ທາງການປັບໃໝຊາວບ້ານ ຈັດສັນຈາກ ເຂື່ອນ

0:00 / 0:00

ປະຊາຊົນເກືອບ 800 ຄອບຄົວ, ໃນຈໍານວນທັງໝົດ 1,300 ປາຍຄອບຄົວ, ຢູ່ໃນເຂດບ້ານຈັດສັນເຂື່ອນນໍ້າເທີນ 2 ເມືອງນາກາຍ ແຂວງຄໍາມ່ວນ, ຖືກປັບໃໝ ຄອບຄົວນຶ່ງ ແຕ່ 3 ລ້ານເຄິ່ງ ຫາ 10 ລ້ານກີບ, ຍ້ອນເຂົ້າໄປຖາກຖາງທີ່ດິນ ທໍາການຜລິດ, ຢູ່ໃນເຂດ ປ່າປ້ອງກັນ ແລະທີ່ດິນເປົ່າວ່າງຂອງຣັຖ ໃນຣະຍະ 2 ປີ ຜ່ານມານີ້.

ປະຊາຊົນບຸກເບີກທີ່ດິນດັ່ງກ່າວ, ກໍຍ້ອນວ່າດິນທີ່ທາງການຈັດສັນໃຫ້ແຕ່ລະຄອບຄົວນັ້ນ, ບໍ່ພຽງພໍສໍາລັບການຜລິດລ້ຽງຄອບຄົວ ແລະ ບາງບ່ອນກໍເປັນດິນທີ່ບໍ່ເໝາະກັບການປູກຝັງ. ຕາມຄໍາເວົ້າ ຂອງປະຊາຊົນທີ່ຖືກປັບໃໝ ຕໍ່ວິທຍຸເອເຊັຍເສຣີ, ໃນມື້ວັນີ 30 ມົກກະຣາ:

"ດິນບ່ອນເຂົາຈັດສັນໃຫ້ມັນບໍ່ພຽງພໍ ບໍ່ກຸ້ມກິນນໍ, ກໍອຶດຢາກຫ່າງຫິວ ແລ້ວໄປເຫັນບ່ອນນັ້ນ ປູກເຂົ້າປູກປາເປັນ ກໍເລີຍໄປຖາງຫັ້ນນະ ຖາງແລ້ວ."

ພວກເຮົາໄດ້ດັດສຽງເພື່ອຄວາມປອດພັຍ ຂອງຜູ້ກ່ຽວ, ທີ່ເວົ້າວ່າ ດິນບ່ອນເຂົາຈັດສັນໃຫ້ ມັນບໍ່ພຽງພໍ, ບໍ່ກຸ້ມກິນ, ກໍອຶດຢາກ, ແລ້ວໄປເຫັນ ບ່ອນນັ້ນພໍຈະປູກເຂົ້າໄດ້ ກໍເລີຍໄປຖາງ. ຖາງແລ້ວກໍຖືກ ທາງການເພິ່ນປັບໃໝ, ເກືອບ 800 ຄອບຄົວ. ເພິ່ນອີງໃສ່ດໍາລັດເລກທີ 15 ທີ່ອອກມາແຕ່ຂັ້ນເທິງ. ເພີ່ນຄິດໄລ່ເປັນເຮັກຕາ, ເຮັກຕານຶ່ງ 7 ລ້ານກີບກໍມີຜູ້ 10 ລ້ານກໍມີ ກໍໄດ້ເສັຍໄປແລ້ວ ບາງຄົນ ກໍຍັງຕິດໜີ້, ແລະໄດ້ຮ້ອງຮຽນໄປຫາໜ່ວຍສະເພາະກິດ ກອງເລຂາຂັ້ນເມືອງ.

ທ່ານກ່າວວ່າ, ການປັບໃໝທີ່ວ່ານັ້ນ ມີມາຕັ້ງແຕ່ປີກາຍ, ພາຍຫລັງທີ່ທາງການກວດເຫັນຊາວບ້ານໄປທໍາການຜລິດຢູ່ໃນເຂດປ່າປ້ອງກັນ, ແລະຕາມແຄມທາງ ຫລາຍບ່ອນ, ທີ່ຢູ່ໃກ້ກັບບ້ານຈັດສັນ ນັ້ນ. ທາງການຖືວ່າການກະທໍາດັ່ງກ່າວ, ຂັດກັບດໍາຣັຖເລກທີ 15 ຂອງນາຍົກ ຣັຖມົນຕຣີ ຄືເຂົ້າໄປຂຸດຄົ້ນພື້ນທີ່ປ່າຂອງຣັຖ ເພື່ອຜົລປໂຍດສ່ວນຕົວ ໂດຍບໍ່ໄດ້ຮັບອະນຸຍາດ.

ມາເຖິງປັດຈຸບັນ, ຄອບຄົວຈໍານວນນຶ່ງ ທີ່ຍັງເປັນໜີ້ ບໍ່ມີເງິນເສັຍຄ່າປັບໃໝ, ກໍໄດ້ຮ້ອງຮຽນໄປຍັງອໍານາດການປົກຄອງເມືອງນາກາຍ, ຂໍໃຫ້ພິຈາຣະນາເຣຶ່ອງ ການປັບໃໝນັ້ນຄືນໃໝ່, ຍ້ອນວ່າ ບໍ່ມີພື້ນທີ່ທໍາກິນພຽງພໍ, ທີ່ດິນຊຶ່ງຊາວບ້ານແຕ່ລະຄອບຄົວໄດ້ຮັບເປັນການ ຊົດເຊີຍຄວາມເສັຍຫາຍ, ຈາກໂຄງການເຂື່ອນໄຟຟ້ານໍ້າເທີນ 2 ນັ້ນ ມີພຽງແຕ່ 0.6 ຄືກາຍເຄິ່ງເຮັກຕາໜ້ອຍດຽວ ເທົ່ານັ້ນ, ບໍ່ພຽງພໍ ສໍາລັບການປູກເຂົ້າລ້ຽງຄອບຄົວ ແລະເປັນດິນທີ່ປູກຫຍັງກໍບໍ່ງາມ.

ເພື່ອຄວາມກະຈ່າງແຈ້ງກ່ຽວກັບເຣຶ່ອງທີ່ວ່ານີ້, ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ຖາມໄປຍັງຫ້ອງການປົກຄອງເມືອງນາກາຍ, ແຕ່ເພິ່ນໃຫ້ຖາມ ໄປຍັງຫ້ອງການກະສິກັມ ແລະປ່າໄມ້ເມືອງ, ແລະເມື່ອ ຖາມໄປທາງເຈົ້າໜ້າທີ່ເວົ້າວ່າ, ກໍຣະນີຊາວບ້ານຢູ່ບ້ານຈັດສັນ, ໄປທໍາການຜລິດ ຢູ່ໃນປ່າປ້ອງກັນນັ້ນ ບໍ່ເຄີຍເກີດຂຶ້ນ:

"ບໍ່ມີການບຸກລຸກ, ບໍ່ມີຫຍັງໃດ໋,"

(ສຽງນີ້ກໍໄດ້ປັບ ຊຶ່ງເພິ່ນເວົ້າວ່າ ບໍ່ມີການບຸກລຸກ ບໍ່ມີຫຍັງໃດ໋ ຂໍ້ມູນນີ້ບໍ່ມີ.)

ເຖິງຢ່າງໃດກໍຕາມ, ເຖິງແມ່ນເຈົ້າໜ້າທີ່ຫ້ອງການກະສິກັມ ແລະປ່າໄມ້ເມືອງ, ຈະປະຕິເສດເຣຶ່ອງການປັບໃໝ ຊາວບ້ານນັ້ນກໍຕາມ, ແຕ່ ຊາວບ້ານຍັງຢືນຢັນ ຕື່ມອີກວ່າ, ຂະເຈົ້າໄດ້ຖືກປັບໃໝແທ້ ແລະຜູ້ຖືກປັບໃໝນັ້ນ, ກໍມີຢູ່ຫລາຍບ້ານ ຮວມທັງບ້ານສົບມາ, ບ້ານທ່າລັງ, ບ້ານສົບແພນ, ບ້ານນາກາຍ.