ເຈົ້າໜ້າທີ່ ອາວຸໂສ ກະຊວງ ອຸດສາຫະກັມ ແລະ ການຄ້າ ຂອງ ລາວ, ສະຖານທູດ ສະຫະຣັຖ ອະເມຣິກາ ແລະ ອົງການ ເພື່ອ ການ ພັທນາ ຣະຫວ່າງ ປະເທສ ຂອງ ສະຫະຣັຖ ຫລື USAID ໄດ້ ລົງນາມ ໃນຂໍ້ ຕົກລົງ ຢ່າງເປັນ ທາງການ ທີ່ ນະຄອນ ຫລວງ ວຽງຈັນ ໃນວັນທີ 2 ພຶສພາ 2014 ກ່ຽວກັບ ການ ເລີ່ມ: “ໂຄງການ ການ ເຊື່ອມໂຍງ ຣະຫວ່າງ ປະເທສ ສປປລາວ ສະຫະຣັຖ ແລະ ອາຊຽນ” ຄັ້ງທີ 2 ທີ່ ມີ ຈຸດປະສົງ ສົ່ງເສີມ ການ ລົງທຶນ ໃນການ ສ້າງ ວຽກງານ ໃຫ້ ຫລາຍຂຶ້ນ ຜ່ານການ ສນັບ ສນູນ ການ ດໍາເນີນ ງານ ດ້ານ ການຄ້າ ແລະ ການ ປະຕິຮູບ ເສຖກິດ ຂອງ ປະເທສ. ຕາມ ຣາຍງານ ຂອງ ສະຖານທູດ ສະຫະຣັຖ ອະເມຣິກາ ທີ່ ນະຄອນ ຫລວງ ວຽງຈັນ.
ບັນທຶກ ຄວາມ ເຂົ້າໃຈ ທີ່ວ່ານີ້ ລົງນາມ ໂດຽທ່ານ ສຽວສະຫວາດ ສະແຫວງ ສຶກສາ ຮອງ ຣັຖມົນຕຣີ ກະຊວງ ອຸດສາຫະກັມ ແລະ ການຄ້າ ຂອງລາວ, ທ່ານ Daniel A clune ທູດ ສະຫະຣັຖ ປະຈໍາລາວ ແລະ ທ່ານ Michael Yates ຜູ້ ອໍານວຍການ ອົງການ ເພື່ອການ ພັທນາ ຣະຫວ່າງ ປະເທສ ຫລື USAID ກ່ຽວກັບ ການ ພັທນາ ຂົງເຂດ ເອເຊັຍ.
ຕາມບົດ ບັນທຶກ ສະບັບ ນີ້ USAID ຈະໃຫ້ ການ ຊ່ວຍເຫລືອ 8 ລ້ານ 5 ແສນ ໂດລາ ສະຫະຣັຖ ເພື່ອໃຊ້ ເຂົ້າໃນ “ໂຄງການ ການ ເຊື່ອມໂຍງ ຣະຫວ່າງ ປະເທສ ສປປລາວ ສະຫະຣັຖ ແລະ ອາຊຽນ” ຫລື LUNA ຄັ້ງທີ 2 ແລະ ຈະຊ່ວຍ ອີກ 5 ແສນໂດລາ ໃນການ ພັທນາ ອາຄານ ການຄ້າ ຄັ້ງທີ 2 ຊຶ່ງ ເປັນ ການ ຊ່ວຍເຫລືອ ກອງທຶນ ຫລາຍຝ່າຍ ໂດຍການ ຄຸ້ມຄອງ ຂອງ ທະນາຄານ ໂລກ ແລະ ກະຊວງ ອຸດສາຫະກັມ ແລະ ການຄ້າ ຂອງລາວ.
