ແກ້ຂໍ້ມູນຄາດເຄື່ອນ: 2019-03-06 ເວລາ 17:05
ທາງການແຂວງວຽງຈັນ, ສັ່ງໂຈະບໍ່ໃຫ້ແທກດິນປະຊາຊົນ ບ້ານ ພູດິນແດງ, ບ້ານຫ້ວຍສະເງົາ ແລະ ປາກເປາະ, ເຊິ່ງເປັນໂຄງການພັທນາ ແຫຼ່ງທ່ອງທ່ຽວ ເມືອງວັງວຽງ ເບື້ອງທິດຕາເວັນຕົກ ຂອງສາຍນໍ້າຊອງ ອອກໄປກ່ອນ, ຍ້ອນສຽງສັງຄົມວິພາກວິຈານ ຢ່າງຫຼວງຫຼາຍ. ດັ່ງ ປະຊາຊົນ ໄດ້ເວົ້າຕໍ່ວິທຍຸ ເອເຊັຍເສຣີ ເມື່ອ 28 ກຸມພາ ວ່າ:
"ຖືວ່າຍຸຕິແລ້ວນະ, ເຣື່ອງສຳຣວດໂຕນີ້ຖືວ່າມິດເລີຍພຸ້ນແຫຼະ, ຈົນວ່າມີຄຳສັ່ງຕື່ມພຸ້ນແຫຼະ, ຈົນເພີ່ິ່ນສັ່ງລົງມາອີກ, ເພາະວ່າມັນມີຫາງສຽງ ຫຼາຍອັນຫຼາຍແນວ, ຄົນວິພາກວິຈານໄປນະ, ເພິ່ນເລີຍສັ່ງຢຸດກ່ອນ."
ທ່ານເວົ້າຕື່ມວ່າ, ເຖິງແມ່ນວ່າມີປະຊາຊົນຈຳນວນຫຼາຍໃນ 3 ບ້ານ, ເຫັນດີໃຫ້ເຈົ້າໜ້າທີ່ປະຈຳໂຄງການໄປແທກດິນຂອງເຂົາເຈົ້າກໍຕາມ, ແຕ່ວ່າມີນັກທຸຣະກິດ ແລະ ຄົນມີຖານະສ່ວນນຶ່ງ, ທີ່ຍັງບໍ່ເຫັນດີນຳ ແລະບໍ່ຕ້ອງການໃຫ້ນັກລົງທຶນຕ່າງປະເທດ ເຂົ້າມາສ້າງໂຄງການ ພັທນາ ຈຶ່ງຕ້ອງໄດ້ຫາລືກັນຫຼາຍສົມຄວນ.
ສ່ວນເຈົ້າໜ້າທີ່ ຫ້ອງການຊັພຍາກອນທັມມະຊາດ ແລ ສິ່ງແວດລ້ອມເມືອງວັງວຽງ ຢືນຢັນວ່າ, ໂຄງການດັ່ງກ່າວຖືກສັ່ງໂຈະການສຳຣວດ ໄປແລ້ວ:
"ແນວທາງຂັ້ນເທິງຕິເບາະ, ທ່ານເຈົ້າແຂວງວ່າ, ເພາະມັນອອກເຊັ່ນນັ້ນແຂວງເນາະ, ມີປັນຫາເບາະ, ທາງເຈົ້າແຂວງວ່່າໃຫ້ໂຈະຫັ້ນນະ, ມັນມີເງື່ອນໄຂແນວໃດ ກະບໍ່ຮູ້ນຳເພິ່ນແຫຼະ, ເພິ່ນກະສິມີເຫດຜົລຂອງການນໍາຕິເບາະ."
ເມື່ອວັນທີ 25 ມົກຣາ ຜ່ານມາຄນະກັນນໍາ ແຂວງວຽງຈັນ, ໄດ້ລົງພື້ນທີ່ພົບປະໂອ້ລົມກັບປະຊາຊົນ 3 ບ້ານ ດັ່ງກ່າວ, ເຊິ່ງຈະຖືກ ຜົລກະທົບ ດ້ານທີ່ດິນ ຈາກໂຄງການພັທນາແຫຼ່ງທ່ອງທ່ຽວ ຂອງກຸ່ມບໍຣິສັດ ພັທນາ ເຂດເສຖກິຈສະເພາະ ບໍ່ເຕັນລາວ ຈຳກັດ, ເພື່ອອະທິບາຍ ໃຫ້ປະຊາຊົນ ເຂົ້າໃຈ ກ່ຽວກັບໂຄງການ ແລະ ທາງໂຄງການກໍ່ໄດ້ລົງສຳຣວດດິນ ປະຊາຊົນໃນ 3 ບ້ານດັ່ງກ່າວແລ້ວ.
ນອກຈາກນັ້ນ, ຍັງມີ ໂຄງການພັທນາແຫຼ່ງທ່ອງທ່ຽວແຫ່ງນີ້ ຈະກວມເອົາ 22 ບ້ານ ໃນເບື້ອງທິດຕາເວັນຕົກ ຂອງເມືອງວັງວຽງ ເນື້ອທີ່ທັງໝົດ 7 ພັນເຮັກຕ້າ ເຊິ່ງແຜນຈະເຮັດການສຳຣວດ ໃຫ້ສຳເຣັດພາຍໃນປີນີ້. ໂຄງການດັ່ງກ່າວມີເປົ້າໝາຍ ສ້າງເປັນເຂດທ່ອງທ່ຽວ ອະນຸຮັກທັມມະຊາດ, ສູນການຄ້າ, ສູນວັທນະທັມ, ໂຮງແຮມ, ຫໍປະຊຸມ ນານາຊາດ, ເຊິ່ງບໍຣິສັດພັທນາ ໃໝ່ ວັງວຽງຈຳກັດ ຂອງ ນັກທຸຣະກິດ ຊາວຮົງກົງ ເປັນຜູ້ລົງທຶນ ໂດຍໃຊ້ງົບປະມານ 4 ຕື້ໂດລາ ສະຫະຣັຖ.
ແກ້ຂໍ້ມູນຄາດເຄື່ອນ: ການພັທນາແຫຼ່ງທ່ອງທ່ຽວ ຢູ່ບ້ານຫ້ວຍສະເຫງົ້າ, ບ້ານພູດິນແດງ ແລະ ບ້ານປາກເປາະ ຂອງກຸ່ມບໍຣິສັດ ພັທນາ ເຂດເສຖກິຈສະເພາະ ບໍ່ເຕັນ ລາວຈຳກັດ.
