ຍິງສາວ ທີ່ທຸກຍາກ ໃນແຂວງສາລະວັນ ພາກັນ ໄປຝຶກອາຊີບ ຢູ່ສູນຝຶກອາຊີບ ເພື່ອພັທນາສີມືແຮງງານ, ແຕ່ສູນຝຶກອາຊີບ ດັ່ງກ່າວ ຮອງຮັບ ແມ່ຍິງໄດ້ໜ້ອຍ ຍ້ອນບໍ່ມີທຶນພຽງພໍ ເພາະໃນການຝຶກອາຊີບ ໃຫ້ແມ່ຍິງ ຈະຕ້ອງໄດ້ຈ້າງນາຍຄຣູມາສອນ, ພ້ອມທັງ ຄ່າອາຫານ ໃຫ້ແມ່ຍິງ ທີ່ມາຝຶກ, ແລະ ຄ່າຊື້ ອຸປກອນ ໃນການຝຶກນໍາດ້ວຍ, ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງສາລະວັນ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 21 ກຸມພາ ນີ້:
“ສ່ວນຫຼາຍ ຈະແມ່ນວັຍຣຸ້ນທຸກຍາກ ຜູ້ບໍ່ມີອາຊີບ ບາງຄົນ ກໍບໍ່ໄດ້ຮຽນ ຄົນຢາກມາຝຶກມີຫຼາຍເນາະ ແຕ່ວ່າ ເຮົາສາມາດຮອງຮັບ ເຂົາໄດ້ໜ້ອຍ ຈະເນັ້ນປຸງແຕ່ງອາຫານ ແລະ ຕັດຫຍິບ ແຕ່ວ່າ ເຮົານັ້ນ ມີທຶນສນອງໃຫ້ ເຂົາບໍ່ໄດ້ ມັນກໍຕ້ອງມີຄຣູຝຶກ ມັນກໍຕ້ອງ ມີເຄື່ອງ, ມີແພ, ມີອຸປກອນ ມີຫຍັງຕ່າງໆນາໆ ນັ້ນແຫຼ້ວ ຈ່າຍອັດຕາກິນ ໃຫ້ເຂົາ ວັນນຶ່ງ 35,000 ກີບ.”
ທ່ານກ່າວຕື່ມວ່າ ສ່ວນໄລຍະເວລາ ໃນການຝຶກອາຊີບນັ້ນ ເຈົ້າໜ້າທີ່ ຈະເປັນຜູ້ກໍານົດເອງ ຣະຫວ່າງ 3 ເດືອນ 6 ເດືອນ ຫຼື 1 ປີ ຂຶ້ນຢູ່ກັບ ທຶນທີ່ໄດ້ຮັບ, ຊຶ່ງເງິນທຶນ ສ່ວນໃຫຍ່ ໄດ້ມາຈາກ ອົງການຢູນິເຊັຟ, ແຕ່ບໍ່ພຽງພໍ. ສໍາລັບ ແມ່ຍິງ ທີ່ຝຶກຈົບອອກໄປນັ້ນ ຫາກພໍມີເງິນທຶນ ກໍໄປ ປະກອບອາຊີບ ຕາມບ້ານຕາມເຮືອນຕົນເອງ:
“ນັກຮຽນ ສ່ວນຫຼາຍ ທີ່ເຂົ້າມາຝຶກແລ້ວບໍ່ທຶນ ໃນການປະກອບກິຈການ ຍົກຕົວຢ່າງວ່າ ຝຶກເສັດແລ້ວ ມັນກໍຕ້ອງ ໄດ້ຕັດງານເນາະ ຄັນຈະ ເຮັດເອງຫັ້ນນ່າ ຕ້ອງໄດ້ໃຊ້ງົບປະມານໜ້ອຍນຶ່ງ ເຮົາກໍບໍ່ມີທຶນ ປະກອບໃຫ້ເຂົາອີກ ບາງຄົນ ເຂົາມີເງື່ອນໄຂ ເຂົາກໍຈະຊື້ເຄື່ອງ ມາປະກອບ ເປັນທຸຣະກິຈເຂົາເອງ ຄັນບາງຄົນ ບໍ່ມີເງື່ອນໄຂ ເຂົາກໍຢູ່ຊື່ໆ ຝຶກໄປແລ້ວກໍແລ້ວ.”
ທ່ານກ່າວ ໃນຕອນທ້າຍວ່າ ແມ່ຍິງສ່ວນຫຼາຍ ບໍ່ສາມາດ ເຂົ້າເຖິງຂໍ້ມູນ ໃນການກູ້-ຢືມເງິນ ຈາກທະນາຄານໄດ້ ເພາະບໍ່ມີ ຊັພສິນໄປຄໍ້າປະກັນ ແລະ ໃນປີ 2019 ນີ້ ທາງການ ໄດ້ຕັ້ງເປົ້າໄວ້ວ່າ ຢາກໃຫ້ແມ່ຍິງ ທົ່ວແຂວງສາລະວັນ ເຂົ້າມາຝຶກວິຊາອາຊີບ ຈໍານວນ 1,300 ຄົນ ຍ້ອນຢາກໃຫ້ ພັທນາສີມືແມ່ຍິງລາວ ໃຫ້ມີ ອາຊີບ ແລະ ມີຣາຍຮັບ ລ້ຽງຄອບຄົວ.