ໃນກອງປະຊຸມສະພາສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ 8, ໄດ້ມີການເວົ້າເຖິງການຄວບຄຸມຫວຍເຖື່ອນ ໂດຍແມ່ນ ທ່ານ ສົມດີ ດວງດີ ຣັຖມົນຕຣີ ກະຊວງການເງິນ ໄດ້ເວົ້າໃນ ວັນທີ 7 ມິຖຸນາ ຕອນນຶ່ງວ່າ:
"ເຮັດແນວໃດ ຊິເຮັດໃຫ້ພ້ອມກັນຄຸ້ມຄອງ ບໍ່ໃຫ້ມີການອອກຫວຍເຖື່ອນ ໂດຍແນະນຳໃຫ້ທາງ ກະຊວງການເງິນ ຂອງພວກຂ້າພະເຈົ້າ ສົມທົບກັບ ອຳນາດການປົກຄອງ ແລະກະເຈົ້າໜ້າທີ່ ປກສ ເຮັດແນວໃດ ກວດກາຕິດຕາມ ບໍ່ໃຫ້ມີການອອກຫວຍເຖື່ອນ ບໍ່ໃຫ້ມີການ ຫລິ້ນເກມອອນລາຍ ບໍ່ໃຫ້ມີການຫລິ້ນຕູ້ເກມ ຢູ່ຕາມຮ້ານຕ່າງໆ ອັນນີ້ ກະມີການຕົກລົງຂອງຣັຖບານເນາະ."
ໃນການຄວບຄຸມຫວຍເຖື່ອນ ກະຊວງການ, ຄນະຫວຍພັທນາ ແລະເຈົ້າໜ້າທີ່ ປກສ ຈະວາງແຜນກັບອຳນາດ ການປົກຄອງແຕ່ລະຂັ້ນ, ດັ່ງທ່ານ ສົມດີ ດວງດີ ກ່າວຕື່ມອີກວ່າ:
"ແຕ່ມາເບິ່ງຕົວຈິງ ສະພາບການປະຕິບັດໂຕຈິງນີ້ ກະຍັງບໍ່ຫລຸດຜ່ອນລົງປານໃດ ການອອກຫວຍເຖື່ອນນີ້ເນາະ ດຽວນີ້ພວກເຮົາກະໄດ້ ປຶກສາຫາລືກັນ ກັບຄນະຫວຍພັທນາລາວ ໄດ້ເຊີນເຈົ້າໜ້າທີ່ ປກສ ມາມີແຜນການລະອຽດ ທີ່ຈະລົງໄປສົມທົບກັບອຳນາດການປົກຄອງ ແຕ່ລະຂັ້ນເພື່ອເຮັດແນວໃດ ໃນການຕິດຕາມການອອກຫວຍເຖື່ອນ ຂອງພວກເຮົານີ້ແຫຼ້ວ ເພື່ອເຮັດແນວໃດ ໃຫ້ມັນມີ ປະສິດທິພາບ ຂຶ້ນຕືຶ່ມ."
ອັນນັ້ນ ເປັນແຜນການຂອງຣັຖບານ ທີ່ຈະດຳເນີນການຄວບຄຸມ ແລະ ປາບປາມຫວຍເຖື່ອນ, ແຕ່ໃນເວລາດຽວກັນ ປະຊາຊົນຜູ້ທີ່ຊື້ຫວຍ ພັດເຫັນວ່າ ມັນເປັນການຍາກ ໃນການຄວບຄຸມຫວຍເຖື່ອນ ເພາະວ່າ ຄົນທີ່ຊື້ຫວຍເຖື່ອນ ແລະ ຫວຍຣັຖບານ ເປັນກຸ່ມຄົນດຽວກັນ. ໃຫ້ທ່ານໄປຟັງລາຍລະອຽດເບິ່ງ.
