ ສປປລາວ ກໍໄດ້ຮ່ວມກັບອົງການ ສະຫະປະຊາຊາດ ເພື່ອການຄ້າ ແລະການພັທນາ (UNCTAD) ຈັດກອງປະຊຸມ ປຶກສາຫາຣືກັນ ວາງແຜນຍຸທສາດ ແລະ ນະໂຍບາຍ ເພື່ອຊອກຫາວິທີການ ແກ້ໄຂບັນຫາທ້າທາຍ ທີ່ລາວ ກໍາລັງປະເຊີນຢູ່ ແລະກໍານົດ ບຸຣິມະສິດ, ແນວທາງໃນຕໍ່ໜ້າ ຂອງຣັຖບານ ແລະ ຍຸທສາດ ການຍາດແຍ່ງ ການຊ່ອຍເຫລືອ ຈາກຄູ່ຮ່ວມພັທນາ ໃນການປະຕິບັດ ແຜນພັທນາ ເສຖກິດ -ສັງຄົມ, ເພື່ອໃຫ້ສາມາດຫຼຸດພົ້ນ ອອກຈາກ ສະພາບດ້ອຍພັທນາ ແບບຍືນຍົງ ແລະ ປ້ອງກັນບໍ່ໃຫ້ຕົກ ຢູ່ໃນສະພາບ ຂອງກຸ່ມປະເທດ ກໍາລັງພັທນາ ທີ່ມີຣາຍໄດ້ຕໍ່າ ແລະ ເພື່ອເປັນການກຽມ ຄວາມພ້ອມຮັບມື ກັບສິ່ງທ້າທາຍ ພາຍຫລັງທີ່ລາວ ຫລຸດພົ້ນອອກຈາກຖານະ ດ້ອຍພັທນາແລ້ວ.

ພ້ອມກັນນັ້ນ ກໍຍັງຫາຣືກັນເຖິງຜົລໄດ້ ແລະຜົລເສັຽຂອງການຫລຸດພົ້ນ ອອກຈາກຖານະດ້ອຍພັທນາ ແລະເຖິງຍຸທສາດທີ່ຈໍາເປັນ ເພື່ອສ້າງ ຜົລປະໂຫຍດ ສູງສຸດ, ຄວາມເຂົ້າໃຈກ່ຽວກັບ ສະພາບແວດລ້ອມ ພາຍຫລັງ ການຫລຸດພົ້ນອອກຈາກຖານະ ປະເທດດ້ອຍພັທນາ ແລະ ເຖິງມາຕການສນັບສນູນ ທີ່ຈໍາເປັນຈາກທັງພາຍໃນ ແລະຕ່າງປະເທດ ນໍາດ້ວຍ.

ເຣື່ອງການມີຖານະເປັນປະເທດ ດ້ອຍພັທນາ ຕາມຄໍາເວົ້າຂອງ ມາດາມ Fakitamoela Katoa ‘Utoikamanu ຜູ້ຕາງໜ້າຣະດັບສູງ ຂອງ ສະຫະປະຊາຊາດ ເພື່ອປະເທດດ້ອຍພັທນາທີ່ສຸດ ແລະປະເທດທີ່ບໍ່ຕິດກັບທະເລ ແລະປະເທດເກາະດອນນ້ອຍ ທີ່ກຳລັງພັທນານັ້ນ ແລ້ວແມ່ນວ່າ ການເປັນປະເທດດ້ອຍພັທນາ LDC ນີ້ໄດ້ຮັບສິດທິພິເສດຫຼາຍຢ່າງ ຮວມທັງທາງດ້ານການຄ້າ, ການສນັບສນູນທາງການ ເງິນ, ການກູ້ຢືມແບບມີການຜ່ອນຜັນ ຈາກສະຖາບັນການເງິນຕ່າງໆ ເພື່ອຊ່ວຍໃຫ້ການ ພັທນາມີຄວາມຄືບໜ້າ. ຫາກເມື່ອໃດສາມາດ ຢືນດ້ວຍລຳແຂ່ງ ຂອງຕົນເອງໄດ້ແລ້ວ ປະເທດນັ້ນໆ ກໍບໍ່ຈຳເປັນ ຕ້ອງການການຊ່ອຍເຫລືອອີກ. ແນວຄິດກໍເປັນແບບນັ້ນລະ -ມາດາມ ກ່າວ -

"ພວກເຂົາຕ້ອງການການຊ່ອຍເຫລືອ ຂນະທີ່ເປັນປະເທດພັທນາ ໜ້ອຍທີ່ສຸດ ພ້ອມທັງໄດ້ຮັບການປະຕິບັດຕໍ່ ທາງການຄ້າ ເປັນພິເສດ ແລະໄດ້ຮັບການຊ່ອຍເຫລືອ ທຸກຢ່າງ ຮວມທັງ ການສນັບສນູນ ດ້ານການເງິນ, ການກູ້ຢືມແບບມີການຜ່ອນ ຜັນ ຜ່ານກອງທຶນ ເພື່ອ ການພັທນາ ຂອງພວກເຂົາ."

ແລະວ່າຄັນເມື່ອສາມາດຊ່ອຍເຫລືອຕົນເອງ ໄດ້ແລ້ວ ກໍຈະໄດ້ຫລຸດພົ້ນ ອອກຈາກການເປັນປະເທດດ້ອຍພັທນາ. ຫລັງຈາກນັ້ນ ພວກເຂົາ ກໍບໍ່ຕ້ອງການ ການສນັບສນູນ, ພວກເຂົາສາມາດເດີນຕາມ ເສັ້ນທາງການພັທນາ ນັ້ນໄດ້ຕໍ່ໄປ. ແລະກໍບໍ່ແມ່ນວ່າ ປະເທດນຶ່ງໆ ຈະມີທາງ ເລືອກຕາມໃຈ. ແຕ່ເມື່ອໃດປະຕິບັດ ໄດ້ຕາມມາຕຖານແລ້ວ ກໍເປັນໜ້າທີ່ຂອງຄນະກັມການ ທີ່ຈະເຮັດຂໍ້ແນະນໍາ ແລະກໍມີການຮັບຮອງ ເອົາຄັກແນ່...

"ດັ່ງນັ້ນ ມາຮອດມື້ນີ້ ລາວຈຶ່ງມີແຕ່ທາງເລືອກດຽວ ຄືຖືກຕີຣາຄາວ່າ ຢູ່ໃນກູ່ມປະເທດດ້ອຍ ພັທນາທີ່ສຸດ. ແລະລາວກໍບໍ່ຢູ່ໃນກຸ່ມປະເທດນີ້ ຖ້າຫາກລາວບໍ່ເຫັນພ້ອມນໍາ."

ແຕ່ບໍ່ແມ່ນທາງເລືອກຂອງລາວ ທີ່ວ່າເມື່ອໃດ ລາວຈະຫລຸດພົ້ນອອກຈາກ ຖານະການ ເປັນປະເທດດ້ອຍ ພັທນາ ທີ່ສຸດນັ້ນ. ຫາກລາວໄດ້ ມາຕຖານ ໃນການພັທນາ ມັນກໍຈະມີຂະ ບວນການນຶ່ງອີກ ທີ່ກ່ຽວຂ້ອງກັບການຫລຸດພົ້ນນັ້ນ ບໍ່ວ່າລາວ ຕ້ອງການ ຫລື ບໍ່ຕ້ອງການ.

ພ້ອມດຽວກັນນີ້ ມາດາມ ຍັງກ່າວຕື່ມ ເຖິງການທົບທວນນັ້ນວ່າ ຈະມີຂຶ້ນ 3 ປີ ເທື່ອນຶ່ງ ພາຍຫລັງທີ່ມີການທົບທວນ ຄັ້ງທໍາອິດ ໃນປີ 2018 ທີ່ບົ່ງບອກວ່າ ລາວ ມີຄວາມຄືບໜ້າໃນເຣື່ອງຣາຍໄດ້ສະເລັ່ຍໃສ່ ລວມຍອດມູນຄ່າຜລິຕພັນພາຍໃນ ຫຼື GDP ຕໍ່ຫົວຄົນ ຮວມເຖິງ ດັຊນີການພັທນາ ຊັພຍາກອນມະນຸດ ແລະມີຄວາມກ້າວໜ້າ ບາງຢ່າງ ໃນດັຊນີ ຄວາມສາມາດ ເຣື່ອງການຄຸ້ມຄອງ ບໍຣິຫານເສຖກິດ. ແລະການທົບທວນຄັ້ງຕໍ່ໄປ ຈະມີຂຶ້ນໃນປີ 2021 ຄືອີກ 3 ປີ -ມາດາມກ່າວ.

ໝາຍຄວາມວ່າ ລາວ ຕ້ອງຜ່ານການທົບທວນ 2 ຄັ້ງ ຊຶ່ງຄັ້ງທໍາອິດ ໄດ້ເຮັດໄປແລ້ວ ໃນປີ 2018 ແລະຄັ້ງຕໍ່ໄປຈະເປັນປີ 2021. ຖ້າຫາກວ່າ ລາວປະຕິບັດ ໄດ້ຕາມມາຕຖານ ອີກຢູ່ນັ້ນ ກໍຈະມີຣະຍະການປ່ຽນແປງ ໄປດ້ວຍດີໃນຣະຍະ 3 ປີ ຈາກຖານະ ປະເທດ ດ້ອຍພັທນາທີ່ສຸດ ໄປເປັນປະເທດພັທນາ ໃນປີ 2024 ໃຫ້ມີຄວາມຍືນຍົງ.

ພ້ອມດຽວກັນນີ້ ມາດາມ Fakitamoela Katoa ‘Utoikamanu ຍັງໄດ້ກ່າວເຖິງ 3 ມາຕຖານ ທີ່ລາວຕ້ອງປະຕິບັດໃຫ້ໄດ້ ເພື່ອທີ່ຈະ ຫລຸດພົ້ນຈາກຖານະປະເທດ ດ້ອຍພັທນາທີ່ສຸດ:

"ມາຕຖານທໍາອິດຄື ລວມຍອດມູນຄ່າຜລິດຕະພັນພາຍໃນ ຫລື GDP ຕໍ່ຫົວຄົນ ຊຶ່ງມາຕຖານນັ້ນມາດາມຄິດວ່າ 1,200 ໂດລາສະຫະຣັຖ ຕໍ່ຄົນຕໍ່ປີ."

ມາຕຖານທີ 2 ກ່ຽວຂອງກັບການພັທນາ ຊັພຍາກອນມະນຸດ ຮວມທັງເຣື່ອງສຸຂພາບ, ການສຶກສາ ຊຶ່ງໄດ້ກໍານົດ ມາຕຖານໄວ້ຄືກັນ ແລະ 3 ແມ່ນ ເຣື່ອງຄວາມສ່ຽງທາງ ດ້ານເສຖກິດ ທີ່ຕ້ອງມີການຕີຣາຄາກັນ. ຫາກປະຕິບັດໄດ້ 2 ມາຕຖາມຈາກທັງ 3 ມາຕຖານນັ້ນ ລາວກໍຈະ ບັນລຸມາຕຖານ ພົ້ນຈາກຖານະປະເທດພັທນາ ໜ້ອຍທີ່ສຸດນັ້ນໄດ້ ຊຶ່ງການທົບທວນ ໃນປີ 2018 ລາວເຮັດໄດ້ດີ ແລະຫາກຍັງສືບຕໍ່ພັທນາ ໄດ້ໃນຣະດັບ ທີ່ຜ່ານມາ ລາວກໍຈະບັນລຸ ໄດ້ຕາມມາຕຖານນັ້ນ.

ເປັນອັນວ່າ ຣັຖບານລາວ ປັດຈຸບັນກໍາລັງເຮັດວຽກ ກັບອົງການຈັດຕັ້ງສາກົລ ແລະຄູ່ຮ່ວມພັທນາ ເພື່ອກ້າວສູ່ເປົ້າໝາຍຫລຸດຜ່ອນ ຄວາມທຸກຍາກ ຊຶ່ງ ທ່ານ ທອງຜ່ານ ສະຫວັນເພັດ ຮອງຣັຖມົນຕຣີ ກະຊວງການຕ່າງປະເທດ ສປປ ລາວ ກ່າວຢູ່ໃນ ກອງປະຊຸມນັ້ນວ່າ “ຣັຖບານລາວ ແມ່ນມີຄວາມໝາຍໝັນ ທີ່ຈະຮ່ວມມືກັບບັນດາອົງການ ຈັດຕັ້ງສາກົນ ແລະບັນດາ ຄູ່ຮ່ວມພັທນາອື່ນໆ ເພື່ອບັນລຸເປົ້າໝາຍ ໃນການພັທນາແບບຍືນຍົງ ໂດຍເລັ່ງໃສ່ການແກ້ໄຂ ຄວາມທຸກຍາກ ແລະສ້າງເງື່ຶອນໄຂ ໃຫ້ແກ່ການຫລຸດພົ້ນ ອອກຈາກສະຖານະພາບ ດ້ອຍພັທນາໃນອະນາຄົດ.

ແຕ່ໃນພາກປະຕິບັດຕົວຈິງນັ້ນ ຈະເປັນໄປຄືແນວໃດນັ້ນ ຍັງຈະຕ້ອງໄດ້ລໍຖ້າເບິ່ງກັນ ຕໍ່ໄປ ຂນະທີ່ການພັທນາເສຖກິດ ຢູ່ລາວອີງໃສ່ ການຂຸດຄົ້ນແລະຂາຍ ຊັພຍາກກອນທັມຊາດ ເປັນສ່ວນໃຫຍ່, ແຕ່ຫາກບໍ່ອີງໃສ່ການຜລິດເປັນຕົ້ນຕໍ ຄືໃນສູ່ມື້ນີ້.